ຣະວັງຢາທີ່ບໍ່ມີຄໍາຊີ້ແຈງເປັນ ພາສາລາວ
ອົງການ ອາຫານ ແລະຢາ ເຕືອນ ປະຊາຊົນ ໃຫ້ຣະວັງ ຢ່າຊື້ຢາ ທີ່ບໍ່ມີ ຄໍາ ອະທິບາຍ ເປັນ ພາສາລາວ.
-
ສົມເນ
2014-08-18 -
-
-
Your browser doesn’t support HTML5 audio
ອົງການ ອາຫານ ແລະຢາ ກະຊວງ ສາທາຣະນະສຸຂ ເປີດເຜີຽວ່າ ປັດຈຸບັນ ມີຢາ ຫຼາຍຊນິດ ທີ່ ຖືກນໍາເຂົ້າ ມາຂາຍ ຈາກ ປະເທດ ເພື່ອນບ້ານ ຊຶ່ງບໍ່ມີ ຄໍາ ອະທິບາຍ ວິທີໃຊ້ ເປັນ ພາສາລາວ ຊຶ່ງ ອາດເກີດ ອັນຕຣາຍ ແກ່ ສຸຂພາບ ໄດ້. ດັ່ງ ເຈົ້າໜ້າທີ່ ເວົ້າວ່າ:
"ການກວດກາ ຂອງ ອາຫານ ແລະຢາ ຢູ່ຊາຍແດນ ມັນຈະມີ ຮ້ານຂາຍຢາ ຂອງຈີນ ທີ່ເຂົ້າມາ ຄ້າຂາຍຢາ ຕ້ອງຫ້າມ ໂຕນີ້ ໝາຍ ຄວາມວ່າ ມັນເປັນຢາ ປະເພດ ຢາໂດບ ຢາຊູ ກໍາລັງ ແຕ່ວ່າມັນ ບໍ່ມີແຜງ ທີ່ ເປັນ ພາສາລາວ ຫລືວ່າ ພາສາ ອັງກິດ ຮຽກວ່າ ພາສາ ມັນເປັນ ພາສາຈີນ ບໍ່ມີ ວິທີໃຊ້ ໃຊ້ແນວໃດ ແບບໃດ".
ທ່ານວ່າ ຢາ ຕ້ອງຫ້າມ ຫລື ຜິດກົດໝາຍ ເຫລົ່ານີ້ ມັກມີ ຢູ່ຕາມ ຊາຍແດນ ລາວ-ຈີນ ແຂວງ ຫລວງນໍ້າທາ ຜົ້ງສາລີ ແລະ ອຸດົມໄຊ ຊຶ່ງພໍ່ຄ້າ ແມ່ຄ້າ ຊາວຈີນ ນໍາເຂົ້າມາ ຂາຍ ປົນກັບ ສິນຄ້າຊນິດ ອື່ນໆ. ນອກນັ້ນ ຍັງກວດເຫັນ ຂາຍຢູ່ ໃນຮ້ານຄ້າ ນະຄອນ ຫລວງ ວຽງຈັນ ແຂວງ ຫລວງພະບາງ ສວັນນະເຂດ ແລະ ຈໍາປາສັກ. ຢາຕ້ອງຫ້າມ ເຫລົ່ານີ້ ເປັນຊນິດກ້ອນ ທີ່ ບໍ່ບັນຈຸ ໄວ້ໃນແຜງ, ບໍ່ມີຄໍາ ອະທິບາຍ ວິທີໃຊ້, ຖ້ານໍາໄປກິນ ແລ້ວ ອາດເປັນ ອັນຕຣາຍ ເຖິງຂັ້ນ ເສັຽຊີວິດ ໄດ້.
ທາງການ ຂໍເຕືອນ ປະຊາຊົນ ໃຫ້ຣະມັດ ຣະວັງ ເວລາຊື້ຢາ ຊນິດໃດ ກໍຕາມ ໃຫ້ສັງເກດ ເຄື່ອງໝາຍ ຂອງອົງການ ອຫານ ແລະຢາ ວ່າມີ ວິທີໃຊ້ ເປັນ ພາສາລາວ ຫລືບໍ່ ຖ້າພົບເຫັນ ຢາ ທີ່ ສົງໄສ ບໍ່ໄດ້ ມາຕຖານ ກະຣຸນນາ ແຈ້ງໃຫ້ ຫ້ອງການ ສາທາຣະນະສຸກ ປະຈໍາເຂດ ຊາບດ້ວຍ.