ຊາວບ້ານກັງວົນ ນ້ຳເຊນ້ອຍ ກາຍເປັນສີແດງເຂັ້ມ
ແມ່ນໍ້າເຊນ້ອຍ ຢູ່ແຂວງ ສວັນນະເຂດ ມີສະພາບຂຸ່ນ ສີແດງ ເຊິ່ງ ຫລາຍພາກສ່ວນເຊື່ອວ່າ ເປັນຍ້ອນ ໂຮງງານປຸງແຕ່ງເຫລັກ ປ່ອຍສານເຄມີລົງນໍ້າ ເຮັດໃຫ້ປະຊາຊົນບໍ່ກ້າໃຊ້ນ້ຳ ຫຼືຫາປາໃນແຫຼ່ງນ້ຳດັ່ງກ່າວ ຂະນະທີ່ ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ມີການກວດກາເທື່ອ.
-
ພອນ ພູມມີທອນ
2023-08-24 -
-
-
Your browser doesn’t support HTML5 audio
ເມື່ອປະມານວັນທີ 18 ສິງຫາ ທີ່ຜ່ານມານີ້ ແມ່ນ້ໍາເຊນ້ອຍ ຢູ່ເມືອງວິລະບູຣີ ແຂວງ ສວັນນະເຂດ ມີສະພາບສີແດງຂຸ່ນເຂັ້ມຂົ້ນ ຈົນມາຮອດທຸກມື້ນີ້. ທັງທີ່ ບໍ່ມີຝົນຕົກ ແລະ ບໍ່ມີນ້ໍາປ່າໄຫລຫລາກ ເຊິ່ງຊາວບ້ານ ທີ່ເຫັນເຫດການດັ່ງກ່າວ ເຊື່ອວ່າເປັນຍ້ອນໂຮງງານ ປຸງແຕ່ງເຫລັກ ທີ່ຢູ່ເທິງສາຍນ້ໍາແຫ່ງນີ້ ໄດ້ປ່ອຍສານເຄມີລົງນ້ໍາ.
ດັ່ງ ຊາວບ້ານ ທີ່ເຫັນສະພາບນ້ໍາຂຸ່ນ ດັ່ງກ່າວ ໄດ້ກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 24 ສິງຫາ ນີ້ວ່າ:
“ນ້ໍາແດງນີ້ແລ້ວໄດ໋ ທິດກ່ອນຫັ້ນ ແດງແຫລະ ເປັນຕາຢ້ານ. ສານເຄມີເບາະ ໂຮງງານເຫັລກຢູ່ທາງພຸ້ນເນາະ. ນ້ໍາຖ້ວມບໍ່ໄດ້ເປັນໃດ໋ສີແດງ ບາດນ້ໍາຫລົດ ລະເປັນສີແດງ.”
ບໍ່ພຽງແຕ່ເທົ່ານັ້ນ ຊາວບ້ານອີກຈໍານວນນຶ່ງ ທີ່ເຫັນສະພາບນ້ໍາຂຸ່ນສີແດງ ຢູ່ສາຍນ້ໍາດັ່ງກ່າວ ໄດ້ຖ່າຍຮູບພາບເຜີຍແຜ່ ທາງສື່ສັງຄົມອອນລາຍນ໌ ເຊິ່ງຫລາຍຄົນເຊື່ອວ່າ ເປັນຍ້ອນໂຮງງານເຫລັກ 2 ແຫ່ງ ທີ່ຢູ່ເຂດເມືອງ ບົວລະພາ ແຂວງຄໍາມ່ວນ ທີ່ຕິດກັບເມືອງ ວິລະບູຣີ ນັ້ນ ໄດ້ປ່ອຍສານເຄມີ ໃສ່ນ້ໍາເຊນ້ອຍ ຈຶ່ງເຮັດໃຫ້ນ້ໍາມີສີແດງເຂັ້ມຂົ້ນ ແບບຜິດທັມມະຊາຕ ແລະ ເຮັດໃຫ້ຊາວບ້ານໃກ້ຄຽງ ບໍ່ກ້າລົງນ້ໍາໄປຫາປາອີກ.
ດັ່ງ ຊາວບ້ານອີກທ່ານນຶ່ງ ກ່າວວ່າ:
“ມີຫັ້ນແຫລະ 2 ບ່ອນເບາະ ຢູ່ ແຂວງຄໍາມ່ວນພຸ້ນ ເຄີຍເຫັນຢູ່ ເຫັນເຂົາເອົາລົງຢູ່ໄດ໋ ບໍ່ໄດ້ແຫລະ ຫາບໍ່ໄດ້ແຫລະ ມັນເປັນນ້ໍາແດງໝົດແລ້ວເດ້ ຮູ້ຈັກກັບເຂົາແຖວຫັ້ນເດ້ ເຂົາຖ່າຍສົ່ງມາໃຫ້ເບິ່ງ ກະມີຢູ່.”
ໃນຂະນະທີ່ຊາວບ້ານ ຢູ່ເມືອງວິລະບູຣີ ອີກທ່ານນຶ່ງ ກໍຢັ້ງຢືນວ່າ ຢູ່ຕອນເທິງຂອງນ້ໍາເຊນ້ອຍ ເຊິ່ງຕິດກັບເຂດເມືອງບົວລະພາ ແຂວງຄໍາມ່ວນນັ້ນ ມີໂຮງງານປຸງແຕ່ງເຫລັກ ຕັ້ງຢູ່ຈໍານວນ 2 ແຫ່ງ ແຕ່ກໍບໍ່ຮູ້ ຣາຍລະອຽດຢ່າງຄັກແນ່ວ່າ ໂຮງງານດັ່ງກ່າວ ໄດ້ປ່ອຍສານເຄມີລົງໃສ່ນ້ໍາແທ້ບໍ່ ຫລືແນວໃດ.
ດັ່ງ ທ່ານກ່າວວ່າ:
“ໂອ ອັນນີ້ກະບໍ່ຮູ້ເດີ້ ແມ່ນແຫລະບໍ່ເຫລັກ ເຂົາຢູ່ເຊນ້ອຍ ຢູ່ເທິງຫັ້ນແຫລະ ບໍ່ເຫລັກ ກະມີໂຮງງານ 2 ໂຮງງານພຸ້ນແຫລະ ບໍ່ເຫລັກຢູ່ເມືອງບົວລະພາ ແຕ່ວ່ານີ້ ກະບໍ່ຮູ້ ມັນຢູ່ໄກກັນ 30 ໂລພຸ້ນແຫລະ ຂ້ອຍກະບໍ່ເຂົ້າໃຈ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ເມືອງວິລະບູຣີ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ໜ່ວຍງານ ກ່າວວ່າ ສໍາລັບພາບນ້ໍາຂຸ່ນ ສີແດງ ດັ່ງກ່າວ ທີ່ຊາວບ້ານໄດ້ເຜີຍແຜ່ລົງໃນສື່ສັງຄົມອອນລາຍນ໌ ນັ້ນ ອາດແມ່ນພາບເກົ່າເມື່ອປີກາຍທີ່ແລ້ວ ທີ່ເຄີຍເກີດເຫຕການດຽວກັນ ແລະ ກໍໄດ້ແກ້ໄຂໄປແລ້ວ ເຊິ່ງໃນໄລຍະນີ້ ທາງເຈົ້າໜ້າທີ່ ກໍບໍ່ໄດ້ຮັບແຈ້ງການ ຈາກຊາວບ້ານວ່າ ໄດ້ເກີດເຫຕການດັ່ງກ່າວ ຂຶ້ນອີກ.
ດັ່ງ ທ່ານກ່າວວ່າ:
“ບໍ່ຮູ້ໄດ໋ ຄິດວ່າເປັນພາບເກົ່າ ກໍເລີຍວ່າບໍ່ໄດ້ສົນໃຈ ຢ້ານວ່າເພີ່ນເອົາພາບເກົ່າມາລົງ ບໍ່ມີໃຜເວົ້າເຖິງ ເຂົ້າໄປພົບກັບ ບໍຣິສັດ ເພີ່ນກໍໄດ້ປັບປຸງໝົດແລ້ວຣະບົບ.”
ທາງດ້ານເຈົ້າໜ້າທີ່ ຢູ່ເມືອງບົວລະພາ ແຂວງຄໍາມ່ວນ ທ່ານນຶ່ງ ກໍຢັ້ງຢືນວ່າ ສໍາລັບໂຮງງານປຸງແຕ່ງເຫລັກ ທີ່ຕັ້ງຢູ່ເທິງສາຍນ້ໍາດັ່ງກ່າວນັ້ນ ກໍໄດ້ມີການແກ້ໄຂ ລະບົບການປ່ອຍນ້ໍາເສັຍ ຫລື ສານເຄມີລົງໃສ່ນ້ໍາ ຕັ້ງແຕ່ປີກາຍແລ້ວ ຈຶ່ງບໍ່ຮູ້ ທີ່ມາທີ່ໄປວ່າ ສາເຫຕທີ່ນ້ໍາຂຸ່ນສີແດງ ຢູ່ສາຍນ້ໍາດັ່ງກ່າວອີກເທື່ອນຶ່ງນັ້ນ ແມ່ນມີຕົ້ນຕໍມາຈາກບ່ອນໃດແທ້.
ດັ່ງ ທ່ານກ່າວວ່າ:
“ແຕ່ດົນແລ້ວອັນນັ້ນ ແມ່ນແຫລະມັນມີໂຮງງານເຂົາ ເພິ່ນໄປແກ້ໄຂແລ້ວ.”
ເຖິງຢ່າງໃດກໍຕາມ ຊາວບ້ານຄົນນຶ່ງ ໄດ້ໂພສຮູບພາບ ນ້ໍາເຊນ້ອຍ ທີ່ມີສະພາບຂຸ່ນສີແດງ ລົງເຜີຍແຜ່ທາງສື່ສັງຄົມອອນລາຍນ໌ ພ້ອມລະບຸຂໍ້ຄວາມວ່າ ນ້ໍາເຊນ້ອຍ ຢູ່ເມືອງວິລະບູຣີແຕ່ກ່ອນ ສະອາດດີ ເປັນສາຍນ້ໍາທີ່ຊາວບ້ານ ໃຊ້ໃນຊີວິດປະຈໍາວັນ ແລະ ຫາປູຫາປາ ແຕ່ດຽວນີ້ ເຕັມໄປດ້ວຍສານເຄມີ ທີ່ປ່ອຍມາຈາກ ການເຮັດເຫມືອງເຫລັກ ຂອງນາຍທຶນຕ່າງຊາຕ, ປັດຈຸບັນ ຊາວບ້ານບໍ່ກ້າໃຊ້ນ້ໍາ ແລະ ປູປາໃນນ້ໍາກໍຈະຕາຍ ແລະ ເຈືອປົ່ນໄປດ້ວຍສານເຄມີ ແຕ່ພາກສ່ວນທີ່ກ່ຽວຂ້ອງ ໄດ້ປະປ່ອຍ ແລະ ບໍ່ລົງໄປກວດສອບເພີ່ມຕື່ມ. ກ່ອນໜ້ານີ້ ເມື່ອວັນທີ 20 ມີຖຸນາ 2022 ເຄີຍເກີດ ສະພາບນ້ໍາເປັນສີແດງເຂັ້ມ ຢູ່ໃນນ້ໍາເຊນ້ອຍ ເຂດບ້ານນາເຕີ ເຮັດໃຫ້ຊາວບ້ານ ທີ່ຫາປາໃນລໍາເຊດັ່ງກ່າວ ຕ້ອງໄດ້ຢຸດເຊົາຫາປາ ເນື່ອງຈາກຢ້ານອັນຕະຣາຍ ໂດຍຊາວບ້ານທີ່ເຫັນສະພາບດັ່ງກ່າວ ຕ່າງພາກັນເຊື່ອວ່າ ເປັນຍ້ອນໂຮງງານປຸງແຕ່ງເຫລັກ ທີ່ຕັ້ງຢູ່ເທິງເຊນ້ອຍ ໄດ້ປ່ອຍນ້ໍາເສັຍຈາກການລ້າງ ແຮ່ເຫລັກລົງ ໃສ່ເຊນ້ອຍ ແລະ ຫລັງຈາກນັ້ນ ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ລົງໄປກວດກາ ແລະ ແກ້ໄຂ ແຕ່ບໍ່ໄດ້ຊີ້ແຈງເຖິງຣາຍລະອຽດ ແລະ ບໍ່ໄດ້ໃຫ້ຂໍ້ມູນກ່ຽວກັບຊື່ໂຮງງານດັ່ງກ່າວ ວ່າແມ່ນຂອງບໍຣິສັດໃດ. ສໍາລັບການຂຸດຄົ້ນແຮ່ເຫລັກ ຢູ່ຂອບເຂດເມືອງວິລະບູຣີ ແຂວງສວັນນະເຂດ ແລະເມືອງບົວລະພາ ແຂວງຄໍາມ່ວນ ແມ່ນມີຫລາຍໂຄງການ ທີ່ກໍາລັງດໍາເນີນການຢູ່ ເປັນຕົ້ນ ໂຄງການສໍາຣວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫລັກ ຂອງບໍຣິສັດ ພົງຊັບທະວີ ທຣີບີ ຈໍາກັດ ແລະ ບໍຣິສັດ ໄຟຟ້າພລັງງານຖ່ານຫີນ ຄວາມຮ້ອນ ຂອງບໍຣິສັດ ບົວລະພາ ພາວເວີ້ ຈໍາກັດ ໃນເນື້ອທີ່ 5.3 ກິໂລຕາແມັດ ຢູ່ບ້ານປ່າກ້ວຍ ເມືອງບົວລະພາ ແລະໂຄງການຂຸດຄົ້ນແຮ່ເຫລັກ ຂອງບໍຣິສັດ ລາວມີໄຊ ກໍ່ສ້າງ ຈໍາກັດຜູ້ດຽວ ຢູ່ບ້ານປຸງປໍ ເມືອງວິລະບູຣີ ແຂວງສວັນນະເຂດ.