ຊາວເມືອງສະໜາມໄຊ ບໍ່ມີ ເງິນຊື້ກິນ

ປະຊາຊົນ ຜູ້ປະສົບພັຍ ເຂື່ອນແຕກ ເມືອງສະຫນາມໄຊ ທີ່ບໍ່ໄດ້ ຮັບເງິນ ຊ່ອຍເຫລືອ ມາ 2 ເດືອນ ແລ້ວ ບໍ່ມີເງິນ ຊື້ເຄື່ອງຢູ່ ຂອງກິນ.

ສະພາບຄວາມເປັນຢູ່ຂອງ ຜູ້ເຄາະຮ້າຍຈາກ ເຂື່ອນແຕກ ທີ່ ເມືອງສະໜາມໄຊ Photo Courtesy of: Korea CSO group

ປະຊາຊົນຜູ້ປະສົບພັຍ ຈາກ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ທັງໝົດ 6 ບ້ານ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ບໍ່ໄດ້ຮັບເງິນ ຊ່ອຍເຫລືອ ມາ 2 ເດືອນ, ຄື; ເດືອນເມສາ ແລະ ເດືອນພຶສພານີ້ ເດືອນລະ 2 ແສນ ຫ້າສິບພັນກີບ ຕໍ່ຄົນ ເຮັດໃຫ້ພວກເຂົາເຈົ້າ ບໍ່ມີເງິນໄປຊື້ເຄື່ອງຄົວກິນ ແລະ ເຄື່ອງໃຊ້ທີ່ຈໍາເປັນ, ອິງຕາມຄໍາເວົ້າຂອງປະຊາຊົນ ຜູ້ຖືກກະທົບ ບ້ານຕາໝາກຍອດ ເມືອງສະໜາມໄຊ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 22 ພຶສພາ ນີ້:

”ເດືອນ 4 ກັບ ເດືອນ 5 ນີ້ແຫລະບໍ່ໄດ້ ເຂົາກໍເອົາແຫທີ່ເຂົາບໍຣິຈາກ ມາໃຫ້ເຮືອນລະດາງ ສອງດາງ ເຂົາກໍເອົາຕົວນັ້ນເປັນຫຼັກ ໄປກ້ານ ໄປຫາກິນ ກ້ານຂຽດ ກ້ານກົບ ແຕ່ວ່າມັນຂາດ ບ່ອນນັ້ນຕິ ສິ່ງທີ່ເຮົາເຮັດ ບໍ່ເປັນເຄື່ອງແຕ່ງຄົວ ມັນບໍ່ມີຢູ່ອັດຕະປື ມັນກໍຂາດບໍ່ມີເງິນມາໄວ້ ມັນກໍຂາດກິນໃດ໊6ທ້ອງ.”

ຊາວບ້ານຜູ້ນີ້ເວົ້າວ່າ ດຽວນີ້ມີແຕ່ເຂົ້າສານ ທີ່ທາງການແຂວງ ລົງມາແຈກໃຫ້ຜູ້ປະສົບພັຍ ສ່ວນອາຫານ ແລະເຄື່ອງຄົວກິນອື່ນໆ ຊາວບ້ານ ອອກໄປຫາກິນເອງ, ການປູກພືດຜັກຕ່າງໆ ກໍຍັງປູກບໍ່ໄດ້ ຍ້ອນບໍ່ມີທີ່ດິນ ແລະ ແນວພັນກໍຕ້ອງໄປຊື້ຢູ່ຕລາດ ຊຶ່ງມີຣາຄາແພງ.

ກ່ຽວກັບບັນຫານີ້ ທ່ານເລັດ ໄຊຍະພອນ ເຈົ້າແຂວງ ອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ ງົບປະມານ ຂອງຣັຖບານ ແລະ ເງິນບໍຣິຈາກ ທັງພາຍໃນ ແລະຕ່າງປະເທດ ເລີ່ມຫລຸດຫນ້ອຍລົງ ເຮັດໃຫ້ກະທົບ ຕໍ່ການຈ່າຍເງິນໃນ ແຕ່ລະເດືອນ:

“ມີແຕ່ເວົ້າເຣື້ອງທຶນຮອນ ເພື່ອຊ່ວຍປະຊາຊົນນີ້ແລ້ວ ພວກເຮົາກໍຍັງບໍ່ທັນພ້ອມ ແຕ່ວ່າເບື້ອງແຂວງ ກໍຄືເບື້ອງຮັຖບານ ກໍພຍາຍາມ ຊອກຫາທຸກທິດທາງ ເພື່ອມາຊ່ວຍປະຊາຊົນ ດ້ວຍການໃຊ້ທຶນຂອງຣັຖບານ ແລ້ວກໍໃຊ້ທຶນ ຈາກການຊ່ວຍເຫລືອ ທຸກພາກສ່ວນ ດຽວນີ້ກໍາລັງສູມໃສ່ຢູ່”

ທ່ານເວົ້າວ່າ ດຽວນີ້ທາງແຂວງ ຍັງແຈກເຂົ້າສານ ແລະ ຢາປົວພຍາດ ທີ່ຈໍາເປັນ ໃຫ້ກັບຜູ້ປະສົບພັຍເຂື່ອນແຕກທຸກຄົນ ຈົນກວ່າ ພວກເຂົາເຈົ້າ ຈະໄດ້ຮັບການຊົດເຊີຍ ຢ່າງເຫມາະສົມ ຈາກຜູ້ເປັນເຈົ້າຂອງໂຄງການ (PNPC) ແລະກໍາລັງເລັ່ງປັບປຸງສະພາບ ແວດລ້ອມພາຍໃນເມືອງ, ສ້າງໂຄງຮ່າງພື້ນຖານ, ບຸກເບີກເນື້ອທີ່ ໄວ້ປຸກເຮືອນຖາວອນ ແລະ ບຸກເບີກເນື້ອທີ່ ທໍາການຜລິດ ເພື່ອໃຫ້ທັນ ກ່ອນຣະດູຝົນ.

ຣາຍງານວ່າ ຂນະນີ້ ຣັຖບານກໍາລັງຊອກຫາ ແຫລ່ງເງິນທືນ ຈາກ ທັງໃນ ແລະຕ່າງປະເທດ ເພື່ອນໍາມາແກ້ໄຂ ປັບປຸງ ຄຸນນະພາບຊີວິດ ຜູ້ປະສົບພັຍ ເພື່ອໃຫ້ພວກເຂົາເຈົ້າ ກັບມາໃຊ້ຊີວິດ ເປັນປົກກະຕິ ໃຫ້ໄວເທົ່າທີ່ຈະໄວໄດ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org