ຜູ້ບໍຣິໂພກເປັນຫ່ວງ ນໍາຜັກ ປົນສານເຄມີ
ຜູ້ບໍຣິໂພກ ເປັນຫ່ວງ ກ່ຽວກັບ ການໃຊ້ ສານເຄມີ ຂອງຊາວສວນ ທີ່ປູກຜັກ ມາຈໍາໜ່າຍ ຕາມຕລາດ.
-
ໄຊຍາ
2018-05-15 -
-
-
Your browser doesn’t support HTML5 audio
ປະຊາຊົນ ຜູ້ບໍຣິໂພກ ຢາກໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ລົງກວດກາ ແລະຄວບຄຸມການນຳໃຊ້ ສານເຄມີ ໃນການປູກຜັກ ເພາະກັງວົນວ່າ ສານເຄມີ ຈະສົ່ງຜົນເສັຽຕໍ່ສຸຂພາບ ຂອງຜູ້ບໍຣິໂພກ ແລະຊາວສວນຜູ້ປູກ ໂດຍສະເພາະພືດຜັກ ທີ່ໃຊ້ບໍຣິໂພກປະຈຳວັນ ເປັນຕົ້ນຜັກຫອມ, ໝາກແຕງ ແລະໝາກຖົ່ວ. ດັ່ງປະຊາຊົນ ຢູ່ນະຄອນຫລວງວຽງຈັນ ກ່າວຕໍ່ເອເຊັຍເສຣີ ໃນວັນທີ 15 ພຶສພາ ນີ້ວ່າ:
"ແຖບຊານເມືອງນີ້ປູກຂາຍຫຍັງນີ້ ຕ້ອງໃສ່ສານເຄມີເບີດ ເຂົາຕ້ອງເລັ່ງຢາຂ້າແມງໄມ້ເບາະ ຫລືວ່າປຸຍໃຫຍ່ໄວ ມັນບໍ່ທັນກິນ ບໍ່ທັນຂາຍ ສ່ວນຫລາຍເຂົາໃສ່ເຄມີ ອັນນຶ່ງຜັກຫອມ, ຜັກບົ່ວ, ໝາກແຕງ, ໝາກຖົ່ວ ນີ້ແຫລະຈຳນວນ ທີ່ວ່າເຮົາໃຊ້ປະຈຳວັນ ເພາະວ່າເຂົາເລັ່ງເດະ ສານເຄມີເບີດໝວດໃດກໍ່ດາຍ ເພາະວ່າມັນບໍ່ມີການຄວບຄຸມ ບໍ່ມີການກວດກາວ່າ ເຈົ້າໃສ່ຝຸ່ນ ໃສ່ປຸຍ ໃສ່ນັ້ນໃສ່ນີ້ ບໍ່ມີ."
ບັນຫາດັ່ງກ່າວຍັງສົ່ງຜົນສະທ້ອນຊໍ້າໄປສູ່ການໃຊ້ສານເຄມີເປັນພິດ ໃນການກະສິກັມໃນລາວ ຊຶ່ງເຮັດໃຫ້ທາງການຕ້ອງໄດ້ອອກກົດໝາຍ ແລະຂໍ້ບັງຄັບຈຳກັດ ການໃຊ້ສານເຄມີຂ້າຫຍ້າ ແລະຂ້າແມງໄມ້ໜ້ອຍລົງ. ດັ່ງທ່ານຫົວໜ້າສູນປ້ອງກັນພືດ ກະຊວງກະສິກັມ ແລະປ່າໄມ້ ກ່າວວ່າ:
"ທີ່ຈິງທາງພາກເໜືອ ເປັນປະເພດສວນກ້ວຍ ທາງໃຕ້ ກໍ່ຈະເປັນຢາຂ້າໝາກໄມ້ ອີ່ຫຍັງຕ່າງໆ ທີ່ເຂົາໃຊ້ເກີນ ຄືຢາຈີນນໍາເຂົ້າມາ ບໍ່ມີ ສລາກຕິດ ເຊັ່ນຢາຂ້າຫຍ້າບໍ່ ຈັ່ງສິກໍ່ມີຫລາຍ ພວກຄຸ້ມຄອງການນໍາເຂົ້າ ການໃຊ້ ການຂາຍ ການອີຫຍັງຕ່າງໆ ພວກເຮົາກໍ່ເຮັດຕລອດ ພົບເລື້ອຍໆ ແຕ່ມັນກະປາສຈາກບໍ່ໄດ້ ມີການເລັດລອດ ພວກເຮົາກໍ່ພຍາຍາມ ລົງກວດກາ ທົ່ວປະເທດ ໃນ 2-3 ປີຫລັງ ມັນກໍ່ຫລາຍ ບັດນິ ມັນກໍ່ຄ່ອຍໆ ຫລຸດລົງຫັ້ນແຫລະ."
ອີງຕາມຂໍ້ມູນຂອງກະຊວງກະສິກັມ ແລະປ່າໄມ້ ໃນໄລຍະ 10 ປີຜ່ານມາຊາວສວນໃນລາວໃຊ້ສານເຄມີຂ້າຫຍ້າ ໃນປະເທດເພີ່ມຂື້ນ 200% ເນື່ອງຈາກກຸ່ມຊາວສວນດັ່ງກ່າວ ເຮັດການເພາະປູກພືດ ເພື່ອຂາຍຕອບສນອງຕໍ່ ຄວາມຕ້ອງການຂອງຕລາດ.
ປັດຈຸບັນທາງການ ຍັງຢູ່ໃນຂັ້ນຕອນການຄົ້ນຄວ້າ ກ່ຽວກັບຜົນກະທົບລະຍະຍາວ ຈາກການໃຊ້ສານເຄມີ ໃນການກະເສດຢູ່ລາວ.