ແຂວງໄຊຍະບູຣີ ໂຈະບຸນຊ້າງ ປະຈໍາປີ 2022 ນີ້

ແຂວງໄຊຍະບູຣີ ສັ່ງໂຈະງານບຸນຊ້າງ ປະຈຳປີ 2022 ນີ້, ໃຫ້ເຮັດແຕ່ພິທີຄອບເລົ່າ ຕັກບາດເພື່ອອຸທິດສ່ວນບຸນໃຫ້ຊ້າງ, ບໍ່ມີການແຫ່ ຂະບວນຊ້າງ, ບໍ່ມີຕະຫລາດນັດ ວາງສະແດງສິນຄ້າ ແລະກິຈກັມ ອື່ນໆເພື່ອປະຕິບັດ ມາຕການ ປ້ອງກັນການຣະບາດ ຂອງໂຄວິດ-19.

ບຸນຊ້າງ ປະຈໍາປີ ທີ່ ແຂວງໄຊຍະບູຣີ (PN) RFA

ຫົວໜ້າຫ້ອງວ່າການ ແຂວງໄຊຍະບູຣີ ອອກແຈ້ງການໃນມື້ວັນທີ 15 ກຸມພານີ້ ໃຫ້ໂຈະກິຈກັມ ຫລືງານບຸນຊ້າງປະຈຳປີ 2022 ນີ້, ໃຫ້ເຮັດແຕ່ພິທີຄອບເລົ່າ ໂດຍຈະບໍ່ມີກິຈກັມຂອງຊ້າງ, ສ່ວນການຈັດງານຕະຫຼາດນັດວາງສະແດງ, ຈຳໜ່າຍສິນຄ້າ ແລະການວາງສະແດງສິນຄ້າ ໂອຖ໊ອບຂອງເມືອງຕ່າງໆ ຢູ່ເດີ່ນສະໜາມຫລວງຂອງແຂວງ ແມ່ນໃຫ້ໂຈະ ເພື່ອເປັນການປະຕິບັດ ມາຕການປ້ອງກັນ, ຄວບຄຸມ ແລະແກ້ໄຂການຣະບາດ ຂອງໂຄວິດ-19.

ເຈົ້າໜ້າທີ່ທ່ອງທ່ຽວ ຢູ່ແຂວງໄຊຍະບູຣີ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສັຍຣີ ໃນມື້ວັນທີ 2 ກຸມພາ 2022 ນີ້ວ່າ ໃນຂະນະນີ້ ທາງການແຂວງໄຊຍະບູຣີ ກໍາລັງກະກຽນງານບຸນ ທີ່ວ່າຈະຈັດຂຶ້ນ ໃນມື້ວັນທີ 20 ​ກຸມພານີ້. ບຸນຊ້າງປີນີ້ຈະຈັດຂຶ້ນ ພຽງມື້ດຽວໂດຍຈະມີແຕ່ ພິທີຕັກບາດ ເພື່ອອຸທິດສ່ວນບຸນກຸສົນໃຫ້ຊ້າງ, ບໍ່ມີການແຫ່ຂະບວນຊ້າງ, ມີການບາສີສູ່ຂັວນຊ້າງ, ການໃຫ້ອາຫານຊ້າງ.

ດັ່ງທີ່ທ່ານກ່າວວ່າ:

ໂຕນີ້ຄະນະຮັບຜິດຊອບ ເພິ່ນກໍາລັງລະດົມພາກສ່ວນ ທີ່ກ່ຽວຂ້ອງ ເພິ່ນຈະບໍ່ເຮັດໃຫຍ່ໂຕ ວັນທີ 20 ສະ ເພາະປີນີ້ ເພິ່ນວ່າເຮັດໃຫ້ເປັນງານມົງຄົນນໍ ເພິ່ນກໍາລັງກຽມຢູ່ ເພາະເພິ່ນຈະເຮັດບາສີສູ່ຂັວນ ໂຕຢ່າງວ່າ ຈະເອົາຊ້າງຂອງເຮົານີ້ມີຈັກໂຕເຂົ້າຮ່ວມ ແລ້ວກະການວາງ ຕລາດນັດແບບຊຸມຊົນ ພື້ນບ້ານນີ້ນໍ ອາຫານຊ້າງ ຊິເຮັດປະມານນັ້ນແຫລະ.”

ທ່ານກ່າວຕື່ມວ່າ ບຸນຊ້າງປີນີ້ ຈະມີການກໍານນົດຈໍານວນຄົນ ທີ່ຈະເຂົ້າຮ່ວມ ແລະທາງການແຂວງໄຊຍະບູຣີ ບໍ່ໄດ້ຕັ້ງເປົ້າໝາຍເຣື່ອງນັກທ່ອງທ່ຽວ ທີ່ຈະມາຮ່ວມ ເພາະປີນີ້ຍັງມີການແພ່ຣະບາດ ຂອງໂຄວິດ-19 ຢູ່.

ໃນຂະນະດຽວກັນ ເຈົ້າຂອງຮ້ານອາຫານ ກໍບໍ່ຫວັງວ່າ ຈະມີນັກທ່ອງທ່ຽວມາຫລາຍ ຍ້ອນໂຄວິດ-19 ຣະບາດ ທາງການເພິ່ນຫ້າມ ຈັດງານສັງສັນຕ່າງໆ, ເພິ່ນເຮັດພໍເປັນພິ່ທີຊື່ໆ.

ເຂົາເຈົ້າກໍຈະບໍ່ຢາກອັນນັ້ນປານໃດນະ ເພາະວ່າເປັນແບບພິທີຊື່ໆ ບໍຄັນວ່າມື້ດຽວ ຄືເມືອງຂ້ອຍເຂົາເຈົ້າກໍຍັງຫ້າມຢູ່ນະ ວ່າບໍ່ໃຫ້ຂາຍເບັຍ ບໍ່ໃຫ້ຄຶກຄື້ນຫລາຍຫັ້ນນະ ເພິ່ນບໍ່ໃຫ້ນັ່ງຫລາຍນະ ຈັດງານກໍບໍ່ໃຫ້ມີຄົນຫລາຍຫັ້ນນະ.”

ແລະເຈົ້າຂອງຮ້ານອາຫານ ຢູ່ເມືອງໄຊຍະບູລີອີກຜູ້ນຶ່ງກໍເວົ້າວ່າ ບໍ່ເຫັນນັກທ່ອງທ່ຽວມາ ເຫັນແຕ່ຄົນພາຍໃນ.

ທ່ອງທ່ຽວ ສ່ວນຫລາຍບໍ່ເຫັນໃຜມາ ສ່ວສນຫລາຍກໍຄົນພາຍໃນ ພະນັກງານມາແລ່ນເອກກະສານຊື່ໆ ນັກລົງທຶນຈັ່ງຊີ້ຍັງບໍ່ໄດ້ເຫັນໃຜມາທ່ຽວເທື່ອ.”

ມາເຖິງປັດຈຸບັນ ໂຮງແຮມ, ບ້ານພັກ ຢູ່ເມືອງໄຊຍະບູຣີ ກໍເປີດຫລາຍແລ້ວ ເພື່ອຕ້ອນຮັບນັກທ່ອງທ່ຽວ ແຕ່ກໍຍັງບໍ່ທັນເຫັນ ນັກທ່ອງທ່ຽວມາທ່ຽວເທື່ຶອ ຍ້ອນໂຄວິດ-19 ຍັງຣະບາດD

ດັ່ງເຈົ້າຂອງບ້ານພັກ ຢູ່ເມືອງໄຊຍະບູຣີ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 2 ກຸມພານີ້ວ່າ:

ໂຄວິດມານີ້ນະ ຍັງບໍ່ທັນມີແຂກຕອນນີ້ນະ ງຽບເຫງົາຢູ່ຄືວ່ານັ້ນແຫລະ ແຕ່ງານບຸນປີນີ້ບໍ່ຮູ້ ເບິ່ງສະພາບເບິ່ງ ຈະມິດບໍ່ຮູ້ແຫລະ.”

ແລະເຈົ້າຂອງບ້ານພັກ ຢູ່ເມືອງໄຊຍະບູຣີອີກຜູ້ນຶ່ງ ກໍເວົ້າໃນມື້ດຽວກັນນີ້ວ່າ ບ້ານພັກຂອງຕົນຍັງບໍ່ທັນໄດ້ເປີດໝົດ, ບໍ່ທັນມີຄົນມາພັກເທື່ອ ຍ້ອນໂຄວິດ-19 ຍັງຣະບາດຫລາຍຢູ່.

ເປີດໝົດບ້ານພັກນີ້ຍັງບໍ່ທັນໄດ້ເປີດ ຍັງບໍ່ທັນມີຄົນມາເທື່ອລະ ມີແຕ່ພາຍໃນເຮົາ ພະຍາດມັນກໍຍັງມີຫລາຍຢູ່ເກາະຊ່ວງນີ້ ມັນເປັນຢູ່ໃນເທສບານແຂວງໄຊຍະບູຣີນີ້ເລີຍເດ.” 

ເມື່ອປີກາຍ ງານບຸນຊ້າງຢູ່ແຂວງໄຊຍະບູຣີ ກໍໄດ້ຈັດຂຶ້ນພຽງມື້ດຽວ ແລະໄດ້ກໍານົດໃຫ້ຄົນເຂົ້າມາຮ່ວມພຽງ 300 ຄົນ ຍ້ອນໂຄວິດ-19 ຣະບາດ.

ອີງຕາມແຈ້ງການ ຂອງຄະນະສະເພາະກິດປ້ອງກັນ ໂຄວິດ-19 ແຂວງໄຊຍະບູຣີ, ຕັ້ງແຕ່ມື້ວັນທີ 1 ມົກກະຣາ 2022 ເປັນຕົ້ນໄປ ຈົນກວ່າຈະມີການປ່ຽນແປງ ຫ້າມບໍ່ໃຫ້ປະຊາຊົນພາຍໃນແຂວງ ຈັດງານສັງສັນ, ຊຸມແຊວທຸກຮູບແບບ, ຫ້າມໂຮມຊຸມນຸມ ຈັດງານບຸນ, ງານດອງ ແລະກິຈກັມອື່ນໆ ໃນຊຸມຊົນ ທີ່ມີການຣະບາດຂອງ ໂຄວິດ-19 ແລະທັງຫ້າມເປີດຮ້ານບັນເທີງ, ການກິນດື່ມ, ຮ້ານຄາຣາໂອເກະ ເພື່ອປ້ອງກັນບໍ່ໃຫ້ເຊື້ອນີ້ຣະບາດໜັກຂຶ້ນ ຕື່ມອີກ ແລະຍັງບໍ່ໃຫ້ຄົນເດີນທາງ ເຂົ້າ-ອອກເຂດ ທີ່ໂຄວິດ-19 ຣະບາດໜັກນໍາດ້ວຍ. ສໍາ ລັບຄົນຕ່າງແຂວງ ທີ່ຈະເດີນທາງເຂົ້າມາ ແຂວງໄຊຍະບູຣີ ກໍຕ້ອງໄດ້ສັກວັກຊິນປ້ອງກັນ ໂຄວິດ-19 ຄົບຕາມກໍານົດ ແລະໃສ່ຜ້າອັດປາກ ອັດດັງຕາມາຕການປ້ອງກັນເຊື້ອນີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org