ວິໄຊແກ້ວສະຫວ່າງ ນັກຄ້າ ສັດປ່າ
ນາຍ ວິໄຊ ແກ້ວສະຫວ່າງ ເປັນນັກ ຄ້າສັດປ່າ ໃຫຍ່ທີ່ສຸດ ໃນລາວ ແລະ ໃນເອເຊັຍ ຕາເວັນອອກ ສ່ຽງໃຕ້.
-
2014-02-20 -
-
-
Your browser doesn’t support HTML5 audio
ນາຍ ວິໄຊ ແກ້ວສະຫວ່າງ ເປັນນັກຄ້າສັດປ່າ ໃຫຍ່ທີ່ສຸດໃນລາວ ແລະໃນເອເຊັຍ ຕາເວັນອອກ ສ່ຽງໃຕ້. ນັ້ນແມ່ນຫົວຂໍ້ຂ່າວ ທີ່ນາງ Julian Rademeyer ຂຽນໃນປື້ມຫົວນຶ່ງ ທີ່ອົງການສືບສວນ ສິ່ງແວດລ້ອມ ທີ່ມີສຳນັກງານໃຫຍ່ຢູ່ປະເທດອັງກິດ ນຳມາເຜີຍແຜ່.
ນາງ Rademeyer ຂຽນຣາຍງານວ່າ ນາຍວິໄຊ ແກ້ວສະຫວ່າງ ເປັນຫົວໜ້າຂະບວນ ການຄ້າສັດປ່າຢູ່ລາວ ທີ່ມີຊື່ວ່າ ເຄືອຂ່າຍໄຊສະຫວ່າງ ທີ່ໃຊ້ຄຳຂວັນ ວ່າ "ຂ້າສັດປ່າເພື່ອກຳໄຣ". ເຄືອຂ່າຍດັ່ງກ່າວ ມີສະມາຊິກ ຄ້າສັດປ່າໃນທົ່ວໂລກ. ສະມາຊິກຜູ້ສຳຄັນຄົນນຶ່ງ ຊື່ວ່ານາຍຈຳລອງ ແຫລມທອງໄທ ປັດຈຸບັນ ຖືກຕັດສິນຈຳ ຄຸກຢູ່ປະເທດອາຟຣິກກາໃຕ້ເປັນເວລາ 30 ປີ ໃນຄະດີຄ້ານໍແຮດ.
ສ່ວນ ນາຍວິໄຊ ແກ້ວສະຫວ່າງ ປັດຈຸບັນ ຍັງດຳເນີນ ການຄ້າສັດປ່າ ຢ່າງສະບາຍ ຢູ່ລາວ ຣັຖບານລາວ ບໍ່ຫົວຊາວ່າຈະຈັບ ຫລືປາບປາມຜູ້ ກ່ຽວເລີຍ.ຣັຖບານ ສະຫະຣັຖ ປະກາດຈະໃຫ້ຣາງວັນເປັນເງິນເຖິງນຶ່ງລ້ານດອນລ່າ ແກ່ບຸກຄົນທີ່ຊ່ວຍ ຈັບນາຍວິໄຊ ແກ້ວສະວ່າງ ນັ້ນໄດ້.
ຂ່າວເປີດເຜີຍອີກວ່າ ນາຍວິໄຊ ແກ້ວສະຫວ່າງ ເປັນນັກຄ້າສັດປ່າທີ່ໂຫດຮ້າຍທີ່ສຸດໃນເອເຊັຍຕາວັນອອກສ່ຽງໃຕ້. ນາຍ ວິໄຊ ແກ້ວສະຫວ່າງ ຕັ້ງເຄື່ອຂ່າຍ ຄ້າສັດປ່າ ໄຊສະວ່າງ ນັບແຕ່ປີ 2008 ເປັນຕົ້ນມາ ຈົນເຖິງປັດຈຸບັນ ໄດ້ລັກລອບ ຂ້າ ຈັບ ແລະຂົນສົ່ງສັດປ່່່່່່າຫຼາຍພັນໂຕອອກ ຈາກລາວໄປວຽດນາມແລະຈີນ. ສັດປ່າທີ່ພວກຄ້າສັດປ່າຂອງຂະບວນການນີ້ ມັກຄ້າທີ່ສຸດກໍແມ່ນ ຫລິ່ນ ລີງ ເຕົ່າ ງູ ແຮດ ຊ້າງ ສິງແລະເສືອ.