ຄະນະກຳມະການ ຕ້ານໄພພິບັດ ສາມແຂວງຝືກຊ້ອມ ແຜນຮັບມືສຸກເສີນ ເຂື່ອນເຊປຽນ-ເຊນໍ້ນ້ອຍ

ຄະນະກຳມະການ ຕ້ານໄພພິບັດຂອງ 4 ເມືອງໃນ 3 ແຂວງພາກໃຕ້ ລວມມີ ເມືອງສາມັກຄີໄຊ, ເມືອງສະໜາມໄຊ ແຂວງອັດຕະປື, ເມືອງປາກຊ່ອງ ແຂວງຈຳປາສັກ ແລະ ເມືອງລະມາມ ແຂວງເຊກອງ ຮ່ວມກັນຝຶກອົບຮົມ ທົບທວນຄືນ ກ່ຽວກັບແຜນຮັບມືສຸກເສີນ ຂອງໂຄງການເຂື່ອນເຊປຽນ-ເຊນໍ້ານ້ອຍ.

ຊາວບ້ານຜູ້ໜຶ່ງ ກຳລັງພາຍເຮືອນ ຂົນເຄື່ອງຂອງເທົ່າທີ່ສາມາດ ຈະເອົາໄດ້ ພາຍຫຼັງເຂື່ອນເຊນ້ຳນ້ອຍແຕກ, ບ້ານໃຫຍ່ແທ ເມືອງສນາມໄຊ ແຂວງອັດຕະປື, ວັນທີ 07-26-2018. ຮູບພາບຈາກພົນລະເມືອງ

ຄະນະກຳມະການ ຕ້ານໄພພິບັດຂອງ 4 ເມືອງໃນ 3 ແຂວງພາກໃຕ້ ລວມມີ ເມືອງສາມັກຄີໄຊ, ເມືອງສະໜາມໄຊ ແຂວງອັດຕະປື, ເມືອງປາກຊ່ອງ ແຂວງຈຳປາສັກ ແລະ ເມືອງລະມາມ ແຂວງເຊກອງ ຮ່ວມກັນຝຶກອົບຮົມ ທົບທວນຄືນ ກ່ຽວກັບແຜນຮັບມືສຸກເສີນ ຂອງໂຄງການເຂື່ອນເຊປຽນ-ເຊນໍ້ານ້ອຍ ໃນວັນທີ 11 ມິຖຸນາ 2024 ຜ່ານມາກໍລະນີເກີດເຫດສຸກເສີນ ຂຶ້ນເຊັ່ນການປ່ອຍນໍ້າປະລິມານຫຼາຍ ຫຼືເຂື່ອນແຕກ.

ດັ່ງເຈົ້າໜ້າທີ່ ໂຄງການເຂື່ອນເຊປຽນ-ເຊນໍ້ານ້ອຍ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 14 ມິຖຸນາ ນີ້ວ່າ:

“ການຕຽມພ້ອມ ຫຼືວ່າການປະຊາສໍາພັນ ຫຼືໄປບອກໃຫ້ປະຊາຊົນ ຕຽມພ້ອມເລື່ອງກ່ຽວກັບ ເຫດສຸກເສີນອິຫຍັງຕ່າງໆ ເພິ່ນໄປໂອ້ລົມຕົວນີ້ ເພິ່ນໄປອອກຕະຫຼອດ ອອກພາກສະໜາມເນາະ. ປົກກະຕິຢູ່ເຂື່ອນເຮົາຖ້າວ່າມີເຫດການທີ່ວ່າ ຮຸນແຮງເນາະ ເພິ່ນຈະແຈ້ງແລ້ວກາມີການອອກຂ່າວ ຕຽມພ້ອມ. ດຽວນີ້ສ້ອມແປງມາແລ້ວ ປົກກະຕິໝົດເຮົາຕຽມຄວາມພ້ອມ ໄວ້ແລ້ວ.”

ທ່ານກ່າວຕື່ມວ່າ ປະຈຸບັນເຂື່ອນເຊປຽນ-ເຊນໍ້ານ້ອຍ ໄດ້ຮັບການຕິດຕາມ-ກວດກາ ຄວາມປອດໄພໃນທຸກດ້ານຢືນຢັນວ່າ ເຂື່ອນມີຄວາມແຂງແຮງໃນລະດັບດີ ແຕ່ເພື່ອຄວາມປອດໄພສູງ ສຸດທາງໂຄງການຈຶ່ງມີການຝຶກອົບຮົມແຜນຮັບມື ຕົວຢ່າງການແຈ້ງເຕືອນ ກໍລະນີສຸກເສີນ, ເສັ້ນທາງອົບພະຍົບ, ຈຸດເຕົ້າໂຮມຄວາມປອດໄພ ເຊິ່ງການຈັດຕັ້ງປະຕິບັດ ຈະຕ້ອງວ່ອງໄວ ແລະ ທັນການເປັນໄປຕາມ ແຜນທີ່ກຳນົດໄວ້. ການຝຶກອົບຮົມ ທົບທວນຄືນກ່ຽວກັບແຜນຮັບມືສຸກເສີນ ຂອງໂຄງການເຂື່ອນເຊປຽນ-ເຊນໍ້ານ້ອຍ ໃນເທື່ອນີ້ ແມ່ນມີສະເພາະເຈົ້າໜ້າທີ່ ກ່ຽວຂ້ອງຂັ້ນແຂວງ ແລະເມືອງເປົ້າໝາຍ ທີ່ເຂົ້າຮ່ວມສ່ວນປະຊາຊົນ ໃນພື້ນທີ່ສ່ຽງ ຈະດຳເນີນການຂັ້ນຕໍ່ໄປ.

ເຈົ້າໜ້າທີ່ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າສະເພາະແຂວງອັດຕະປື ມີເຂື່ອນໄຟຟ້າຈຳນວນຫຼາຍ 10 ແຫ່ງແຕ່ມີເຂື່ອນໄຟຟ້າປະມານ 3 ແຫ່ງທີ່ຈະຕ້ອງມີແຜນຮັບມື ຢ່າງຈະແຈ້ງ, ວ່ອງໄວ ແລະ ທັນການ ກໍລະນີເກີດເຫດສຸກເສີນ ປະກອບມີ ເຂື່ອນເຊປຽນ-ເຊນໍ້ານ້ອຍ, ເຂື່ອນເຊກະໝານ ແລະ ເຂື່ອນນໍ້າກົງ. ປະຈຸບັນກໍ່ໄດ້ມີການຝືກອົບຮົມ ແຜນການຮັບມືສຸກເສີນ ໄປແລ້ວໃຫ້ກັບພະນັກງານ, ການນໍາຂັ້ນບ້ານ ແລະ ປະຊາຊົນຈຳນວນໜຶ່ງ.

“ເຊປຽນ-ເຊນໍ້ານ້ອຍນີ້ ເຂົາກາເຮັດແລ້ວແລ້ວກາເຊກະໝານ ນີ້ກາເຮັດແລ້ວຕຽມພ້ອມ ຕະຫຼອດລະດູຝົນມັນມາຫັ້ນນ່າ ແຕ່ມັນເຫດເຂື່ອນແຕກມານີ້ກາມີຄວາມລະມັດລະວັງ ຫຼາຍເອົາໃຈໃສ່ຫຼາຍຂຶ້ນ ກ່ວາເກົ່າເວລາເຮົາເຊີນເພິ່ນເຮັດຈຳລອງ ເພີ່ນກາແຕກມາພືມໆ ເດດຽວນີ້.”

ທ່ານກ່າວຕື່ມວ່າ ເຖິງຈະມີການຊ້ອມການເຕືອນໄພ ແລະ ແຜນການຮັບມືສຸກເສີນແລ້ວ ແຕ່ບາງສາຍນໍ້າເຊັ່ນສາຍນໍ້າເຊກອງ ທີ່ໄຫຼຜ່ານແຂວງເຊກອງ ແລະ ແຂວງອັດຕະປື ກາຍັງມີຄວາມສ່ຽງສູງ ທີ່ຈະເກີດເຫດສຸກເສີນຂຶ້ນອັນເນື່ອງມາຈາກ ເຂື່ອນໄຟຟ້າອາເລື້ອຍໃນປະເທດຫວຽດນາມ ໄດ້ປ່ອຍນໍ້າໃນປະລິມານຫຼາຍ ເປັນປະຈຳທຸກປີເຮັດໃຫ້ເກີດນໍ້າຖ້ວມ, ການອົບພະຍົບຊາວບ້ານ ອອກຈາກພື້ນທີ່ແບບກະທັນຫັນ, ຕາຝັ່ງເຈື່ອນ ແລະ ພື້ນທີ່ກະສິກຳ ໄດ້ຮັບຄວາມເສຍຫາຍ ຖືວ່າເປັນພື້ນທີ່ສ່ຽງ ທີ່ທາງຂັ້ນແຂວງ ຈະຕ້ອງກຽມພ້ອມຮັບມືຕະຫຼອດເວລາ ໃນໄລຍະລະດູຝົນ.

ຊາວບ້ານເມືອງສະໜາມໄຊ ແຂວງອັດຕະປືກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າຍັງບໍ່ເຫັນທາງແຂວງ ແລະໂຄງການເຂື່ອນເຊປຽນ-ເຊນໍ້ານ້ອຍ ມາໂຄສະນາໃຫ້ຄວາມຮູ້ ກ່ຽວກັບການເຕືອນໄພ ແລະ ກຽມພ້ອມຮັບມື ກໍລະນີເກີດເຫດສຸກເສີນຂຶ້ນເທື່ອ ແຕ່ສຳລັບຊາວບ້ານທີ່ອາໄສ ຢູ່ທ້າຍເຂື່ອນເຊປຽນ-ເຊນໍ້ານ້ອຍ ໃນເມືອງສະໜາມໄຊ ຂ້ອນຂ້າງຕື່ນຕົວຫຼາຍ ແລະພ້ອມທີ່ຈະໜີຂຶ້ນບ່ອນສູງ ຫາກເກີດເຫດ.

“ບໍ່ໆບໍ່ເຫັນແຫຼະ ເພາະວ່າພໍ່ນີ້ຢູ່ປ່າພີ້ບໍ່ໄດ້ເຂົ້າບ້ານເຂົ້າເມືອງ ເຮືອນກາອັດໄວ້ ມີແຕ່ວ່າມີວຽກ ເພິ່ນເອີ້ນຈັ່ງເມືອ ກາຊິຊີນແລ້ວແຫຼະ. ມັນຢູ່ເໜືອເຮົາແລ້ວເດ້ ກາມີແຕ່ວ່າຂຶ້ນໄປຢູ່ ໃຫ້ມັນວິດຫັ້ນແລ້ວ.”

ຊາວບ້ານ ຢູ່ເມືອງສະໜາມ ແຂວງອັດຕະປື ອີກທ່ານກ່າວຕໍ່ວິທະຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ຍັງບໍ່ເຫັນພາກສ່ວນໃດ ລົງມາຝຶກຊ້ອມການເຕືອນໄພ ແລະ ແຜນການຮັບມື ກໍລະນີເກີດເຫດສຸກເສີນເທື່ອ.ສ່ວນຊາວບ້ານ ໃນພື້ນທີ່ເມືອງສະໜາມໄຊ ທີ່ເຄີຍປະສົບໄພກັບເຫດເຂື່ອນແຕກມາ ແລ້ວກາຍັງເປັນກັງວົນຢູ່ ທຸກປີເມື່ອເຂົ້າສູ່ລະດູຝົນ.

“ເອີ! ເຂົາກັງວົນຄືເກົ່າຫັ້ນແລ້ວ ລູກເອີຍແຕ່ຄືບ້ານເຮົາ ກາເປັນຫ່ວງ ກັບເຂື່ອນເຊປຽນຫັ້ນ ກາເປັນກັງວົນ ມາໜ້ອຍແລ້ວ.”

ເຈົ້າໜ້າທີ່ ພະແນກພະລັງງານ ແລະບໍ່ແຮ່ແຂວງເຊກອງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ການແຈ້ງເຕືອນ ເລື່ອງການປ່ອຍນໍ້າອອກຈາກເຂື່ອນ ແຕ່ລະແຫ່ງ ໃນໄລຍະລະດູຝົນ ກາມີການລາຍງານ ເປັນປົກກະຕິ ເພື່ອກຽມພ້ອມຮັບມືລະດັບ ນໍ້າທີ່ສູງຂຶ້ນ, ແຕ່ສຳລັບກໍລະນີ ການແຈ້ງເຕືອນໄພ ແລະແຜນການຮັບມື ກໍລະນີເຫດເຂື່ອນແຕກ ແລະນໍ້າຖ້ວມ ບໍ່ເຫັນມີການຝຶກອົບຮົມ ແລະ ຝືກຊ້ອມການອົບພະຍົບ ຈັກເທື່ອ. ຖ້າຊາວບ້ານ ໄດ້ຮັບການຝຶກອົບຮົມ ແລະຝຶກຊ້ອມກໍ່ຈະເປັນເລື່ອງທີ່ດີ ເພື່ອຫຼຸດຜ່ອນຄວາມເສຍຫາຍ ຕໍ່ຊີວິດ ແລະຊັບສິນ.

“ຝຶກຊ້ອມໄພພິບັດຕົວນີ້ ທາງເມືອງເຮົາກາບໍ່ຮູ້ປານໃດດອກ ບໍ່ທັນເຫັນເພິ່ນແຈ້ງໃດ ເພິ່ນລາຍງານປົກກະຕິ ຢູ່ວຽກລາຍງານແຕ່ວ່າ ເລື່ອງການຝຶກຊ້ອມອິຫຍັງ ບໍ່ທັນໄດ້ແຈ້ງມາຄັນເພິ່ນວ່າ ຊິຮັບປະຊາຊົນໄປຝຶກເນາະ ໄປຫຍັງກາຄືຊິໄດ້ແຈ້ງມາ ແຕ່ຄືຍັງບໍ່ເຫັນເອກະສານ.”

ຕາມການລາຍງານ ຂອງກະຊວງພະລັງງານ ແລະບໍ່ແຮ່ ປະຈຸບັນປະເທດລາວ ມີເຂື່ອນໄຟຟ້າ ຂະໜາດ 1 ເມກາວັດຂຶ້ນໄປ ຈໍານວນ 81 ແຫ່ງ, ແຕ່ໄລຍະຜ່ານມາ ກໍ່ໄດ້ມີເຫດການເຂື່ອນແຕກ, ເກີດຮອຍແຕກ, ຍຸບໂຕມາແລ້ວຈຳນວນ 4 ຄັ້ງ ໂດຍເຫດການທັງໝົດເກີດຈາກ ການກໍ່ສ້າງທີ່ບໍ່ໄດ້ມາດຕະຖານ ດັ່ງບົດລາຍງານ ໄດ້ທີ່ສະຫຼຸບໄວ້ ປະກອບມີ ຄັ້ງທີ 1 ເມື່ອວັນທີ 16 ທັນວາ ປີ 2016 ເກີດອຸໂມງ ສົ່ງນໍ້າແຮງດັນສູງ ຂອງເຂື່ອນໄຟຟ້າເຊກາໝານ 3 ແຕກ ເຮັດປະລິມານນໍ້າຈໍານວນຫຼາຍໄຫຼ ເຂົ້າຖ້ວມເຮືອນຂອງປະຊາຊົນ ຢູ່ເມືອງດາກຈຶງ ແຂວງເຊກອງ ເຊິ່ງເຂື່ອນດັ່ງກ່າວ ແມ່ນບໍລິສັດ ຫວຽດນາມ ເປັນຜູ້ລົງທຶນ ພັດທະນາໂຄງການ.

ນອກຈາກນີ້ ວັນທີ 11 ກັນຍາ 2017 ເຂື່ອນໄຟຟ້ານໍ້າອ້າວແຕກ, ເຂື່ອນໄຟຟ້າແຫ່ງນີ້ ຕັ້ງຢູ່ໃນເມືອງຜາໄຊ ແຂວງຊຽງຂວາງ ໃນຂະນະທີ່ເກີດເຫດ ກໍ່ຢູ່ໃນລະຫວ່າງການກໍ່ສ້າງ ເຊິ່ງເຮັດໃຫ້ປະຊາຊົນ 8 ບ້ານ ຢູ່ເມືອງທ່າໂທມ ແຂວງໄຊສົມບູນ ຖືກນໍ້າຖ້ວມ ໄດ້ຮັບຄວາມເສຍຫາຍ ຢ່າງໜັກ. ສ່ວນເຫດການຮ້າຍແຮງຄື 23 ກໍລະກົດ 2018 ເກີດເຫດສັນເຂື່ອນ D ຂອງເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ສົ່ງຜົນໃຫ້ປະລິມານນໍ້າ ມະຫາສານ ໄຫຼເຂົ້າຖ້ວມ 19 ບ້ານ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ແລະ ເຮັດໃຫ້ມີຜູ້ເສຍຊີວິດ ຈຳນວນ 71 ຄົນ ແລະ ເມື່ອວັນທີ 04 ສິງຫາ 2019 ເຂື່ອນແກ້ງຄວນ ທີ່ຕັ້ງຢູ່ເມືອງແປກແຂວງຊຽງຂວາງແຕກ ຍ້ອນຝົນຕົກໜັກ ຈົນເຮັດໃຫ້ຕົວເຂື່ອນຮັບປະລິມານນໍ້າ ບໍ່ໄດ້, ເຂື່ອນຍຸບ ແລະແຕກ ໃນທີ່ສຸດ ສົ່ງຜົນໃຫ້ນໍ້າຖ້ວມຈຳນວນ 3 ບ້ານສ້າງຄວາມເສຍ ຫາຍຢ່າງໜັກ.

ປະຈຸບັນມາດຕະຖານ ຄວາມປອດໄພ ຂອງເຂື່ອນໄຟຟ້າ ໃນລາວຍັງຖືວ່າ ບໍ່ໄດ້ມາດຕະຖານ ການກໍ່ສ້າງ, ບໍ່ມີການປະເມີນ ເລື່ອງຄວາມປອດໄພ ຂອງເຂື່ອນ ແລະລາຍງານການ ກວດສອບທາງດ້ານ ເຕັກນິກເຮັດໃຫ້ເຂື່ອນໄຟຟ້າ ຫຼາຍແຫ່ງ ມີຄວາມສ່ຽງສູງ ທີ່ຈະເກີດຄວາມຮຸນແຮງຂຶ້ນ ເປັນຕົ້ນເຂື່ອນແຕກ, ຮອຍແຕກ-ຮອຍຮົ່ວ ແລະ ການຍຸບໂຕ ຂອງໂຄສ້າງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org