ທາງການລາວເພີ່ມເຂັ້ມງວດ ດ່ານ ຊາຍແດນ
ທາງການອອກ ແຈ້ງການ ເຂັ້ມງວດ ປ້ອງກັນ ດ່ານຊາຍແດນ ໄລຍະ ເພື່ອນບ້ານ ມີການຣະບາດ ໂຄວິດ-19 ເພີ່ມຂຶ້ນ.
-
ໄຊຍາ
2021-04-19 -
-
-
Your browser doesn’t support HTML5 audio
ທາງການລາວ ໄດ້ອອກແຈ້ງການ ໃຫ້ເຂັ້ມງວດກວດກາ ຕາມແນວຊາຍແດນລາວ-ໄທຍ ທັງທາງບົກ ແລະທາງນໍ້າ ໂດຍສະເພາະ ແມ່ນຊາຍແດນແມ່ນໍ້າຂອງ ຕ້ອງໄດ້ເຂັ້ມງວດ ກວດກາເປັນພິເສດ ເພື່ອສະກັດກັ້ນການລັກລອບ ຂອງຄົນງານລາວ ທີ່ລັກລອບ ເຂົ້າມາ. ໂດຍສະເພາະ ແຂວງຄຳມ່ວນ, ສວັນນະເຂດ ແລະ ຈຳປາສັກ. ນອກຈາກນີ້ ຖ້າໃຜລັກລອບ ເຂົ້າມາ ໂດຍຜິດຣະບຽບ ທາງການຈະເພີ່ມໂທດຂຶ້ນອິກ. ດັ່ງເຈົ້າໜ້າທີ່ສະເພາະກິຈ ຄວບຄຸມພຍາດໂຄວິດ-19 ແຂວງຄຳມ່ວນ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອ ວັນທີ 19 ເມສາ ວ່າ:
"ປະກາດແຈ້ງການເດັດຂາດແຫຼະເນາະ, ບໍ່ໃຫ້ມີເຮືອລັກມາເຮືອແລ້ວ ເອົາມາຈອດໄວ້ບ່ອນດຽວກັນໝົດ ໃຫ້ທະຫາຍຊາຍແດນ ຕຳຣວດຊາຍແດນ ເປັນຜູ້ກັກໝົດ. ຖ້າວ່າໃຜລົງ ຈະຖືກການປັບໃໝ ຖືກຈັບມາໂລດ ໃຊ້ມາຕການໂຕນີ້ ສຳລັບລັກໄປລັກມານີ້ຢູ່ ດ່ານກະຄືຍັງເຫັນມາຢູ່ມື້່ລະ 10 ຄົນ ມື້ລະ 5 ຄົນ ສຳລັບຢູ່ດ່ານ."
ໃນກໍຣະນີ ທີ່ມີການລັກລອບເຂົ້າມາ ຖ້າບໍ່ມາແຈ້ງໃຫ້ ເຈົ້າໜ້າທີ່ທ້ອງຖິ່ນ ໄດ້ຮັບຮູ້ ຖ້າເກີດ ມີການແຜ່ຣະບາດ ຜູ້ນັ້ນຕ້ອງໄດ້ຮັບ ຜິດຊອບຕໍ່ກໍຣະນີດັ່ງກ່າວ. ສ່ວນແຂວງຈຳປາສັກ ເຈົ້າໜ້າທີຕຳຣວດ ດ່ານຊາຍແດນເຂດ ແມ່ນໍ້າຂອງ ລາວ-ໄທຍ ເຈົ້າໜ້າທີ່ ກໍເຮັດວຽກນັ້ນ ທັງຕຳຣວດ ແລະ ທະຫານ ໄດ້ສົມທົບກັນ ເພື່ອກວດກາຕາມແລວ ແມ່ນໍ້າຂອງ ທີ່ເປັນຈຸດສ່ຽງ ໃນການລັກລອບ ເຂົ້າມາ. ດັ່ງເຈົ້າໜ້າທີ່ ຄະນະສະເພາະກິຈ ຄວບຄຸມພຍາດໂຄວິດ-19 ໄດ້ກ່າວວ່່າ:
"ພວກເຮົາກະໃຫ້ຕຳຣວດ ທະຫານຫັ້ນແຫຼະສະກັດກັ້ນ ໝ້ອງໃດທີ່ເຂົາ ເຄີຍເຂົ້າເຄີຍອອກ ກະມີທະຫານລັດຢູ່ຫັ້ນແຫຼະ. ເຂົ້າມາ ກະເອົາເຂົ້າໄປສູນ ຄັນລັກເຂົ້າມາບໍ່ມາຄອບ ມາບອກນີ້ກະຊິມີໂທດ ຈັກໜ່ອຍແຫຼະ ລີ້ຢູ່ບ້ານຢູ່ເມືອງບໍ່ໄດ້ ໂຕນັ້ນຜິດແຫຼະ."
ໃນຂນະທີ່ແຂວງສວັນນະເຂດ ກໍ່ມີຊາຍແດນຕາມແລວ ແມ່ນໍ້າຂອງ ທີ່ມີຈຸດສ່ຽງຫລາຍຈຸດ ທາງການແຂວງຈຶ່ງໄດ້ໃຊ້ມາຕການ ປະກາດຫ້າມບໍ່ໃຫ້ເອົາເຮືອ ອອກໄປເຄື່ອນໄຫວ. ໃຫ້ຈອດຢູ່ຝັ່ງຈົນຮອດ ວັນທີ 30 ເມສາ ຈຶ່ງຈະປະກາດໃຊ້ ມາຕການໃໝ່. ຖ້າໃຜຝ່າຝືນຈະຖືກປັບໃໝ ແລະ ດຳເນີນຄະດີ ຕາມກົດໝາຍ.
ກໍຣະນີທີ່ມີຄົນງານ ລັກລອບເຂົ້າມາແລ້ວ ຕິດເຊື້ອພຍາດໂຄວິດ-19 ສ່ວນຫລາຍຄົນງານລາວ ທີ່ມາຈາກໄທຍ. ໃນແຂວງຄຳມ່ວນ ກໍມີຜູ້ຕິດເຊື້ອໂຄວິດ-19 ນຶ່ງ ກໍຣະນີ. ເຊິ່ງກໍເຮັດ ໃຫ້ປະຊາຊົນຮູ້ສຶກ ເປັນກັງວົນ ຕໍ່ກັບການລັກລອບ ຂ້າມມາຂອງຄົນງານລາວ. ດັ່ງປະຊາຊົນ ຜູ້ທີ່ຢູ່ ແຂວງຄຳມ່ວນ ໄດ້ກ່າວວ່າ.
"ຢ້ານໂຄວິດຢູ່ຄຳມ່ວນຫັ້ນແຫລະ ບໍ່ກ້າໄປໃສໄດ໊ ຢູ່ບ່ອນດຽວໄດ໊ໂອ ເຂົ້າມາບໍ່ໄດ້ເພິ່ນເຂັ້ມງວດ ເພິ່ນຍາມໝົດ ແຕ່ລະບ່ອນໃດບໍ່ໃຫ້ ອອກໃຫ້ເຂົ້າເລີຍ."
ປະຊາຊົນຊາວແຂວງຈຳປາສັກ ເວົ້າວ່າກໍຮູ້ສຶກຢ້ານຄືກັນ ກະຕ້ອງໄດ້ຣະມັດຣະວັງຫຼາຍຂຶ້ນ.
"ກະຢ້ານຢູ່ຫັ້ນແຫຼະເພາະວ່າເຂົາ ກະເຂັ້ມງວດ ຢູ່ເພາະວ່າເຂົາກະຢ້ານຈາກປະເທດໄທຍ ນີ້ມາເພາະວ່າມັນມີລັກລອບເຂົ້າມາກະຄື ທະຫານຕຳຣວດ ເພິ່ນ ກະຍາມຢູ່ຊາຍແດນ ມາຕການເຂົາກະວາງໜັກ."
ນອກຈາກເຂັ້ມງວດກວດກາ ຊາຍແດນແມ່ນໍ້າຂອງລາວ ຄະນະສະເພາະກິຈ ຍັງປະກາດ ມາຕການປ້ອງກັນທັງຮ້ານອາຫານ, ຮ້ານບັນເທີງ ໃນຂອບເຂດທົ່ວປະເທດ. ດັ່ງປະຊາຊົນ ນະຄອນຫລວງວຽງຈັນ ໄດ້ໃຫ້ຄຳເຫັນຕໍ່ ມາຕການປ້ອງກັນ ດັ່ງກ່າວວ່າ.
"ເພິ່ນຄຸມເດ້ຮ້ານອາຫານ ຮ້ານບັນເທີງ ເພິ່ນບໍ່ໃຫ້ເປີດເທື່ອເດ້ ກິນດອງ ກິນຫຍັງ ເພິ່ນກໍຢຸດໄລຍະນີ້ ຢູ່ວຽງຈັນບໍ່ໄດ້ໄປຫລິ້ນຊໍ້າ, ຮ້ານບັນເທິງເພີ່ນໃຫ້ຢຸດ ທາງວຽງຈັນລົງໄປຫາ ທາງບໍລິຄຳໄຊ ທາງສວັນນະເຂດ ລົງ ຈຳປາສັກພຸ້ນເດ້ ພາກກາງ ຫາ ພາກໃຕ້."
ຄະນະສະເພາະກິດຄວບຄຸມພຍາດໂຄວິດ-19 ດຣ ພອນປະເສີດ ໄຊຍະມຸງຄຸງ ຮອງຫົວໜ້າກົມພຍາດຕິດຕໍ່ກະຊວງສາທາຣະນະສຸຂ ໄດ້ຖແລງຂ່າວ ເມື່ອວັນທີ 19 ເມສາ ວ່າ. ບໍ່ມີຜູ້ຕິດເຊື້ອເພີ່ມຂຶ້ນ. ຜູ້ຕິດເຊື້ອສະສົມຍັງ 58 ກໍຣະນີ. ນອກຈາກນີ້ ລາວ ຍັງມີຄວາມ ສ່ຽງຈະແຜ່ຣະບາດ ຈາກການເດີນທາງເຂົ້າມາ ແບບຖືກຕ້ອງຂອງຄົນງານລາວ ທີ່ເຮັດວຽກ ຢູ່ໄທຍ.