ເຮືອຫລົ້ມໃນນໍ້າຂອງ ຢູ່ເມືອງປາກແບງ ເສັຍຊີວິດ 3 ຄົນ, ສູນຫາຍ 2 ຄົນ
ເຮືອຫລົ້ມໃນນໍ້າຂອງ ຍ້ອນເຮືອໄປກ້້ຽວມອງ ຢູ່ເຂດເປັນແກ້ງ ທີ່ເມືອງປາກແບງ ແຂວງ ອຸດົມໄຊ ເຊິ່ງໃນນັ້ນມີຊາວບ້ານດອນແຈ້ງ 10 ຄົນ ແລະ ເສັຍຊີວິດ 3 ຄົນ, ອີກ 2 ຄົນສູນຫາຍ.
-
ຈຳປາທອງ
2023-09-05 -
-
-
Your browser doesn’t support HTML5 audio
ເກີດເຫດເຮືອຫລົ້ມຈົມນໍ້າ ຍ້ອນເຮືອໄປກ້້ຽວມອງ ແລ້ວຄົນຂັບຄຸມເຮືອບໍ່ໄດ້ ຢູ່ເຂດ ທີ່ເປັນແກ້ງ ໃນເມ່ນໍ້າຂອງ ທີ່ນໍ້າໄຫລແຮງ ຢູ່ເຂດເມືອງປາກແບງ ແຂວງອຸດົມໄຊ ໃນມື້ວັນທີ 2 ກັນຍາ 2023 ນີ້. ນໍ້າພັດຄົນໃນເຮືອ ຊຶ່ງເປັນຊາວ ບ້ານດອນແຈ້ງ ທັງຜູ້ໃຫຍ່ ແລະເດັກນ້ອຍ ທັງໝົດເປັນຊົນເຜົ່າກຶມມຸ 10 ຄົນ, ຍິງ 8, ຊາຍ 2 ທີ່ຂີ່ເຮືອໄປເມືອງປາກແບງ ເພື່ອຊື້ອາຫານການກິນ ເປັນຕົ້ນແມ່ນເຂົ້າສານ ທີ່ພວກເຂົາເຈົ້າຂາດເຂີນນັ້ນ ໄຫລໄປຄົນລະທິດ ຄົນລະທາງ, ເຮັດໃຫ້ມີຜູ້ເສັຍຊີວິດ 3 ຄົນ ແລະຍັງຫາບໍ່ພົບ 2 ຄົນ.
ອີງຕາມຄໍາເວົ້າຂອງຜູ້ທີ່ຢູ່ໃນເຫດການ ເຮືອຫລົ້ມຈົມນໍ້າ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 4 ກັນຍານີ້, ໃນມື້ຕໍ່ມາ ຄືວັນທີ 3 ແລະວັນທີ 4 ກັນຍາ ຍາດພີ່ນ້ອງ ແລະຊາວບ້ານ ໄດ້ພົບສົບແລ້ວ 3 ຄົນ ເປັນຍິງ 2 ຄົນ ຄືນາງ ໜູ ອາຍຸ 30 ແລະນາງ ຕຽດ ອາຍຸ 50 ປີ ແລະທ້າວ ບຸນທຽນ ອາຍຸ 60 ປີ ແລະຍັງມີ 2 ຄົນ ແມ່ກັບລູກ ທີ່ຫາບໍ່ທັນພົບ ຄືນາງເສີມ ຜູ້ເປັນແມ່ ອາຍຸ 27 ປີ ແລະລູກສາວ ຊື່ ຕູ່ ອາຍຸ 10 ປີ. ທາງ ຄອບຄົວ, ຍາດພີ່ນ້ອງ ແລະທິມອາສາສມັກບ້ານດອນແຈ້ງ ຍັງຊອກຫາຢູ່ຕໍ່ໄປ.
ດັ່ງທີ່ລາວເວົ້າວ່າ:
“ພວກເຮົາຢູ່ແຖວນອກແລ້ວ ຈະຂີ່ເຮືອເຂົ້າໄປໃນເມືອງນ່າ ເຈົ້າ ເປັນຫລັກກໍຊື້ເຂົ້າຫັ້ນແຫລະ ແຕ່ວ່າຮອດລະຫວ່າງກາງທາງເຮືອລະໄປຂຶ້ນໂຄ້ງ ໂພງມອງເດ້ ຄວບຄຸມພວງມະໄລບໍ່ໄດ້ ເຮືອກໍປາດອອກ ແລ້ວກໍຄໍ່າເລີຍ ດຽວນີ້ເກັບສົບກໍໄດ້ 3 ສົບແລ້ວເດ່ ແຕ່ຍັງ 2 ສົບມັນໄປໄກຫລາຍຮ້ອຍກິໂລພຸ້ນແຫລະ ຕ້ອງໄດ້ໃຊ້ງົບໃນການຄົ້ນຄ້ວາ ນີ້ກໍແຈ້ງທາງເມືອງໄຊ ເພິ່ນກໍຍັງຄົ້ນຄວ້າກັນ ກໍບໍ່ມີງົບມາຊ່ວຍເຫລືອເທື່ອ ມີແຕ່ເຮົາກໍໄດ້ຊ່ວຍຜສົມອ້າຍນ້ອງພີ່ນ້ອງ ຂອງເຮົາເອງຫັ້ນແຫລະ ຂື່ເຮືອເລາະຊອກ.”
ເວົ້າເຖິງໜ່ວຍກູ້ພັຍ ຢູ່ແຂວງອຸດົມໄຊ ເຈົ້າໜ້າທີ່ທີ່ກ່ຽວຂ້ອງແຂວງອຸດົມໄຊ ເວົ້າວ່າ ມີພຽງໜ່ວຍກູ້ພັຍດຽວ ຢູ່ເມືອງໄຊເທົ່ານັ້ນ ທີ່ໃຫ້ຄວາມຊ່ອຍເຫລືອຄົນບາດເຈັບ ແລະຜູ້ປ່ວຍສຸກເສີນ, ສ່ວນຢູ່ເມືອງອື່ນໆແມ່ນບໍ່ມີ. ດັ່ງນັ້ນ ເຫດການເຮືອຫລົ້ມຈົມນໍ້າ ໃນເເມ່ນໍ້າຂອງ ຢູ່ເຂດເມືອງປາກແບງ ທີ່ວ່ານັ້ນ ຈຶ່ງມີແຕ່ປະ ຊາຊົນຊ່ອຍເຫລືອກັນເອງ.
ດັ່ງທີ່ທ່ານກ່າວໃນມື້ດຽວກັນນີ້ວ່າ:
“ມີແຕ່ແຂວງອຸດົມໄຊ ມີແຕ່ຢູ່ເມືອງໄຊພີ້ ມັນກໍມີຫລາຍສາເຫດເນາະ ໂຕນີ້ນ່າ ພວກເຮົາກໍບໍ່ຮູ້ຄືກັນ ພວກເຮົາກໍບໍ່ໄດ້ຮູ້ ລົງວິຈັຍໂຕນີ້.”
ອາສາສມັກບ້ານດອນແຈ້ງຜູ້ນຶ່ງ ທີ່ກໍາລັງເລັ່ງຊອກຫາຄູ່ແມ່ລູກ ທີ່ໄຫລໄປກັບນໍ້າ ແລະຍັງບໍ່ທັນພົບນັ້ນວ່າ ຕັ້ງແຕ່ເກີດມາຈົນໃຫຍ່ ຢູ່ໃນບ້ານດອນແຈ້ງນີ້ມາໄດ້ 45 ປີ ກໍບໍ່ເຄີຍເຫັນເຫດການ ທີ່ໜ້າເສົ້າໃຈຄືແນວນີ້ ແລະວ່າ ອຸບັດຕິເຫດ ເຣືອຫລົ້ມຈົມນໍ້າຢູ່ເຂດແກ້ງເທື່ອນີ້ ເປັນເທື່ອທໍາອິດ, ບ້ານນີ້ເປັນບ້ານຊົນເຜົ່າກຶມມຸ ທີ່ມີຄວາມຈໍາເປັນຕ້ອງໄດ້ຂີ່ເຮືອໄປຫາເມືອງເທົ່ານັ້ນ ເນື່ອງຈາກເປັນບ້ານ ທີ່ຢູ່ຕິດກັບແຄມແມ່ນໍ້າຂອງ, ບໍ່ມີຫົນທາງໄປຫາເມືອງ ມາຕັ້ງແຕ່ບັນພະບູຣຸດ, ບໍ່ມີສັນຍານໂທຣະສັບ ແລະບໍ່ມີໄຟຟ້າໃຊ້.
ດັ່ງທີ່ທ່ານກ່າວໃນມື້ວັນທີ 4 ກັນຍານີ້ວ່າ:
“ເຮົາຢູ່ແຄມນໍ້ານີ້ໄດ້ 40 ປາຍປີມານີ້ແລ້ວແຕ່ວ່າ ກໍບໍ່ເຄີຍພົບເຫັນເປັນແນວນີ້ຈັກເທື່ອ ມາເຫັນເທື່ອນີ້ ຖນົນນີ້ມັນບໍ່ມີ ຄົນຢູ່ສອກຫລີກບ້ານແລ້ວ ມັນຢູ່ລຽບແຄມນໍ້າຂອງ ກໍໄດ້ສັນຈອນໄປມານີ້ ກໍອາສັຍແຕ່ເຮືອ ເຮືອກໍແມ່ນເຮືອນ້ອຍນີ້ແຫລ ເຮືອເໝົາ 10 ຄົນ 15 ຄົນ 5-6 ຄົນນີ້ແຫລະ ທຸກຍາກຫລາຍໄຟບໍ່ມີ ສັນຍານໂທຣະສັບກໍບໍ່ມີ.” ແລະປະຊາຊົນຢູ່ບ້ານດອນແຈ້ງຜູ້ນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີວ່າ ບ້ານດອນແຈ້ງນີ້ ເປັນບ້ານຊົນນະບົດ ຢູ່ເຂດຫ່າງໄກ, ປະຊາຊົນທຸກຍາກ, ເປັນບ້ານທີ່ບໍ່ມີທາງຣົຖໄປໃນເມືອງ, ໄດ້ອາໄສແຕ່ໄປທາງເຮືອ ແລະວ່າ ປັດຈຸບັນ ນໍ້າຂອງຍັງຫລາຍ ແລະໄຫລແຮງ ການຄົ້ນຫາ 2 ແມ່ລູກ ທີ່ຍັງບໍ່ທັນພົບນັ້ນ ຊາວ ບ້ານກໍພາກັນຄົ້ນຫາ ແບບທີ່ວ່າ ຄໍ່າຢູ່ໃສ ກໍນອນຢູ່ໃນເຮືອບ່ອນນັ້ນ.
ດັ່ງທີ່ເວົ້າໃນມື້ດຽວກັນນີ້ວ່າ:
“ເພາະວ່າບ້ານເຮົາ ມັນຫ່າງຈາກໂຕເມືອງມາ ໄດ້ຂີ່ໄປມັນບໍ່ ທາງຣົຖຕ້ອງໄດ້ອາສັຍເຮືອເດີນທາງຄົມນາຄົມ ນໍ້າໄຫລແຮງ ມັນຄື ທາງທີມເຮົາໄປຄົ້ນຫາ ນໍ້າມັນໃຫຍ່ ມັນຕ້ອງໄດ້ໃຊ້ໃນການເດີນທາງ ຄໍ່າຢູ່ໃສແລ້ວນອນຢູ່ຫັ້ນຫລາຍກິໂລ ຂີ່ເຮືອລົງເລາະແຄມຂອງໄປ ລົງມາໃຕ້.”
ສ່ວນວ່າ 5 ຄົນ ທີ່ລອດຊີວິດມາໄດ້ ໃນເຫດການເຮືອຫລົ້ມທີ່ວ່ານັ້ນ ແມ່ນຖືກພີ່ນ້ອງຂອງພວກເຂົາເຈົ້າ ນໍາສົ່ງໄປໂຮງໝໍ ທີ່ຢູ່ໃກ້ ຊຶ່ງໃນຈໍານວນນັ້ນ ມີເດັກນ້ອຍ 2 ຄົນ ຜູ້ນຶ່ງອາຍຸ 4 ເດືອນ ແລະອີກຜູ້ນຶ່ງ ອາຍຸ 7 ປີ ແລະຜູ້ໃຫຍ່ 3 ຄົນ ກໍຍັງຢູ່ໃນຄວາມດູແລຂອງທ່ານໝໍ.