ທາງການຈະປັບໃໝ ຜູ້ຖິ້ມ ຂີ້ເຫຍື້ອ ຊະຊາຍ

ທາງການລາວ ຈະປັບໃໝ ຜູ້ທີ່ຖິ້ມ ຂິ້ເຫຍື້ອ ໃສ່ ສະຖານທີ່ ສາທາຣະນະ ຊະຊາຍ ຢູ່ ນະຄອນຫລວງ ວຽງຈັນ 400 ກິບ ຕໍ່ ນຶ່ງກິໂລ.

ສະພາບຂີ້ເຫຍື້ອທີ່ຖືກຖິ້ມຢ່າງຊະຊາຍ ແບບປັດຄວາມຮັບຜິດຊອບ ຕໍ່ສາທາຣະນະ ໃນນະຄອນຫຼວງວຽງຈັນ RFA/LX

ໜ່ວຍຄຸ້ມຄອງ ແລະບໍຣິຫານຕົວເມືອງວຽງຈັນ ຕຽມປຸກຣະດົມ ໃທ້ປະຊາຊົນ ຊ່ວຍກັນຮັກສາຄວາມສະອາດ ຕາມພື້ນທີ່ ສາທາຣະນະ ແລະ ຖ້າຜູ້ໃດຍັງລັກຖິ້ມຂີ່ເຫຍື້ອແບບຊະຊາຍ ຈະຖືກປັບໃໝ 400 ກິບຕໍ່ກິໂລ ແລະວ່າເຈົ້າໜ້າທີ່ກ່ຽວຂ້ອງ ຈະຈັດຂະບວນການລວມ ອະນາມັຍ ຕາມພື້ນທີ່ໃນເຂດຕົວເມືອງຫຫຼັກ ໃຫ້ໄດ້ໃນທຸກໆວັນພຸດແລະວັນເສົາ ພ້ອມທັງຈະປັບໃໝ ຢ່າງຈິງຈັງ. ດັ່ງ ທ່ານ ສຸນາລັດ ສຸດຈະເຣີນ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນວັນທີ່ 24 ເມສາ ນີ້ວ່າ:

“ຕົວປັບໃໝມັນອິງໃສ່ ຣະບຽບມະຕິ 03 ຂອງອົງການປົກຄອງ ນະຄອນຫຼວງ ເພິ່ນໄດ້ກໍານົດຣະອຽດ ແຈ້ງແລ້ວເນາະ ຂິ້ເຫຍື້ອທີ່ວ່າເພິ່ນ ເຮັດ ຂໍ້ຕົກລົງມາເກັບນໍາຄົງເຮທອນ ຮ້ານອາຫານນີ້ 400 ກິບຕໍ່ກິໂລ ບາດນີ້ຢູ່ໃນຣະບຽບມາຕຖານ ເຮົາຖ້າວ່າ ຈັບໄດ້ໄລ່ທັນພວກທີ່ວ່າ ລັກຖິ້ມຂິ້ເຫຍື້ອ ນັ້ນເຮົາສິໃໝ 100 ເທົ່າ ຖືວ່າໂລນຶ່ງ 40 ພັນກິບ ໂຕນນຶ່ງກໍ 4 ລ້ານກິບ ຄັນຈັບໄດ້ໄລ່ທັນ.”

ທ່ານວ່າ ເງິນຈາກການປັບໃໝນັ້ນ ຈະນໍາໃຊ້ເປັນເງິນຄ່າແຮງງານ ຂອງເຈົ້າໜ້າທີ່ຂັ້ນບ້ານ ທີ່ຊ່ວຍກັນເປັນຫູເປັນຕາ ແລະຕິດຕາມກຸ່ມຄົນ ທີ່ລັກຖິ້ມຂິ້ເຫຍື້ອຊະຊາຍ ຢູ່ຕາມເຂດບ້ານ ເຂດເມືອງ ໂດຍສະເພາະ ໃນຕາມທາງປ່ຽວ ໃນພື້ນທີ່ຕ່າງໆ ທ່ານວ່າ:

“ເຮົາກໍໄດ້ຈັດຕັ້ງມາແຕ່ປີ 2017 ມາໂດຍທີ່ວ່າມອບໃຫ້ພື້ນຖານ ອໍານາດການປົກຄອງບ້ານເປັນຜູ້ປັບໃໝ ແລ້ວກໍເອົາເງິນເປັນຄ່າແຮງງານ ເຂົາເຈົ້າເຝົ້າຣະວັງ ຕິດຕາມພວກມາລັກ ຖິ້ມຂິ້ເຫຍື້ອຊະຊາຍ ຢູ່ຕາມຄຸ້ມບ້ານ ຕາມຖນົນສາຍຫລັກຂອງບ້ານ ກໍຖືວ່າໄດ້ປັບໃໝຫຼາຍແລ້ວ ເດ໋ ຜ່ານມານີ້ປະມານ 2-3 ປີ ເກຶອບ ຫມົ້ງ 5 ເຖິງ 60 ຣາຍ.”

ທ່ານວ່າ ຣົຖຂົນສົ່ງໂດຍສານ ທຸກປະເພດ ຫາກຖິ້ມຂິ້ເຫຍື້ອ ຫຼືປ່ອຍໃຫ້ ຜູ້ໂດຍສານຂອງຕົນ ຖິ້ມຂິ້ເຫຍື້ອໃສ່ຫົນທາງ ຈະຖືກປັບໃໝ 2 ເທົ່າຕົວ ຂອງ ມູນຄ່າ 50,000 ກິບ X 2 ເທົ່າ ເປັນ 1 ແສນກິບຕໍ່ຄົນ.

ສໍາລັບຣົຖຂົນສົ່ງແຮ່ດິນດໍາ ດິນແດງ ທີ່ສ້າງຄວາມເປື້ອນເປິ ໃສ່ຖນົນຈະຖືກປັບໃໝ 1 ແສນກິບ ຕໍ່ຄັນພ້ອມທັງ ຖືກຕັກເຕືອນ ເຜີຍແຜ່ ຂໍ້ກໍານົດຣະບຽບ ແລະມອບໃຫ້ ອໍານາດການປົກຄອງບ້ານ ຕິດຕາມກວດກາ ເອົາຜູ້ລະເມິດ ມາລົງໂທດປັບໃໝ.

ປັຈຈຸບັນ ຂິ້ເຫຍື້ອຢູ່ ນະຄອນຫລວງວຽງຈັນ ມີປະມານ 500 ຫາ 600 ຕັນຕໍ່ມື້ ແຕ່ທາງການສາມາດນໍາໄປທໍາລາຍ ຢູ່ສນາມຫລັກ 32 ໄດ້ພຽງແຕ່ 300-500 ຕັນຕໍ່ມື້ເທົ່ານັ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org