ຣັຖບານລາວຢືມເງິນຊື້ ໂຄວິດ-19 ວັກຊິນ

ຮອງຣັຖມົນຕຣີ ກະຊວງການເງິນ ໃຫ້ສັມພາດຕໍ່ ວິທຍຸ ກະຈາຍສຽງ ແຫ່ງຊາດລາວ ວ່າ ຣັຖບານລາວ ໄດ້ກູ້ຢືມເງິນ ຈາກ ທະນາຄານໂລກ ແລະ ທະນາຄານ ພັທນາ ເອເຊັຽ ປະມານ 10 ຕື້ກີບ,

ພະນັກງານການແພດ ເປັນກຸ່ມບຸກຄົນ ທີ່ມີຄວາມສ່ຽງສູງ ພາກັນໄປສັກວັກຊິນ ກັນພຍາດ ໂຄວິດ-19 ພາບປະກອບ: ນັກຂ່າວພົລເມືອງ

ທ່ານ ບຸນໂຈມ ອຸບົນປະເສີດ ຮອງຣັຖມົນຕຣີ ກະຊວງການເງິນ ໃຫ້ສັມພາດ ຕໍ່ວິທຍຸ ກະຈາຍສຽງແຫ່ງຊາດ ລາວ ໃນມື້ວັນທີ 9 ກຸມພາ ນີ້ວ່າ ຣັຖບານລາວ ໄດ້ກູ້ຢືມເງິນຈາກ ທະນາຄານໂລກ ແລະ ທະນາຄານພັທນາເອເຊັຽ ຮວມທັງໝົດປະມານ 10 ຕື້ກີບ, ປັດຈຸບັນ ພວມເລັ່ງເຈຣະຈາ ຊື້ວັກຊິນ ກັບຫຼາຍໆປະເທດ ທີ່ເປັນຜູ້ຜລິດວັກຊິນ ເປົ້າໝາຍກໍເພື່ອ ສັກໃຫ້ພົລເມືອງລາວ ທົ່ວປະເທດ, ດັ່ງທ່ານ ກ່າວຕອນນຶ່ງວ່າ:

“ຣັຖບານ ກະພຍາຍາມ ຢາກໄດ້ວັກຊິນນີ້ແຫຼະ, ຖ້າວ່າໃນທົ່ວໂລກຫາກມີພຽງພໍ ພວກເຮົາກະຄຶດວ່າ ພົລເມືອງເຮົາມີ 7-8 ລ້ານຄົນ ຄືຊິຮັບປະກັນຢູ່ດອກ, ມາຮອດປັດຈຸບັນ ພວກເຮົາໄດ້ຈັດຊື້ໄປແລ້ວ 6 ຕື້ກີບ ຍັງເຫຼືອຢູ່ 4 ຕື້ປາຍກີບ, ກະຍັງຊິສືບຕໍ່ຮັກສາໄວ້ ເຮົາຈະຊື້ແຕ່ວັດຖຸອຸປກອນ ຈະບໍ່ຊື້ວັດຖຸທີ່ເຮົາໃຊ້ແລ້ວໝົດໄປຫັ່ນນ່າ ໂດຍສະເພາະ ຄືຜ້າອັດປາກບໍ, ເຈວລ້າງມື ພວກເຮົາບໍ່ເອົາເງິນ ນີ້ມາຈັດຊື້ ເຮົາຈະໃຊ້ງົບປະມານຂອງຣັຖບານ.”

ປະເທດລາວ ໄດ້ຮັບການຊ່ອຍເຫຼືອລ້າໆ ດ້ານວັກຊິນປ້ອງກັນໂຄວິດ-19 ຈາກ 2 ປະເທດ ຄື: ວັກຊີນ Sinopharm (ຊິໂນເຟີມ) ຂອງຈີນຈໍານວນ 2,000 ໂດສ ເຊິ່ງເປັນຊຸດທໍາອິດ ເພື່ອທົດລອງ. ໃນນີ້ ສັກໄປແລ້ວ 600 ປາຍໂດສ ເມື່ອຕົ້ນປີ 2021 ໃຫ້ກັບ ເຈົ້າໜ້າທີ່ຣັຖກອນ ແລະ ພະນັກງານທີ່ມີຄວາມສ່ຽງສູງ ເຊິ່ງຫຼັງຈາກທີ່ໄດ້ສັກໄປແລ້ວນັ້ນ ກໍບໍ່ມີຜົນ ຂ້າງຄຽງໃດໆທີ່ເປັນອັນຕລາຍ. ສ່ວນວັກຊີນປ້ອງກັນໂຄວິດ-19 ຊຸດທີ່ 2 ທາງການຈີນໄດ້ມອບໃຫ້ຣັຖບານລາວ ຕື່ມຈໍານວນ 300,000 ໂດສ ໃນວັນທີ 8 ກຸມພາ ຜ່ານມານີ້.

ປະເທດລາວ ຖືເປັນນຶ່ງ ໃນປະເທດອາຊຽນ ທີ່ໄດ້ສັກວັກຊິນປ້ອງກັນໂຄວິດ-19 ໄວທີ່ສຸດ, ແຕ່ວັກຊິນເຫຼົ່ານັ້ນ ສັກໃຫ້ແຕ່ສະເພາະ ເຈົ້າໜ້າທີ່ຣັຖ ແລະພະນັກງານ ທີ່ມີຄວາມສ່ຽງສູງ, ຂນະທີ່ຊາວລາວຈໍານວນນຶ່ງ ເຫັນດີເປັນຢ່າງຍິ່ງ ຖ້າຣັຖບານລາວ ຈະເລັ່ງ ເຈຣະຈາຊື້ວັກຊິນປ້ອງກັນໂຄວິດ-19 ມາສັກໃຫ້ພົລເມືອງລາວ ເພາະຕ້ອງການດໍາເນີນຊີວິດ ແບບປົກຕິ ໄປ-ມາສະດວກໂດຍບໍ່ ຕ້ອງກັງວົນວ່າຈະຕິດເຊື້ອໂຄວິດ-19, ດັ່ງຊາວລາວຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 11 ກຸມພາ ນີ້ວ່ານີ້ວ່າ:

“ເອີ່ ກະຢາກເລັ່ງຫັ້ນແຫຼະເນາະ ໃຜກະຢ້ານເດ້ຊັ້ນ, ສີດແລ້ວກະປອດພັຍ ໄປໃສກະສະບາຍ, ກະຕ້ອງໄດ້ສີດແຫຼະເພາະວ່າເຫັນ ຈີນມອບໃຫ້ຣັຖບານລາວແລ້ວ, ເພິ່ນວ່າ ຊິສັກໃຫ້ ແລ້ວປະຊາຊົນລາວ.”

ຊາວລາວອີກຜູ້ນຶ່ງຢູ່ເມືອງທ່າແຂກ, ແຂວງຄໍາມ່ວນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຫວັງຢ່າງຍິ່ງວ່າຈະໄດ້ສັກວັກຊິນ ປ້ອງກັນໂຄວິດ-19 ໃຫ້ໄວທີ່ສຸດ, ແຕ່ເບື້ອງຕົ້ນ ເຫັນວ່າ ເພິ່ນຈະສັກໃຫ້ເຈົ້າໜ້າທີ່ຣັຖ ກ່ອນ ສ່ວນຄວາມກັງວົນ ຫຼັງຈາກສັກວັກຊິນ ໄປແລ້ວ ຈະມີຜົນຂ້າງຄຽງ ຫຼືບໍ່ນັ້ນຕົນບໍ່ໄດ້ຮູ້ສຶກກັງວົນ ແຕ່ຢ່າງໃດ ເພາະກ່ອນຈະສັກວັກຊິນ ປ້ອງກັນໂຄວິດ-19 ໃຫ້ປະຊາຊົນ ທາງເຈົ້າໜ້າທີ່ຂັ້ນສູງ ຂອງຣັຖບານ ກໍສັກໃຫ້ເຫັນແລ້ວ ວ່າບໍ່ມີຜົນຂ້າງຄຽງໃດໆ:

“ສີດເລີຍ ຣັຖບານເພິ່ນສີດໃຫ້ເລີຍອັນນີ້ ມັນບໍ່ໄດ້ເສັຍເງິນ, ແຕ່ວ່າມາເບິ່ງແລ້ວ ມັນເຣື່ອງຜົນຂ້າງຄຽງ ມັນກະບໍ່ມີ, ເພິ່ນກະຄ່ອຍ ທະຍອຍ ຄ່ອຍທະຍອຍ ເອົາເຂົ້າມາ, ເພິ່ນກະສຸມໃສ່ ວ່າສັກວັກຊີນໃຫ້ຄົບເດ້.”

ຂນະທີ່, ຊາວລາວອີກຜູ້ນຶ່ງ ໃນນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າຢາກ ສັກວັກຊີນປ້ອງກັນໂຄວິດ-19 ໄວໆຄືກັນ ເພາະຢ້ານ ຕິດເຊື້ອໂຄວິດ-19, ສ່ວນເຣື່ອງການສັກວັກຊິນ ຫາກຣັຖບານລາວ ຮັບຮອງວ່າ ວັກຊິນ ທີ່ນໍາມາສັກໃຫ້ປະຊາຊົນນັ້ນ ມີຄວາມປອດພັຍສູງສຸດ ບໍ່ມີຜົນຂ້າງຄຽງໃດໆ ຕົນກໍພ້ອມທີ່ຈະ ສັກທັນທີ:

“ຖາມສ່ວນຕົວ ກະພ້ອມສີດເຈົ້າ ກະຄວາມກັງວົນ ກະກັງວົນຄືກັນໃດ໋, ແຕ່ວ່າຮັບຮອງມີຫຍັງຮັບຮອງວ່າ ເອີ່! ບໍ່ມີບັນຫາອິຫຍັງ ຈັ່ງຊີ້ເຮົາກະສີດຫັ້ນແຫຼະ ເພາະເຮົາກະຢ້ານ ຄືກັນເນາະ.”

ແລະວັກຊິນ Sputnik V (ສະປຸທນິຄ V ) ຂອງຣັຖເຊັຽໄດ້ມອບໃຫ້ຣັຖບານລາວລ້າໆ ຈໍານວນ 1 ພັນໂດສ ໃນວັນທີ 21 ມົກຣາ ຜ່ານມານີ້ ເພື່ອນໍາໄປສັກໃຫ້ກັບບຸຄລາກອນ ທາງການແພດ ແລະພົລເມືອງລາວ, ແຕ່ປັດຈຸບັນ ຍັງບໍ່ທັນໄດ້ເລີ່ມທົດລອງສັກເທື່ອ.

ນອກຈາກນີ້ ປະເທດລາວ ຍັງເປັນ 1 ໃນ 92 ປະເທດໃນທົ່ວໂລກ ທີ່ຈະໄດ້ຮັບວັກຊິນ Covax Facility Gavi (ໂຄແວ໊ກ ຝິຊິລີທີ ກາວີ) ຈາກໂຄງການ COVAX ຂອງອົງການ ອະນາມມັຍໂລກ ຈໍານວນ 564,000 ໂດສ ເຊິ່ງຄາດວ່າ ຈະໄດ້ຮັບວັກຊີນ ປະມານ ເດືອນເມສາ 2021 ນີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org