ພຍາດຂາຊ້າງທີ່ມາຈາກ ຍຸງກັດ

ກະຊວງ ສາທາຣະນະສຸຂ ລາວ ເຕືອນ ປະຊາຊົນ ໃຫ້ ປ້ອງກັນ ພຍາດ ຂາຊ້າງ ທີ່ເກີດຈາກ ຍຸງ ກັດ ແລະ ແພ່ຂຍາຍ ໂດຍຍຸງ ເປັນ ພາຫະນະ.

ກະຊວງສາທາຣະນະສຸຂ ສປປ ລາວ LPDR

 

ໃນຍາມຝົນຈະມາເຖິງນີ້ ປະຊາຊົນ ຕ້ອງຣະມັດຣະວັງ ຢ່າໃຫ້ຍຸງກັດ ແລະ ໃຫ້ນອນໃນມຸ້ງ. ເມື່ອປີກາຍ ເຖິງວ່າ ຈຳນວນຄົນ ທີ່ເປັນໂຣຄ ດັ່ງກ່າວ ຍັງບໍ່ຫລາຍ ແຕ່ປະຊາຊົນ ກໍບໍ່ຄວນປະໝາດ. ດ່ັງເຈົ້າໜ້າທີ່ ກະຊວງສາທາຣະນະສຸຂ ເວົ້າວ່າ:

“ປີກາຍມັນບໍ່ມີ ປີກາຍ ມັນບໍຫລາຍນະ ມີໜ້ອຍ ແຕ່ວ່າ ມັນບໍ່ແມ່ນ ການລະບາດ ມີການບົ່ມຊ້ອນຢູ່ບາງເຂດໃນ ບາງຈຸດກໍເທົ່ານັ້ນ ແລະ ຢາປິ່ນປົ່ວ ຂອງເຮົາ ໝາຍຄວາມວ່າ ປັດຈຸບັນ ກຳລັງແຈກຢາຍ ໃຫ້ ແຕ່ລະເມືອງ ຂອງໂຮງໝໍເມືອງ ສຸຂສາລາ.”

ເຈົ້າໜ້າທີ່ທ່ານນີ້ເວົ້າອີກວ່າ ພຍາດຂາຊ້າງຕິດຕໍ່ກັນໄດ້ຈາກຍຸງລາຍ ທີ່ມີຫຼາຍຢູ່ໃນປ່າ ຕຶບດົງໜາແລະໃນຍາມຮ້ອນ. ພຍາດນີ້ ເອິ້ນວ່າ ພຍາດຂາຊ້າງ ກໍເພາະວ່າ ຄົນປ່ວຍທີ່ເປັນພຍາດນີ້ ຂາຈະໄຂ່ ຫລື ໃຫຍ່ຂຶ້ນ ໂດຍສະເພາະ ຢູ່ບໍຣິເວນຣະຫວ່າງຂາ ແລະຂີ້ແຮ້. ເຈົ້າໜ້າທີ່ ກະຊວງສາທາຣະນະສຸຂ ອະທິບາຍວ່າ ເວລາຄົນຖືກຍຸງ ທີ່ມີເຊື້ອ ພຍາດຂາຊ້າງກັດ ເຊື້ອພຍາດຈະເຂົ້າ ໄປຕາມສາຍເລືອດ ແລະໃຊ້ເວລາປະມານ 3 ເດືອນຫາ 9 ເດືອນ ເພື່ອ ເຕີບໃຫຍ່ ຂຍາຍຕົວ; ຫລັງຈາກນັ້ນ ກໍຂຍາຍພັນ ບໍ່ດົນຄົນຜູ້ນັ້ນ ກໍມີອາການປ່ວຍ ເຊັ່ນຈະມີ ອາການອັກເສບຫລືໄຂ່ ຂຶ້ນຕາມກົກຂາ ແລະກົກແຂນ.

ເຈົ້າໜ້າທີ່ເວົ້າວ່າ ສຳຣັບວິທີປ້ອງກັນນັ້ນ ປະຊາຊົນຕ້ອງປ້ອງກັນ ບໍ່ໃຫ້ຍຸງກັດ ເປັນຕົ້ນຕ້ອງນອນຢູ່ໃນມຸ້ງ ຕ້ອງສີດຢາຂ້າຍຸງ ຕ້ອງທຳຣາຍ ຮ່ອງນ້ຳ ເປີເປື້ອນ ແລະຕ້ອງ ສີດຢາປ້ອງກັນ ຫລື Vaccine.

ສິ່ງທີ່ສໍາຄັນ ເມື່ອຮູ້ວ່າຕົນມີອາການທີ່ກ່າວມານັ້ນ ຜູ້ປ່ວຍຕ້ອງໄປຫາໝໍໂດຍດ່ວນ ຖ້າບໍ່ດ່ັງນັ້ນ ອາຈມີອາການຊ້ຳບວມຢ່າງຖາວອນ ແລະ ກາຍເປັນ ຄົນພິການໄດ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org