ຢູ່ວຽງຈັນນໍ້າປະປາບໍ່ພໍໃຊ້

ຊາວ ນະຄອນ ຫລວງ ວຽງຈັນ ກໍາລັງ ປະເຊີນ ກັບບັນຫາ ນ້ຳ ປະປາ ບໍ່ພຽງພໍ ໃນຊ່ວງ ຣະດູ ແລ້ງ ປີນີ້.

ຢູ່ ນະຄອນຫລວງວຽງຈັນ ນໍ້າປະປາ ບໍ່ພໍໃຊ້ RFA

 

ປະຊາຊົນ ໃນ ນະຄອນ ຫລວງ ວຽງຈັນ ຈົ່ມວ່າ ປັດຈຸບັນ ນ້ຳ ປະປາ ເລີ້ມບໍ່ມີ ພຽງພໍ ໃຫ້ໃຊ້ ແລ້ວ ໃນບາງ ພື້ນທີ່ ນ້ຳປະປາ ໄຫລຄ່ອຍ ຈົນຮອດ ບໍ່ໄຫລ ເລີຍ ເປັນເວລາ ຫລາຍ ຊົ່ວໂມງ ຊື່ງ ຊາວບ້ານ ຄິດວ່າ ເປັນຍ້ອນ ມີການ ສ້ອມແປງ ທີ່ໂຮງງານ ນ້ຳປະປາ ຫລືວ່າ ແນວໃດ:

"ມັນເປັນ ບາງມື້ ນ້ຳ ຈະບໍ່ມາ ບາງມື້ນະ ແບບຂັດຂ້ອງ ນ້ຳ ຊີນະ ຂະເຈົ້າແມ່ນ ຢູ່ໂຮງງານ ນ້ຳ ກໍບໍ່ພໍແນ່ ຂະເຈົ້າ ແປງແລ້ວນ້ຳ ກະຊິມາ ປົກກະຕິ".

ນາງເວົ້າ ຕື່ມວ່າ ສ່ວນຫລາຍ ນ້ຳບໍ່ໄຫລ ມັກເປັນ ໃນຊ່ວງ ວັນ ເຮັດການ ຍ້ອນຄົນ ຕ້ອງການ ໃຊ້ນ້ຳ ຫລາຍ ແຕ່ບັນຫາ ບໍ່ຄ່ອຍ ມີໃນ ຍາມແລງ ແລະ ຕອນຄ່ຳ. ກ່ຽວກັບ ບັນຫານີ້ ເຈົ້າຫນ້າທີ່ ນ້ຳປະປາ ນະຄອນ ຫລວງ ເວົ້າວ່າ ປັດຈຸບັນ ໂຮງງານ ຜລິດ ນ້ຳປະປາ ບໍ່ ສາມາດ ຜລິດນ້ຳໃຫ້ ພຽງພໍ ກັບຄວາມ ຕ້ອງການ ຂອງ ປະຊາຊົນ ໄດ້ ເພາະ ປະຈຸບັນ ສາມາດ ຜລິດໄດ້ ມື້ລະ 180 ພັນ ແມັດກ້ອນ ແຕ່ ປະຊາຊົນ ໃນເຂດ ນະຄອນຫລວງ ໃຊ້ນ້ຳ ມື້ລະ 320 ພັນ ແມັດກ້ອນ ນ້ຳປະປາ ຈຶ່ງ ບໍ່ພຽງພໍ ກັບຄວາມ ຕ້ອງການ. ນາງເວົ້າ ອີກວ່າ:

"ເພາະວ່າ ບາງທີ ມັນອາດ ນ້ຳບໍ່ພໍເນາະ ຫລາຍ ຄົນໃຊ້ ມີແຕ່ ຍາມມື້ແລງ ເຂົາເປີດ ໃສ່ຂຸ ໃສ່ອີ່ຫຍັງ ໃວ້ ໃສ່ຖັງບໍ່ ໃສ່ອີ່ຫຍັງ ໃວ້ໃຊ້ ເພາະວ່າມັນ ຫລາຍຄົນ ໃຊ້ເດ ມັນອາດຊີ່ ບໍ່ພຽງພໍ ອາດຈະມາ ຄ່ອຍເນາະ".

ນາງວ່າ ທາງການ ກໍຮຽກຮ້ອງ ໃຫ້ ປະຊາຊົນ ໃຊ້ນ້ຳ ແບບ ປະຫຍັດ ໂດຍແກ້ໄຂ ບັນຫາ ດ້ວຍການ ເກັບນ້ຳໄວ້ ໃນຍາມ ນ້ຳມາ ຫລາຍ ການຂາດ ແຄນນ້ຳ ຮ້າຍແຮງ ທີ່ສຸດ ໃນຊ່ວງ ເດືອນ 4 ຫາ 5 ຍ້ອນ ອາກາດ ຮ້ອນ ຄົນຕ້ອງການ ໃຊ້ນ້ຳ ຫລາຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org