ວັນຄົບຮອບ 1 ປີ ເຂື່ອນເຊປຽນ ເຊນໍ້ານ້ອຍ ແຕກ
ເນື່ອງໃນໂອກາດ ໃກ້ຈະເຖິງວັນ ຄົບຮອບ 1 ປີ ຂອງ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ, ມື້ນີ້ ສິດນີ ໄດ້ມີ ສາຣະຄະດີ ກ່ຽວກັບ ສາເຫດ ເຂື່ອນແຕກ ມາສເນີ ທ່ານ ເຊີນຮັບຟັງໄດ້.
-
ສິດນີ
2019-07-19 -
-
-
Your browser doesn’t support HTML5 audio
ພັຍພິບັດສັນເຂື່ອນ D ຂອງເຂື່ອນເຊປ່ຽນ ເຊນ້ຳນ້ອຍແຕກ ເກີດຂຶ້ນໃນມື້ວັນທີ 23 ເດືອນ ກໍຣະກະດາ ປີ 2018 ຫລັງຈາກຝົນຕົກຫນັກ ລຽນຕິດກັນ ເປັນເວລາຫລາຍວັນ ເຮັດໃຫ້ນ້ຳທະລຸລົງມາຈາກຫນ້າເຂື່ອນ ຢ່າງແຮງແລະວ່ອງໄວ ໂດຍທີ່ຊາວບ້ານ ໃນຈຳນວນ 12 ບ້ານ ຢູ່ໃຕ້ເຂື່ອນ ບໍ່ສາມາດປົບຫນີທັນໄດ້.
ເຫດການເຂື່ອນແຕກດັ່ງກ່າວ ເຮັດໃຫ້ປະຊາຊົນເສັຽຊີວິດ ໂດຍຮວມ 40 ຄົນ ແລະຫາຍສາບສູນຫລາຍຄົນ, 7 ພັນກວ່າຄົນ ຖືກໂຍກຍ້າຍ ຊຶ່ງເປັນເຫດພັຍພິບັດ ເຂື່ອນແຕກຣາຍໃຫຍ່ ໃນຄັ້ງປວັດສາດການສ້າງເຂື່ອນ ໃນລາວ.
ຫລັງຈາກເຂືອນແຕກ ຣັຖບາລ ສປປລາວ ກໍໄດ້ແຕ່ງຕັ້ງຄນະກັມການສອບສວນ ຫາສາເຫດ ທີ່ເຮັດໃຫ້ ເຂື່ອນເຊປຽນ-ເຊນໍ້ານ້ອຍ ເເຕກ ໂດຍແມ່ນ ທ່ານ ບຸນທອງ ຈິດມະນີ ຮອງນາຍົກ ຣັຖມົນຕຣີ, ປະທານກວດກາ ສູນກາງພັກ ປະຊາຊົນ ປະຕິວັດລາວ ເປັນຫົວໜ້າ.
ເຈົ້າໜ້າທີ່ກະຊວງຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ກ່າວກ່ຽວກັບເຣຶ່ອງນີ້ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 9 ສິງຫາ ນີ້່ວ່າ:
“ທ່ານ ບຸນທອງ ເປັນຜູ້ດູແລ ກວດສອບທັງໝົດ ວ່າເຫດການມັນເກີດຂຶ້ນແນວໃດເນາະ ເປັນຫຍັງມັນຈຶ່ງເກີດຂຶ້ນ ແລ້ວແມ່ນໃຜມີສ່ວນຮູ້ ສ່ວນເຫັນ ກັບຄວາມຜິດພາດເຫດການ ນີ້ບໍ່ ອິຫຍັງ ປະມານນີ້ຫັ້ນນະ ຍ້ອນຕາມທີ່ໄປລົມກັບຊາວບ້ານ ຊາວບ້ານ ບາງຄົນນໍ ກໍບອກວ່າ ພວກພະນັກງານ ຢູ່ເຂື່ອນຫັ້ນນະຮູ້ແລ້ວວ່າ ເຂື່ອນມັນຈະແຕກນໍ ກໍເລີຍພາກັນໜີ ຂະເຈົ້າໜີໄປກ່ອນ ກ່ອນມັນຈະເກີດເຫດຫັ້ນນະ ກໍຄື ຈະມີການກວດສອບແລ້ວ ຈະສລຸບຄວາມເປັນຈິງອອກມາອີກ ເທື່ອນຶ່ງ."
ນາງກ່າວຕື່ມວ່າ ການກວດສອບບັນຫາດັ່ງກ່າວ ຈະເລີ້ມປະຕິບັດງານ ນັບແຕ່ມື້ທີ່ນໍ້າບົກລົງ, ຄນະກັມການດັ່ງກ່າວ ປະກອບດ້ວຍເຈົ້າໜ້າທີ່ ກະຊວງພລັງງານແລະບໍ່ແຮ່ ກະຊວງຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ກະຊວງວິທຍາສາດ ແລະ ເທັກໂນໂລຈີ ແລະ ມີຜູ້ຕາງໜ້າ ຈາກຣັຖບາລເກົາຫລີໃຕ້ ແລະໄທ ຊຶ່ງເປັນຣັຖບາລ ຂອງ ບໍຣິສັດລົງທຶນ ສ້າງເຂື່ອນ ແລະທັງຈະມີນັກວິຊາການ ດ້ານເທັກນິກຈາກອົງການ ຈັດຕັ້ງສາກົນ ເຂົ້າຮ່ວມພິສູດນໍາດ້ວຍ.
ການກວດສອບນັ້ນ ຈະໄດ້ໂຄງສ້າງເຂື່ອນ ຢ່າງລະອຽດທຸກຈຸດ ເພື່ອໃຫ້ຮູ້ວ່າສາເຫດເຂື່ອນແຕກນັ້ນ ເປັນຍ້ອນຫຍັງກັນແທ້.
ການແຕ່ງຕັ້ງຄນະກັມການສອບສວນ ຫາສາເຫດ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ໄດ້ປະກາດຢູ່ໃນກອງປະຊຸມຣັຖບາລ ປະຈໍາເດືອນສິງຫາ 2018 ໂດຍມີ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ເປັນປະທານ.
ສາເຫດຫລັກ ທີ່ພາໃຫ້ເຂື່ອນແຕກ ທ່ານ ສິງເພັດ ບຸນສະຫວັດທິພັນ ຮອງປະທານອົງການກວດກາຣັຖບານ ໄດ້ຣາຍງານ ຕໍ່ສື່ມວນຊົນ ພາຍໃນປະເທສ ໃນມື້ວັນທີ 28 ພຶສພາ ວ່າຕາມການກວດກາ ສາເຫດການແຕກ ຂອງຄູກັນນໍ້າ D ທີ່ຄນະຊ່ຽວຊານ ເອກກະຣາດໄດ້ສລຸບ ໃນບົດຣາຍງານສຸດທ້າຍສະແດງ ໃຫ້ເຫັນວ່າ ການແຕກ ຂອງຄູກັນນໍ້າ D ຢູ່ໃນຣະຍະ ເກັບນໍ້າເຂົ້າອ່າງ ເຖິງແມ່ນວ່າ ມີຝົນຕົກຕິດຕໍ່ ກັນຫຼາຍວັນ ກ່ອນມື້ຄູກັນນໍ້າ ແຕກກໍຕາມ. ແຕ່ໃນເວລາທີ່ການແຕກ ໄດ້ເຣີ້ມຂຶ້ນນັ້ນ ຣະດັບນໍ້າ ໃນອ່າງເກັບນໍ້າ ຍັງຕໍ່າກວ່າຣະດັບ ສັນເຂື່ອນຫຼາຍ.
ສະນັ້ນ ບໍ່ສາມາດ ເອີ້ນເຫດການແຕກພັງ ຄັ້ງນີ້ວ່າ ເປັນເຫດສຸດວິສັຍ. ສາເຫດເປັນຍ້ອນໂຄງຮ່າງ ການກໍ່ສ້າງ ບໍ່ໄດ້ມາຕຖານ ແລະພື້ນທີ່ ໃນການກໍ່ສ້າງ ບໍ່ສາມາດຮອງຮັບໂຄງການ ເຂື່ອນໃຫຍ່ ຂນາດນີ້ໄດ້. ໃຊ້ດິນໃນການສ້າງແທນທີ່ຈະໃຊ້ concrete ແລະພື້ນທີ່ດິນ ບ່ອນສ້າງເຂື່ອນນັ້ນ ກໍເປັນດິນທີ່ບໍ່ໄດ້ມາຕຖານ ຊືມຊັບນ້ຳສູງ. ຖ້າເວົ້າງ່າຍໆຕາມພາສາຊາວບ້ານທັມມະດາ ສັນເຂື່ອນແຕກ ກໍຍ້ອນດິນຫລົມ ຊັບຊືມນ້ຳງ່າຍ ແລະຝົນຕົກໜັກນ້ຳຫຼາຍ.
ນັກຊ່ຽວຊານຕ່າງຊາດ ຈາກຫຼາຍພາກສ່ວນ ໃຫ້ຄຳເຫັນຕໍ່ຣາຍງານກ່ຽວກັບສາເຫດ ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ທີ່ທາງການລາວໄດ້ຖແລງ ໃນມື້ວັນທີ 28 ພຶສພາວ່າ ເຫັນພ້ອມນຳແລະ ຖືກຕ້ອງ ເປັນຕົ້ນ.
ດຣ. IAN BAIRD ສາສດາຈານ ຈາກ ມະຫາວິທຍາໄລ Wisconsin ທີ່ ເມືອງ Madison ສະຫະຣັຖອາເມຣິກາ ຊຶ່ງເປັນຜູ້ຊ່ຽວຊານ ດ້ານການສ້າງເຂື່ອນ ໃນຂົງເຂດປະເທດ ລຸ່ມແມ່ນ້ຳຂອງ ເວົ້າວ່າ:
“ຂ້ອຍຄິດວ່າ ທີ່ຣັຖບານລາວ ຖແລງອອກ ມັນກໍຖືກຕ້ອງແລ້ວ ສາເຫດມັນກໍເປັນຈັ່ງຊັ້ນ ບໍຣິສັດນິ້ ເຂົາຕອບຄືນວ່າ ເຂົາພຍາຍາມແກ້ໂຕວ່າ ບໍ່ໄດ້ເປັນແບບນັ້ນ ຂະເຈົ້າພຍາຍາມບໍ່ຢາກຍອມຮັບ ຄວາມຮັບຜິດຊອບ.”
ທ່ານຍັງບອກອີກວ່າ ສາເຫດເຂື່ອນແຕກ ເປັນຍ້ອນ ໂຄງສ້າງບໍ່ໄດ້ມາຕຖານ ຍ້ອນນັກລົງທຶນ ຢາກຫຼຸດຄ່າໃຊ້ຈ່າຍ ໃນການສ້າງ ຈຶ່ງເຮັດໃຫ້ ຄຸນນະພາບ ຂອງເຂື່ອນບໍ່ດີພໍ.
ທ່ານ Richard L. Meehan ສາສດາຈານດ້ານວິສວະກັມ ກິຈການພົລເຮືອນ ທີ່ມະຫາວິທຍາລັຍ Stanford ສະຫະຣັຖອະເມຣິກາ ກໍເວົ້າວ່າ:
“ທ່ານຄິດວ່າ ບົດຣາຍງານນັ້ນ ເປັນແບບດຽວກັນ ກັບບົດຣາຍງານ ຂອງທ່ານ ວ່າງເດືອນຕຸລາປີ ກາຍ ວ່າໂຄງຮ່າງການກໍ່ສ້າງຫລົ້ມແຫລວ ທ່ານເຫັນພ້ອມນຳ ຊຶ່ງເປັນສິ່ງທີ່ທ່ານຣາຍງານ ວ່າງເດືອນ ຕຸລາຜ່ານມາ.”
ດຣ. Anton Schleiss ນັກຊ່ຽວຊານ ດ້ານວິສວະກັມໂຍທາ ຈາກ ສະຖາບັນ Swiss Federation Institute of Technology ປະເທດ Switzerland ຊຶ່ງເປັນຜູ້ຮັບຜິດຊອບ ການສືບສວນ ສອບສວນ ສາເຫດເຂື່ອນແຕກ ມາຕັ້ງແຕ່ວັນທີ 20 ສິງຫາ 2018 ໄດ້ສົ່ງຣາຍງານ ຜົລການສືບສວນ-ສອບສວນ ນັ້ນໃຫ້ຣັຖບານລາວ ແຕ່ວັນທີ 26 ມີນາ 2019 ເວົ້າວ່າ ບົດຣາຍງານ ຜົລການສືບສວນ-ສອບສວນ ຣະບຸວ່າ ສາເຫດຂອງສັນເຂື່ອນ ເຊປຽນ-ເຊນໍ້ານ້ອຍ ຫຼື Saddle Dam D ແຕກ ເມື່ອວັນທີ 23 ກໍຣະກະດາ 2018 ນັ້ນ ຍ້ອນໂຄງສ້າງຂອງສັນເຂື່ອນ ທີ່ເປັນເຂື່ອນດິນ ບໍ່ໄດ້ມາຕຖານ ຕາມການອອກແບບ ເປັນສາເຫດເຮັດໃຫ້ ສັນ ເຂື່ອນຍຸບຕົວ ແລະພັງລົງ ໃນທີ່ສຸດ.
ນອກຈາກນັ້ນ ທ່ານ ຍັງເວົ້າອີກວ່າ ສັນເຂື່ອນ Saddle Dam E ແລະ F ບໍ່ໄດ້ມາຕຖານ ຍ້ອນ ຊັ້ນດິນຍັງອ່ອນຕົວ ບໍ່ໄດ້ໜີບອັດດິນ ໃຫ້ແຂງແຮງພໍ ຊຶ່ງມີຄວາມສ່ຽງ ທີ່ສັນເຂື່ອນທັງ 2 ຈະຍຸບຕົວແລະພັງໄດ້ ທ່ານວ່າ ການອອກແບບ ສັນເຂື່ອນ New Saddle Dam D ຂຶ້ນມາໃໝ່ນັ້ນ ຈະມີຄວາມຍາວ 400 ແມັດ, ກວ້າງ 10 ແມັດ, ສູງ 54 ແມັດ ນັບຈາກ ຊັ້ນດິນ ຫາຍອດສັນເຂື່ອນ ໂດຍຈະປ່ຽນຈາກສັນເຂື່ອນດິນ ເປັນສັນເຂື່ອນ concrete ທັງໝົດ.
ສ່ວນການ ປັບປຸງແກ້ໄຂ ສັນເຂື່ອນ Saddle Dam E ແລະ F ທີ່ຍັງບໍ່ໄດ້ມາຕຖານນັ້ນ Dr. Anton Schleiss ກໍຂໍໃຫ້ບໍຣິສັດປັບປຸງ-ແກ້ໄຂຄືນ ທັງໝົດ ດ້ວຍການເສີມ concrete ເພື່ອຄວາມແຂງແຮງ ໂດຍໃຫ້ຍຶດເອົາຕາມມາຕຖານ ການອອກແບບ ທຸກຂັ້ນຕອນ.
ໃນວັນທີ 09 ສິງຫາ ຮອງສາສດາຈານ ດຣ ຄີມ ຈາກສະຖາບັນເພື່ອການສຶກສາເອເຊັຍ ຕາເວັນອອກ ແຫ່ງມະຫາວິທຍາລັຍ ໂຊກັງ ປະເທດເກົາຫລີໃຕ້ ໄດ້ຊີ້ແຈງໃນເວທີ ພາກປະຊາຊົນ ທີ່ຈັດຂຶ້ນໂດຍເຄືອຂ່າຍປະຊາຊົນຈ້ອງເບິ່ງການລົງທຶນ ເຂື່ອນ ໃນລາວ ທີ່ ນະຄອນຫຼວງບາງກອກ ໂດຍ ທ່ານໄດ້ອ້າງອີງ ຈາກ ການຣາຍງານຂ່າວ ຂອງນັກຂ່າວປະເທດ ເກົາຫລີໃຕ້ວ່າ ເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກ ໃນລາວ ອາດມາຈາກບັນຫາ ພາຍໃນ ຂອງ ບໍຣິສັດ SK E&C ເອງ ເຊິ່ງບັນຫາດັ່ງກ່າວ ເປັນບັນຫາລັກສນະ ໂຄງສ້າງພາຍໃນ ອັນມີທັງການເລືອກ ບໍຣິສັດ ອອກແບບກໍ່ສ້າງ ທີ່ບໍ່ຮູ້ວ່າມີ ຄຸນນະສົມບັດພຽງພໍ ໃນການອອກແບບຫລືບໍ່ ແລະ ມີການຫລຸດໄລຍະເວລາ ໃນການກໍ່ສ້າງລົງຈາກແຜນແມ່ບົດ ເພື່ອຫລຸດລາຍຈ່າຍ ໝາຍຄວາມວ່າ ຄຸນນະພາບຂອງ ເຂື່ອນ ກໍ່ຈະຕໍ່າລົງ.
ສລຸບແລ້ວ ນັກຊ່ຽວຊານຫລາຍຄົນ ກໍເຫັນດີກັບບົດຣາຍ ຂອງຣັຖບານລາວ ທີ່ວ່າ ສັນເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ຍ້ອນໂຄງສ້າງບໍ່ດີ ເພາະດິນຫລົມ ບໍ່ແໜ້ນໜາ ຊັບຊືມນ້ຳງ່າຍ ແລະຝົນຕົກໜັກນ້ຳຫລາຍ ຈຶ່ງເຮັດໃຫ້ເຂື່ອນເຊປ່ຽນ-ເຊນ້ຳນ້ອຍແຕກ ໃນມື້ວັນທີ 23 ກໍຣະກະດາ ປີ 2018.