ເຊື້ອໂຣຄອີໂບລາແພ່ຜາຍ ໄດ້ ແນວໃດ?

ໃນຂນະທີ່ ການຣະບາດ ຂອງ ເຊື້ອໂຣຄ ອີໂບລາ ກຳລັງ ຣະບາດ ຢູ່ 4 ປະເທດ ອາຟຣິກາ ຕາເວັນຕົກ ແລະ ມີຜູ້ ເສັຍຊິວິດ 1,000 ກວ່າ ຄົນ ແລ້ວ.

ອົງການ ອະນາມັຍໂລກ WHO WHO

 

ຂນະທີ່ ການຣະບາດ ຂອງ ເຊື້ອໂຣຄ ອີໂບລາ ກຳລັງ ຣະບາດ ຢູ່ 4 ປະເທດ ອາຟຣິກາ ຕາເວັນຕົກ ແລະ ມີຜູ້ ເສັຍຊິວິດ 1,000 ກວ່າ ຄົນ ແລ້ວ  ຜູ້ຕິດເຊື້ອ ທັງໝົດ ເກືອບຮອດ 2,000 ຄົນ ຈຶ່ງ ມີຄົນ ສົນໃຈວ່າ ເຊື້ອໂຣຄ ຮ້າຍແຮງ ຊນິດນີ້ ຈະແພ່ລາມ ໄປທົ່ວ ໂລກ ຫຼືບໍ?

ພາຍໃນ ອາທິດ ທີສອງຂອງ ເດືອນ ສິງຫາ ນີ້ ເທົ່ານັ້ນ ມີຜູ້ເສັຽ ຊີວິດ ຈາກ ເຊື້ອໂຣຄ ເອໂບລາ ທີ່ ເກີດຂື້ນ ໃນ 3 ປະເທດ ອາຟຣິກາ ຕະເວັນຕົກ ຈໍານວນ 56 ຄົນແລ້ວ ແລະ ມີຜູ້ຕິດ ເຊື້ອໂຣຄ ເພີ້ມ 128 ກໍຣະນີ. ການຣະບາດ ຂອງ ເຊື້ອໂຣຄ ເອໂບລາ ໃນປະເທດ ກີເນັຽ ລາຍເບເຣັຽ ຊີແອຣາລີອອນ ແລະ ປະເທດ ນາຍເຈເຣັຽ ນັບແຕ່ ເດືອນ ມີນາ ປີ 2014 ມາຮອດ ປັດຈຸບັນ ເຮັດໃຫ້ມີ ຜູ້ເສັຽຊີວິດ 1,069 ຄົນ ແລະ ມີຜູ້ຕິດ ເຊື້ອໂຣຄ 1,975 ຄົນ, ຕາມຂໍ້ມູນ ຫລ້າສຸດ ຂອງ ອົງການ ອະນາມັຍ ໂລກ.

ຢູ່ປະເທດ ກີເນັຽ ມີຜູ້ຕິດ ເຊືອໂຣຄ ນີ້ 510 ຄົນ ຕາຍ 377 ຄົນ. ຢູ່ຊີແອຣາລີອອນ ຕິດເຊື້ອໂຣຄ 783 ຄົນ ຕາຍ 334 ຄົນ, ລີເບເຣັຽ ຕິດເຊື້ອໂຣຄ 670 ຄົນ ຕາຍ 355 ຄົນ, ແລະ ຢູ່ ປະເທດ ນາຍເຈເຣັຽ ຕິດເຊື້ອໂຣຄ 13 ຄົນ ຕາຍ 3 ຄົນ.

ຂ່າວຫລ້າສຸດ ໃນ ວັນພຸດ ວັນທີ່ 13 ສິງຫາ ນີ້ ແຈ້ງວ່າ ທ່ານໝໍ ຄົນ ທີສອງ ຢູ່ປະເທດ  ຊີແອຣາລີອອນ ທີ່ປິ່ນປົວ ແລະ ສັມພັດ ກັບ ຄົນເຈັບ ໄດ້ຕິດເຊື້ອໂຣຄ ເອເໂບລາ ແລະ ເສັຽ ຊີວິດ ໄປແລ້ວ. ຂ່າວນີ້ໄດ້ ສ້າງຄວາມ ອົລຫົນ ຕື່ມອີກວ່າ ເຊື້ອໂຣຄ ນີ້ຈະແພ່ລາມ ໄປ ໃນທົ່ວໂລກ ຫລືບໍ່ ເພາະວ່າ ເປັນເຊື້ອໂຣຄ ທີ່ຕິດຕໍ່ ຈາກຄົນ ໄປຫາຄົນໄດ້, ແລະ ຈໍານວນຄົນ
ຕິດເຊື້ອໂຣຄ ແລະ ເສັຽຊີວິດ ເພີ້ມຂຶ້ນ ຢ່າງໄວວາ.

ຂໍ້ມູນ ຂ່າວສານ ຈາກສູນ ຄວບຄຸມ ແລະ ປ້ອງກັນພຍາດ ຂອງ ສະຫະຣັດ ອະເມຣິກາ ຫລື  CDC ແຈ້ງວ່າ ຊາວ ອະເມຣິກັນ 2 ຄົນ ທີ່ ຕິດເຊື້ອໂຣຄ ມາແຕ່ ອາຟຣິກາ ຕະເວັນຕົກ ເວລານີ້ ໄດ້ຮັບການ ປິ່ນປົວ ຢູ່ ໂຮງພຍາບານ Emory ຣັດ ອັດລັງຕາ.  CDC ວ່າ ການທີ່ວ່າ ຄົນໃນ ສະຫະຣັດ ຈະເຜີຽແບ ຕໍ່ໂລກນີ້ ມີຫນ້ອຍເຕັມທີ ເພາະວ່າ ຄົນເຈັບ ຖືກປິ່ນປົວ ຢູ່ໃນ ຫ້ອງພິເສດ, ນາຍແພດ ແລະ ພຍາບານ ທີ່ ທໍາການ ປິ່ນປົວນັ້ນ ໃສ່ ຊຸດປ້ອງກັນ ເຊື້ອໂຣຄ ແບບ ພິເສດທີ່ສຸດ.

ໃນຂນະ ດຽວກັນ ຢູ່ໃນ 4 ປະເທດ ບ່ອນທີ່ ເຊື້ອໂຣຄ ຣະບາດຂື້ນ ນັ້ນ ຄນະແພດ ທັງຫລາຍ ກໍາລັງ ເຮັດວຽກໜັກ ເພື່ອ ຄວບຄຸມ ການ ແພ່ຣະບາດ ຂອງ ເຊື້ອໂຣຄ. ແລະ ໃນທົ່ວ ໂລກ ບັນດາ ນັກຄົ້ນຄວ້າ ທັງຫລາຍ ກໍ ພຍາຍາມ ຊອກຫາ ວິທີປ້ອງກັນ ການຣະບາດ ແລະ ຊອກຫາຢາ ເພື່ອນໍາມາ ປິ່ນປົວ ຄົນທີ່ ຕິດເຊື້ອໂຣກ ນີ້. ໃນວັນທີ່ 14 ສິງຫາ ນີ້ ປະເທດ ລາຍເບເຣັຽ ໄດ້ຮັບຢາ ວັກຊີນ ZMAPP ເພື່ອນໍາໄປ ປິ່ນປົວ ຜູ້ຕິດເຊື້ອ ໂຣຄ ebola ຈໍານວນນ້ອຍໆ ແຕ່ກໍ ຈະນໍາໄປ ໃຊ້ແບບ ຈໍາກັດ ທີ່ສຸດ ເພາະວ່າ ຢານີ້ ແມ່ນຫາ ກໍຜລິດຂຶ້ນ ໃໝ່ ບໍ່ທັນຜ່ານ ການທົດລອງ ປົວຄົນ ຈັກເທື່ອ. ການໃຊ້ປົວ ເທື່ອທໍາອິດ ແມ່ນໃສ່ ຄົນເຈັບ ໃນ ສະຫະຣັດ ແລະ ຄົນເຈັບ ຢູ່ປະເທດ ສະເປນ ຊຶ່ງ ທັງສອງຄົນ ນີ້ ຕິດເຊື້ອໂຣຄ ເອໂບລາ ມາຈາກ ອາຟຣິກາ ຕະເວັນຕົກ. ຄົນ ອະເມຣິກັນ ທີ່ ປິ່ນປົວ ດ້ວຍຢາ ວັກຊີນ  ZMAPP ນີ້ ໄດ້ຫາຍດີ ສ່ວນຄົນ ສະເປັັນ ເສັຽຊີວິດ. ຢາ ວັກຊິນ ZMAPP ນີ້ ແມ່ນຜລິດ ຢູ່ເມືອງ San Diego ຣັຖ California.

ໃນຂນະ ດຽວກັນ ອີກ ບໍຣິສັດ  Newlink Genetics ຢູ່ຣັດ Iowa ກໍາລັງ ເລັ່ງ ທົດລອງຢາ ວັກຊິນ ປ້ອງກັນ ເຊື້ອໂຣກ ເອໂບລາ ໃສ່ຄົນ. ບັນຫາ ມີຢູ່ວ່າ ຕ້ອງມີ ອາສາສມັກ ທີ່ມີເວລາ ພໍໃນການ ອະນຸຍາດ ໃຫ້ສັກຢາ ວັກຊິນ ນີ້ ໃສ່ຮ່າງກາຍ. ຫລັງຈາກ ທົດລອງ ປະມານ ນຶ່ງເດືອນ ແລ້ວ ທາງ ບໍຣິສັດ ຈະມອບ ຢາວັກຊີນ ໃຫ້ ຣັຖບານ ຄານາດາ ເພື່ອ ນໍາໄປ ປິ່ນປົວ ຄົນ ຕິດເຊື້ອໂຣຄ ຢູ່ໃນ ອາຟຣິກາ ຕະເວັນຕົກ.

ສູນຄວບຄຸມ ແລະ ປ້ອງກັນ ພຍາດ ຂອງ ສະຫະຣັຖ ອະເມຣິກາ ຫລື  CDC ອະທິບາຍ ວ່າ ເຊື້ອໂຣຄ ເອໂບລາ ແມ່ນເຊື້ອໂຣຄ ທີ່ ຕິດສັດປ່າ ເຊັ່ນວ່າ ເຈັຽ ກິນໝາກໄມ້ ລີງນ້ອຍ ລີງໃຫຽ່ Gorillas, ແລະ ລີງ Chimpanzees.

ເມື່ອຄົນ ສັມພັດ ກັບເລືອດ ຫລື ນໍ້າໃນໂຕສັດ ທີ່ ຕິດເຊື້ອໂຣຄ ນີ້ແລ້ວ ເຊື້ອໂຣຄ ຈະຕິດຕໍ່ ໃສ່ຄົນ. ເຊັ່ນດຽວກັນ ຄົນ ທີ່ສັມພັດ ກັບ ຜູ້ຕິດເຊື້ອ ໂຣຄ ເອໂບລາ ກໍຈະຕິດ ໂຣຄນີ້. ບໍ່ມີ ການ ພິສູດວ່າ ເຊື້ອໂຣຄ ນີ້ ຕິດຕໍ່ໃສ່ຄົນ ໂດຍການໄອ ຫລືຈາມ ເຊັ່ນດຽວກັນກັບ ເຊື້ອ ໂຣຄໄຂ້ຫວັດ ຫລື ໂຣຄ ປອດແຫ້ງ.ເຊື້ອໂຣຄນີ້ ມີຊີວິດ ຢູ່ເທິງໜ້າດິນ ທີ່ມີເລືອດ ຫລື ນໍ້າຈາກ ຮ່າງກາຍ ຂອງ ສັຕ ທີ່ຕິດໂຣຄ ຕົກເຮັ່ຽ. ອາການ ຂອງ ຜູ້ຕິດ ເຊື້ອໂຣກ ເອໂບລາ ມີດັ່ງນີ້:

ອາການ ເປັນໄຂ້, ປວດຫົວ, ປວດ ໃນຮ່າງກາຍ, ເປັນໄອ, ເຈັບໜ້າທ້ອງ, ຮາກ ຫລື ອາຈຽນ, ແລະ ມີອາການ ຖອກທ້ອງ. ອາການ ທີ່ ກ່າວມານີ້ ອາດເປັນ ອາການ ຂອງ ພຍາດ ອື່ນໆ ກໍເປັນໄດ້  ເພາະວ່າ ຍັງເປັນ ການຍາກຢູ່ ທີ່ ຈະກວດເຫັນ ວ່າ ເປັນອາການ ຂອງ ການຕິດເຊື້ອໂຣຄ ເອໂບລາ. ຫລັງຈາກ ສັມພັດ ກັບ ຄົນເຈັບ ຕິດເຊື້ອໂຣຄ ເອໂບລາ ແລ້ວ ກ່ອນຈະຮູ້ ໄດ້ວ່າ ຕົນເອງ ຕິດເຊື້ອ ໂຣຄນີ້ ແລະ ເຈັບໂຊລົງ ຕ້ອງໃຊ້ເວລາ ລະຫ່ວາງ 2 ວັນ ຂຶ້ນໄປ ຮອດ 21 ວັນ.

ເມື່ອເວລາ ຄົນເຈັບ ເຖິງຂັ້ນ ມີເລືອດອອກ ທາງນອກ ຫລື ໃນຮ່າງກາຍ ແລ້ວ ຈະຖືວ່າ ຢູ່ໃນຂັ້ນ ຮ້າຍແຮງ ສຸດທ້າຍ. ໜ່ວຍຕາ ຄົນເຈັບ ເປັນສີແດງ, ອາດຮາກ ອອກມາ ເປັນເລືອດ,  ຖ່າຍອອກ ມາເປັນເລືອດ, ເຈັບປວດ ໃນຣະບົບ ຫົວໃຈ ແລະ ທໍ່ສົ່ງເລືອດ ແລ້ວ ກໍເສັຽ ຊີວິດ.

ເວລານີ້ ບໍ່ທັນມີຢາ ຊນິດໃດ ທີ່ ໃຊ້ສໍາລັບ ປິ່ນປົວ ແລະ ປ້ອງກັນ ເຊື້ອໂຣຄ ເອໂບລາ. ການປິ່ນປົວ ຄົນ ຕິດເຊື້ອໂຣຄ ເອໂບລາ ໃນ ປັດຈຸບັນ ນີ້ ມີແຕ່ ສັກ ນໍ້າທະເລ ເຂົ້າ ເພື່ອ ຊູແຮງ ຄົນເຈັບໄວ້, ໃຫ້ອາກາດ ຫາຍໃຈ ແກ່ ຄົນເຈັບ ແລະ ພຍາຍາມ ເຮັດໃຫ້ ຄວາມດັນ ຂອງ ໂລຫິດ ສມໍ່າສເມີ ເທົ່ານັ້ນ.

ທາງການ ແພດວ່າ ເຖິງແມ່ນວ່າ ໂລກນີ້ ຈະບໍ່ແພ່ລາມ ໄປໃນທົ່ວໂລກ ຄືກັນກັບ ໄຂ້ຫວັດ ກໍດີ ຄົນທີ່ ຕິດເອົາ ເຊື້ອໂຣຄ ເອໂບລາ ນີ້ ເມື່ອຕິດແລ້ວ ໂອກາດ ຈະຕາຍ ໃນເວລາ ສັ້ນໆ ມີສູງ ໂດຍສະເພາະ ເມື່ອເວລາ ເກີດຢູ່ ໃນປະເທດ ທີ່ ຂາດເຂີນ ອຸປກອນ ການແພດ ທີ່ທັນສະໄໝ ແລະ ຣະບົບ ສາທາຣະນະສຸກ ບໍ່ເຂັ້ມແຂງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org