24 ພຶສພາ ຂ.ບໍ່ແກ້ວ ບໍ່ມີຜູ້ ຕິດໂຄວິດ-19, ທົ່ວ ປະເທດ ຕິດເຊື້ອເພີ່ມ 21 ຄົນ

ຢູ່ ສປປ ລາວ ມີຜູ້ຕິດເຊື້ອ ໂຄວິດ-19 ຕື່ມອີກ 21 ກໍຣະນີ ໃນນີ້ຢູ່ ແຂວງບໍ່ແກ້ວ ບໍ່ມີ ຜູ້ຕິດເຊື້ອ ຈັກຄົນ.

ທ່ານ ຄໍາພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ຫົວໜ້າ ຄະນະສະເພາະກິດ ປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການແຜ່ຣະບາດຂອງ ພຍາດໂຄວິດ-19 ຖແລງຂ່າວກ່ຽວກັບ ການຣະບາດ ຂອງພຍາດໂຄວິດ-19 ວັນທີ 24 ພຶສພາ 2021 ພາບ:ໂທຣະພາບບໍ່ແກ້ວ

ຄະນະສະເພາະກິຈຄວບຄຸມໂຄວິດ-19 ໄດ້ຖແລງຂ່າວປະຈຳວັນທີ 24 ພຶສພາ ວ່າມີຜູ້ຕິດເຊື້ອໂຄວິດ-19 ໃໝ່ 21 ກໍຣະນີຈາກ ການກວດໂຕຢ່າງ 1,126 ຄົນ ຂອງວັນທີ 23 ພຶສພາ ສົ່ງຜົລໃຫ້ຍອດ ຜູ້ຕິດເຊື້ອສະສົມ 1,822 ຄົນ ແລະ ເສັຽຊີວິດ 2 ຄົນ. ໃນນີ້ນະຄອນຫຼວງວຽງຈັນ ພົບຜູ້ຕິດເຊື້ອຫຼາຍກ່ວາໝູ່ ຮອງລົງມາແຂວງບໍ່ແກ້ວ ແຕ່ໃນມື້ນີ້ແຂວງບໍ່ແກ້ວ ບໍ່ມີຜູ້ຕິດເຊື້ອໃໝ່. ດັ່ງ ດຣ.ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມ ພຍາດຕິດຕໍ່ກະຊວງ ສາທາຣະນະສຸກ ໄດ້ຖແລງບາງຕອນວ່າ:

"ວັນທີ 23 ພຶສພາ ນີ້ແມ່ນໄດ້ລົງເກັບໂຕຢ່າງ ມາກວດວິເຄາະ ທັງໝົດແມ່ນ 1,126 ໂຕຢ່າງໃນນັ້ນແມ່ນພົບຜູ້ຕິດເຊື້ອ 21 ໂຕຢ່າງ ຄືນະຄອນຫຼວງວຽງຈັນ ພົບຜູ້ຕິດເຊື້ອ 9 ໂຕຢ່າງ, ຈຳປາສັກ 10 ໂຕຢ່າງ, ສວັນນະເຂດ ແລະ ອຸດົມໄຊ ແຂວງລະ 1 ໂຕຢ່າງ."

ທ່ານໄດ້ກ່າວຕື່ມວ່າ ການຕິດເຊື້ອກໍຣະນີໃໝ່ ສະເພາະວັນທີ 24 ພຶສພາ ນັ້ນ ແຂວງຈຳປາສັກ ເພີ່ມຂຶ້ນ 10 ຄົນ, ນະຄອນຫຼວງ ວຽງຈັນ ເພີ່ມຂຶ້ນກັບ 9 ຄົນ, ສວັນນະເຂດ ແລະ ອຸດົມໄຊ ແຂວງລະ 1 ຄົນ.

ປັຈຈຸບັນນະຄອນຫຼວງວຽງຈັນ ໄດ້ມີການລ໊ອກດາວ ເປັນຈຸດ ກຳນົດເຖິງຕົ້ນເດືອນມິຖຸນາ ໂດຍແບ່ງອອກເປັນບ້ານພື້ນທີ່ສີແດງ, ສີເຫລືອງ ແລະສີຂຽວ. ໃນນີ້ມີ 29 ບ້ານ ທີ່ເປັນພື້ນທີ່ສີແດງ ຢູ່ໃນ 6 ເມືອງ. ຜ່ານການປະຕິບັດໂຕຈິງ ເຈົ້າໜ້າທີ່ສະເພາະກິຈ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າສ່ວນຫຼາຍຊາວບ້ານ ກໍໃຫ້ການຮ່ວມມື ກໍມີແຕ່ການໄປ-ມາ ຈະຫຍຸ້ງຍາກລຳບາກແດ່ຍ້ອນບັນຫາ ທີ່ວ່າຊາວບ້ານ ບາງເຂດຫ້າມຄົນ ບ້ານພື້ນທີ່ ສີແດງເຂົ້າມາ.

"ຊາວບ້ານສ່ວນຫຼາຍເລີ່ມໃຫ້ການຮ່ວມມືຍ້ອນເຂົາຢ້ານ. ສ່ວນຫຼາຍນີ້ການໄປມາ ກໍຍາກຫັ້ນແລ້ວ ກໍຕ້ອງໄດ້ຣະແວງເພາະບ້ານແດງ ມັນໃກ້ກັນໄປຕລາດ ກໍໄປໄດ້ ເວລາໄປຕ້ອງ ແມ່ນໄປບໍ່ໃຫ້ໄປຫຼາຍຄົນ ບາງເທື່ອເຂົາກໍບໍ່ຢາກໃຫ້ຄົນບ້ານແດງ ເຂົ້າບ້ານເຂົ້າຫັ້ນນ່າ ຖ້າແມ່ນບໍ່ໄດ້ຮັບການສັກວັກຊີນ."

ໃນຂນະທີ່ ຊາວເມືອງໄຊທານີ ທີ່ອາສັຍຢູ່ໃນເຂດພື້ນທີ່ສີແດງ ທີ່ທາງການກຳນົດ ນັ້ນກໍເວົ້າວ່າການໃຊ້ຊີວິດ ປະຈຳວັນຫຍຸ້ງຍາກ ຫຼາຍໄປໃສມາໃສ ກໍບໍ່ກ້າໄປ, ເດີນທາງໄປບ້ານອື່ນ ກໍບໍ່ໄດ້, ຕລາດກໍເປັນບາງຮ້ານເປີດ.

"ກະໄດ້ຢູ່ເຮືອນໃຜເຮືອນລາວ ກໍຫຍຸ້ງຍາກແທ້ແລ້ວ, ອັນຢູ່ອັນກິນກໍຍາກ ນີ້ຍັງບໍ່ໄດ້ອອກໄປໃສ ມີແຕ່ຫລານຊື້ຜັກມື້ວານນີ້ ວ່າອີແມ່ ເອີຍບໍ່ມີຮອດຄົນໄປຕລາດ ເຂົາເຈົ້າເປີດຢູ່ກໍ ຫາກແບບໄປແບບມະຍ່ອມມະແຍ່ມ ດົນໆເຫັນຄົນດ້າມຄົນໄປວ່າຊັ້ນ. ເດັກນ້ອຍວ່າເຂົາ ເຈົ້າກໍໄປຊື້ມາກັກຕຸນໄວ້ ກໍຊື້ໝີ່ໄວໆ ຊື້ໄຂ່ມ້ຽນໄວ້."

ສ່ວນຊາວບ້ານຊ້າງຄູ້ ເມືອງໄຊທານີ ໄດ້ກ່າວວ່າ ເຂດບ້ານຕົນເອງກໍຖືກກຳນົດໃຫ້ ເປັນພື້ນທີ່ສີແດງ ຕົນເອງກໍອອກໄປໃສບໍ່ໄດ້ ໄດ້ແຕ່ຢູ່ບ້ານລ້າໆ ຫຼາຍຄົນທໍາມາຫາກິນ ບໍ່ໄດ້.

"ສຳລັບຂ້ອຍເບາະມີແຕ່ຢູ່ລ້າໆ ບໍ່ໄດ້ເຮັດຫຍັງ ເງິນທີ່ຊິໃຊ້ຍັງບໍ່ມີ ແລ້ວມັນກໍຢຸດທຸກຢ່າງເລີຍ ເຮົາກໍບໍ່ຮູ້ຈະຊອກອີ່ຫຍັງຫັ້ນນ່າ ຖາມແບບໂອ້ຍຊອກວຽກຢູ່ໃນ ເຟສ ໃຜກໍບໍ່ໄດ້ເປີດ ຮ້ານບໍ່ໄດ້ເຮັດອີ່ຫຍັງຫັ້ນນ່າ."

ຊາວບ້ານໂພນໄຊ ເມືອງໄຊເສດຖາ ກໍເວົ້າວ່າກໍບໍ່ໄດ້ອອກ ໄປໃສຕົນເອງເປີດຮ້ານໄວ້ກໍບໍ່ມີ ລູກຄ້າ ເພາະບໍ່ມີຜູ້ໃດກ້າອອກເຮືອນ ຫຼາຍຄົນກໍຢ້ານ.

"ກໍບໍ່ໄດ້ໄປໃສດອກ ຮ້ານຫັ້ນກາເປີດໄວ້ຊື່ໆ ຍັງບໍ່ມີຄົນມາເປັນເດືອນແລ້ວ ຫຍຸ້ງຍາກຄ້າຂາຍອີ່ຫຍັງບໍ່ໄດ້ດອກ. ບໍ່ມີຄົນເນາະຜູ້ໃດ ກໍບໍ່ກ້າອອກຈາກເຮືອນ ກໍບໍ່ມີລູກຄ້າມາຮ້ານ."

ທາງດ້ານການຣະບາດຂອງເຊື້ອ ໂຄວິດ-19 ໃນແຂວງບໍ່ແກ້ວ ຫຼ້າສຸດເຖິງແມ່ນວ່າຈະບໍ່ພົບຜູ້ຕິດເຊື້ອໃໝ່ ໃນມື້ນີ້ແຕ່ເຈົ້າໜ້າທີ່ກໍຍັງ ເຝົ້າຣະວັງຢ່າງເຂັ້ມງວດ ໂດຍສະເພາະທາງ ຄະນະສະເພາະກິຈ ກໍໄດ້ຈັດທີມແພດເຂົ້າໄປດູແລ ແລະ ຈຸດຊ່ຽງຢ່າງໃກ້ຊິດ. ດັ່ງ ເຈົ້າໜ້າທີ່ຄະນະສະເພາະກິຈ ຄວບຄຸມໂຄວິດ-19 ແຂວງບໍ່ແກ້ວ ທີ່ຂໍສງວນຊື່ ໄດ້ກ່າວວ່າ:

"ປັຈຈຸບັນນີ້ໄທເຮົາ ກໍຄວບຄຸມໄດ້ກວດເຊື້ອນີ້ ບາງເທື່ອກໍໄດ້ປະມານ 100 ປາຍ ບາງເທື່ອກໍໄດ້ 40-50 ເນາະ. ກໍບໍ່ມີຜູ້ຕິດເຊື້ອ ແລ້ວເຝົ້າຣະວັງເປັນປົກກະຕິກໍບໍ່ໄດ້ລົດລະ ແຕ່ລະຕຶກເຮົາ ກໍໄດ້ຈັດທີມແພດໝໍ ຫັ້ນເຂົ້າເປັນທີມ ເປັນທີມ ເດ້ເນາະ ຍັງໄດ້ຕິດ ຕາມຢູ່ສົມມຸດວ່າຍັງມີຜູ້ເປັນໄຂ້ ເປັນຫຍັງກໍນຳມາກວດ ຕິດຕາມອາການ."

ທ່ານໄດ້ກ່າວຕື່ມວ່າ ກໍຣະນີຄົນງານລາວ ໃນແຂວງບໍ່ແກ້ວຈຳນວນຫຼາຍ ທີ່ພາກັນຫລັ່ງອອກຈາກແຂວງ ທີ່ສື່ທ້ອງຖິ່ນໄດ້ຣາຍງານວ່າ ຄົນງານປະມານ 600 ຄົນ ໄດ້ໄປຂໍອະນຸຍາດ ເຈົ້າໜ້າທີ່ ທີ່ເຂດດ່ານບ້ານນໍ້າເກິ່ງ ເມືອງຫ້ວຍຊາຍນັ້ນ ສ່ວນຫຼາຍແມ່ນຄົນງານສວນ ກ້ວຍ, ສວນໝາກຖົ່ວ ເວົ້າຮວມແມ່ນເຮັດວຽກກະສິກັມ ບໍ່ແມ່ນຄົນງານໃນເຂດເສຖກິຈພິເສດ ສາມຫລ່ຽມຄຳ. ເບື້ອງຕົ້ນເຈົ້າໜ້າທີ່ ໄດ້ກວດກາຫາເຊື້ອໂຄວິດ-19 ແລ້ວ ແລະ ເຮັດໜັງສື ໃຫ້ກັບຄືນບ້ານ.

"ເຂົາເຈົ້າຈະກັບບ້ານເພາະເຂົາເຈົ້າ ອອກຈາກແຮງງານ ມັນຈະມີຢູ່ສວນກ້ວຍແດ່ ສ່ວນຖົ່ວແມ່ນຫຍັງຫັ້ນເດ້. ມັນອອກມາຈາກ ສວນຜລິດຊື່ໆ ເຂົາເຈົ້າແບບຈະຢູ່ເປັນສວນ ຢູ່ເປັນປ່າ ສ່ວນຫລາຍກໍແມ່ນ ຢູ່ເມືອງຕົ້ນເຜີ້ງ ພຸ້ນແຫລະ ກ່ອນຈະເດິນທາງກໍໄດ້ ກວດຫາເຊື້ອໂຄວິດ ທາງແຂວງກໍໄປເຮັດ ໃບໜັງສືເດີນທາງໃຫ້. ດຽວນີ້ເຮົາກໍໄດ້ສົ່ງເຂົາເຈົ້າ ກັບຄືນ."

ມາຕການການຄວບຄຸມການຣະບາດ ໃນແຂວງບໍ່ແກ້ວ ຜ່ານມາຄະນະສະເພາະກິຈ ແຂວງບໍ່ແກ້ວ ໄດ້ອອກແຈ້ງການເພີ່ມເມື່ອ ວັນທີ 23 ພຶສພາ ຜ່ານມາໃນນັ້ນໄດ້ ຣະບຸການກຳນົດ ເຂດຣະບາດມີເຂດ ເສຖກິຈພິເສດ ສາມຫລ່ຽມຄຳ ເປັນເຂດສີແດງ ເຊິ່ງຍັງມີການ ຣະບາດໃນ 14 ວັນ ຜ່ານມາ. ນອກຈາກນີ້ຍັງມີເຂດບ້ານພຽງງາມ, ບ້ານດອນມູນ, ບ້ານສີບຸນເຮືອງ ແລະ ບ້ານສາມຫລ່ຽມຄຳ ເຊີ່ງຍັງມີຄົນລັກລອບເຂົ້າມາ. ນອກຈາກ 4 ບ້ານຂອງເມືອງຕົ້ນເຜິ້ງ ແລະ ຍັງມີບ້ານໃນເຂດ ເມືອງຫ້ວຍຊາຍ, ເມືອງເມິງ, ເມືອງປາກທາ ແລະ ເມືອງຜາອຸດົມ ແມ່ນເປັນເຂດສີຂຽວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org