ຜູ້ທຸກຍາກ ຈະໄດ້ຮັບການປິ່ນປົວ

ທາງການລາວ ຊ່ອຍປະຊາຊົນ ໃຫ້ເຂົ້າເຖິງ ການຮັກສາສຸຂພາບ ຂັ້ນພື້ນຖານ.

ບັນດາແມ່ ແລະ ເດັກນ້ອຍອ່ອນ ທີ່ເຂົ້າມາຮັບ ຄໍາແນະນໍາຈາກ ພະນັກງານ ໃນສຸຂສາລາ ປະຈໍາທ້ອງຖິ່ນ ທີ່ແຂວງຜົ້ງສາລີ Screen captured Phongsaly video

ກົມປິ່ນປົວ ກະຊວງສາທາຣະນະສຸຂ ກຳລັງຊ່ອຍປະຊາຊົນ ໃນເຂດຫ່່່າງໄກສອກຫຼີກ ໃຫ້ໄດ້ເຂົ້າເຖິງ ການຮັກສາສຸຂພາບ ຂັ້ນພື້ນຖານ ໂຕຢ່າງ: ໃນບາງບ້ານ ທີ່ຢູ່ໄກ ສຸຂສາລາ ຫຼື ໂຮງໝໍ, ເຈົ້າໜ້າທີ່ ກໍຈັດໃຫ້ມີຖົງຢາ ປະຈຳບ້ານ ທີ່ເຈົ້າໜ້າທີ່ ແພດ ແລະ ໝໍ ຫຼື ອາສາສມັກ ສາມາດນຳໄປ ປິ່ນປົວ ຄົນເຈັບ ຢູ່ເຂດຊົນນະບົດ ຫ່າງໄກໄດ້, ດັ່ງເຈົ້າໜ້າທີ່ ກົມປິ່ນປົວ ກະຊວງສາທະຣະນະສຸຂ ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 24 ພຶສພາ ນີ້ວ່າ:

“ການຮັກສາ ສຸຂພາບ ຂັ້ນພື້ນຖານ ຂັ້ນຕົ້ນ ແຕ່ລະບ້ານເຮົາ ກໍຈະມີ ຖົງຢາ ປະຈຳບ້ານ ຈະບໍ່ມີທຸກໆບ້ານ ຈະເລືອກເອົາ ບ້ານທີ່ຢູ່ເຂດ ຫ່າງໄກສອກຫຼີກ ທີ່ເຂົ້າບໍ່ເຖິງ ການບໍຣິການ ໃນລະດັບ ສຸຂສາລາ ນີ້ຍາກ ພວກເຮົາ ມີນະໂຍບາຍ ໃຫ້ມີຖົງຢາ ປະຈຳບ້ານ ກໍມີທັງໝົດ ແລະ ທັງອາສາສມັກ ສາທາລະນະສຸ​ຂ ປະຈຳບ້ານ ທີ່ໄດ້ຮັບການອົບຮົມ.”

ທ່ານກ່າວຕື່ມວ່າ ອົງການສາກົລ ກໍໄດ້ສົມທົບທຶນ ຊ່ອຍເຫຼືອ ດ້ານສາທາຣະນະສຸຂ ເຊັ່ນໃນອາທິດນີ້ ທະນາຄານພັທນາ ເອເຊັຽ ກໍຕົກລົງ ຊ່ອຍເງິນ 30 ລ້ານໂດລາສະຫະຣັຖ ເພື່ອຊ່ອຍຣັຖບານລາວ ຂຍາຍການຮັກສາສຸຸຂພາບໃຫ້ທົ່ວເຖິງ ໂດຍສະເພາະ ປະຊາຊົນຜູ້ທຸກຍາກ ໃນເຂດຊົນນະບົດ ຫ່າງໄກສອກຫຼີກ.

ເຈົ້າໜ້າທີ່ ປະກັນສັງຄົມ ກະຊວງສາທາຣະນະສຸຂ ກ່າວວ່າ ນອກຈາກ ທຶນຈາກອົງການສາກົລແລ້ວ ຣັຖບານລາວ ກໍໄດ້ຈັດງົບ​ປະມານ ຕື່ມອີກ ເກືອບ 900 ຕື້ກີບ ເພື່ອປິ່ນປົວປະຊາຊົນ ໂດຍສະເພາະ ກຸ່ມຄົນພິເສດ ເປັນຕົ້ນ ແມ່ຍິງຖືພາ ແລະ ເດັກນ້ອຍ ອາຍຸຕໍ່າກວ່າ 5 ປີ ຮວມທັງ ຜູ້ທຸກຍາກ ຈະຕ້ອງໄດ້ຮັບ ການປິ່ນປົວ ແບບບໍ່ໄດ້ເສັຽເງິນ:

“ເຂົາເອີ້ນ ກຸ່ມຄົນພິເສດ ຍົກຕົວຢ່າງ ແມ່ຍິງຖືພາ ໄປເກີດລູກ ໄປໃຊ້ບໍຣິການ ກັບເດັກນ້ອຍ ອາຍຸຫຼຸດ 5 ປີເນາະ ອັນນີ້ມັນຕ້ອງ ໃຫ້ບໍລິການ ລ້າໆ ຄືວ່າ ອັງກິດເຂົາ ຮ້ອງເບິດທຸກສິ່ງທຸກຢ່າງ ກຸ່ມຄົນເຫຼົ່ານີ້ມາ ຈະບໍ່ໄດ້ຈ່າຍເງິນ ບັດນີ້ຫັ່ນ ຜູ້ທຸກຍາກອັນນີ້ ກໍເປັນກຸ່ມຄົນພິເສດ ຂອງ ຣັຖບານ ເຮົານິ.”

ສຳລັບປະຊາຊົນ ຜູ້ທຸກຍາກ ໂດຍທົ່ວໄປ ທີ່ບໍ່ມີປະກັນສັງຄົມ ຖ້າເຂົ້າມາປິ່ນປົວ ຢູ່ສຸຂສາລາ ຈະຕ້ອງໄດ້ຈ່າຍ 5 ພັນກີບ ຫາກໄປໂຮງໝໍ ເມືອງ ຈະໄດ້ຈ່າຍ 10 ພັນກີບ ແລະ ຖ້າໄດ້ນອນໂຮງໝໍ ຕ້ອງຈ່າຍຕື່ມ 20 ພັນກີບ ຮວມທັງໝົດ ຈະຈ່າຍບໍ່ເກີນ 30 ພັນກີບ ຕໍ່ຄົນ ຕໍ່ນຶ່ງຄັ້ງ ທີ່ໄປຮັບການປິ່ນປົວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org