ລາວ ຄຸມເຂັ້ມດ່ານ ຍ້ອນໂຄວິດ-19 ຣະບາດ ທີ່ວຽດນາມ
ລາວ ຄຸມເຂັ້ມດ່ານຊາຍແດນ ຫຼັງວຽດນາມ ເກີດການຣະບາດ ເຊື້ອພຍາດໂຄວິດ-19 ໃນຫຼາຍເມືອງ
-
ໄຊຍາ
2020-08-07 -
-
-
Your browser doesn’t support HTML5 audio
ທາງການລາວ ຄຸມເຂັ້ມດ່ານຊາຍແດນ ລາວ-ວຽດນາມ ທຸກແຫ່ງ ພາຍຫຼັງເກີດການຣະບາດ ຂອງເຊື້ອພະຍາດໂຄວິດ-19 ຮອບໃໝ່ ໃນຫຼາຍເມືອງ ຂອງວຽດນາມ ເພື່ອປ້ອງກັນ ບໍ່ໃຫ້ເຊື້ອ ພຍາດໂຄວິດ-19 ແຜ່ລາມເຂົ້າມາ ໃນລາວ. ດັ່ງເຈົ້າໜ້າທີ່ຕຳຣວດ ກວດຄົນເຂົ້າເມືອງ ກະຊວງປ້ອງກັນຄວາມສງົບ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 07 ສິງຫາວ່າ:
"ຜູ້ເຂົ້າມາເພີ່ນກາຕ້ອງມີໃບຢັ້ງຢືນແພດ 72 ຊົ່ວໂມງເຈົ້າ ສູນໂຄວິດ ວຽດນາມມາກາມາກັກໂຕ 14 ມື້. ກາມີວິຊາການພວກຊ່ຽວຊານເພາະມັນຕິດພັນກັບໂຄງ ການກໍ່ສ້າງເຂື່ອນແລະໂຄງການກໍ່ສ້າງຫໍສະພາແຫ່ງຊາດແຕ່ວ່າສ່ວນຫຼາຍເພີ່ນກາທາງເຂດ ດານັງເພີ່ນກາບໍ່ໄດ້ຮັບເຂດທີ່ມັນຣະບາດ."
ທ່ານກ່າວຕື່ມວ່າ ດຽວນີ້ ແຈ້ງການໃຫ້ ທຸກດ່ານສາກົລ ລາວ-ວຽດນາມ ເຂັ້ມງວດທີ່ສຸດ ໃນການກວດຄົນວຽດນາມ, ໂດຍສະເພາະ ກຸ່ມຄົນງານ ທີ່ເປັນນັກຊ່ຽວຊານ ແລະ ນັກວິຊາການ ທີ່ຈະເດີນທາງເຂົ້າມາ ເຮັດວຽກນຳໂຄງການ ກໍ່ສ້າງເຂື່ອນໄຟຟ້າ ແລະ ຫໍສະພາແຫ່ງຊາດ ຢູ່ນະຄອນຫຼວງວຽງຈັນ ກໍຈະຕ້ອງປະຕິບັດ ຕາມມາຕການ ຂອງຣັຖບານລາວ ຢ່າງເຂັ້ມງວດ. ສ່ວນດ່ານ ທີ່ຕ້ອງເຝົ້າຣະວັງ ແລະ ເຂັ້ມງວດ ເປັນກໍຣະນີພິເສດ ແມ່ນດ່ານສາກົລ ແລະ ດ່ານປະເພນີ ຢູ່ເມືອງດາກຈຶງ ແຂວງເຊກອງ, ເຊິ່ງເປັນເມືອງ ທີ່ຄົນເຂດດານັງ ຜ່ານຫຼາຍ.
ຕໍ່ຂ່າວການຣະບາດ ທີ່ດານັງ, ປະຊາຊົນ ຢູ່ເມືອງດາກຈຶງ ແຂວງເຊກອງ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ ຮູ້ສຶກເປັນກັງວົນ ແລະ ຢ້ານຄືກັນ, ແຕ່ທາງການລາວ ກໍໄດ້ປິດດ່ານສາກົລ ແລະ ດ່ານປະເພນີ ຮວມເຖິງເຂດບ້ານ ແຖວຊາຍແດນ ລາວ-ວຽດນາມ ຈົນຮອດວັນທີ 31 ສິງຫານີ້.
"ກາເປັນຕາຢ້ານຫັ້ນແລ້ວຄັນມັນຫຼຸດເຂົ້າລາວໄປຫັ້ນກາຢາກໜັກໄດ ເຮົາແຮງປະເທດນ້ອຍຫັ້ນນ່າຄັນຊິເວົ້າ ດາກຈຶງໄກດານັງປະມານ 100 ກິໂລແມັດ ມີ 03-04 ບ້ານປິດໝົດທາງດາກຈຶງປີດໝົດຮອດວັນທີ 31 ສິງຫາ."
ຊາວບ້ານ ເມືອງດາກຈຶງ ອີກຄົນນຶ່ງ ກ່າວວ່າ ມີຄົນວຽດນາມ ຢູ່ເມືອງດາກຈຶງ ຫຼາຍສົມຄວນ, ແຕ່ເປັນກຸ່ມຄົນ ທີ່ເຂົ້າມາ ເຮັດທຸຣະກິຈ ແລ້ວບໍ່ໄດ້ກັບ ຄືນປະເທດ ແລະ ໄລຍະນີ້ ວຽດນາມ ມີການຣະບາດຮອບໃໝ່.
"ໂດຍຫຼາຍ ຢູ່ນີ້ຫຼາຍ, ແຕ່ວ່າມັນກະມີ ແຕ່ຄົນທີ່ວ່າ ຢູ່ກັບນີ້. ເຂົາບໍ່ໄດ້ຜ່ານໄປຜ່ານມາ, ຫັ້ນນ່າ. ຄົນຢູ່ກັບນີ້ເລີຍ ລາກັບບໍ່ໄດ້, ຫັ້ນນ່າ. ແມ່ນແລ້ວ ບ້ານເຮົາແຮງໂຮງໝໍ ມັນກະບໍ່ມີທັນສມັຍ, ແຕ່ວ່າຄັນຊິມີ ກະພວກທີ່ລັກຂ້າມປ່າ ຂ້າມດົງມາຫັ້ນນ່າ."
ປັດຈຸບັນ, ອີງຕາມ ການການຣາຍງານ ຂອງສາທາຣະສຸຂວຽດນາມ ເມື່ອວັນທີ 06 ສິງຫາ 2020, ຢູ່ວຽດນາມ ມີການຣະບາດຮອງສອງ, ໂດຍມີຈຸດສູນກາງ ການຣະບາດ ຢູ່ນະຄອນດານັງ ເມືອງທ່ອງທ່ຽວ ຂອງວຽດນາມ. ຫຼ້າສຸດ, ມີຜູ້ຕິດເຊື້ອ ພຍາດໂຄວິດ-19 ຈຳນວນ 784 ກໍຣະນີ ຮວມມີ ການຣະບາດ 13 ເມືອງ ແລະ ເສັຽຊີວິດ 10 ຄົນ.
ໃນຂະນະທີ່ ເຈົ້າໜ້າທີ່ ກະຊວງສາທາຣະນະສຸຂ ໄດ້ກ່າວຕໍ່ເອເຊັຽເສຣີວ່າ ລາວ ຍັງເຂັ້ມງວດ ໃນການກວດກາ ຫາເຊື້ອພຍາດ ໂຄວິດ-19, ໂດຍສະເພາະ ໃນກຸ່ມຄົນງານ ທີ່ເດີນທາງເຂົ້າມາ ປະເທດລາວ ຕາມດ່ານສາກົລຕ່າງໆ. ທົ່ວປະເທດ ຈະຕ້ອງໄດ້ປະຕິບັດ ຕາມມາຕການ ຂອງອົງການອະນາມັຍໂລກ ແລະ ກະຊວງສາທາຣະນະສຸຂ ຢ່າງເຂັ້ມງວດ.
"ມາ, ເຂົາມາເຮັດການ. ຕິດຕາມຫັ້ນແລ້ວ ມາຕການ ຂອງອະນາມັຍໂລກ ເວົ້າເລີຍ ເຮັດເລີຍ, ສຳຄັນລະແມ່ນ ຜູ້ທີ່ມາແຕ່ປະເທດ ທີ່ມີການຣະບາດນີ້ແລ້ວ ອັນຕະລາຍ ເອົາແທ້ໆ. ເຂັ້ມງວດອີ່ຫຼີ, ມັນບໍ່ແມ່ນ ເຮັດເພື່ອໃຜດອກ ກໍ່ເພື່ອປະຊາຊົນ ຫັ້ນແລ້ວ, ເພື່ອສຸຂພາບ ຂອງຂະເຈົ້າຫັ້ນແລ້ວ."
ທີ່ສູນປະຕິບັດງານ ຂອງຄນະສະເພາະກິຈ ຄວບຄຸມພະຍາດໂຄວິດ-19 ເມື່ອວັນທີ 07 ສິງຫາຜ່ານມາ ດຣ ລັດສະໝີ ວົງຄຳຊາວ, ຮອງຫົວໜ້າ ກົມຄວບຄຸມພະຍາດຕິດຕໍ່ ຣາຍງານປະຈຳວັນວ່າ: ສຳລັບການເຝົ້າຣະວັງ ຄວບຄຸມພຍາດ ໂຄວິດ-19 ໃນລາວ, ຮອດ 05 ໂມງແລງ ຂອງວັນທີ 06 ສິງຫາ ມີຄົນເດີນທາງ ຜ່ານດ່ານສາກົລ ເຂົ້າລາວ ຮວມທັງໝົດ 1,925 ຄົນ. ໃນນັ້ນ, ຈຸດຜ່ານແດນ ລາວ-ໄທຍ 1,022 ຄົນ ຮວມທັງ ຄົນງານລາວ ທີ່ກັບມາຈາກໄທຍ ມີ 262 ຄົນ. ຈຸດຜ່ານແດນ ລາວ-ຈີນ ມີ 42 ຄົນ. ໃນນັ້ນ, ມີຄົນງານຈີນ 22 ຄົນ. ຈຸດຜ່ານແດນ ລາວ-ວຽດນາມ ແມ່ນ 591 ຄົນ. ໃນນັ້ນ, ມີຄົນງານວຽດນາມ 21 ຄົນ.
ສ່ວນສູນຈຳກັດບໍຣິເວນ ທີ່ທາງການລາວ ກຳນົດໄວ້ ໃນຂອບເຂດທົ່ວປະເທດ ຍັງມີ 52 ສູນ ທີ່ເປີດບໍຣິການ. ໃນນັ້ນ, ມີຜູ້ຈຳກັດບໍຣິເວນ ທັງໝົດ 3,304 ຄົນ. ສຳລັບການເກັບໂຕຢ່າງ ມາກວດວິເຄາະ ຫາເຊື້ອພຍາດ, ໃນວັນທີ 06 ສິງຫາ ທັງໝົດ 530 ກໍຣະນີ, ມີຄົນງານລາວ ມາແຕ່ໄທຍ 508 ກໍຣະນີ, ຄົນງານວຽດນາມ 12 ກໍຣະນີ ແລະ ຜົລກວດ ບໍ່ມີໃຜຕິດເຊື້ອ.