ການກວດອາຫານ ນໍາເຂົ້າ ຍັງບໍ່​ທົ່ວ​ເຖິງ

ເຈົ້າໜ້າທີ່ ກົມອາຫານ ແລະ ຢາ ເວົ້າວ່າ ການກວດກາອາຫານ ປະເພດອັນຕຣາຍຕ່າງໆ ຍັງເປັນບັນຫາ

ກ່ອນຊື້ຄວນຣະວັງ ມີການນຳໃຊ້ສານກັບບູດ ໃສ່ອາຫານຫຼາຍປະເພດ ວາງຂາຍຕາມທ້ອງຕລາດ Courtesy of Tholakhong

ເຈົ້າໜ້າທີ່ ກົມອາຫານ ແລະ ຢາ ເປີດເຜີຍວ່າ ການກວດກາສິນຄ້າ, ໂດຍສເພາະ ປະເພດອາຫານຕ່າງໆ ທີ່ອັນຕຣາຍ ນໍາເຂົ້າ ມາຂາຍ ຢູ່ ສປປ ລາວ ຍັງມີການກວດກາ ບໍ່ທົ່ວເຖິງ ທັ້ງນີ້ ກໍຍ້ອນ ການນໍາເຂົ້າສິນຄ້າ ຜ່ານຊາຍແດນ ຕາມຈຸດຕ່າງໆ ບໍ່ມີ ເຈົ້າໜ້າທີ່ ສເພາະດ້ານ ກວດກາ ອາຫານປະຈຳ ມີພຽງເຈົ້າໜ້າທີ່ ພາສີ ແລະ ຕໍາຣວດ ເທົ່ານັ້ນ, ດັ່ງທ່ານກ່າວ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 13 ກຸມພາ ນີ້ວ່າ:

“ໂຕເຄື່ຶຶອງໃນນໍາເຂົ້າ ບໍ່ມີໃບອະນຸຍາດ ຈາກກົມອາຫານ ແລະ ຢານີ້ມີ ມີແທ້ ທີ່ຜ່ານມາ ກໍມີການທໍາລາຍຖິ້ມ ທີ່ນະຄອນຫຼວງເຮົາ ກໍມີ ແຂວງອື່ນໆ ກໍມີຄືກັນ ໂຕນີ້ນະ ເພາະ ວ່າຜູ້ນໍາເຂົ້າ ໂຕຈິງນີ້ ສ່ວນໃຫຍ່ ບໍ່ມີໃບອະນຸຍາດ ສິນຄ້າ ດັ່ງກ່າວຖືວ່າ ຜ່ານພາສີ ເສັຽພາສີ ແລ້ວເຂົ້າເລີຍ ສິນຄ້າ ຕົ້ນທາງ ນໍາເຂົ້າ ເຮົາບໍ່ມີສີດກວດເນາະ ທາງເຮົາ ມີແຕ່ກວດກາງທາງ ຫຼື ຢູ່ປາຍທາງ ຢູ່ຕລາດນີ້ ເຮົາສາມາດກວດໄດ້.”

ເຈົ້າໜ້າທີ່ ກົມອາຫານ ແລະ ຢາ ກ່າວວ່າ: ເຖິງແມ່ນວ່າ ການກວດກາອາຫານ ໃນ ສປປລາວ ຍັງບໍ່ທົ່ວເຖິງ ເທົ່າທີ່ຄວນກໍຕາມ ແຕ່ຢາກໃຫ້ ປະຊາຊົນ ຜູ້ຊົມໃຊ້ ຕ້ອງກວດກາ ດ້ວຍຕົນເອງ ກ່ອນຊື້ສິນຄ້າຕ່າງໆ ບໍ່ແມ່ນວ່າ ເຫັນລາຄາຖືກ ກໍຊື້ໂລດ ອາດຈະເປັນອັນຕຣາຍ ຕໍ່ສຸຂພາບ ຕາມມາ ກໍໄດ້:

“ເລືອກຊື້ເລືອກຊົມໃຊ້ສິນຄ້າ ທີ່ວ່າ ໄດ້ຄຸນພາບ ເພາະວ່າ ມັນກໍຫລາຍແຫລ່ງເນາະ ປະເທດລາວ ມີສາຍຍາວຢຽດເນາະ ມີດ່ານທ້ອງຖິ່ນ ດ່ານສາກົນ ບັກຫລາຍໆ ການນໍາເຂົ້າ ມັນກໍບໍ່ໝາຍວ່າ ສິນຄ້າຈະເຂົ້າ ແຕ່ດ່ານສາກົນ ບ່ອນດຽວ ມັນຕ້ອງເຂົ້າທຸກບ່ອນເດ ວ່າຊັ້ນຊະ ປະຊາຊົນ ຢູ່ບ້ານນອກຄອກຄະເມ ຄັນວ່າ ສິນຄ້າໂຕໃດຖຶກ ເຂົາກໍຊື້ໂລດ ຊົມໃຊ້ແລ້ວ ເພາະຄວາມຮູ້ເທົ່າບໍ່ເຖິງການ ເຂົາເຈົ້າເດ ກິນ ໂດຍບໍ່ຄໍານຶງ ເຖິງ ຜົລຮ້າຍ ຕາມມາ ມັນກໍຍາກ ຄືວ່າ ຊັ້ນເນາະ.”

ປັຈຸບັນ ຢູ່ສປປລາວ ມີອາຫານຫຼາຍປະເພດ ທີ່ກໍ່ອັນຕຣາຍ, ຊຶ່ງສ່ວນຫລາຍ ຈະເປັນອາຫານ ທີ່ນໍາເຂົ້າ ຈາກປະເທດຈີນ ເປັນຕົ້ນ ເກືອ, ໄກ່, ປາ, ອາຫານທະເລ ແຊ່ແຂງ, ກະທຽມ, ເຫັດ, ຊີ້ນງົວ, ເຕົ້າຫູ້ ແລະ ນົມຝຸ່ນ ຂອງເດັກນ້ອຍ ໃນອາຫານຈໍາພວກນີ້ ສ່ວນໃຫຍ່ ຈະປະປົນ ກັບຢາຂ້າແມງໄມ້, ສານກັນບູດ, ແລະ ບາງຊນິດ ຍັງມີການໃຊ້ ຢາປະຕິຊິວະນະ ເພື່ອເຮັດໃຫ້ ສິນຄ້າສົດ ແລະ ສອາດ ນໍາອີກ ຊຶ່ງຖ້າຫາກ ຜູ້ໃດກິນອາຫານ ທີ່ປົນເປື້ອນ ສານເຫລົ່ານີ້ ຈະເປັນອັນຕຣາຍ ຕໍ່ສຸຂພາບ ບໍ່ໄວກໍຊ້າ ຢ່າງແນ່ນອນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org