ບັນຫາຕົ້ນທຶນ ການຜລິດກະສິກັມສູງຂຶ້ນ ສົ່ງຜົລຕໍ່ສະບຽງອາຫານ
ທາງການລາວ ຈະຈັດງານສລອງວັນອາຫານໂລກ ໃນຂະນະທີ່ຍອມຮັບວ່າ ມີບັນຫາທ້າທາຍ ໃນການຄໍ້າປະກັນ ຄວາມໝັ້ນຄົງ ດ້ານອາຫານ, ເນື່ອງຈາກວ່າ ປະຊາຊົນ ບໍ່ມີຕົ້ນທຶນ ພຽງພໍເພື່ອການຜລິດ ບວກກັບໄພແຫ້ງແລ້ງ ກາຍເປັນບັນຫາທ້າທາຍ ຂອງຣັຖບານ.
-
ຈຳປາທອງ
2023-10-06 -
-
-
Your browser doesn’t support HTML5 audio
ກະຊວງກະສິກັມ ແລະປ່າໄມ້ ຈະຈັດງານສລອງວັນອາຫານໂລກ ແລະສັບປະ ດາແຫ່ງຊາຕ ປະຈໍາປີ 2023 ໃນມື້ວັນທີ 9 ຕຸລານີ້ ເພື່ອລຶບລ້າງຄວາມທຸກຍາກ. ການສລອງວັນອາຫານໂລກ ຄົບຮອບ 43 ປີປີນີ້ ມີຫົວຂໍ້ “ນໍ້າ ຄືຊີວິດ ຄືອາຫານ, ບໍ່ປະຖິ້ມໃຜໄວ້ທາງຫລັງ” ໃນຂະນະທີ່ວຽກງານ ຄໍ້າປະກັນສະບຽງອາຫານ ຫລືການສົ່ງເສີມໃຫ້ປະຊາຊົນ ຜລິດອາຫານໃຫ້ກຸ້ມກິນ ຢູ່ປະເທດລາວ ມີຄວາມທ້າທາຍຫລາຍຂຶ້ນ.
ສະເພາະຢູ່ແຂວງອຸດົມໄຊ ວຽກງານທີ່ວ່ານີ້ ແມ່ນບໍ່ສາມາດເຮັດໃຫ້ປະຊາຊົນ ຜລິດອາຫານກຸ້ມກິນໄດ້ ເນື່ອງຈາກແຂວງນີ້ ປະເຊີນກັບການປ່ຽນແປງ ຂອງດິນຟ້າອາກາດ ທີ່ກະທົບໃສ່ການຜລິດອາຫານ ໂດຍສະເພາະແມ່ນກິນເຂົ້າ ຍ້ອນຫລາຍບັນຫາ ເປັນຕົ້ນ ບໍ່ມີທຶນສໍາລັບການຜລິດ, ປຸ໋ຍ, ຢາຂ້າແມງໄມ້, ຫົວອາ ຫານ, ຢາກັນພະຍາດ ລ້ວນແລ້ວແຕ່ເປັນສິນຄ້ານໍາເຂົ້າ ແລະລາຄາກໍແພງ ເຮັດໃຫ້ປະຊາຊົນພາຍໃນແຂວງນີ້ ພົບຄວາມຫຍຸ້ງຍາກ ເປັນຕົ້ນ ເຂົ້າກິນ, ຊີ້ນ, ພືດຜັກ, ໝາກໄມ້, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງອຸດົມໄຊ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 6 ຕຸລານີ້.
“ຄັນຊິເວົ້າເຣື່ອງເຂົ້າແທ້ໆນີ້ ພວກເຮົານີ້ສິໃຫ້ມັນກຸ້ມແທ້ ກໍບໍ່ກຸ້ ຊ່ວງໄລຍະເດືອນ 3 ເດືອນ 4 ມັນພັຍແຫ້ງແລ້ງເດ້ ເຮັດໃກ່ນອອກນໍ່ຫລືວ່າອອກຈາວຕ່າງໆ ມັນກໍມີບັນຫາເນາະ ເນື່ອງຈາກວ່າພື້ນທີ່ການຜລິດເຂົ້ານີ້ ພວກເຮົາກໍມີຈໍາກັດ ຄືເວົ້າເຣື່ອງອັດຕຣາການແລກປ່ຽນ ການນໍາເຂົ້າ ປັດຈັຍການຜລິດຕ່າງໆ ໂດຍສ່ວນໃຫຍ່ຜ່ານມາ ພວກເຮົາກໍອາສັຍຕ່າງປະເທດເດ້ ໂດຍສະເພາະຄືເວົ້າເຣື່ອງປຸ໋ຍບໍ່ ຫົວອາຫານບໍ່ເຂົ້າມານໍາໃຊ້ພາຍໃນແຂວງນີ້ ສະນັ້ນເຮັດໃຫ້ລາຄາສິນຄ້າ ການຜລິດກະສິກັມກໍສູງໄປນໍາເນາະ ນີ້ມັນກໍເປັນບັນຫາໃຫ້ແກ່ພະນັກງານຣັຖກອນ ຜູ້ທີ່ມີເງິນເດືອນໜ້ອຍຫັ້ນແຫລະ.”
ສໍາລັບຢູ່ແຂວງສວັນນະເຂດ ທ່ານ ຄໍາຈັນ ສີດາວົງ ຫົວໜ້າຜແນກກະສິກັມ ແລະປ່າໄມ້ ແຂວງນີ້ ໃຫ້ສໍາພາດ ວິທຍຸກະຈາຍສຽງແຫ່ງຊາຕລາວ ເມື່ອບໍ່ດົນມານີ້ວ່າ ປັດຈຸບັນ ແຂວງສວັນນະເຂດ ຍັງບໍ່ສາມາດຜລິດໄຂ່ກຸ້ມກິນໄດ້ເທື່ອ ຍ້ອນຜູ້ປະກອບການດ້ານນີ້ ຍັງບໍ່ມີຫລາຍ, ໄດ້ນໍາເອົາລູກໝູ, ງົວ ແລະຄວາຍ ໄປນະຄອນຫລວງວຽງຈັນ ເພື່ອແລກປ່ຽນສິນຄ້າ, ເອົາໄຂ່ຈາກນະຄອນຫລວງວຽງຈັນ ມາສນອງໃຫ້ແຂວງສວັນນະເຂດ. ແລະໃນສະພາບຕົວຈິງ ຢູ່ແຂວງນີ້ ກໍຍັງບໍ່ສາມາດຜລິດເຂົ້າກຸ້ມກິນໄດ້ ຍ້ອນຖືກສັດຕຣູພືດທໍາລາຍ ແລະຖືກນໍ້າຖ້ວມ ເຮັດໃຫ້ການປູກເຂົ້ານາແຊງ ແລະນາປີ ທີ່ເຄີຍໄດ້ສເລັ່ຽ 3 ຕັນຕໍ່ເຮັກຕ້າຣ໌ ມາດຽວນີ້ ໄດ້ບໍ່ເຖິງ 2 ຕັນ.
ດັ່ງທີ່ທ່ານກ່າວວ່າ:
“ມາເບິ່ງທຸກມື້ນີ້ລາຄາເຂົ້າກໍຂຶ້ນຢູ່ ແຕ່ວ່າມັນເຮັດບໍ່ໄດ້ ເຂົ້າມັນພັດຜລິດບໍ່ໄດ້ຫລາຍ ຝົນຟ້າອາກາດນໍ້າຖ້ວມປີນີ້ ຖືກນໍ້າຖ້ວມແລ້ວກໍສັດຕຣູພືດ ຄືກັບເຂົ້າ ມັນເປັນປວກນີ້ແຫລະ ຢາກໃຫ້ມັນໄດ້ 3 ໂຕນຕໍ່ເຮັກຕາມັນກໍບໍ່ໄດ້ 2 ໂຕນມັນກໍບໍ່ຢາກໄດ້ແລ້ວປີນີ້.”
ຊາວນາ ຢູ່ບ້ານໂພນມ່ວງ ເມືອງຈໍາພອນ ແຂວງສວັນນະເຂດ ກໍເວົ້າຄືກັນວ່າ ແມ່ນແຕ່ຊາວນາ ທີ່ປູກເຂົ້າກິນໃນຄອບຄົວ ກໍມີເຂົ້າບໍ່ກຸ້ມກິນແລ້ວ ຜລິດເຂົ້າໄດ້ໜ້ອຍ, ການລົງທຶນປູກກໍສູງ ແນວພັນເຂົ້າ ແລະລາຄາປຸ໋ຍແພງ.
“ບໍ່ຢາກກຸ້ມເດ້ ຄ່າແນວພັນກໍແພງ ພັດໄປຂາຍກໍບໍ່ໄດ້ ລາຄາປຸຍກໍແພງ ລາຄາແນວພັນນໍາເຂົ້າມານີ້ ກິໂລນຶ່ງ 7 ພັນບາທ ແຕ່ກ່ອນມັນກໍລາຄາ 5-5 ພັນບາດ ລາຄາປຸ໋ຍກໍສອບນຶ່ງມັນຕົກຢູ່ 1 ພັນປາຍບາດ ເມື່ອກ່ອນກໍບໍ່ແພງ ມັນສອບນຶ່ງ 700 ບາດ ຊາວນາມັນກໍບໍ່ມີເງິນຊື້ປຸ໋ຍມັນແພງ ເວລາໄປຈ້ງຄົນດໍາມື້ນຶ່ງຕໍ່ແສນຕໍ່ຄົນ ເຮົາເຮັດນີ້ເຮົາລົງທຶນຫລາຍຜລິດໄດ້ໜ້ອຍ ຄ່າປຸ໋ຍກໍແພງ.”
ຢູ່ແຂວງອຸດົມໄຊ ຊາວບ້ານ ຈາກບ້ານນໍ້າກັດ ເມືອງໄຊ ເວົ້າເຖິງປະຊາຊົນ ທີ່ທຸກຍາກ ແລະຜູ້ທີ່ຢູ່ເຂດຫ່າງໄກ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ຕຸລານີ້ວ່າ ພວກເຂົາເຈົ້າ ຈະບໍ່ສາມາດຜລິດອາຫານໃຫ້ກຸ້ມກິນໄດ້ ຍ້ອນບໍ່ມີດິນທໍາກິນ ແລະຜູ້ມີດິນປູກເຂົ້າ ກໍຖືກນໍ້າຖ້ວມ ຫລືປະເຊີນກັບໄພແຫ້ງແລ້ງ ເຮັດໃຫ້ອຶດເຂົ້າກິນ, ຈໍາຕ້ອງໄດ້ອອກໄປຫາເຮັດວຽກ ຮັບຈ້າງລາຍມື້ ເພື່ອຫາເງິນມາຊື້ເຂົ້າກິນ, ແຕ່ກໍບໍ່ສາມາດເຮັດແບບນັ້ນໄດ້ທຸກມື້ ຍ້ອນບາງມື້ກໍມີວຽກເຮັດ ບາງມື້ກໍບໍ່ໄດ້ເຮັດວຽກນັ້ນ ໃນຂະນະທີ່ລາຄາສິນຄ້າທຸກຢ່າງ ແພງຂຶ້ນນັບມື້.
“ຄືເຂົ້ານາຈັ່ງຊີ້ກໍ໋ ກ່ຽວກໍຝົນຮໍ່າຕລອດ ບາງບ່ອນກໍຊົລປະທານ ກໍເປ່ເພ ນໍ້າກໍບໍ່ສນອງເຂົ້າກໍບໍ່ງາມ ບາງເຂດກໍນໍ້າຖ້ວມ ເຂົາເຈົ້າກໍຄືວ່າແຫລະ ອອກແຮງງານນີ້ແຫລະໄປແລກເອົາ ຜູ້ໃດຈ້າງເຮັດວຽກແດ່ກໍໄປເຮັດ ແລ້ວກໍພໍໄດ້ເງິນເລັກໆນ້ອຍໆ. ແລ້ວກໍພໍຊື້ເຂົ້າກິນໃນແຕ່ລະມື້ ບາງມື້ກໍໄດ້ບາງມື້ກໍບໍ່ໄດ້.”
ແຕ່ເຖິງຢ່າງໃດກໍຕາມ ເນື່ອງໃນໂອກາດວັນອາຫານໂລກນີ້ ທ່ານ ເພັດ ພົມພີພັກ ຣັຖມົນຕຣີກະຊວງກະສິກັມ ແລະປ່າໄມ້ ກໍໄດ້ຖແລງຕໍ່ສື່ມວນຊົນລາວ ວັນທີ 5 ຕຸລານີ້ ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງ ແລະປະຊາຊົນ ພ້ອມກັນເປັນເຈົ້າພາບ ສເລີມສລອງວັນອາຫານໂລກ ເພື່ອລຶບລ້າງຄວາມທຸກຍາກ ແລະເພື່ອທຸກຄົນ ໃຫ້ສາມາດເຂົ້າເຖິງອາຫານ ທີ່ມີໂພຊະນາການໄດ້ ຢ່າງມີປະສິດ ທິພາບ.
ດັ່ງທີ່ທ່ານກ່າວວ່າ:
“ຂໍຖືໂອກາດນີ້ ຮຽກຮ້ອງມາຍັງບັນດາທ່ານ ທົ່ວພັກທົ່ວຣັຖທົ່ວປວງຊົນລາວທັງຊາຕ ຕລອດຮອດຄູ່ຮ່ວມພັທນາຕ່າງໆຢູ່ສປປລາວ ຈົ່ງພ້ອມກັນເປັນເຈົ້າພາບ ສເລີມສລອງວັນອາຫານໂລກ ວັນສາກົລ ແລະສັບປະດາແຫ່ງຊາຕ ເພື່ອລຶບລ້າງຄວາມທຸກຍາກໃນປີນີ້ ໃຫ້ເປັນຂະບວນການຟົດຟື້ນ ມີຄວາມເປັນລະບຽບຮຽບຮ້ອຍ ແລະໃຫ້ປະສົບຜົລສໍາເຣັດຕາມຄາດໝາຍ ກໍຄືການຮ່ວມກັນເຮັດວຽກເພື່ອຫລຸດພົ້ນອອກຈາກຄວາມທຸກຍາກ ແລະທຸກຄົນສາມາດເຂົ້າເຖິງອາຫານ ທີ່ມີໂພສະນາການໄດ້ທຸກຊັ້ນຕລອດໄປ.”
ທ່ານ ທອງພັນ ວົງມະນີ ຮອງຣັຖມົນຕຣີກະຊວງກະສິກັມ ແລະປ່າໄມ້ ກໍໄດ້ກ່າວຕໍ່ກອງປະຊຸມ ສຸດຍອດ ລະບົບອາຫານ ແຫ່ງສະຫະປະຊາຊາຕ ເມື່ອບໍ່ ນານມານີ້ວ່າ ການເຮັດວຽກ ເພື່ອບັນລຸເປົ້າໝາຍຂອງລະບົບອາຫານ ທີ່ຍັ້ງຍືນແລະຟື້ນໂຕໄດ້ນັ້ນ ຣັຖບານ ໄດ້ກໍານົດນະໂຍບາຍ ແລະກົລຍຸດຕ່າງໆ ເປັນ ຕົ້ນ ການຫລຸດໃຊ້ຢາຂ້າສັດຕຣູພືດ ທີ່ເປັນອັນຕະລາຍ, ການສົ່ງເສີມການປູກຝັງ ທີ່ຫລາກຫລາຍ ແລະປັບປຸງຄຸນນະພາບດິນ. ນອກຈາກນັ້ນ ຣັຖບານຈະສນັບສນູນກະເສຕກອນ ໃຫ້ເຂົ້າເຖິງຕລາດສິນເຊື່ອ ແລະຊັພຍາກອນ ໂດຍມີອົງການສະຫະປະຊາຊາຕ ແລະຢູນີແຊຟ ປະຈໍາລາວ ສນັບສນູນຣັຖບານລາວ ເພື່ອໃຫ້ບັນລຸເປົ້າໝາຍທີ່ວ່ານີ້ ໄປພ້ອມກັນ.