10 ສິງຫາ ມີຜູ້ຕິດໂຄວິດ-19 ອີກ 285 ຄົນ

ສປປລາວ ກວດພົບ ຜູ້ຕິດເຊື້ອ ໂຄວິດ-19 ເພີ່ມອີກ 285 ຄົນ ຈາກ ຜົນການກວດ ວິເຄາະຫາຜູ້ຕິດເຊື້ອ ທັງໝົດ 2,725 ຕົວຢ່າງ ຂອງ ມື້ວັນທີ 10 ສິງຫາ 2021.

ຈຸດກວດກາ ການເຂົ້າ-ອອກ ຂອງເຈົ້າໜ້າທີ່ ໜ່ວຍສະເພາະກິດ ບ້ານດົງບັງ ນະຄອນ ໄກສອນ ພົມວິຫານ ແຂວງສວັນນະເຂດ ພາບຈາກ: ວີດີໂອ ພົລເມືອງ

ທາງການລາວກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 285 ຄົນ ຈາກຜົນການກວດວິເຄາະຫາຜູ້ເຊື້ອທັງໝົດ 2,725 ຕົວຢ່າງຂອງມື້ ວັນທີ 10 ສິງຫາ ນີ້ ສົ່ງຜົນໃຫ້ ປະເທດລາວ ມີຜູ້ຕິດເຊື້ອສະສົມ 9,161 ຄົນ, ດັ່ງ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າ ກົມຄວບຄຸມ ພຍາດຕິດຕໍ່ ກະຊວງ ສາທາຣະນະສຸຂ ຕາງໜ້າຄະນະສະເພາະກິຈ ປ້ອງກັນໂຄວິດ-19 ກ່າວ ໃນພິທີຖແລງຂ່າວຕໍ່ ສື່ມວນຊົນ ໃນມື້ວັນທີ 11 ສິງຫາ ນີ້ວ່າ:

“ສະພາບການແຜ່ຣະບາດໂຄວິດ-19 ຢູ່ ສປປລາວ ໄດ້ກວດວິເຄາະທັງໝົດ 2,725 ໂຕຢ່າງ ໃນນັ້ນພວກເຮົາໄດ້ກວດພົບເຊື້ອໃໝ່ ທັງໝົດ ມື້ນີ້ກໍແມ່ນ 285 ຄົນ.”

ທ່ານກ່າວຕື່ມວ່າ ຜູ້ຕິດເຊື້ອໂຄວິດ-19 ຣາຍໃໝ່ນີ້ ແມ່ນພົບຜູ້ຕິດເຊື້ອໃນຊຸມຊົນ 7 ຄົນ ສ່ວນທີ່ເຫຼືອ 278 ຄົນ ແມ່ນກໍຣະນີນໍາເຂົ້າ ປະກອບມີ ນະຄອນຫຼວງວຽງຈັນ 30 ຄົນ, ແຂວງສວັນນະເຂດ 98 ຄົນ, ຈໍາປາສັກ 80 ຄົນ, ຄໍາມ່ວນ 60 ຄົນ, ສາຣະວັນ 12 ຄົນ, ບໍ່ແກ້ວ 3 ຄົນ, ວຽງຈັນ 1 ຄົນ ແລະ ແຂວງອັດຕະປື 1 ຄົນ ເຊິ່ງເປັນຄັ້ງທໍາອິດ ທີ່ແຂວງອັດຕະປື ກວດພົບຜູ້ຕິດເຊື້ອ ໂຄວິດ-19.

ໃນຂນະທີ່ ທາງການແຂວງສວັນນະເຂດ ໄດ້ປະກາດລ໊ອກດາວ ນະຄອນໄກສອນ ພົມວິຫານ ເປັນເວລາ 14 ມື້ ຣະຫວ່າງວັນທີ 9 ຫາ 23 ສິງຫາ ນີ້ ເນື່ອງຈາກວ່າ ໃນໄລຍະວັນທີ 5 ສິງຫາ ເປັນຕົ້ນມາໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ຈໍານວນ 6 ຄົນ ທີ່ອອກ ໄປເຄື່ອນໄຫວຢູ່ຫຼາຍຈຸດ ໂດຍສະເພາະ ໃນຕລາດສວັນໄຊ, ບັນດາຮ້ານຂາຍເຄື່ອງຍ່ອຍ ແລະ ອີກຫຼາຍສະຖານທີ່ ອື່ນໆນໍາອີກ ເຮັດໃຫ້ເກີດຄວາມສ່ຽງສູງ ທີ່ອາຈມີຜູ້ສັມຜັດໃກ້ຊິດ ຈຶ່ງມີຄວາມຈໍາເປັນຕ້ອງ ໄດ້ປະກາດລ໊ອກດາວ ເພື່ອປະເມີນສະຖານະການ ແລະຫາກບຸກຄົນໃດ ກໍຕາມ ທີ່ຈະເດີນທາງເຂົ້າ-ອອກ ນະຄອນ ໄກສອນ ພົມວິຫານ ແມ່ນຕ້ອງໄດ້ຮັບອະນຸຍາດ ຈາກເຈົ້າໜ້າທີ່ ພາກສ່ວນກ່ຽວຂ້ອງ ເທົ່ານັ້ນ, ດັ່ງເຈົ້າໜ້າທີ່ຫ້ອງການ ນະຄອນ ໄກສອນ ພົມວິຫານ ແຂວງສວັນນະເຂດ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ມັນຣະບາດໃນຊຸມຊົນ ລ໊ອກສະເພາະ ນະຄອນ ໄກສອນ ຮອດວັນທີ 23 ສິງຫາ ຖ້າຄັນຊິອອກໄປຕ່າງແຂວງ ເພິ່ນໄດ້ເຮັດໃບ ໃບນໍາຄະນະສະເພາະກິຈ.”

ສໍາລັບການເຄື່ອນໄຫວຂອງບຸກຄົນ, ຫົວໜ່ວຍທຸຣະກິຈທຸກປະເພດ ໃນພື້ນທີ່ປະກາດລ໊ອກດາວນັ້ນ ໃຫ້ປິດການເຄື່ອນໄຫວຊົ່ວຄາວ ຍົກເວັ້ນຮ້ານອາຫານ ແລະ ຮ້ານກາເຟ ທີ່ຍັງ ສາມາດເຄື່ອນໄຫວໄດ້, ແຕ່ຈະຕ້ອງສັ່ງກັບເມືອກິນຢູ່ເຮືອນ ຂອງຕົນເອງ ຫ້າມນັ່ງກິນ ຢູ່ໃນຮ້ານ.

ສ່ວນເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະການຄ້າ ແຂວງສວັນນະເຂດ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າໃນໄລຍະ ທີ່ ນະຄອນ ໄກສອນ ພົມວິຫານ ໄດ້ມີການ ປະກາດລ໊ອກດາວນີ້ ຜູ້ປະກອບການ ຂົນສົ່ງສິນຄ້າທຸກປະເພດ ຕ້ອງໄດ້ຮັບອະນຸຍາດ ຈາກພາກສ່ວນທີ່ກ່ຽວຂ້ອງກ່ອນ ຈຶ່ງສາມາດຂົນສົ່ງສິນຄ້າໄດ້, ດັ່ງທ່ານກ່າວວ່າ:

“ແມ່ນແລ້ວ 14 ມື້ ຕາມຄໍາສັ່ງ ທີ່ເພິ່ນແຈ້ງໄປເລີຍຫັ້ນນ່າ ສະເພາະອັນຂົນສົ່ງສິນຄ້າ ນີ້ແມ່ນກະຍັງໄດ້ຢູ່ຫັ້ນນ່າ ແຕ່ຕ້ອງໄດ້ມີໃບ ອະນຸຍາດ.”

ຫຼັງຈາກທີ່ ທາງການ ແຂວງສວັນນະເຂດ ໄດ້ປະກາດ ລ໊ອກດາວ ນະຄອນ ໄກສອນ ພົມວິຫານ ເປັນເວລາ 14 ມື້ ກໍສົ່ງຜົນໃຫ້ ປະຊາຊົນຈໍານວນຫຼາຍ ເກີດຄວາມຢ້ານກົວ ເພາະເຊື້ອ ໂຄວິດ-19 ທີ່ກໍາລັງຣະບາດ ຢູ່ໃນຕອນນີ້ ແມ່ນເປັນສາຍພັນເດລຕ້າ ທີ່ ສາມາດຕິດເຊື້ອ ແລະ ບໍ່ອອກອາການ.

ແຕ່ແນວໃດກໍຕາມ ຊາວລາວຜູ້ນຶ່ງທີ່ຂາຍເຄື່ອງໃນຕລາດສົດຢູ່ ນະຄອນ ໄກສອນ ພົມວິຫານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າຂ້ອນຂ້າງເປັນກັງວົນຫຼາຍ ແຕ່ກໍຈໍາເປັນທີ່ ຕ້ອງອອກມາຂາຍເຄື່ອງ ພໍໃຫ້ມີຣາຍໄດ້ເລັກໆໜ້ອຍໆ ໄປໃຊ້ຈ່າຍ ເນື່ອງຈາກການ ປະກາດ ລ໊ອກດາວ ຂອງທາງການແຂວງ ບໍ່ໄດ້ມີເງິນຊົດເຊີຍ ຫຼືມາຕການຊ່ອຍເຫຼືອຫຍັງ ຈັກເທື່ອ, ດັ່ງຍານາງເວົ້າວ່າ:

“ເປີດຢູ່ ແຕ່ກະຣະວັງໂຕເອງ ຫາກເປີດໄວປິດໄວ ໃຜກະຢ້ານ ເພາະວ່າ ຄົນກະຕິດຫຼາຍຢູ່ ສວັນນະເຂດ ເພາະວ່າຄັນຊິລ໊ອກໄວ້ ຄົນໄປມາເລີຍກະບໍ່ມີຫຍັງກິນເດ້ ເພາະວ່າ ມັນຮອບ ສອງຮອບສາມແລ້ວ ແມ່ນບໍ່ມີຊ່ອຍ ຢູ່ບ້ານເຮົານີ້ຫາກິນເອງ.”

ຊາວລາວອີກຜູ້ນຶ່ງ ໃນ ນະຄອນ ໄກສອນ ພົມວິຫານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ການຣະບາດຂອງ ໂຄວິດ-19 ຮອບໃໝ່ ນີ້ ໃຊ້ຊີວິດລໍາບາກຫຼາຍ, ອີກທັງ ທາງການແຂວງ ຍັງມາປະກາດລ໊ອກດາວພື້ນທີ່ ຍິ່ງເຮັດໃຫ້ການຊອກຢູ່ຫາກິນຫຍຸ້ງ ຍາກລໍາບາກຂຶ້ນຕື່ມ ແລ້ວຍັງປະສົບກັບບັນຫາ ເງິນກີບອ່ອນຄ່າອີກ ຍິ່ງເຮັດໃຫ້ສິນຄ້າຕ່າງໆ ແລະ ອາຫານການກິນມີລາຄາແພງ ຂຶ້ນນັບມື້ ໃນຂນະທີ່ຣາຍໄດ້ບໍ່ມີເລີຍ, ດັ່ງທ່ານເວົ້າວ່າ:

“ດຽວນີ້ກະ ຄັນເກີນ 9 ໂມງ ເຂົາເຫັນເຂົາພໍ້ ເຂົາກະຈັບມັນກະລໍາບາກ ກວ່າເກົ່າຢູ່ ການໃຊ້ຈ່າຍດຽວນີ້ ໃຜກະເປັນຄືກັນໝົດ ຣາຍຈ່າຍ ພັດເພີ່ມຂຶ້ນໃດ໋ ລະທາງນີ້ນ່າ ເພາະວ່າເງິນກີບ ມັນຕົກລາຄາເດ້ ຍາກໆຫຼາຍອັນຫຼາຍແນວ ຍາກຫຼາຍ.”

ຫຼ້າສຸດນີ້ ສາສດາຈານ ດຣ. ກິແກ້ວ ໄຂຄໍາພິທູນ ຮອງນາຍົກຣັຖມົນຕຣີ ແລະ ຫົວໜ້າຄະນະສະເພາະກິຈ ປ້ອງກັນໂຄວິດ-19 ສູນກາງ ໄດ້ຣາຍງານວ່າ ເຖິງແມ່ນວ່າ ປະເທດລາວ ສາມາດຄວບຄຸມການຣະບາດ ຂອງໂຄວິດ-19 ໃນຊຸມຊົນໄດ້ດີ ຕລອດ ໄລຍະເດືອນ ມິຖຸນາ ຫາ ກາງເດືອນ ກໍຣະກະດາ ແຕ່ເມື່ອຄົນງານລາວ ໄດ້ຫຼັ່ງໄຫຼກັບຄືນປະເທດ ຈຶ່ງມີກໍຣະນີ ຕິດເຊື້ອນໍາເຂົ້າ ຈາກປະເທດເພື່ອນບ້ານ ເພີ່ມຫຼາຍຂຶ້ນໃນແຕ່ລະມື້.

ນອກຈາກນັ້ນ ສະຖານທີ່ກັກໂຕ ກໍຍັງບໍ່ພຽງພໍ, ບໍ່ໄດ້ມາຕຖານ ແລະແອອັດຫຼາຍ ຈົນບໍ່ສາມາດປະຕິບັດໄລຍະຫ່າງໄດ້ ຈຶ່ງພົບກໍຣະນີ ຕິດເຊື້ອເມື່ອກັກໂຕຄົບ 14 ມື້ ແລ້ວກໍຕາມ ແລະ ຍັງໄດ້ນໍາເຊື້ອໄປຕິດຕໍ່ ໃນຊຸມຊົນ ຢູ່ບາງແຂວງ.

ປັດຈຸບັນມີກຸ່ມຄົນງານລາວ ໃນໄທຍ ແລະ ປະເທດອ້ອມຂ້າງປະເທດລາວ ເດີນທາງກັບຄືນປະເທດ ສເລັ່ຽມື້ລະ ປະມານ 2-3 ພັນ ຄົນ ທົ່ວປະເທດ ຜ່ານທາງດ່ານສາກົລ ນະຄອນຫຼວງ ວຽງຈັນ, ສວັນນະເຂດ, ຄໍາມ່ວນ ແລະຈໍາປາສັກ. ເມື່ອຄົນງານແຕ່ລະຄົນ ໄດ້ຜ່ານການກວດຫາເຊື້ອໂຄວິດ-19 ແລ້ວ, ເຈົ້າໜ້າທີ່ຈະພາໄປກັກໂຕ ຢູ່ຕາມສູນກັກໂຕ ທີ່ທາງການຈັດສັນໃຫ້ ເຊິ່ງທົ່ວປະເທດມີ ສູນກັກໂຕ ຈໍານວນ 100 ແຫ່ງ ແລະ ມີຜູ້ຖືກກັກໂຕ ຈໍານວນ 14,228 ຄົນ.

ມາຮອດປັດຈຸບັນ ຄະນະສະເພາະກິຈປ້ອງກັນ ໂຄວິດ-19 ໄດ້ຣາຍງານວ່າ ມີຜູ້ໄດ້ຮັບການກວດວິເຄາະຫາເຊື້ອ ໂຄວິດ-19 ທັງໝົດ 346,478 ຄົນ ໃນນັ້ນພົບຜູ້ຕິດເຊື້ອສະສົມ 9,161 ຄົນ ປິ່ນປົວເຊົາແລ້ວ 5,061 ຄົນ, ກໍາລັງປິ່ນປົວ ແລະ ຕິດຕາມອາການຢູ່ ໂຮງໝໍ 4,100 ຄົນ ແລະເສັຽຊີວິດສະສົມ 8 ຄົນ.

ສ່ວນການສັກວັກຊິນປ້ອງກັນໂຄວິດ-19 ມາຮອດປັດຈຸບັນ ມີຜູ້ໄດ້ຮັບການສັກວັກຊິນແລ້ວ ແຍກເປັນເຂັມທີ 1 ຈໍານວນ 1,387,083 ຄົນ ແລະເຂັມທີ 2 ຈໍານວນ 1,233,395 ຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org