ຄົນພິການໃນລາວ ຍັງຂາດໂອກາດ ເຂົ້າເຖິງບໍຣິການຕ່າງໆ

ວັນຄົນພິການ ແຫ່ງຊາຕ ແລະ ວັນຄົນພິການ ສາກົລ, ຄົນພິການໃນ ສປປ ລາວ ຍັງມີສິດທິໜ້ອຍ ໃນການເຂົ້າເຖິງ ການບໍຣິການ ຕ່າງໆ ລວມທັງ ການຊອກວຽກເຮັດ, ສຸຂພາບ ແລະ ສິ່ງອໍານວຍຄວາມສະດວກ ພື້ນຖານ ໂດຍສະເພາະຄົນພິການ ທີ່ມີຖານະຍາກຈົນ.

ການສເລີມສລອງ ວັນຄົນພິການ ສາກົລ ມີກິຈກັມ ການແຂ່ງຂັນບານບ້ວງລໍ້ເລື່ອນ, ການຮ້ອງເພງ ແລະອື່ນໆ ທີ່ສະຫະຣັຖ ອາເມຣິກາ ຮ່ວມມືກັບ ສປປ ລາວ ເພື່ອສ້າງໂອກາດ ໃຫ້ຄົນພິການ ໄດ້ປັບປຸງ ການດຳເນີນຊີວິຕ ໃນສັງຄົມ. ຮູບພາບ: US Embassy in Vientiane

ໃນວັນທີ 3 ທັນວາ ຂອງທຸກປີ, ອົງການ ສະຫະປະຊາຊາຕ ໄດ້ກໍານົດໃຫ້ເປັນ ວັນຄົນພິການສາກົລ,  ເຊິ່ງຣັຖບານລາວ ຖືເປັນຣັຖບານນຶ່ງ ໃນຫລາຍໆປະເທດ ທີ່ໃຫ້ຄໍາຫມັ້ນໝາຍ ຕໍ່ກອງປະຊຸມ ສາກົລ ກ່ຽວກັບປະຊາກອນ ແລະ ການພັທນາ ຫຼື The International Conference on Population and Development (ICPD25) ທີ່ນະຄອນ ໄນໂຣບີ ປະເທດ ເຄນຍ່າ ບໍ່ປະຖິ້ມຜູ້ໃດ (ຄົນພິການ) ໄວ້ຂ້າງຫລັງ ແລະສນັບສນູນ ໃຫ້ການຊ່ວຍເຫລືອ ທາງດ້ານ ສິດທິມນຸສ ຂອງຄົນພິການ.

ເມື່ອເວົ້າເຖິງສິດທິຕ່າງໆ ຂອງຄົນພິການແລ້ວ, ຄົນພິການໃນລາວ ຍັງພົບອຸປສັກ ຫລາຍໆຢູ່ ເປັນຕົ້ນວ່າ ຄົນພິການທົ່ວປະເທດລາວ ຍັງເຂົ້າເຖິງສິດທິ ໃນການເຮັດວຽກ, ການປິ່ນປົວສຸຂພາບ ແລະ ສິ່ງອໍານວຍຄວາມສະດວກໜ້ອຍ ທັງໃນເຂດໂຕເມືອງ ແລະຊົນນະບົດ.

ສະເພາະ ສິດທິໃນການເຂົ້າເຖິງ ການເຮັດວຽກຂອງຄົນພິການ ເວົ້າໂດຍລວມແລ້ວ ຍັງແມ່ນໜ້ອຍ ອັນເປັນບັນຫາຫລັກ ທີ່ອົງການຈັດຕັ້ງຄົນພິການ ໃນທົ່ວປະເທດລາວ ພຍາຍາມ ເຮັດວຽກຢ່າງຫນັກ ຮ່ວມກັບພາກຣັຖ ແລະ ເອກຊົນ ເພື່ອໃຫ້ມີການກໍານົດ ເງື່ອນໄຂ ທີ່ເຫມາະສົມ ໃຫ້ແກ່ຄົນພິການ ໃນການຮັບສມັກວຽກ ແລະໃຫ້ເຂົ້າກັບສະພາບໂຕຈິງ ທີ່ຄົນພິການເປັນຢູ່.

ຕາມຄວາມເວົ້າຂອງ ເຈົ້າໜ້າທີ່ ສມາຄົມຄົນພິການ ແຫ່ງຊາຕລາວ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 5 ທັນວາ ນີ້ວ່າ:

ແລ້ວໂອກາດ ຂອງຄົນພິການ ທີ່ຈະເຂົ້າເຖິງການມີວຽກເຮັດ ງານທໍາ ແມ່ນມີໜ້ອຍຫລາຍ ບັນດາໂຮງຈັກ ໂຮງງານ ຫລືວ່າທາງພາກຣັຖ ເອກຊົນ ເພິ່ນມີເງື່ອນໄຂ ມາຕຖານສູງເກີນກວ່າ ຄົນພິການ ພວກເຮົາ ຈະເຂົ້າເຖິງໄດ້ ໂຕຢ່າງວ່າ ຕ້ອງມີຄວາມຮູ້ ລະດັບຈົບປະຣິນຍາຕຣີ, ປະຣິນຍາໂທ, ປະຣິນຍາເອກ ແລ້ວເຮົາມາ ເບິ່ງຄົນພິການຂອງເຮົານີ້ ມີແຕ່ລະດັບວິຊາຊີພ ຕ້ອງມີຄວາມຊໍານານງານ ເທົ່ານັ້ນ ເທົ່ານີ້ ປີ ແລະຕ້ອງແມ່ນ ຄົນມີສຸຂພາບແຂງແຮງ.

ນອກຈາກນີ້ ກະຊວງໂຍທາທິການ ແລະ ຂົນສົ່ງ ກັບ ອົງການຈັດຕັ້ງຄົນພິການ ໃນປະເທດລາວ ກໍກໍາລັງຊອກຫາ ທາງຮ່ວມກັນ ເພື່ອໃຫ້ສະຖານທີ່ເຮັດວຽກ, ຫ້ອງນ້ໍາສາທາຣະນະ, ໂຮງໝໍ, ສຸຂສາລາ ແລະ ບ່ອນອື່ນໆ ໃຫ້ອອກແບບໂຄງສ້າງອາຄານ ຂອງສະຖານທີ່ດັ່ງກ່າວນັ້ນ ທີ່ຕ້ອງຄໍານຶງເຖິງຄົນພິການ ນໍາດ້ວຍ ຫາກບໍ່ມີ ກໍຕ້ອງໄດ້ເຮັດ ຫລືຫາກຈະສ້າງໃໝ່ ກໍຕ້ອງໄດ້ຄໍານຶງເຖິງຄົນພິການນໍາ.

ດັ່ງເຈົ້າໜ້າທີ່ ສມາຄົມຄົນພິການ ແຫ່ງຊາຕລາວ ຜູ້ດຽວກັນນີ້ ກ່າວວ່າ:

ສິ່ງກໍ່ສ້າງ ຫລືວ່າ ສັງຄົມທີ່ສ້າງຂຶ້ນ ບໍ່ຄໍານຶງເຖິງ ຄົນພິການ ຄົນພິການ ກໍບໍ່ສາມາດເຂົ້າຮອດ ເຂົ້າເຖິງໄດ້ ເປັນຕົ້ນວ່າ ເຮົາບໍ່ມີ ແຣັມປ໌ (RAMP) ຫລືວ່າ ທາງເນີນ ຈັ່ງຊີ້ນ່າ ໃຫ້ກັບຜູ້ຂີ່ລໍ້ ມັນກໍເຂົ້າເຖິງບໍ່ໄດ້ເນາະ ໃນສຖານທີ່ບໍຣິການຕ່າງໆ ຈັ່ງຊີ້ນ່າ ແລ້ວກໍຫ້ອງນ້ໍາ ບໍ່ໄດ້ເຮັດເພື່ອຄົນພິການ ເປັນຕົ້ນ ຫ້ອງນ້ໍາແຄບ ແລ້ວກໍບໍ່ມີບັນໄດ (ສໍາລັບຄົນພິການ) ບໍ່ສາມາດຂຶ້ນໄດ້ ໂຕຢ່າງ ຈັ່ງຊີ້ ໃຫ້ພວກເຮົາ ບໍ່ສາມາດເຂົ້າຮອດເຂົ້າເຖິງໄດ້ ບາງເທຶ່ອ ເຂົາອອກແບບ ວາງແຜນ ໂດຍເຂົາບໍ່ໄດ້ຄໍານຶງວ່າ ບໍ່ປະຄົນພິການໄວ້ເບື້ອງຫລັງ.

ທ່ານກ່າວຕື່ມວ່າ ທີ່ຜ່ານມາ ອົງການສາກົລ ແລະຣັຖບານລາວ ມີການພັທນາ ທາງດ້ານການ ສນັບສນູນເຄື່ອງຄ້ໍາຊູ ຊ່ວຍຊູ (ສິ່ງອໍານວຍ ຄວາມສະດວກ ໃນການເຄື່ອນໄຫວ) ໃຫ້ຄົນພິການ ທົ່ວປະເທດລາວ ຕາມຈຸດບໍຣິການຕ່າງໆ ເປັນຕົ້ນ ລໍ້ເລື່ອນ, ລໍ້ໂຍກ, ໄມ້ໂຍກ, ໄມ້ຄ້ໍາຊູ, ຂາທຽມ, ແວ່ນຕາ ແລະ ອື່ນໆ ແຕ່ເຄື່ອງຄ້ໍາຊູ ຊ່ວຍຊູ ດັ່ງກ່າວ ກໍບໍ່ໄດ້ພຽງພໍ ຕໍ່ຈໍານວນຄົນພິການ ທົ່ວປະເທດ ໂດຍສະເພາະ ຄົນພິການ ໃນເຂດຊົນນະບົດ.

ເມື່ອເວົ້າເຖິງ ນະໂຍບາຍການເຈັບເປັນ ຂອງຄົນພິການ ຖືວ່າ ຄົນພິການ ເຂົ້າເຖິງໄດ້ຍາກ ໂດຍສະເພາະ ການແລ່ນເອກສານ ຂໍໃບອະນຸຍາດ ຈາກພາກສ່ວນທີ່ກ່ຽວຂ້ອງ ວ່າດ້ວຍເຣຶ່ອງ ການຫລຸດຜ່ອນຄ່າໃຊ້ຈ່າຍ ໃນການປິ່ນປົວພະຍາດ ສໍາລັບຜູ້ທຸກຍາກ ທີ່ມີຄວາມພິການ, ອີກທັງການສື່ສານ ລະຫວ່າງ ທີມແພດ ກັບຜູ້ພິການ ທາງການໄດ້ຍິນ (ຫູໜວກ) ຈະບໍ່ຄັກປານໃດ ທາງຜູ້ພິການຫູໜວກ ຕ້ອງໄດ້ຈ້າງນາຍແປພາສາມື ດ້ວຍເງິນສ່ວນໂຕ ທຸກຄັ້ງທີ່ມີການ ຮັບບໍຣິການ ປິ່ນປົວພຍາດ.

ດັ່ງເຈົ້າໜ້າທີ່ ອົງການຈັດຕັ້ງ ພາກປະຊາສັງຄົມ ຫລື ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບຣັຖບານ ທີ່ເຮັດວຽກກ່ຽວກັບ ການສນັບສນູນ ແລະ ປັບປຸງຊີວິຕ ຄົນພິການໃນລາວ ທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:

ເພາະວ່າ ແພດໝໍ ເພິ່ນແກ້ ບໍ່ໄດ້ເຈາະຈົງ ເຣຶ່ອງຄົນພິການຫັ້ນນ່າ ເຣຶ່ອງພາສາມື ແດ່ບໍ່, ແລ້ວກໍຄອບຄົວທີ່ທຸກຍາກ ຫລືວ່າ ຄົນພິການ ເຣຶ່ອງນະໂຍບາຍເຈັບເປັນ ຍົກໂຕຢ່າງວ່າ ມີການຫລຸດຜ່ອນ ຄ່າໃຊ້ຈ່າຍບໍ່ ເວລາເຂົາໄປຂໍ ເຮັດອັນນ່າ ໄປຂໍໃບ ນະໂຍບາຍ ຈັ່ງຊີ້ ກໍເຂົ້າເຖິງໄດ້ຍາກ ບໍ່ໄດ້ຮັບການຊ່ວຍເຫລືອ.

ຢູ່ນະຄອນຫລວງວຽງຈັນ ກໍມີ ກໍຣະນີ ແມ່ຍິງພິການທາງສມອງ ຖືກຂົ່ມຂືນ ແບບບໍ່ຮູ້ໂຕ ພາຍຫລັງ ເຂົາເຈົ້າ ຢູ່ເຮືອນຄົນດຽວ ຍ້ອນຜູ້ປົກຄອງ ອອກໄປຊອກຢູ່ ຫາກິນ, ເຊິ່ງທາງ ເຈົ້າໜ້າທີ່ໂຄງການ ສາກົລ ໄດ້ເຂົ້າໄປພົບເຂົາເຈົ້າ ແລະໄດ້ມີການ ຮີບໂຮມຂໍ້ມູນ ເພື່ອຫາແນວທາງ ການແກ້ໄຂ ໃຫ້ແມ່ຍິງພິການທາງສມອງ ໄດ້ເຂົ້າເຖິງຂບວນ ການຍຸຕິທັມ ພາຍຫລັງ ເຂົາເຈົ້າ ຖືກຂົ່ມຂືນ ແລ້ວຕ້ອງໄດ້ເອົາລູກອອກ.

ດັ່ງ ເຈົ້າໜ້າທີ່ ທີ່ມີຄວາມພິການ ທາງແຂນ (ແຂນກຸດ) ເຮັດວຽກຢູ່ ໂຄງການສາກົລ ສົ່ງເສີມການມີສ່ວນຮ່ວມ ຂອງຄົນພິການ ທີ່ກ່ຽວກັບສິດທິທາງເພດ ແລະສຸຂພາບ ຈະເຣີນພັນ ກ່າວໃນມື້ດຽວກັນນີ້ວ່າ:

ລາວຖືກລ່ວງລະເມີດທາງເພດ ບໍ່ໄດ້ຮັບຄວາມຍຸຕິທັມຫັ້ນນ່າ ໄປເບິ່ງ ຊະຕາກັມ ແລ້ວກໍອີດູຕົນຫັ້ນແຫລະເນາະ ເຮົາຄົນພິການນໍາກັນ ແຕ່ເຂົາເຈົ້າ ກັບບໍ່ໄດ້ ອັນນ່າ ອອກມາໃຊ້ສິດ ຫລືວ່າ ອອກມາໃຫ້ຮ້ອງຟ້ອງ ຫລືວ່າ ມີງົບປະມານ ທີ່ຈະຕ້ອງຈ້າງ ທນອກ, ທນາຍ ໂຕນີ້ ມັນກໍມີຫລາຍ ເຂົາເຈົ້າກໍບໍ່ກ້າອອກມາ ໃຊ້ສິດ ໃຊ້ສຽງ ໃນຈຸດນີ້.

ຍານາງກ່າວຕຶ່ມວ່າ ທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄດ້ສເນີໃນກອງປະຊຸມ ຂອງຣັຖ ແລະອົງການສາກົລໄປເມື່ອບໍ່ດົນ ຄື ຢາກໃຫ້ແຕ່ລະບ້ານ ມີອາສາສມັກຄົນພິການ ປະຈໍາບ້ານ ເພື່ອຊ່ວຍເຫລືອ ແລະໃຫ້ຄໍາແນະນໍາ ແມ່ຍິງພິການທີ່ປະສົບ ກັບຄວາມຮຸນແຮງທາງເພດ ແລະອື່ນໆ ເນຶ່ອງຈາກຄົນພິການ ນໍາກັນ ຈະມີຄວາມເຊື່ອໃຈ ກັນ ແລະເປີດໃຈເລົ່າເຖິງຊີວິຕ ທີ່ປະສົບຄວາມຮຸນແຮງ ທາງເພດໄດ້ດີກ່ວາ.

ຂະນະທີ່ ໃນວັນທີ 3 ທັນວາ ທີ່ຜ່ານມາ, ເຟສບຸກຄ໌ເພຈ UNFPA Laos ໄດ້ໂພສຕ໌ ຂໍ້ຄວາມທີ່ມີໃຈຄວາມສໍາຄັນ ຕອນນຶ່ງວ່າ ແມ່ຍິງຄົນພິການມີທ່າທີ ທີ່ປະສົບກັບຄວາມຮຸນແຮງ ທາງເພດຫລາຍກ່ວາແມ່ຍິງປົກກະຕິເຖິງ 10 ເທົ່າ ເຊິ່ງທາງ UNFPA Laos ກໍາລັງສົ່ງເສີມ ຂະບວນການຈັດຕັ້ງຂຶ້ນ ທົ່ວໂລກທີ່ມີຊື່ວ່າ “ພວກເຮົາຕັດສິນໃຈ (We Decide) ທີ່ພຍາຍາມດຶງເອົາແມ່ຍິງ ແລະຊາວໝຸ່ມ ທີ່ພິການ ເຂົ້າມາມີສ່ວນຮ່ວມ ແລະ ສ້າງຄວາມເຂັ້ມແຂງ.

ນອກຈາກນີ້ ປະເທດລາວ ຍັງບໍ່ມີບັດຄົນພິການ ແລະ ເງິນເດືອນໃຫ້ຄົນພິການ ຄື ປະເທດເພື່ອນບ້ານ ເປັນຕົ້ນ ປະເທດໄທຍເທື່ອ ເຮັດໃຫ້ຄົນພິການລາວ ພົບຄວາມຫຍຸ້ງຍາກ ໃນການປິ່ນປົວສຸຂພາບ ຍ້ອນ ຕ້ອງຈ່າຍຄ່າບໍຣິການ ຄ່າປິ່ນປົວ ແລະຄ່າຢາ ເຕັມຈໍານວນ ຄື ຄົນຮ່າງກາຍປົກກະຕິ ຂະນະທີ່ ສະພາບໂຕຈິງ ຄົນພິການລາວ ຣາຍໄດ້ເພື່ອລ້ຽງຊີພ ໜ້ອຍຢູ່ແລ້ວ ຕົກເດືອນລະ 500,000-800,000 ກີບ ເທົ່ານັ້ນ.

ອີກທັງ ການປິ່ນປົວສຸຂພາບ ຢູ່ໂຮງໝໍ ຫລື ສຸຂສາລາ ຍັງພົບຄວາມຫຍຸ້ງຍາກ ຍ້ອນ ບໍ່ມີຫ້ອງກວດພຍາດ ສະເພາະຄົນພິການ ເຮັດໃຫ້ຄົນພິການ ຕ້ອງໄດ້ລໍຖ້າດົນກ່ວາ ຄົນຮ່າງກາຍປົກກະຕິ ຍ້ອນ ບໍ່ມີຕາທີ່ເຫັນຮຸ່ງ ຍ່າງໄປຖາມເຈົ້າໜ້າທີ່ໄດ້ ຕ້ອງໄດ້ນັ່ງລໍຖ້າ ເຈົ້າໜ້າທີ່ຮ້ອງຊື່ຢ່າງດຽວ.

ດັ່ງ ຄົນພິການທາງຕາ ປະກອບອາຊີພ ເປັນໝໍນວດ ຢູ່ໃນ ນະຄອນຫລວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:

ຢາກໃຫ້ມັນມີຫ້ອງກວດ ໂດຍສະເພາະຄົນພິການ ຄັນຄືຫ້ອງທົ່ວໄປ ຫັ້ນນ່າ ເຂົາວ່າ ເອິໆໆໆ ບຶດດຽວ ບາດນີ້ ເຮົາກໍນັ່ງຖ້າຢູ້ກໍ່ ບໍ່ຮູ້ ຊິໄປຫາເຂົາໄດ້ຫັ້ນນ່າ, ການໃຊ້ຈ່າຍ (ຄ່າປິ່ນປົວສຸຂພາບ) ຈ່າຍ ຄືປົກກະຕິ ຄື ກັບຄົນຕາດີນ່າ ເພາະວ່າ ເຮົາບໍ່ມີບັດ ອັນຂອງ ຄົນພິການເດ້ ແຕ່ຂອງໄທຍ ຫັ້ນ ມັນມີນະໂຍບາຍ ຂອງຄົນພິການ ຄົນພິການຍັງໄດ້ເງິນເດືອນເດ້ເນາະ ມັນກໍດີຫລາຍຢ່າງ ເວລາເຮົາເຈັບເປັນບໍ່ ເອັນອຸ່ນບໍ່ ເຂົາກໍອາສັຍເງິນໂຕນັ້ນ ຄືວ່າ ເຂົາອອກແຮງງານບໍ່ໄດ້ ການເດີນຈອນໄປມາ ເຮົາກໍມີການຂາດແຄນເນາະ ເຮົາກໍຈະອາສັຍເງິນເດືອນຫັ້ນ ເພື່ອກິນຈ່າຍ.

ສໍາລັບປີ 2022 ນີ້ ເນຶ່ອງໃນວັນຄົນພິການ ແຫ່ງຊາຕລາວ ແລະ ສາກົລ ປະເທດລາວໄດ້ ມີການ ສເລີມສລອງ ວັນດັ່ງກ່າວ ດ້ວຍກິຈກັມ ການແຂ່ງຂັນກິລາ ຄົນພິການ (ກິລາ ບາສເກຕບອລ ລໍ້ເລື່ອນ) ຢູ່ສໂມສອນກິລາ ໃນຮົ່ມ ສໍາຣັບ ຄົນພິການ, ຕອບຄໍາຖາມ ລຸ້ນຮັບຂອງທີ່ລະລຶກ ຈາກສມາຄົມ ຄົນພິການແຫ່ງຊາຕລາວ ແລະການແຂ່ງຂັນພາສາມື ຢູ່ແຄມຂອງ (ສວນເຈົ້າອານຸວົງ).

ນອກຈາກນີ້ ອີງຕາມຣາຍງານຂອງ ກອງທຶນ ປະຊາກອນ ແຫ່ງ ສະຫະປະຊາຊາຕ ຫຼື United Nations Population Fund (UNFPA) ລະບຸວ່າ ປະເທດລາວ ມີຄົນພິການ 160,000 ປາຍຄົນ ທີ່ມີອາຍຸ 5 ປີ ຂຶ້ນໄປ ໂດຍປະຊາກອນ ທີ່ມີຄວາມພິການ ແມ່ນມີຫລາຍ ໃນເຂດຊົນນະບົດ ຫລາຍກ່ວາເຂດໃນໂຕເມືອງ ແລະ ສ່ວນໃຫຍ່ ປະເທດລາວ ຈະມີຄົນພິການຕາ, ຫູຫນວກ, ປາກກືກ ຫລາຍ ສ່ວນພິການ ອັນເນຶ່ອງມາຈາກ ເສັຍອົງຄະ ແລະ ພິການທາງສມອງ ແມ່ນມີໜ້ອຍ, ອີງຕາມ ການຣາຍງານຂອງ ສະຖານນີ ວິທຍຸ ຊາວໝຸ່ມລາວ ແລະ ອີງຕາມຂໍ້ມູນ ຈາກ ສມາຄົມ ຄົນພິການ ແຫ່ງຊາຕລາວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org