ປຸ໋ຍເຄມີຍັງນໍາໃຊ້ ບໍ່ເຄີຍ ຫຼຸດຜ່ອນ: ສະພາ

ນາຍົກຣັຖມົນຕຣີລາວ ສົ່ງເສີມ ການປູກຜັກ ປອດສານພິດ ໃນຂນະທີ່ ການນຳ ສານເຄມີ ເຂົ້າມາໃຊ້ ໃນການກະເສດ ຍັງມີຢ່າງ ຫຼວງຫຼາຍ.

ເຄມີ ເຫຼົ່ານີ້ ເປັນພາສາຈີນ ທັງໝົດ ຊຶ່ງສ່ວນຫຼາຍ ແມ່ນນໍາເຂົ້າຈາກຈີນ ແລະ ນໍາມາໃຊ້ ໃນສວນປູກກ້ວຍ ຂອງນັກລົງທຶນຈີນ RFA

ທ່ານ ວິໄລສຸກ ພິມມະສອນ ສສຊ ເຂດ 9 ແຂວງຊຽງຂວາງ ໄດ້ຕັ້ງຂໍ້ສັງເກດ ດ້ານວຽກງານ ການກະເສດ ຕໍ່ຣັຖບານວ່າ ນາຍົກ ຣັຖມົນຕຣີ ສົ່ງເສີມໃຫ້ຊາວສວນ ປູກພືດປອດສານພິດ, ແຕ່ວ່າເດືອນເມສາ ທີ່ຜ່ານມານັ້ນ ພັດມີການນຳສານເຄມີ ເຂົ້າມາເຖິງ 180 ຕັນ ທີ່ຂົນມາກັບຣົດ 9 ຄັນ ຜ່ານແຂວງຊຽງຂວາງ, ເຊິ່ງສານເຄມີ ຈຳນວນນີ້ ແມ່ນໄດ້ຮັບການອະນຸຍາດ ຈາກ ກະຊວງກະສິກັມ ແລະປ່າໄມ້. ດັ່ງທ່ານໄດ້ກ່າວໃນກອງປະຊຸມ ສະພາແຫ່ງຊາຕ ຊຸດທີ 8 ສມັຍສາມັນ ເທື່ອທີ 7 ທີ່ພວມດຳເນີນ ໄປຢູ່ນີ້ ໃນມື້ວັນທີ 7 ມິຖຸນາ ນີ້ວ່າ:

“ຄືທ່ານນາຍົກ ວ່າຊິສົ່ງເສີມໃຫ້ປູກພືດປອດສານພິດ, ແຕ່ປະຈຸບັນນີ້ ມັນມີບັນຫາຄື ເດືອນ 04 ແລ້ວນີ້ ຢູ່ຊຽງຂວາງ ໄດ້ມີການນຳ ສານເຄມີ ເຂົ້າມາ 180 ໂຕນມີຢູ່ 9 ຄັນຣົດ ພວກຂ້າພະເຈົ້າ ກະໄດ້ຕິດຕາມກວດກາເບິ່ງແລ້ວວ່າ ແມ່ນທາງກົມຢູ່ ກະຊວງກະສິກັມ ເປັນຜູ້ ອະນຸມັດ, ແຕ່ຖາມການນຳ ຢູ່ກະຊວງແມ່ນບໍ່ຮູ້ເຣື້ອງ.”

ຕໍ່ກັບຂໍ້ສັງເກດດັ່ງກ່າວ ທ່ານ ທອງລຸນ ສີສຸລິດ, ນາຍົກຣັຖມົນຕຣີ ກໍໄດ້ຕອບໃນຣະຫວ່າງ ກອງປະຊຸມ ໃນມື້ດຽວກັນວ່າ ຖ້າຫາກກວດ ພົບຜູ້ໃດນຳ ສານເຄມີເຂົ້າມາແບບຜິດກົດໝາຍ ແມ່ນໃຫ້ຈັບມາສືບສວນສອບສວນໂລດ.

“ສານພິດທີ່ນຳເຂົ້າມາຜິດກົດໝາຍນີ້ຈັບໂລດ ຜິດແລ້ວມາຂໍອະນຸຍາດໃຫ້ມັນເປັນຖືກບໍ່ໄດ້ໄດ໋ ມີລະເດມາຕຖານຂອງມັນ ອັນນີ້ອັນນີ້ ໃຫ້ນຳເຂົ້າໄດ້ ອັນນີ້ອັນນີ້ນຳເຂົ້າບໍ່ໄດ້ ໃຫ້ພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດເຂັ້ມງວດ ຂ້າພະເຈົ້າເວົ້າວ່າຈັບນີ້ ບໍ່ໝາຍຄວາມວ່າ ໄປຈັບຄົນເຂົ້າຄຸກໂລດໄດ໋, ບໍ່ແມ່ນ. ໄປຈັບເອົາສິນຄ້າຫັ້ນ ແລ້ວສືບວ່າແມ່ນໃຜອະນຸຍາດ ລະໃຜເປັນຜູ້ສົມຮູ້ຮ່ວມຄິດ ລະຈັ່ງເວົ້າໄປ ຕາມຂະບວນການ.”

ໃນຂນະດຽວກັນ, ເຈົ້າໜ້າທີ່ດ່ານສາກົນນ້ຳກັ່ນ ແຂວງຊຽງຂວາງ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວ ເອເຊັຽເສຣີ ໃນວັນທີ 10 ມິຖຸນາ ນີ້ວ່າ ເດືອນ 4 ຜ່ານມາ ຫຼືກ່ອນບຸນປີໃໝ່ລາວ, ກະຊວງກະສິກັມ ແລະ ປ່າໄມ້ ໄດ້ອະນຸຍາດໃຫ້ ບໍຣິສັດເອກະຊົນລາວ ນຳສານເຄມີ ຂ້າຫຍ້າເຂົ້າມາ, ເຊິ່ງແມ່ນປະເພດດູດຊຶມຈາກຈີນ, ໂດຍມີຊື່ທາງວິທຍສາຕວ່າ ອາທຣາຊີນ (Atrazine) ເພື່ອນຳມາຂາຍໃຫ້ກັບແຂວງ ທີ່ຕ້ອງການນຳໃຊ້ ຈຳນວນ 180 ຕັນ, ເຊິ່ງບໍຣິສັດກັ່ງກ່າວ ກໍມີເອກະສານ ຖືກຕ້ອງຄົບຊຸດ.

“ໂຕນຳເຂົ້ານີ້ ຕອນນັ້ນເປັນຕູ້ຄອນເທນເນີ້ 180 ປາຍໂຕນ. ຢາຫັ້ນເປັນຢາຂອງຈີນ, ແຕ່ວ່າມາຜ່ານທາງວຽດນາມ. ອັນນຳເຂົ້າເປັນ ອາທຣາຊີນ (Atrazine) ເປັນຢາດູດຊຶມ ເປັນຢາທີ່ເພິ່ນອະນຸຍາດ ໃຫ້ນຳໃຊ້. ລະກະເພິ່ນກະມີເອກະສານ ເພິ່ນຄົບຢູ່ ນະຄອນຫຼວງ ເປັນຜູ້ອອກ, ມີແຕ່ແກ້ໄຂໃຫ້ເພິ່ນຜ່ານແຂວງເຮົາ ໄປລົງຢູ່ນະຄອນຫຼວງເນາະ. ຖືວ່າໄດ້ແກ້ໄຂແລ້ວລະເນາະ.”

ພ້ອມດຽວກັນນີ້, ເຈົ້າໜ້າທີ່ຜແນກຣະບຽບການ ກົມປູກຝັງ ກໍໄດ້ຢືນຢັນວ່າ ສານເຄມີຂ້າຫຍ້າ ອາທຣາຊີນ ນັ້ນ, ບໍ່ໄດ້ຂຶ້ນທະບຽນ ຫ້າມນຳເຂົ້າ-ຫ້າມນຳໃຊ້ ໃນລາວ, ຕ່າງແຕ່ວ່າ ເວລານຳໃຊ້ສານເຄມີນັ້ນ ຂຶ້ນຢູ່ກັບແຂວງໃດອະນຸຍາດ ໃຫ້ນຳໃຊ້ຫຼືບໍ່ ເປັນຕົ້ນວ່າ ແຂວງຫົວພັນ ບໍ່ອະນຸຍາດໃຫ້ນຳໃຊ້.

ນອກຈາກນີ້, ເຈົ້າໜ້າທີ່ຜແນກຣະບຽບການ, ກົມປູກຝັງ ກ່າວຕື່ມວ່າ ຫາກບໍຣິສັດໃດຢາກນຳເອົາສານເຄມີ ມາວາງຂາຍ ເພື່ອນຳໃຊ້ ໃນພື້ນທີ່ການກະເສດ ພາຍໃນແຂວງໃດກໍຕາມ, ຈະຕ້ອງໄດ້ເຮັດເອກະສານ ມາສເນີຂັ້ນແຂວງ ເພື່ອໃຫ້ເຕັກນິກ-ວິຊາການ ນັ້ນເອົາມາ ໄລ່ທຽບ ອັດຕຣາສ່ວນ ເນື້ອທີ່ ການຜລິຕນັ້ນວ່າ ຄວນມີການໃຊ້ ສານເຄມີເທົ່າໃດ ຈຶ່ງຈະເໝາະສົມ ກໍຈະອະນຸຍາດ ຊໍ່ານັ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org