15 ກໍຣະກະດາ ຜູ້ຕິດໂຄວິດ-19 ເພີ່ມ 95 ຄົນ
ລາວ ກວດພົບ ຜູ້ຕິດເຊື້ອໂຄວິດ-19 ໃໝ່ 95 ຄົນ ຊຶ່ງສ່ວນໃຫຍ່ ເປັນຄົນງານລາວ ທີ່ກັບມາຈາກ ຕ່າງປະເທດ.
-
ຈໍາປາທອງ
2021-07-16 -
-
-
Your browser doesn’t support HTML5 audio
ຈາກຜົລຂອງການກວດວິເຄາະຫາເຊື້ອໂຄວິດ-19 ຈໍານວນ 1,697 ຄົນ ໃນມື້ວັນທີ 15 ກໍຣະກະດາ 2021 ນີ້ ທາງການລາວກວດ ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ຕື່ມອີກ 95 ຄົນ. ໃນນັ້ນຫຼາຍກວ່າໝູ່ແມ່ນຢູ່ແຂວງຈໍາປາສັກ 71 ຄົນ, ສວັນນະເຂດ 22 ຄົນ ແລະ ແຂວງຄໍາມ່ວນ 2 ຄົນ. ໃນຈໍານວນຜູ້ຕິດເຊື້ອໂຄວິດ-19 ໃໝ່ຕື່ມ 95 ຄົນນັ້ນ ສ່ວນໃຫຍ່ເປັນຄົນງານ ລາວ ທີ່ກັບມາຈາກຕ່າງ ປະເທດ ເຮັດໃຫ້ລາວມີຜູ້ຕິດເຊື້ອສະສົມ 3,187 ຄົນ, ດັ່ງ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພຍາດຕິດຕໍ່ ກະຊວງ ສາທາຣະນະສຸຂ, ຕາງໜ້າ ຄະນະສະເພາະກິດ ປ້ອງກັນໂຄວິດ-19 ກ່າວໃນພິທີຖແລງຂ່າວ ຕໍ່ສື່ມວນຊົນ ໃນມື້ວັນທີ 16 ກໍຣະກະດາ ນີ້ວ່າ:
“ໄດ້ກວດວິເຄາະ 1,697 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 95 ຄົນ ມາຈາກແຂວງຈໍາປາສັກ 71 ຄົນ ແຂວງ ສວັນນະເຂດ 22 ຄົນ ແລະຄໍາມ່ວນ 2 ຄົນ.”
ຄະນະສະເພາະກິດ ນະຄອນປາກເຊ ໄດ້ອອກແຈ້ງການ ໃຫ້ປະຊາຊົນໄປລົງທະບຽນ ສັກວັກຊິນປ້ອງກັນໂຄວິດ-19 ໄດ້ເລີ້ມແຕ່ມື້ ວັນທີ 15 ຫາ ວັນທີ 18 ກໍຣະກະດາ ນີ້ ຊຶ່ງຈະມີ ວັກຊິນ 2 ຍີ້ຫໍ້ Astra Zeneca ທີ່ຈະໄດ້ສັກ 2 ເຂັມ ແລະຍີ່ຫໍ້ Johnson & Johnson ຈະໄດ້ສັກພຽງເຂັມດຽວ. ສໍາລັບຜູ້ທີ່ມີອາຍຸ 18 ປີຂຶ້ນໄປ ແລະຜູ້ທີ່ມີໂຣຄປະຈໍາຕົວ ທີ່ແພດ-ໝໍ ອະນຸຍາດໃຫ້ສັກໄດ້ນັ້ນ ກໍໄປລົງທະບຽນ ແລະ ສັກໄດ້.
ເບື້ອງຕົ້ນ ທາງການໃຫ້ປະຊາຊົນ ລົງທະບຽນກັບເຈົ້າໜ້າທີ່ບ້ານ ແລະເຈົ້າໜ້າທີ່ບ້ານ ກໍຈະສົ່ງຣາຍຊື່ໄປໃຫ້ຜແນກ ສາທາຣະນະສຸຂ. ສໍາລັບເມືອງອື່ນໆຂອງແຂວງນີ້ ແມ່ນຈະໃຫ້ ສະເພາະເຂດທີ່ເປັນພື້ນທີ່ສີແດງກ່ອນ, ດັ່ງເຈົ້າໜ້າທີ່ສະເພາະກິດ ແຂວງຈໍາປາສັກ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 16 ກໍຣະກະດາ ນີ້ວ່າ:
“ລົງທະບຽນບ້ານໃຜບ້ານມັນ ແລ້ວກໍສົ່ງຊື່ໄປຫາສາທາຣະນະສຸຂ ແລ້ວສາທາຣະນະສຸຂ ເພິ່ນຈະຈັດແບ່ງໃຫ້. ຖ້າວ່າມີຫລາຍເພິ່ນກໍ ໃຫ້ຕາມຈໍານວນ ທີ່ລົງທະບຽນ ມີໜ້ອຍເພິ່ນກໍຈະ ແບ່ງໃຫ້ 50% ກ່ອນ. ເມືອງອື່ນຂອງແຂວງຫັ້ນ ເພິ່ນຈະລົງເຂດທີ່ມີພື້ນທີ່ສີແດງ ສີເຫລືອງກ່ອນ ຈັ່ງໄປເຂດສີຂຽວ.”
ເວົ້າເຖິງການສັກວັກຊິນປ້ອງກັນໂຄວິດ-19 ຊາວບ້ານຢູ່ ແຂວງຈໍາປາສັກ ຜູ້ນຶ່ງເວົ້າວ່າ ຕົນກໍຢາກສັກຍ້ອນຢ້ານຕິດເຊື້ອໂຄວິດ-19 ແລະ ເວລາເດີນທາງໄປໃສມາໃສກໍຈະງ່າຍ, ແຕ່ກໍຍັງບໍ່ໝັ້ນໃຈໃນເຣື່ອງວັກຊິນ ຍີ່ຫໍ້ Johnson & Johnson ທີ່ວ່າສັກພຽງເຂັມ ດຽວກໍແລ້ວ ເພາະບໍ່ຮູ້ວ່າຈະມີຜົລຂ້າງຄຽງແນວໃດ, ລໍຖ້າໃຫ້ຄົນອື່ນໄປສັກເບິ່ງກ່ອນ ດັ່ງທີ່ທ່ານ ກ່າວວ່າ
“ເຮົາບໍ່ໄດ້ສັກ ເຮົາກໍສິບໍ່ໄດ້ໄປໄກ ເຂົາບໍ່ໃຫ້ອອກໄປທາງໃດ ແລະເຮົາຍັງບໍ່ຮູ້ວ່າສັກໂຕໃດນ່າ ເພາະວ່າເຮົາຍັງບໍ່ໝັ້ນໃຈເພາະວ່າ ຢານີ້ມັນໃໝ່ເນາະ ກໍບໍ່ຮູ້ມັນເປັນແນວໃດ ລໍເບິ່ງເຂົາເຈົ້າກ່ອນ.”
ແລະຊາວແຂວງຈໍາປາສັກ ອີກຜູ້ນຶ່ງກໍເວົ້າວ່າ ຢາກສັກວັກຊິນປ້ອງກັນໂຄວິດ-19 ເພາະຈະມີພູມຕ້ານທານ, ດຽວນີ້ຍັງລໍຖ້າສັກຢູ່ ເພາະຢ້ານເຊື້ອນີ້ ຈະໜັກໜ້າໄປອີກ:
“ຢ້ານມັນສິເປັນຄືອິນເດັຽ, ໄທຍ, ໄທຍມັນກໍເປັນຄືອິນເດັຽແລ້ວ ມັນກໍໃກ້ມາ ເຮົາກໍຕື່ນຕົກໃຈຢ້ານມັນເປັນແບບນັ້ນ ກໍເລີຍລົງ ທະບຽນສັກວັກຊິນໄວ້ກະດີ.”
ແລະຢູ່ແຂວງບໍ່ແກ້ວ ທີ່ມີຄົນງານລາວລັກລອບ ອອກມາທາງຣົດ ຈາກເຂດເສຖກິດພິເສດສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ 5 ຄົນ ໃນມື້ວັນທີ 12 ກໍຣະກະດາ ນີ້ ກໍຄົນນຶ່ງທີ່ຕິດເຊື້ອ ໂຄວິດ-19 ໄດ້ມາລົງຢູ່ແຂວງອຸດົມໄຊ ແລະອີກ 4 ຄົນ ໄດ້ເດີນທາງມາ ນະຄອນຫລວງພຣະບາງ ນັ້ນໄດ້ຖືກກວດພົບ ແລະນໍາຕົວໄປກວດວິເຄາະຫາເຊື້ອ ຢູ່ສູນກັກຕົວຊົ່ວຄາວ ແຕ່ຜົລອອກມາເປັນລົບ. ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງກໍຍັງໄດ້ຕິດຕໍ່ ໄປຫາທາງແຂວງບໍ່ແກ້ວ ເພື່ອໃຫ້ແນ່ໃຈວ່າ ມີຄົນຫລວງພຣະບາງ ນັ່ງມານໍາຣົດກັບຜູ້ ຕິດເຊື້ອຢູ່ ແຂວງອຸດົມໄຊ ນັ້ນຫລືບໍ່, ດັ່ງເຈົ້າໜ້າທີ່ສະເພາະກິດ ແຂວງຫລວງພຣະບາງ ທ່ານນຶ່ງກ່າວວ່າ:
“ເພິ່ນສົ່ງໂຕເລກມັນມີ 3-5 ຄົນ ພົບໝົດແລ້ວ ເອົາເຂົ້າສູນກັກກັນ ໄດ້ເກັບຕົວຢ່າງໄປກວດໝົດ ຜົລລົບແຕ່ວ່າເຮົາບໍ່ຮູ້ວ່າຈະມີຜູ້ ທີ່ມານໍາຜູ້ຕິດເຊື້ອນີ້ ຄົນຫລວງພຣະບາງ ມານໍາຈັກຄົນແທ້ ປະສານນໍາບໍ່ແກ້ວຢູ່.”
ເວົ້າເຣື່ອງສູນກວດໂຄວິດ-19 ຊົ່ວຄາວຢູ່ນະຄອນຫລວງວຽງຈັນ ທາງການລາວກໍປະກາດໂຈະສູນກວດໂຄວິດ-19 ຊົ່ວຄາວຢູ່ເຂດ ດົງໂພສີ ແລະຢູ່ໂຮງຮຽນມັທຍົມສີໂຄດ ຍ້ອນວ່າສາມາດຄວບຄຸມ ການແພ່ຣະບາດຂອງເຊື້ອໂຄວິດ-19 ໃນຊຸມຊົນໄດ້ ເພາະຜູ້ທີ່ ຖືກກວດພົບຕິດເຊື້ອໂຄວິດ-19 ລ້ວນແລ້ວແຕ່ແມ່ນຄົນງານລາວ ທີ່ກັບຄືນມາຈາກ ຕ່າງປະເທດ, ດັ່ງເຈົ້າໜ້າທີ່ສະເພາະກິດ ທ່ານນຶ່ງເວົ້າວ່າ:
“ເພິ່ນສັ່ງໂຈະ ຊຸມຊົນມັນບໍ່ໄດ້ຣະບາດແລ້ວ ເພິ່ນກວດແຕ່ໂຕນໍາເຂົ້າຫັ້ນ ມັນມີໜ້ອຍ ມັນບໍ່ໄດ້ແຜ່ຢູ່ຊຸມຊົນ ແລະເຂົາເຈົ້າບໍ່ໄດ້ມີໃຜ ໄປກວດ.”
ອີງຕາມການຣາຍງານ ຂອງຄະນະສະເພາະກິດ ປ້ອງກັນໂຄວິດ-19 ໃນມື້ວັນທີ 16 ກໍຣະກະດາ 2021 ນີ້, ເຖິງປັດຈຸບັນຢູ່ລາວ ມີຜູ້ໄດ້ຮັບການກວດວິເຄາະຫາເຊື້ອໂຄວິດ-19 ທັງໝົດ 321,640 ຄົນ. ໃນນັ້ນມີຜູ້ຕິດເຊື້ອສະສົມ 3,187 ຄົນ, ເສັຍຊີວິດ 4 ຄົນ, ປິ່ນ ປົວຫາຍແລ້ວ 2,175 ຄົນ, ກໍາລັງປິ່ນປົວ ແລະຕິດຕາມອາການຢູ່ໂຮງໝໍ 1,008 ຄົນ.