ຂ.ອຸດົມໄຊເດັກນ້ອຍຂາດ ອາຫານ

ແຂວງອຸດົມໄຊ ເດັກນ້ອຍ ທີ່ ຂາດອາຫານ ຫຼາຍກວ່າ ໝູ່ ແມ່ນ ເດັກນ້ອຍ ເຂດຫ່າງໄກ ສອກຫລີກ.

ເດັກນ້ອຍລາວ ທີ່ຂາດອາຫານ ຂາດທີ່ເພີ່ງພາ ohmynews

 

ເຈົ້າໜ້າທີ່ ຜແນກ ສາທາຣະນະສຸກ ແຂວງ ອຸດົມໄຊ ທ່ານນຶ່ງ ຣາຍງານ ເມື່ອວັນຈັນ ຜ່ານມາວ່າ:

"348 ຄົນ ສຳຣັບ 9 ເດືອນເນາະ ຂອງສົກປີ 2013 ຕົ້ນຕໍ່ວ່າສາເຫດທີ່ຂາດສານອາຫານ ສ່ວນຫລາຍ ກະແມ່ນ ມັນບໍ່ໄດ້ຮັບແບບພຽງພໍ ຫັ່ນແຫລະ ຂະເຈົ້າຢູ່ເຂດ ຫ່າງໄກເນາະ ມັນໄດ້ຮັບ ບໍ່ຄົບ ສານອາຫານ ແລ້ວກະ ຈາກເປັນໜ້ອຍ ແລ້ວກະກາຍ ມາເປັນຊຳເຮື້ອ.”

ເຈົ້າໜ້າທີ່ ຜູ້ນີ້ ເວົ້າອີກວ່າ ໃນຈຳນວນ 300 ກວ່າຄົນນັ້ນ ມີເດັກນ້ອຍ 3 ຄົນ ທີ່ຂາດອາຫານ ແລະ ສານອາຫານ ຢ່າງໜັກ ສ່ວນເຫລືອ ຂາດເຂີນໃນຣະດັບປານກາງ. ຜ່ານມາເຈົ້າໜ້າທີ່ກະຊວງສາທາຣະນະສຸກຂອງລາວ ແລະອົງການອາຫານໂລ ໄດ້ນຳເອົາ ເຂົ້າເງິນ ແລະ ອາຫານເສີມໄປມອບໃຫ້ແກ່ຄອບຄົວຂອງເດັກນ້ອຍເຫລົ່ານັ້ນແລ້ວແຕ່ຍັງບໍ່ພຽງພໍ ແລະ ເປັນການຊ່ວຍເຫລືອແບບຊົ່ວຄາວເທົ່ານັ້ນ.

ໃນຣະຍະ ສອງອາທິດ ທີ່ຜ່ານມາ ຝົນຕົກໜັກ ເປັນເຫດໃຫ້ ນ້ຳຖ້ວມ ແລະ ດິນເຈື່ອນເພພັງ ຢູ່ແຂວງອຸດົມໄຊ ມີຄົນເສັຍຊີວິດ ຢ່າງໜ້ອຍ 16 ຄົນ. ອົງການຊ່ວຍເຫລືອເດັກນ້ອຍ SOS ຣາຍງານເມື່ອອາທິດທີ່ແລ້ວວ່າພັຍທັມມະຊາດເຫລົ່ານີ້ແຮ່ງຈະເຮັດໃຫ້ ປະຊາຊົນລາວ ຂາດ ເຂີນອາຫານ ໂດຍສະເພາະ ເດັກນ້ອຍ.

ອີກບັນຫານຶ່ງ ເມືອງແບງ ແຂວງອຸດົມໄຊ ທີ່ຖືກນໍ້າຖ້ວມນັ້ນ ມີທົ່ງນາໜ້ອຍ ໝົດເມືອງ ມີທົ່ງນາພຽງແຕ່ 2,000 ກວ່າເຮັກຕາຣ໌ ເທົ່ານັ້ນ. ດັ່ງເຈົ້າໜ້າທີ່ ຫ້ອງການ ກະສິກັມ ຂອງເມືອງເວົ້າວ່າ:

“ສະເພາະ ປູກເຂົ້າເນາະ ສິແມ່ນ ເຂົ້າເນີນສູງ ມັນສິແມ່ນນາເນາະ ນານີ້ມີຢູ່ 2,507 ເຮັກຕາຣ໌ ໂຕນີ້ນານີ້.”

ຢູ່ແຂວງອື່ນໆ ທີ່ປະສົບ ພັຍນ້ຳຖ້ວມ ກໍເຊັ່ນດຽວກັນ ປະຊາຊົນ ຈະຂາດເຂີນ ອາຫານແຮງ ຂື້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org