ບ້ານຈັດສັນ ເຂື່ອນນໍ້າອູ 7 ຕ້ອງການ ແພດ,ໝໍ
ໝູ່ບ້ານຈັດສັນ ຈາກ ເຂື່ອນນໍ້າອູ 7 ຢູ່ເມືອງຜົ້ງສາລີ ຍັງຂາດ ແພດ ແລະ ໝໍ ຮວມທັງ ອຸປກອນ ການປິ່ນປົວ.
-
ຈໍາປາທອງ
2019-03-27 -
-
-
Your browser doesn’t support HTML5 audio
ປະຊາຊົນບ້ານຈັດສັນ 4 ບ້ານ ທີ່ໄດ້ຮັບຜົລກທົບ ຈາກເຂື່ອນນໍ້າອູ 7 ຢູ່ເມືອງແລະແຂວງຜົ້ງສາລີ ຍັງຂາດແພດ ແລະໝໍ ພ້ອມອຸປກອນ ການແພດ ເພື່ອປິ່ນປົວຄົນເຈັບ ຊຶ່ງປັດຈຸບັນ ມີຜູ້ເປັນພຍາດຖອກທ້ອງ ແລະ ພຍາດຕາມລະດູການ ຫຼາຍຄົນແລ້ວ, ຕາມຄໍາເວົ້າຂອງ ປະຊາຊົນບ້ານຈັດສັນ ທ່ານນຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 27 ມິນາ ນີ້:
"ອາກາດປ່ຽນອີ່ຫຍັງແລ້ວກໍ ພຍາດລະດູນີ້ແຫຼະ, ຢູ່ບ້ານກໍມີຜູ້ເຈັບເປັນຫຼາຍແລ້ວ, ກໍເປັນນໍາຫຼາຍຄົນນະ, ເດັກນ້ອຍແດ່ແລ້ວກໍຜູ້ໃຫຍ່ແດ່ ຫັ້ນນະ ກໍເປັນໄຂ້ຮ້ອນນໍ ເຈັບຫົວ ເຈັບຖອກທ້ອງແດ່, ມີຫລາຍຄົນແລ້ວ ແຕ່ວ່າມັນກໍເຂົາກວດ ພຍາດໄດ້."
ປະຊາຊົນບ້ານຈັດສັນເຂື່ອນນໍ້າອູ 7 ມີ 4 ບ້ານ, ຄື; ບ້ານສົບກັ້ງ, ບ້ານຈະເລີນ, ບ້ານຕາຕຸງ ແລະບ້ານຫາດຫິນ ຊຶ່ງມີປະຊາຊົນທັງໝົດ ເກືອບເຖິງ 300 ຄອບຄົວ ທີ່ໄດ້ໂຍກຍ້າຍມາຢູ່ຕັ້ງແຕ່ ເດືອນ ກຸມພາ ປີນີ້ມາ. ປັດຈຸບັນ ມີເດັກນ້ອຍ ແລະຜູ້ໃຫຍ່ຫຼາຍຄົນ ເລີ້ມປ່ວຍ, ມີ ອາການເຈັບຫົວ, ຕົວຮ້ອນ, ຮາກແລະຖອກທ້ອງ, ຂນະທີ່ສຸຂສາລາປະຈໍາບ້ານຈັດສັນນັ້ນ ບໍ່ມີທັງອຸປກອນການແພດ ໃນການກວດພຍາດ, ມີແຕ່ໃຫ້ຢາແກ້ໄຂ້ ເຮັດໃຫ້ຜູ້ປ່ວຍບາງຄົນບໍ່ຫາຍ, ໄລຍະທາງແຕ່ບ້ານຈັດສັນ ໄປຫາໂຮງໝໍເມືອງ ກໍໄກຫລາຍສິບຫລັກ. ດັ່ງນັ້ນຊາວບ້ານ ຈຶ່ງຢາກໃຫ້ຄນະຈັດສັນ ເຂື່ອນນໍ້າອູ 7 ສົ່ງແພດແລະໝໍ ພ້ອມອຸປກອນການແພດນັ້ນມາໃຫ້.
ກ່ຽວກັບເຣຶ່ອງທີ່ວ່ານີ້ ເຈົ້າໜ້າທີ່ຜແນກສາທາຣະນະສຸຂ ແຂວງຜົ້ງສາລີ ເວົ້າວ່າ ທາງການແຂວງກໍຢາກລົງໄປປິ່ນປົວພຍາດ ໃຫ້ປະຊາຊົນ ຢູ່ເຂດຕ່າງໆ ຮວມທັງບ້ານຈັດສັນ ແຕ່ວ່າບໍ່ມີ ງົບປະມານ, ມີແຕ່ລໍຖ້າໃຫ້ປະຊາຊົນ ທີ່ເຈັບປ່ວຍມາປິິ່ນປົວຢູ່ໂຮງໝໍ ເອງ ດັ່ງທີ່ທ່ານກ່າວວ່າ:
"ການເຮັດວຽກຂອງເຮົາຫັ້ນ ສ່ວນຫລາຍກໍມີແຕ່ຖ້າຂະເຈົ້າມາບໍຣິການ ແລ້ວເຮົາຈຶ່ງໃຫ້ບໍຣິການ ເຮົາຈະບໍ່ລົງໄປໃຫ້ບໍຣິການ ກັບບ້ານ ຈະ ໜ້ອຍນໍ້, ເພາະວ່າງົບປະມານເຮົາກໍ, ກໍໜ້ອຍແດ່."
ເຂື່ອນນໍ້າອູ 7, ຂນາດ 210 MW, ເລິ້ມກໍ່ສ້າງເມື່ອປີ 2016. ຕາມແຜນແມ່ນ ຈະກໍ່ສ້າງໃຫ້ສໍາເຣັດໃນປີ 2020, ອາຍຸສໍາປະທານ 29 ປີ. ເຂື່ອນດັ່ງກ່າວເປັນ ຂອງບໍຣິສັດ ຊີໂນ ໄຮໂດຣ ຂອງຈີນ ທີ່ຮ່ວມຫຸ້ນກັບ ບໍຣິສັດຣັຖວິສາຫະກິດໄຟ ຟ້າລາວ.
ປັດຈຸບັນ ນອກຈາກການຂາດເຂີນແພດ ແລະ ໝໍ ແລະອຸປກອນການແພດ ຄືທີ່ເວົ້າມານັ້ນແລ້ວ ປະຊາຊົນ 282 ຄອບຄົວຍັງກັງວົນຫລາຍນໍາບັນຫາ ບໍ່ມີວຽກເຮັດງານທໍາ ນໍາດ້ວຍ.