ບໍ່ແກ້ວສັ່ງປິດ 4 ບ້ານ ຢູ່ເມືອງ ຕົ້ນເຜິ້ງ
ແຂວງບໍ່ແກ້ວ ສັ່ງປິດ 4 ບ້ານ ທີ່ຢູ່ຕິດກັບ ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ຢູ່ເມືອງຕົ້ນເຜິ້ງ ເພື່ອປ້ອງກັນ ບໍ່ໃຫ້ ຄົນງານ ຢູ່ໃນເຂດເສຖກິຈ ເດີນທາງ ເຂົ້າ-ອອກ ບ້ານທີ່ຕິດກັບພື້ນທີ່ດັ່ງກ່າວ.
-
ຈໍາປາທອງ
2021-08-09 -
-
-
Your browser doesn’t support HTML5 audio
ທາງການແຂວງບໍ່ແກ້ວສັ່ງປິດ 4 ບ້ານ ຢູ່ເມືອງຕົ້ນເຜິ້ງ ຄືບ້ານໃຫຍ່ຕົ້ນເຜິ້ງ, ບ້ານດອນມຸມ, ບ້ານໂພນໂຮມ ແລະບ້ານສາມຫຼ່ຽມ ຄໍາ ໃນມື້ວັນທີ 6 ສິງຫາ 2021 ນີ້ ຍ້ອນ 4 ບ້ານນັ້ນ ຢູ່ຕິດກັບເຂດເສຖກິຈພິເສດສາມຫຼ່ຽມຄໍາ ແລະມີຄົນງານພະມ້າ ທີ່ມີຄວາມ ຫຍຸ້ງຍາກຫຼາຍໃນເຂດນັ້ນ ຕ້ອງການກັບຄືນປະເທດຂອງພວກເຂົາເຈົ້າ, ທໍາການປະທ້ວງ ແລະຕ້ອງການຜ່ານບ້ານນັ້ນ ຊຶ່ງເຈົ້າໜ້າ ທີ່ຄະນະສະເພາະກິຈ ແຂວງບໍ່ແກ້ວທ່ານນຶ່ງ ຜູ້ຂໍສງວນຊື່ແລະຕໍາແໜ່ງກ່າວເຖິງການປິດ 4 ບ້ານນັ້ນ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 9 ສິງຫານີ້ວ່າ:
“ເມືອງບໍ່ໄດ້ລ໊ອກເດີ້ ລ໊ອກແຕ່ເຂດທີ່ເຮົາໄດ້ກໍານົດໄວ້ຫັ້ນ ມັນເປັນກຸ່ມຢູ່ຫັ້ນ ມັນເປັນຂອງເຂດດຽວກັນ ໝາຍເຖິງແບບຢູ່ອ້ອມຂ້າງກັນ ຫັ້ນເດ໋ ແບບບ່ານລຽບບ້ານໃກ້ຊິດ ໄດ້ມີກໍານົດຕຶກ ແລ້ວເຮົາແຍກໄປກັກໄວ້ ຈະຈັດສົ່ງຫັ້ນນ່າ ຍ້ອນວ່າເພິ່ນຢາກກັບບ້ານເດ໋.”
ຊາວບ້ານຜູ້ນຶ່ງເວົ້າວ່າ 4 ບ້ານທີ່ວ່ານັ້ນ ທາງການສັ່ງໃຫ້ປິດ ບໍ່ໃຫ້ຄົນເດີນທາງເຂົ້າ-ອອກ ຍ້ອນວ່າພວກຄົນງານພະມ້າ ຢາກກັບຄືນ ປະເທດເຂົາ, ບໍ່ຍອມຖືກກັກຕົວ ເຮັດໃຫ້ທາງການລາວ ໂຍກຍ້າຍຄົນງານລາວ ແລະຄົນງານພະມ້າ ເຂົ້າໄປກັກຕົວ ຢູ່ໃນເຂດບ້ານ ດັ່ງກ່າວ ແລະມີເຈົ້າໜ້າທີ່ກວດກາເຂັ້ມງວດຢູ່ຕລອດເວລາ:
“ແມ່ນແລ້ວ ປິດຢູ່ 3-4 ບ້ານເພິ່ນບໍ່ໃຫ້ເຂົ້າບໍ່ໃຫ້ອອກ ເຂົາຢ້ານຄົນພະມ້າ ໃນກາຊີໂນເຂົ້າມານີ້ນ່າ. ພະມ້າເຂົາເຈົ້າຢາກກັບ ເຂົາ ເຈົ້າປ້ອງກັນ ຢ້ານເຂົາເຈົ້າແລ່ນເຂົ້າມານີ້ນ່າ ເຂົາເຈົ້າແລ່ນເຂົ້າມາບໍ່ໄດ້ແລ້ວ ເພາະເພິ່ນກະມີພວກທະຫານ ຕໍາຣວດເພິ່ນກະຄຸມ ຢູ່ຫັ້ນເດ໋ ເຂົາເຈົ້າຍອມກັກໂຕ ເພິ່ນກໍໃຫ້ເຂົ້າແລ້ວ ກໍບໍ່ມີບັນຫາຫຍັງ.”
ແລະປະຊາຊົນລາວ ອີກຜູ້ນຶ່ງກໍເວົ້າວ່າ ທີ່ຜ່ານມາ ທາງການບໍ່ໄດ້ເຂັ້ມງວດຫຼາຍ, ມີຄົນເຂົ້າ-ອອກໄດ້ປົກກະຕິ, ແຕ່ພໍເກີດເຣື່ອງ ຄົນ ງານພະມ້າຕ້ອງການ ກັບຄືນປະເທດ ທາງການລາວ ກໍສັ່ງໃຫ້ປິດ 4 ບ້ານນັ້ນ ຍ້ອນຢ້ານໂຄວິດ-19 ແຜ່ຣະບາດໃນຊຸມຊົນ ເພາະ ເຫັນວ່າ ທີ່ຜ່ານມາກໍມີຄົນຕິດເຊື້ອໃນຊຸມຊົນ ຈາກຄົນງານລາວ ທີ່ໄດ້ອອກຈາກເຂດເສຖກິຈນັ້ນມາແລ້ວ ເຮັດໃຫ້ມີການເວນຍາມ ທັງເວັນທັງຄືນ ດັ່ງທີ່ທ່ານກ່າວວ່າ:
“ແມ່ນແຫຼະ ຜ່ານມາເຂົາເຈົ້າກໍບໍ່ໄດ້ເຄັ່ງຄັດ ແມ່ນຫຍັງຫຼາຍນະ ມັນມີຄົນເຂົ້າ-ອອກຫຼາຍເນາະ ບາງທີ່ຄົນຢູ່ໃນເຂດ ມາຕິດຄົນ ຢູ່ ຊຸມຊົນ ແລ້ວບໍ່ໄດ້ຣະມັດຣະວັງ. ດຽວນີ້ເວນຍາມຕລອດ 24 ຊົ່ວໂມງ.”
ຈາກຜົລຂອງການກວດວິເຄາະ ຫາເຊື້ອໂຄວິດ-19 2,731 ຄົນ ໃນມື້ວັນທີ 8 ສິງຫາ 2021 ນີ້ ທາງການລາວກວດພົບ ຜູ້ຕິດເຊື້ອ ໂຄວິດ-19 ໃໝ່ຕື່ມອີກ 170 ຄົນ. ໃນນັ້ນຕິດເຊື້ອ ໃນຊຸມຊົນ 21 ຄົນ ແລະນໍາເຂົ້າ 149 ຄົນ. ໃນຈໍານວນ 170 ຄົນນັ້ນ ຕິດເຊື້ອ ຢູ່ແຂວງຈໍາປາສັກ 74 ຄົນ, ນະຄອນຫຼວງວຽງຈັນ 46 ຄົນ, ສາຣະວັນ 45 ຄົນ, ບໍ່ແກ້ວ 9 ຄົນ, ສວັນນະເຂດ 8 ຄົນ, ຄໍາມ່ວນ 7 ຄົນ ແລະແຂວງວຽງຈັນ 1 ຄົນ ດັ່ງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມ ພຍາດຕິດຕໍ່ ກະຊວງສາທາ ຣະນະສຸຂ ກ່າວໃນພິທີຖແລງຂ່າວ ຕໍ່ສື່ມວນຊົນ ໃນມື້ວັນທີ 9 ສິງຫານີ້ວ່າ:
“ໃນມື້ວານນີ້ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດເຊື້ອ ໂຄວິດ-19 ທັງໝົດ 2,731 ໂຕຢ່າງ. ໃນນັ້ນກວດພົບຜູ້ຕິດເຊື້ອ 170 ຄົນ ແມ່ນຕິດເຊື້ອພາຍໃນແຂວງ ຈໍານວນ 21 ຄົນ ຊຶ່ງມີນະຄອນຫຼວງວຽງຈັນ 2 ແຂວງ ວຽງຈັນ 1 ບໍ່ແກ້ວ 9 ສວັນນະເຂດ 6 ແລະ ຈໍາປາສັກ 3.”
ໃນປັດຈຸບັນ ທາງການລາວໃຊ້ມາຕການເພີ່ມເວລາກັກຄົນງານລາວ ທີ່ກັບມາຈາກຕ່າງປະເທດ ຈາກ 14 ມື້ ເປັນ 28 ມື້ ຄືກັກຕົວ ຢູ່ເມືອງຕື່ມອີກ 14 ມື້ ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:
“ແມ່ນລະທົ່ວປະເທດເນາະ ແຂວງກັກໂຕຢູ່ 14 ມື້ເນາະແລ້ຫຼັງຈາກນັ້ນ ເອົາລົງມາເມືອງ 14 ມື້ເປັນ 28 ມື້ ເພາະວ່າແຕ່ລະຄົນ ຜ່ານມາເນາະ ແບບວ່າກັກໂຕແລ້ວ 14 ມື້ ແລ້ວຫຼັງຈາກນັ້ນ ເມືອຮອດບ້ານ ຮອດເຮືອນ ກໍຍັງເປັນອາການແບບນີ້ນ່າ.”
ມາເຖິງປັດຈຸບັນ ລາວໄດ້ຮັບການຊ່ອຍເຫຼືອດ້ານວັກຊິນປ້ອງກັນໂຄວິດ-19 ຈາກປະເທດຕ່າງໆ ທັງຊ່ອຍເຫຼືອໂດຍກົງ ແລະ ຜ່ານ ໂຄງການໂຄແວັກ ຂອງສະຫະປະຊາຊາດແລ້ວ ຈໍານວນ 5,176,490 ໂດສ. ໃນນັ້ນມີວັກຊິນ 5 ຊນິດ ຄື ຊິໂນຟາມ 2,902,000 ໂດສ, ແອສຕຣາເຊນິກາ 1,164,870 ໂດສ, ຈອນສັນແອນຈອນສັນ ຈາກສະຫະຣັຖອາເມຣິກາຜ່ານໂຄງການໂຄແວັກ 1,008,000 ໂດສ, ໄຟເຊີ້ ຈາກໂຄງການໂຄແວັກ 100,620 ໂດສ ສະປຸດນິກ 5 1,000 ໂດສ ດັ່ງ ດຣ. ວຽງຂັນ ພິໄຊ ຮອງຫົວໜ້າສູນແມ່ ແລະເດັກ ກ່າວໃນພິທີຖແລງຂ່າວ ຕໍ່ສື່ມວນຊົນໃນມື້ວັນທີ 7 ສິງຫານີ້ວ່າ:
“ພວກເຮົາມີວັກຊິນມາໃຊ້ ຢູ່ໃນສປປລາວ ເຮົາ ກໍແມ່ນ 5 ຊນິດ. ຊນິດທີ 1 ກໍແມ່ນຊີໂນຟາມ, ທີ 2 ກໍແມ່ນແອສຕາເຊນິກ້າ ກໍມີ ສຸປົດນິກ ມີໄຟເຊີ ກະມີຈອນສັນແອນຈອນສັນ ປັດຈຸບັນເຮົາມີວັກຊິນຢູ່ໃນມື ຈໍານວນ 5,176,490 ໂດສ.”
ອີງຕາມການຣາຍງານ ຂອງຄະນະສະເພາະກິຈປ້ອງກັນໂຄວິດ-19 ໃນມື້ວັນທີ 9 ສິງຫາ 2021 ນີ້, ມາເຖິງປັດຈຸບັນ ຢູ່ລາວ ມີຜູ້ ໄດ້ຮັບການກວດວິເຄາະຫາເຊື້ອໂຄວິດ-19 ທັງໝົດ 340,408 ຄົນ, ມີຜູ້ຕິດເຊື້ອ ສະສົມ 8,561 ຄົນ, ມີເສັຽຊີວິດ 8 ຄົນ, ປິ່ນປົວ ຫາຍແລ້ວ 4,461 ຄົນ, ກໍາລັງປິ່ນປົວ ແລະຕິດຕາມອາການຢູ່ໂຮງໝໍ 4,092 ຄົນ. ມາເຖິງມື້ວັນທີ 8 ສິງຫານີ້ ມີຜູ້ໄດ້ຮັບການສັກ ວັກຊິນປ້ອງກັນໂຄວິດ-19 ເຂັມທີ 1 ແລ້ວ 1,361,484 ຄົນ ແລະໄດ້ສັກເຂັມທີ 2 ແລ້ວ 1,212,791 ຄົນ.