ຊ້າງປ່າເຂົ້າບ້ານມີຜູ້ ເສັຽຊີວິດ ແລະ ບາດເຈັບ

ຊ້າງປ່າ ເຂົ້າມາທໍາຮ້າຍ ຊາວບ້ານ ເສັຍຊີວິດ 2 ຄົນ ແລະ ບາດເຈັບອີກ 4 ຄົນ ຢູ່ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ.

ວັນທີ 1 ພຶສພາ ເວລາ 1:00 ໂມງເຊົ້າ ມີຊ້າງປ່າ ເຂົ້າມາທໍາຮ້າຍຄອບຄົວ ທີ່ປູກມັນຕົ້ນຢູ່ແຄມປ່າ ບ້ານທົ່ງນາມີ ເມືອງປາກກະດິງ ແຂວງບໍລິຄໍາໄຊ ນັກຂ່າວພົລເມືອງ

ຊ້າງປ່າ ທໍາຮ້າຍປະຊາຊົນ ບ້ານທົ່ງນາມີ ໃນສວນຢູ່ເມືອງປາກກະດິງ ແຂວງບໍລິຄໍາໄຊ ເສັຍຊີວິດ 2 ຄົນ ແລະບາດເຈັບອີກ 4 ຄົນ ໃນຕອນເຊົ້າເວລາ ປະມານ 1:00 – 2:00 ຂອງ ວັນທີ 1 ພຶສພາ ນີ້, ອີງຕາມຄໍາເວົ້າ ຂອງປະຊາຊົນທ່ານນຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 3 ພຶສພາ ນີ້:

“ເຂົ້າມາຢູ່ໃນພື້ນທີ່ໄຮ່. ໄປປູກມັນຕົ້ນຈົນເມື່ອຍແຮງ ແລ້ວກໍມາກິນເຂົ້າ ນອນຫລັບຕອນ 1 ໂມງເດິກໆ ຊ້າງປ່າໂຕນີ້ທໍາຣາຍເຮືອນ ບາດເຈັບ 4 ຄົນ ຕາຍ 2 ຄົນ. ເຄີຍມີມັນເຂົ້າມາ ແຕ່ປີ 2014 ແຕ່ມັນກໍບໍ່ໄດ້ເຮັດຫຍັງ.”

ທ່ານກ່າວຕື່ມວ່າ ມາຮອດປັດຈຸບັນ ຜູ້ບາດເຈັບທັງ 4 ຄົນ ນັ້ນຍັງຮັກສາຕົວຢູ່ໂຮງໝໍ ແລະ ຢາກຂໍຄວາມຊ່ອຍເຫລືອ ເປັນເງິນຫລື ອາຫານຍ້ອນຄອບຄົວ ທີ່ໄດ້ຮັບເຄາະຮ້າຍນີ້ ເປັນຄອບຄົວທຸກຍາກ.

ປະຊາຊົນບ້ານທົ່ງນາມີ ເມືອງປາກກະດິງ ອີກຜູ້ນຶ່ງເວົ້າວ່າ ຕົນຮູ້ສຶກຢ້ານຕໍ່ເຫດການດັ່ງກ່າວ ຍ້ອນວ່າທີ່ຜ່ານມາເຄີຍມີຊ້າງປ່າ ອອກມາທໍາຮ້າຍປະຊາຊົນ ແລະ ທໍາລາຍຜົນລະປູກ ໃນສວນຫຼາຍເທື່ອແລ້ວ ຊຶ່ງໃນໄລຍະນີ້ ກໍຕ້ອງໄດ້ຣະມັດຣະວັງ ຕົວເອງ ເປັນພິເສດ, ດັ່ງ ທີ່ທ່ານກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:

“ໂອ໋ຍ ຢ້ານແຫຼະເນາະ ຫາກິນກະລໍາບາກນີ໋ ໄປກີດຢາງໄປທໍາສວນມັນ. ຂະເຈົ້າກໍຣະມັດຣະວັງໂຕ ບາງຄົນເຂົາກໍບໍ່ກ້າໄປ ແບບນີ້ນ່າ. ບາງຄົນເຂົາກະເຄີຍໄປນອນ ເຂົາກໍບໍ່ໄປບາດນີ້ນະ. ໂອ໋ຍ! ຫຼາຍ 2-3 ປີຫຼັງ ມັນມີຕລອດຫັ້ນແຫຼະ ທີ່ຊ້າງປ່າ ເຮັດໃຫ້ຕາຍ ແລ້ວກະບາດນີ້ຫັ້ນ ກະຕາຍ 2 ຄົນ.”

ແຕ່ປະຊາຊົນບ້ານທົ່ງນາມີ ເມືອງປາກກະດິງ ຜູ້ນຶ່ງເວົ້າວ່າ ຕົນບໍ່ຢ້ານຍ້ອນວ່າ ປັດຈຸບັນມີເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ລົງພື້ນທີ່ໄປ ສໍາຣວດແລະ ດູແລ ແຕ່ກ່ອນໜ້ານີ້ ກໍເຄີຍມີຊ້າງປ່າ ມາຫາກິນ ຢູ່ເຂດປູກຝັງ ຂອງປະຊາຊົນຫຼາຍເທື່ອແລ້ວ, ດັ່ງທີ່ທ່ານເວົ້າຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 3 ພຶສພາ ນີ້ວ່າ:

“ກະບໍ່ໄດ້ຢ້ານ ຕອນນີ້ກະສະເພາະກິດ ເຂົາເຈົ້າກະເຂົ້າໄປສໍາຣວດເດ໋ ກໍປົກກະຕິ ທັມມະດານີ້ແຫຼະ ຊ້າງມັນກະຢູ່ພູພຸ້ນເນາະມັນ ເປັນພູທີ່ວ່າ ຢູ່ແຄມນໍ້າຂອງ. ປີກາຍປີກ່ອນຫັ້ນ ກະຊ້າງຢູ່ຝັ່ງໄທຍ ຫັ້ນແຫຼະຂ້າມມາ ແຕ່ໜ່ວຍສະເພາະກິດ ເຂົາໄປໄລ່ລະກະໜີ ຫັ້ນນະ.”

ກ່ຽວກັບກໍຣະນີຊ້າງປ່າ ທໍາຮ້າຍປະຊາຊົນ ຈົນເສັຍຊີວິດ ແລະບາດເຈັບໃນຄັ້ງນີ້ ວິທຍຸເອເຊັຍເສຣີ ໄດ້ພຍາຍາມຕິດຕໍ່ໄປຍັງ ເຈົ້າໜ້າທີ່ຜແນກກະສິກັມ ແລະ ປ່າໄມ້ ແລະເຈົ້າໜ້າທີ່ ຕໍາຣວດປ້ອງກັນຄວາມສງົບ ເມືອງປາກກະດິງ ແລະ ແຂວງບໍລິຄໍາໄຊ, ແຕ່ບໍ່ສາມາດຕິດຕໍ່ໄດ້.

ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບ້ານທົ່ງນາມີ ທ່ານນຶ່ງກໍກ່າວວ່າ ເຫດການທີ່ວ່ານັ້ນ ເກີດຂຶ້ນໃນຄືນວັນທີ 30 ເມສາ ຫາ ວັນທີ 1 ພຶສພາ ມີຊ້າງປ່າ 3 ໂຕ ເຂົ້າມາໃນສວນ ແລະທໍາຮ້າຍປະຊາຊົນ, ເຮັດໃຫ້ມີຜູ້ເສັຍຊີວິດ 2 ຄົນ ແລະບາດເຈັບອີກ 4 ຄົນ, ໄດ້ຣາຍງານໃຫ້ພາກສ່ວນທີ່ກ່ຽວຂ້ອງ ແລະແຈ້ງເຕືອນໃຫ້ ປະຊາຊົນຮູ້ແລ້ວ ດັ່ງທີ່ທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ:

“ມີ 3 ໂຕ ໂຕແມ່ໂຕນຶ່ງ ໂຕລູກໂຕນຶ່ງ ໂຕພາຍໂຕນຶ່ງ. ມື້ວັນທີ 30 ເນາະ ມາຢຽບປະຊາຊົນ ຄອບຄົວນຶ່ງ ຕາຍ 2 ຄົນ ເຈັບ 4 ຄົນ ຣາຍງານ ໃຫ້ທາງເມືອງທາງແຂວງບໍລິຄໍາໄຊ ແລ້ວ ເອີ໋! ບອກແລ້ວຊາວບ້ານນະ ແຕ່ລະບ້ານຮູ້ໝົດລະ ແຈ້ງການໃຫ້ຂະເຈົ້າຮູ້ ໝົດແລ້ວ.”

ອີງຕາມການຣາຍງານ ຂອງສື່ສັງຄົມອອນລາຍ ວັນທີ 1 ພຶສພາ 2021, ໃນຕອນກາງຄືນ ຂອງມື້ວັນທີ 30 ເມສາ ຫາວັນທີ 1 ພຶສພາ ເວລາປະມານ 1:00 ໂມງເຊົ້າ ໄດ້ມີຊ້າງປ່າ ເຂົ້າມາທໍາຮ້າຍຄອບຄົວ ທີ່ມີລູກ 6 ຄົນ ຊຶ່ງປູກມັນຕົ້ນ ຢູ່ແຄມປ່າ ບ້ານ ທົ່ງນາມີ ເມືອງປາກກະດິງ ແຂວງບໍລິຄໍາໄຊ, ເຮັດໃຫ້ເດັກນ້ອຍ ເສັຍຊີວິດ 2 ຄົນ ແລະ ມີຜູ້ບາດເຈັບ ອີກ 4 ຄົນ. ປັດຈຸບັນ ຜູ້ບາດເຈັບ ຍັງຮັກສາໂຕ ຢູ່ໂຮງໝໍ ແຂວງບໍລິຄໍາໄຊ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org