ຊາວບ້ານກັງວົນມົລພິດ ຈາກ ຖ່ານຫິນ
ຊາວເມືອງເຊໂປນ ກັງວົນນໍາ ເຣື່ອງ ຜົລກະທົບ ທີ່ອາຈເກີດຈາກ ໂຮງໄຟຟ້າ ຖ່ານຫິນ ທີ່ ບໍຣິສັດ ຊັນເປເປີ ຂອງຈີນ ສ້າງຂຶ້ນ.
-
2020-10-08 -
-
-
Your browser doesn’t support HTML5 audio
ຊາວບ້ານຢູ່ເມືອງເຊໂປນ ແຂວງສວັນນະເຂດ ກັງວົນນໍາເຣື່ອງ ຜົລກະທົບຕໍ່ສິ່ງແວດ ລ້ອມ ແລະສັງສັງຄົມ ທີ່ ອາຈເກີດຈາກໂຮງໄຟຟ້າ ຖ່ານຫິນຂນາດ 110 ເມກາວັດ ທີ່ບໍຣິສັດຊັນເປເປີຂອງຈີນສ້າງຂຶ້ນ ແລະ ຄາດວ່າຈະສ້າງສໍາເຣັດ ແລະຜລິດໄຟຟ້າໃຊ້ສໍາລັບໂຮງງານ ເຈັ້ຍຂອງຕົນ ແລະ ຂາຍໃຫ້ປະຊາຊົນ ໃນເຂດນັ້ນ ໃນທ້າຍປີ 2020 ນີ້. ແຕ່ ບໍຣິສັດນີ້ ບໍ່ໄດ້ແຈ້ງຜົລການສຶກສາ ສໍາຮວດຜົລກະທົບ ທີ່ອາຈເກີດຂຶ້ນໃຫ້ ປະຊາຊົນຮູ້ ດັ່ງຊາວບ້ານ ຄົນນຶ່ງ ຢູ່ເມືອງເຊໂປນ ຜູ້ຂໍສງວນຊື່ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 8 ຕຸລາ ນີ້ວ່າ:
“ແມ່ນກັງວົນ ກັງວົນແທ້ ເພາະວ່າເຣື່ອງສະພາບແວດລ້ອມ ນີ້ແຫລະ ມັນຢູ່ໃກ້ສົໃຄວນຫັ້ນນະ ແຕ່ຍັງບໍ່ເຫັນເອກສານຂະເຈົ້າເນາະ ຍັງບໍ່ ເຫັນຂໍ້ຕົກລົງຕ່າງໆ ຍັງບໍ່ເຫັນ. ບັນຫາໂຕນີ້ ປັດຈຸບັນນີ້ ກະບາງຊ່ວງ ມັນກະເປັນຂິວໆເໝັນໆມາຕລອດ ເພິ່ນມີແຕ່ຂຍາຍໂຮງງານ ອອກໄປເລື້ອຍໆ ຂຍາຍາກວ້າງໝົດເລີຍ, ຫລາຍ.”
ເວົ້າເຖິງຜົລກະທົບຈາກໂຮງງານເຈັ້ຍ ຂອງຈີນ ນີ້ຊາວບ້ານຜູ້ດຽວກັນນີ້ເວົ້າວ່າ ໄລຍະທາງຈາກ ໂຮງງານໄປຫາໂຕເມືອງເຊໂປນ ປະມານ 10 ກິໂລແມັດ, ປັດຈຸບັນ ບາງເວລາ ທີ່ໂຮງງານທໍາການຜລິດເຈັ້ຍ ມັກຈະມີກິ່ນຂິວມາເຖິງ ບ້ານເຮືອນຂອງຊາວບ້ານ ຢູ່ເມືອງເຊໂປນ, ຫາກ ທາງບໍຣິສັດນີ້ ສ້າງໂຮງງານໄຟຟ້າຖ່ານຫິນ ຂຶ້ນແທ້ ຕົນກໍຢ້ານ ແລະ ກັງວົນວ່າ ຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມຢູ່ ເມືອງເຊໂປນ ຈະຮຸນແຮງຂຶ້ນກວ່ານີ້.
ແລະຊາວບ້ານຢູ່ເມືອງນີ້ ອີກຜູ້ນຶ່ງ ທີ່ຂໍສງວນຊື່ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ບໍ່ຮູ້ເຣື່ອງການສ້າງໂຮງງານໄຟຟ້າຖ່ານຫິນ ນັ້ນ ແຕ່ກໍກັງວົນຄືກັນ, ເນື່ອງຈາກວ່າ ໄລຍະທີ່ຜ່ານມາໂຮງງານຜລິດ ເຈັ້ຍທີ່ວ່ານີ້ ສ້າງຜົລກະທົບຕໍ່ສິ່ງແວດລ້ອມ ຢູ່ເລື້ອຍໆ ເປັນຕົ້ນ ປ່ອຍນໍ້າເປິເປື້ອນ ອອກຈາກໂຮງງານ ແລະ ສົ່ງກິ່ນຂິວອອກມາ ແຕ່ກໍຍັງບໍ່ຮ້າຍແຮງ ຕໍ່ສຸຂພາບຂອງຊາວບ້ານ ດັ່ງທີ່ທ່ານກ່າວວ່າ:
“ສິ່ງແວດລ້ອມນີ້ວະ ກະທັມດາຢາກມີຫັ້ນແຫລະ ແຂວງເຂົາກະຂຶ້ນມາຕິດຕາມ ແກ້ແຕ່ລະເທື່ອ ແຕ່ວ່າບໍ່ທັນຜັລກະທົບ ບໍ່ເຖິງຮ້າຍແຮງ ທາງຮ່າງກາຍບໍ່ທັນມີ ຢາກມີຂິວມີກິ່ນນີ້ແຫລະ ບາງເທື່ອກະມີກິ່ນ.”
ກ່ຽວກັບຄວາມກັງວົນຂອງຊາວບ້ານ ຢູ່ເມືອງເຊໂປນ ນໍາເຣື່ອງຜົລກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາ ບໍຣິສັດຊັນເປເປີ ໃນມື້ວັນທີ 8 ຕຸລານີ້ ເພື່ອຂໍຮູ້ຣາຍລະອຽດ ກ່ຽວກັບ ຜົລການສຶກສາສໍາຣວດ ຜົລກະທົບຕ່າງໆ, ແຕ່ທາງເຈົ້າໜ້າທີ່ ບໍຣິສັດນີ້ ບໍ່ສະດວກທີ່ຈະໃຫ້ຄໍາເຫັນ, ມີແຕ່ວ່າ ໄດ້ຣາຍລາຍໃຫ້ກະຊວງພະລັງງານ ແລະບໍ່ແຮ່ຊາບແລ້ວ.
ແລະຜູ້ຕາງໜ້າພະນັກງານຄົນຈີນ ຢູ່ໂຮງງານຊັນເປເປີ ໂອດິ້ງລາວ ຢູ່ເມືອງເຊໂປນ ທ່ານນຶ່ງ ຜູ້ຂໍສງວນຊື່ ກໍໄດ້ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 7 ຕຸລານີ້ວ່າ ທາງໂຮງງານໄດ້ສຶກສາສໍາຣວດ ຜົລກະທົບ ຢ່າງດີແລ້ວ ແລະໄດ້ຣາຍງານໄປໃຫ້ ກະຊວງພະລັງງານ ແລະບໍ່ແຮ່ ຊາບ ແລະຣັຖມົນຕຣີກະຊວງ ດັ່ງກ່າວ ກໍໄດ້ມາຢ້ຽມຢາມ ແລະກວດກາເບິ່ງ ເມື່ອເດືອນກັນຍາທີ່ຜ່ານມານັ້ນແລ້ວ.
ແລະເຈົ້າໜ້າທີ່ຜແນກພະລັງງານ ແລະບໍ່ແຮ່ ແຂວງສວັນນະເຂດ ທ່ານນຶ່ງ ຜູ້ບໍ່ປະ ສົງອອກຊື່ ແລະຕໍາແໜ່ງ ກໍໄດ້ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 8 ຕຸລານີ້ວ່າ ເຫັນມີການສຶກສາຄວາມເປັນໄປໄດ້ ແລະ ສຶກສາຜົລກະທົບສໍາເຣັດແລ້ວ, ແຕ່ບໍ່ເຫັນວ່າ ຈະມີຜົລກະທົບດ້ານສິ່ງ ແວດລ້ອມ ແລະສັງຄົມແນວໃດ ເນື່ອງຈາກບໍຣິສັດຈີນ ໄດ້ສຶກສາຣະບົບເຕັກນິກທັນສມັຍ ເຂົ້າມາໃຊ້ໃນການຄວບຄຸມປ້ອງກັນ ອາຍນໍ້າ ແລະຝຸ່ນລະອອງຂນາດນ້ອຍ ຢ່າງເຂັ້ມງວດ ແລະ ຝຸ່ນລະອອງຂນາດນ້ອຍນັ້ນ ຈະບໍ່ປິວໄປຮອດໂຕເມືອງເຊໂປນ ເພາະຢູ່ຫ່າງໄກກັນ ປະມານ 10 ກິໂລແມັດ ດັ່ງທີ່ທ່ານກ່າວວ່າ:
“ຜົລກະທົບກະບໍ່ໄດ້ຫຍັງໃດ໋ ຝຸ່ນລະອອງກະມັນບໍ່ຮອດເຮົາດອກ ເພາະມັນ 10 ກວ່າຫລັກພຸ້ນໃດ໋ ແຕ່ໂຮງງານຫາໂຕເມືອງ. ໃນເຕັກນິກ ແທ້ ລະເຂົາໃຫ້ຜ່ານເຕົາບໍາບັດຢູ່ໃດ໋ ຄວັນນັ້ນມັນຈະເປັນຂີ້ເຖົ່າເນາະ ມີແຕ່ໄປເຂົ້າອ່າງນໍ້າຫັ້ນ ທັມດາມັນນັ້ນ ອອກຈາກອ່າງນໍ້າມັນຈະ ເປັນອາຍ ອາຍໄສໆ.”
ແລະເຈົ້າໜ້າທີ່ຜແນກພະລັງງານ ແລະບໍ່ແຮ່ ແຂວງສວັນນະເຂດ ອີກທ່ານນຶ່ງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ກໍໄດ້ກ່າວຕໍ່ວິທຍຸເອເຊັຍ ເສຣີ ໃນມື້ດຽວກັນນັ້ນວ່າ ໂຮງໄຟຟ້າຖ່ານຫິນ ທີ່ບໍຣິສັດຈີນສ້າງຂຶ້ນ ນັ້ນ ກະຊວງພະລັງງານ ແລະບໍ່ແຮ່ ເປັນຜູ້ຮັບ ຜິດຊອບໂດຍກົງ ແລະແຂວງກໍຍັງບໍ່ເຫັນບົດຣາຍງານ ກ່ຽວກັບຜົລກະທົບ ດ້ານສິ່ງແວດລ້ອມ ແລະ ສັງຄົມເທື່ອ:
“ເພາະວ່າຂອງເພິ່ນນີ໋ ເພິ່ນຄືວ່າສິຮັບໃຊ້ແຕ່ໃນໂຮງງານຫັ້ນໃດ໋ ໂຕສິກໍ່ສ້າງນີ້ນະ. ແຕ່ວ່າສາຍໄຟຟ້າລາວນີ໋ ສົງສັຍຢ້່ນຂາຍບໍ່ໄດ້. ສຶກສາ ນີ໋ແມ່ນເພິ່ນ ໄດ້ສຶກສາແລ້ວດຽວນີ້ຫັ້ນ. ແຕ່ວ່າຂັ້ນຕອນອິຫຍັງຕ່າງໆ ຄືວ່າເພິ່ນຍັງບໍ່ໃຫ້ເຮັດນ່າ.”
ເພື່ອຂໍຮູ້ຣາຍລະອຽດກ່ຽວກັບຜົລການສຶກສາ ຄວາມເປັນໄປໄດ້ ແລະ ການປະເມີນຜົລກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມ ຈາກໂຮງງານ ໄຟຟ້າແຫ່ງນີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາ ກະຊວງພະລັງງານ ແລະບໍ່ແຮ່, ແຕ່ເຈົ້າໜ້າທີ່ຜູ້ຮັບຜິດຊອບ ເຣື່ອງນີ້ ບອກໃຫ້ຮູ້ແບບ ສັ້ນໆວ່າ:
“ຍັງຢູ່ໃນຂັ້ນຕອນ ການປະເມີນຜົລກະທົບ, ຍັງບໍ່ທັນຣາຍງານ ໃຫ້ສັງຄົມຮັບຮູ້.”
ກ່ຽວກັບການສ້າງໂຮງງານໄຟຟ້າຖ່ານຫິນ ຂອງບໍຣິສັດຊັນເປເປີຂອງຈີນນີ້ ຍານາງ ສົມພອນ ເພັງຄໍ່າ ນັກວິຊາການດ້ານສິ່ງແວດລ້ອມ ແລະ ສຸຂພາບ ຈາກສະຖາບັນພັທນາ ຣະບົບປະເມີນຜົລກະທົບ ຕໍ່ ຊຸມຊົນ ປະເທດໄທ ຊຶ່ງຍານາງ ໄດ້ຕິດຕາມໂຄງການ ໂຮງງານ ໄຟຟ້າຖ່ານຫິນ ຫົງສາລິກໄນຕ ຢູ່ແຂວງໄຊຍະບູລີ ໄດ້ກ່າວຕໍ່ວິທຍຸເອເຊັຍເສຣີ ເມື່ອບໍ່ດົນມານີ້ວ່າ ໂຮງງານໄຟຟ້າຖ່ານຫິນ ຄືໂຮງງານ ທີ່ສ້າງ ຜົລກະທົບ ທັງດ້ານສິ່ງແວດລ້ອມ, ສຸຂພາບ ແລະ ສັງຄົມ ທີ່ເຫັນໄດ້ຢ່າງຈະແຈ້ງ ແລະ ມີການວິຈັຍຮັບຮອງ ໂດຍສະເພາະ ຜົລກະທົບ ດ້ານມົລພິດທາງອາກາດ:
"ຍານາງກ່າວວ່າ“ມັນມີຂໍ້ພິສູດ ທາງວິຊາການຈະແຈ້ງແລ້ວ ມັນຈະແຈ້ງແລ້ວວ່າ ມັນມີຜົລກະທົບຕໍ່ສິ່ງແວດລ້ອມ ແລະສຸຂພາບຈະແຈ້ງ ແລ້ວກໍລວມເຖິງປະເດັນ ທາງດ້ານສັງຄົມນໍາດ້ວຍ ຫລັກໆ ທີ່ມັນເປັນໂຕບັນຫາ ກໍຄືມົລພິດທາງອາກາດ ມັນຈະກະທົບໜ້ອຍຫລາຍ ປານໃດນັ້ນ ມັນຂຶ້ນຢູ່ກັບວ່າ ບໍຣິສັດນັ້ນ ເຂົາຈະລົງທຶນໃນເຣື່ອງເທັກໂນໂລຈີ ໃນການສະກັດສານພິດພວກນີ້ ໜ້ອຍຫລາຍປານໃດ”
ນາງກ່າວຕື່ມວ່າ ມົລພິດທາງອາກາດ ຈາກໂຮງງານໄຟຟ້າຖ່ານຫິນ ຈະໜັກ ຫລືເບົາ ຂຶ້ນຢູ່ກັບເທັກໂນໂລຈີ ຄວບຄຸມມົລພິດຂອງໂຮງງານ, ຫາກເປັນໂຮງງານໄຟຟ້າ ທີ່ບໍ່ມີການສຶກສາຜົລກະທົບ ລະອຽດຮອບດ້ານ, ບໍ່ໄດ້ມາຕຖານສາກົນ ກໍມີຄວາມສ່ຽງສູງ ທາງດ້ານມົລພິດນັ້ນ.