ປາກເປື່ອຍລົງເລັບ ຣະບາດ ຢູ່ແຂວງຫົວພັນ
ພຍາດປາກເປື່ອຍລົງເລັບ ກໍາລັງຣະບາດ ຢູ່ແຂວງຫົວພັນ ມີສັດລ້ຽງຕາຍແລ້ວ ບໍ່ຕໍ່າກ່ວາ 700 ໂຕ.
-
ໄມຊູລີ
2018-05-09 -
-
-
Your browser doesn’t support HTML5 audio
ພຍາດປາກເປື່ອຍລົງເລັບ ກໍາລັງຣະບາດໜັກ ຢູ່ແຂວງຫົວພັນ ນັບແຕ່ ເດືອນພຶສຈິກາ ປີ 2017 ມາເຖິງປັດຈຸບັນ ມີງົວ, ຄວາຍ, ໝູ ແລະແບ້ ຕາຍຍ້ອນພຍາດດັ່ງກ່າວ ຫລາຍກ່ວາ 700 ໂຕແລ້ວ ໃນຂນະທີ່ ມີງົວ, ຄວາຍ ຕິດເຊື້ອພຍາດນີ້ ອີກຈໍານວນ ບໍ່ຕໍ່າກ່ວາ 10,000 ໂຕ ຊຶ່ງປັດຈຸບັນ ຍັງຄົງມີ ການຣະບາດຢູ່ ແຕ່ເຈົ້າໜ້າທີ່ ສາມາດຄວບຄຸມ ສພາບການໄດ້ແລ້ວ ຈໍານວນນຶ່ງ, ດັ່ງເຈົ້າໜ້າທີ່ ຂແນງລ້ຽງສັດ ແຂວງຫົວພັນ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 9 ພຶສພາ ນີ້ວ່າ:
“ມັນກໍຣະບາດ ບ້ານນີ້ສູງສຸດ ແລ້ວກໍໄປບ້ານໃໝ່ ພວກເຮົາ ກໍຄວບຄຸມຢູ່ ເພື່ອບໍໃຫ້ ກະຈາຍໄປອີກຕໍ້ບ້ານອື່ນ ຫັ້ນນະ ທາງເມືອງ ເພີ່ນກໍໄດ້ສົ່ງ ພະນັກງານ ລົງໄປປະຈໍາ ແລ້ວ ພະຍາດດັ່ງກ່າວນີ້ ມັນມີທີ່ມາທີ່ໄປຂອງມັນ ເດ້ ຄັນສເພາະ ມັນເອງ ບໍ່ສາມາດ ຣະບາດຂຶ້ນໄດ້ ເນາະ ມີການເຄື່ອນຍ້າຍ ຫັ້ນນະ.”
ເຈົ້າໜ້າທີ່ ທ່ານນີ້ ກ່າວຕື່ມວ່າ ສໍາລັບສັດລ້ຽງ ທີ່ຕິດເຊື້ອພຍາດ ປາກເປື່ອຍລົງເລັບ ກໍໄດ້ຮັບການປິ່ນປົວໄປຫລາຍໂຕ ແຕ່ທາງເຈົ້າໜ້າທີ່ ໄດ້ແນະນໍາໃຫ້ ເຈົ້າຂອງສັດ ເຟົາເບິ່ງແຍງອາການຢ່າງໃກ້ສິດ ແລະ ຫ້າມບໍ່ໃຫ້ ເຄື່ອນຍ້າຍ ສັດທີ່ຕິດເຊື້ອ ໄປເຂດອື່ນ ໃຫ້ຂັງໄວ້ໃນຄອກ ເທົ່ານັ້ນ. ສ່ວນສັດ ທີ່ຕາຍ ຍ້ອນພຍາດດັ່ງກ່າວ ໄດ້ນໍາໄປ ຂຸດຂຸມຝັງຢ່າງມິດຊິດ ແລະ ຫ້າມປະຊາຊົນ ນໍາໄປບໍຣິໂພຄ ຢ່າງເດັດຂາດ.
ພຍາດປາກເປື່ອຍລົງເລັບ ທີ່ຣະບາດຄັ້ງນີ້ ສ່ວນໃຫຍ່ ເກີດຢູ່ເມືອງຊໍາເໜືອ ທັງໝົດ ມີ 82 ບ້ານ ຮອງລົງມາ ແມ່ນເມືອງຊຽງຄໍ້ ມີ 5 ບ້ານ ສ່ວນຢູ່ເມືອງ ວຽງໄຊ, ເມືອງ ຊໍາໃຕ້, ເມືອງສົບເບົາ ແລະ ເມືອງແອດນັັ້ນ ເຈົ້າໜ້າທີ່ ສາມາດຄວມຄຸມ ການແຜ່ຣະບາດ ໄດ້ກ່ອນແລ້ວ.
ຢ່າງໃດກໍຕາມ ຣາຍງານວ່າ ສາເຫດຂອງການແຜ່ຣະບາດ ພຍາດປາກເປື່ອຍລົງເລັບ ຢູ່ແຂວງຫົວພັນ ເທື່ອນີ້ ກໍຍ້ອນເກີດຈາກ ສັດລ້ຽງ ທີ່ຕິດເຊື້ອຢູ່ແລ້ວ ບໍ່ຖືກແຍກອອກ ຈາກສັດລ້ຽງຕົວອື່ນໆ ເພາະປະຊາຊົນ ມັກລ້ຽງແບບຊະຊາຍ ຈິ່ງເຮັດໃຫ້ ການຣະບາດ ເກີດໄດ້ງ່າຍ ຊື່ງມາຮອດ ປັດຈຸບັນນີ້ ການຕາຍຂອງສັດລ້ຽງ ມີຄວາມເສັຍຫາຍແລ້ວ ໃນມູນຄ່າ ປະມານ 1.30 ຕຶ້ກີບ.