ຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 50 ຄົນ ຢູ່ລາວ
ທາງການລາວ ກວດພົບຄົນຕິດເຊື້ອ ໂຄວິດ-19 ເພີ້ມອີກ 50 ຄົນ ໃນຂນະທີ່ ແຂວງບໍ່ແກ້ວ ມີຜູ້ຕິດເຊື້ອ ຫຼາຍກວ່າແຂວງ ອື່ນໆ.
-
ສິດນີ
2021-05-19 -
-
-
Your browser doesn’t support HTML5 audio
ທາງການລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ້ມອີກ 50 ຄົນ ໃນຈໍານວນຜົລວິເຄາະ ຜູ້ຕິດເຊື້ອທັງຫມົດ 1,482 ຕົວຢ່າງ ຂອງ ວັນທີ 18 ກຸມພາ 2021, ສົ່ງຜົລເຮັດໃຫ້ປະເທດ ລາວ ມີຜູ້ຕິດເຊື້ອສະສົມເຖິງ 1,737 ຄົນ ໃນເວລານີ້.
ດັ່ງ ດຣ. ປະເສີດ ໄຊມົງຄຸນ ຮອງຫົວຫນ້າຜແນກຄວບຄຸມ ພຍາດຕິດຕໍ່ ກະຊວງສາທາຣະນະສຸກ ແລະ ຕ່າງຫນ້າຄະນະສະເພາະ ກິດປ້ອງກັນໂຄວິດ-19 ກ່າວໃນພິທີຖແລງຂ່າວ ຕໍ່ສື່ມວນຊົນໃນວັນທີ 19 ພຶສພາ ນີ້ວ່າ;
"ສຳລັບ ສປປລາວເຮົາ ຮອດປັດຈຸບັນ ຖືວ່າມີຜູ້ຕິດເຊື້ອສະສົມ ທັງຫມົດ 1,737 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະທັງຫມົດ 1,482 ຕົວຢ່າງ ຊື່ງໃນນັ້ນກວດພົບຜູ້ຕິດເຊື້ອ 50 ຄົນເນາະ."
ທ່ານກ່າວຕື່ມວ່າ ຄົນຕິດເຊື້ອໂຄວິດ-19 ໃຫມ່ນີ້ ແມ່ນຢູ່ນະຄອນຫລວງວຽງຈັນ 16 ຄົນ, 21 ຢູ່ແຂວງບໍ່ແກ້ວ, 6 ຄົນ ຢູ່ແຂວງ ສວັນນະເຂດ, 5 ແຂວງຈຳປາສັກ ແລະ 2 ຄົນຢູ່ແຂວງອຸດົມໄຊ ທັງຫມົດໄດ້ຮັບການປີ່ນປົວ ແລະ ຕິດຕາມອາການຢູ່ໂຮງຫມໍ ຫມົດແລ້ວ.
ແຂວງບໍ່ແກ້ວເປັນແຂວງ ທີ່ມີຄົນຕິດເຊື້ອເພີ້ມຂຶ້ນ ໃນແຕ່ລະມື້ ລ່າສຸດນີ້ ຜແນກຖແລງຂ່າວວັທນະທັມ ແລະການທ່ອງທ່ຽວແຂວງ ບໍ່ແກ້ວ ໄດ້ອອອກຄຳສັ່ງໃຫ້ສືບຕໍ່ປິດ ສະຖານທີ່ ບັນເທິງຄາຣະໂອເກະ ຮ້ານກິນດື່ມ ແລະໂຮງແຮມບ້ານພັກ ນັບຕັ້ງແຕ່ວັນທີ 18-31 ພຶສພາ ປີ 2021 ນີ້ ເພື່ອສະກັດກັ້ນ ການແຜ່ລາມຂອງໂຄວິດ-19. ດັ່ງເຈົ້າຫນ້າທີ່ສະເພາະກິຈ ປ້ອງກັນໂຄວິດ-19 ແຂວງບໍ່ແກ້ວ ທ່ານນຶ່ງເວົ້າວ່າ:
"ວັນທີ 18 ຫາ ວັນທີ 31 ເນາະ ລໍເບີ່ງວ່າ ຄັນໂຄວິດ-19 ຫາຍໄປແລ້ວ ເປັນແນວໃດແລ້ວ ຊີ່ອອກແຈ້ງການຕື່ມ ບໍ່ຫຼຸດມື້ວານນີ້ກໍ ເພີ້ມຂື້ນ 26 ເດ້ ເພາະວ່າຢູ່ໃນເຂດເສຖກິດພິເສດ ແຕ່ບາງຄົນກໍແບບ ມັນບໍ່ກັກຕົວກັນຫມົດຫັ້ນນ່າ ແຕ່ວ່າຄວບຄຸມໄວ້ ເປັນການດີ ຫັ້ນນ່າ ຊ່ຽວຊານຈີນກະວ່າ ຄັນວ່າເຮົາປມາດ ເຮົາບໍ່ສະກັດກັ້ນໄວ້ ມັນກໍຈະຄວບຄູຸມ ບໍ່ໄດ້ຫັ້ນນ່າ."
ກ່ຽວກັບການແຈ້ງການດັ່ງກ່າວ ຄົນລາວຜູ້ນຶ່ງ ທີ່ປະກອບອາຊີບ ເປີດຮ້ານອາຫານຢູ່ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ ໃນຖານະປະຊາຊົນ ແລະ ຜູ້ປະກອບການນຳອີກ ກໍພ້ອມທີ່ຈະປະຕິບັດ ຕາມມາຕການຂອງ ທາງການ ເຖິງແມ່ນວ່າຈະຂາດຣາຍໄດ້ ກໍຕາມ ແຕ່ກໍເຫັນວ່າ ປອດພັຍໄວ້ດີກວ່າ:
"ບໍ່ມີທ່າທີ່ແທ້ຕິ ເພີ່ນຫາກໍ ປະຊຸມແລ້ວ ປະກາດລ໊ອກດາວຫມົດ ເດືອນນີ້ພຸ້ນອີກແຫລະເດີ ບໍ່ໄດ້ເຮັດຫຍັງຢູ່ເຮົາ ເວົ້າເຖິງອຸປກອນ ມັນຍາກເນາະ ຊັ້ນລະເຮົາມີສະຕິດີກວ່າເພີ່ນວ່າ ຫັ້ນນ່າ."
ຊາວລາວອີກຄົນນຶ່ງ ຜູ້ທີ່ເປີດທຸຣະກິຈເຮືອນພັກ ໃນເມືອງຕົ້ນເຜິີ້ງແຂວງບໍ່ແກ້ວ ກ່າວວ່າ ທຸຣະກິດເຮືອນພັກ,ໂຮງແຮມແມ່ນກ່ຽວ ຂ້ອງໂດຍກົງກັບ ການທ່ອທ່ຽວ ເມື່ອບໍ່ມີນັກທ່ອງ ທ່ຽວກໍບໍ່ມີຣາຍໄດ້, ແຕ່ສ່ວນຕົວກໍໄດ້ເຮັດ ທຸຣະກິດຂນາດນ້ອຍ ກໍບໍ່ໄດ້ຮັບ ຜົລກະທົບ ຫນັກປານໃດ ຖ້າທຽບໃສ່ທຸຣະກິດໃຫຍ່ ເມື່ອບໍ່ມີຮາຍໄດ້ຄືແຕ່ກອ່ນ ກໍຫັນໄປປູກຜັກ ຫາຢູ່ ຫາກິນ ຕາມທັມມະຊາດ ເພື່ອລຸດຜ່ອນຄ່າໃຊ້ຈ່າຍ.
"ຕ້ອງຣອດໄດ້ແຕ່ໃຫ້ກຳລັງໃຈໂຕເອງ ຂນາດເຮົາທຸຣະກິດ ນ້ອຍເນາະ ເຮົາຍັງເຈັບຕົວຊ່ຳນີ້ ຜູ້ຂະເຈົ້າເຮັດໃຫຍ່່ຫັ້ນນ່າ ກະແຮ່ງ ຊີ່ຫນັກ ກວ່າເຮົາ ກະປູກຜັກກິນຕາມບ້ານ ກະຄອ່ຍ ຢູ່ໄປ ມັນ 2 ປີ ແລ້ວເດເນາະທຸຣະກິດ ກະດາຍ."
ພາຍຫລັງທີ່ທາງການລາວ ໄດ້ຣາຍງານກ່ຽວກັບການ ຣະບາດຂອງໂຄວິດ-19 ໃນເຂດເສຖກິດພິເສດສາມຫລ່ຽມຄຳ ຢູ່ແຂວງ ບໍ່ແກ້ວ ແລ້ວກໍມີຄົນໄທຍເຮັດວຽກ ຢູ່ທີ່ນັ້ນຈຳນວນນື່ງ ຕິດເຊື້ອ ເຮັດທາງການໄທຍ ຢູ່ແຂວງຊຽງຮາຍ ໄດ້ປະສານໄປຍັງ ແຂວງບໍ່ແກ້ວ ເພື່ອຮຽກຮ້ອງໃຫ້ແຂວງບໍ່ແກ້ວ ຮີບໂຮມຂໍ້ມູນ ຄວາມຕ້ອງການຂອງຄົນໄທຍ ທີ່ເຮັດວຽກ ແລະ ອາສັຍຢູ່ໃນເຂດ ດັ່ງກ່າວວ່າ ມີຄວາມຕ້ອງການຢາກັບຄືນ ປະເທດຫລືບໍ
ຖ້າຫາກຢາກກັບຄືນມາ ກໍໃຫ້ສົ່ງຣາຍຊື່ ທີ່ຢູ່ແລະເລກໂທຣະສັບ ເຈົ້າຫນ້າທີ່ໄທຍ ຈະໄປຮັບຢູ່ຂົວມິຕພາບ ລາວໄທ ແຫ່ງທີ່ 4 ເບື້ອງ ຝັ່ງລາວ.
ເຈົ້າຫນ້າທີ່ແຂວງຊຽງຮາຍ ກ່າວໃນມື້ດຽວກັນນີ້ວ່າ ຕາມຂໍ້ມູນ ມີຄົນໄທຍ ເຮັດວຽກຢູ່ເຂດ ເສຖກິດພິເສດສາມຫລ່ຽມຄຳ ປະມານ 300 ຄົນ ໃນນັ້ນມີຜູ້ຕິດເຊື້ອ ໂຄວິດ-19 9 ຄົນ ທັງຫມົດຖືກກັກໂຕ ຢູ່ເຂດເສຖກິດພິເສດ, ມາຮອດມື້ນີ້ ທາງການໄທຍ ຍັງບໍ່ ສາມາດຕິດຕໍ່ ກັບຄົນໄທຍໄດ້ຈັກຄົນ.
"ຖ້າຄົນໄທຍຫັ້ນ ຈະຂໍມາແລ້ວທາງການລາວ ອະນຸຍາດໃຫ້ມາ ຊື່ງໃນເວລານີ້ ກໍຄືຍັງບໍ່ມີໃຜຂໍກັບມາ ທີ່ໄດ້ຂໍ້ມນູມາຕອນນີ້ມີຄົນ ໄທຍ 9 ຄົນຕິດເຊື້ອ ແຕ່ວ່າຂະເຈົ້າຖາມຂໍ້ມູນໄປແລ້ວ ເຂົາ (ແຂວງບໍ່ແກ້ວ) ກະບອກວ່າ ຖືກກັກຕົວຢູ່ໃນຄິງໂຣເມັນ ບໍ່ໃຫ້ອອກ ມາທຸກຄົນເລີຍ."
ໃນຂນະດຽວກັນ ສຳນັກຂ່າວສານ ວິທຍຸສາກົນຈີນ ຫລື CRI ໄດ້ອອກຣາຍງານວ່າ ຄະນະນັກຊ່ຽວຊານແພດຈີນ ຈຳນວນ 25 ຄົນ ທີ່ ມາຊ່ວຍເຫຼືອ Laos ຕ້ານ COVID-19 ໄດ້ ເດີນທາງ ກັບ ຈີນແລ້ວໃນມື້ວັນທີ 18 ພືສພາ ນີ້ ຫລັງຈາກສຳເຮັດພາຣະຫນ້າທີ່ ໃນການຊ່ອຍເຫລືອແພດລາວ ກຸ່ມນາຍແພດຈີນໄດ້ມາລາວ ໃນວັນທີ 4 ພືສພາ ຮວມໄລຍະເວລາ 2 ອາທິດ.
ໃນເວລາຢູ່ລາວ ກຸ່ມນັກຊ່ຽວຊານ ນາຍແພດຈີນ ກໍໄດ້ໃຫ້ຄຳປຶກສາ ເຮັດວຽກຮ່ວມກັນກັບຄະນະສະເພາະກິດຕ້ານໂຄວິດ-19 ຂອງ ລາວ ເພື່ອສະກັດກັ້ນ ການແຜ່ຣະບາດ ທີ່ ອາດຮຸ່ນແຮງ. ກຸ່ມດັ່ງກ່າວໄດ້ໄປປະຈຳການ ຢູ່ໂຮງຫມໍສູນກາງ, ໂຮງຫມໍພາກສນາມ, ຫ້ອງທົດລອງຄົ້ນຫາ ເຊື້ອໂຄວິດ-19, ສະຖານທີ່ສັກ ຢາວັກຊີນ ແລະອື່ນໆ.