ເຮືອນຈັດສັນ ນາເຕີຍ ຍັງບໍ່ໄດ້ມອບ-ຮັບ

ຊາວບ້ານຈຳນວນນຶ່ງ ປະກາດຂາຍເຮືອນຈັດສັນ ນາເຕີຍ ຈາກໂຄງການຣົຖໄຟ ລາວ-ຈີນ ຢູ່ແຂວງຫຼວງນໍ້າທາ, ເຖິງແມ່ນວ່າ ການມອບ-ຮັບເຮືອນຈັດສັນ ຍັງບໍ່ຮູ້ວ່າຈະເກີດຂຶ້ນໄດ້ມື້ໃດ, ເຮືອນຈັດສັນດັ່ງກ່າວ ແມ່ນຈະມອບໃຫ້ຜູ້ທີ່ເສັຍດິນ ໃຫ້ກັບໂຄງການທາງຣົຖໄຟ ລາວ-ຈີນ ຕາມການຊົດເຊີຍ ຈາກໂຄງການທາງຣົຖໄຟ ລາວ-ຈີນ, ຊຶ່ງຊາວບ້ານຈຳນວນນຶ່ງ ບໍ່ພໍໃຈກັບກັບເຮືອນທີ່ຈະໄດ້ຮັບ ຈຶ່ງປະກາດຂາຍລ່ວງໜ້າໄວ້.

ບ້ານຈັດສັນ ບ້ານນາເຕີຍ ເມືອງແລະແຂວງຫຼວງນ້ຳທາ ທີ່ໂຄງການທາງຣົຖໄຟລາວ-ຈີນສ້າງຊົດເຊີຍ 27 ທັນວາ 2021 ນັກຂ່າວ ພົລເມືອງ

ຊາວບ້ານຈໍານວນນຶ່ງ ຜູ້ໄດ້ຮັບຜົລກະທົບ ຈາກໂຄງການສ້າງທາງຣົຖໄຟລາວ-ຈີນ ຢູ່ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ປະກາດຂາຍເຮືອນຈັດສັນ ທີ່ຈະໄດ້ຮັບຢູ່ບ້ານຈັດສັນນາເຕີຍລ່ວງໜ້າ ເຖິງແມ່ນວ່າ ຈະຍັງບໍ່ທັນໄດ້ຮັບເຮືອນດັ່ງກ່າວ ເປັນທາງການກໍຕາມ ຍ້ອນພວກເຂົາເຈົ້າ ບໍ່ຢາກໄດ້ຄ່າຊົດເຊີຽເປັນເຮືອນ ຢາກໄດ້ເປັນເງິນຫຼາຍກວ່າ, ດັ່ງນັ້ນ ຫຼາຍຄົນຈຶ່ງມີແນວຄິດທີ່ຈະຂາຍເຮືອນ ໃນບ້ານຈັດສັນ ພາຍຫຼັງທີ່ໄດ້ຮັບຈາກທາງການແລ້ວ ໂດຍຕັ້ງລາຄາ ການຊື້-ຂາຍ ຢູ່ລະຫວ່າງ 200 ລ້ານກີບ ຫາ 500 ລ້ານກີບ.

ດັ່ງຊາວບ້ານ ຢູ່ແຂວງຫຼວງນໍ້າທາ ທີ່ປະກາດຂາຍເຮືອນ ຢູ່ບ້ານຈັດສັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 26 ເມສາ ນີ້ວ່າ:

ກະມີຈໍານວນນຶ່ງ ກະຢາກຂາຍອອກຢູ່ ຫຼາຍຄົນກະມີຢາກໄດ້ເງິນຢູ່ ເວົ້າເຣື່ອງລາຄານີ້ແຫຼະ ສ່ວນຫຼາຍ 500 ປາຍນີ້ແຫຼະ ໄດ້ຍິນເຂົາເຈົ້າວ່າ ຊ່ວງແລ້ວຫັ້ນເດືອນ 3 ຖືວ່າ ຮອດປັດຈຸບັນນີ້ ຖືວ່າຍັງມິດຈີ່ລີ່.”

ນອກຈາາກນີ້ ກໍຍັງມີຊາວບ້ານ ຜູ້ໄດ້ຮັບຜົລກະທົບອີກຈໍານວນນຶ່ງ ທີ່ມີແນວຄິດ ຢາກເຮັດບ້ານຈັດສັນນາເຕີຍທີ່ເຂົາຈະໄດ້ຮັບນັ້ນ ເປັນເຮືອນເຊົ່າ ສໍາລັບຜູ້ທີ່ສົນໃຈຢາກເຊົ່າ ເພື່ອຫາລາຍໄດ້ເຂົ້າສູ່ຄອບຄົວ ເນື່ອງຈາກຍັງບໍ່ຈໍາເປັນ ທີ່ຈະຕ້ອງເຂົ້າໄປຢູ່ໃນບ້ານຈັດສັນ, ແຕ່ກໍຍັງບໍ່ຮູ້ເທື່ອວ່າ ຈະມີພິທີມອບ-ຮັບເຮືອນ ໃນບ້ານຈັດສັນນັ້ນໃນມື້ໃດ.

ດັ່ງຊາວບ້ານ ອີກນາງນຶ່ງ ກ່າວວ່າ:

ເຮົາກະທໍາມາຫາກິນ ຢູ່ແຂວງຢູ່ພີ້ຢູ່ເນາະ ມີແຕ່ວ່າລໍຖ້າແຕ່ຂະເຈົ້າມອບ ຄັນມອບແລ້ວ ເຮົາຊິໄດ້ເບິ່ງວ່າ ເຂົາເຊົ່າກ່ອນ ເຮົາກໍມີຮ້ານຂາຍຂອງຢູ່ໃນເມືອງ ຖ້າເບິ່ງກ່ອນ ຊິປ່ອຍໃຫ້ຂະເຈົ້າເຊົ່າໄປກ່ອນ ແບບນີ້ນ່າ ກະເບິ່ງພັກ-ຣັຖ ເພິ່ນຊິມອບແນວໃດ.”

ຍານາງກ່າວຕື່ມວ່າ ກ່ອນໜ້ານີ້ ນາງເອງ ກໍໄດ້ມີໂອກາດໄດ້ເຂົ້າໄປເບິ່ງເຮືອນ ທີ່ຈະໄດ້ຮັບ ຢູ່ບ້ານຈັດສັດດັ່ງກ່າວ ເຊິ່ງກໍຖືວ່າ ເປັນເຮືອນຂ້ອນຂ້າງກວ້າງ ຂນາດ 2 ຫ້ອງນອນ ແລະພາຍໃນເຂດບ້ານ ກໍມີສິ່ງອໍານວຍຄວາມສະດວກຄົບຖ້ວນ ຈຶ່ງເປັນທີ່ສົນໃຈ ຂອງຊາວບ້ານທົ່ວໄປຢູ່ພໍສົມຄວນ. ໃນຂະນະທີ່ ຊາວບ້ານອີກນາງນຶ່ງ ທີ່ຢູ່ໃກ້ກັບບ້ານຈັດສັນນາເຕີຍ ກໍຢືນຢັນວ່າ ໃນໄລຍະນີ້ ກໍເຫັນຊາວບ້ານ ຜູ້ທີ່ຈະໄດ້ຮັບເຮືອນ ຢູ່ບ້ານຈັດສັນດັ່ງກ່າວ ພາກັນປະກາດຂາຍເຮືອນລ່ວງໜ້າ ແຕ່ບໍ່ຮູ້ວ່າ ມີຈັກຄົນທີ່ຈະຂາຍເຮືອນ ເຊິ່ງກໍມີຊາວບ້ານ ແລະນັກທຸຣະກິຈ ຈໍານວນບໍ່ໜ້ອຍ ທີ່ສົນໃຈຢາກຊື້ເຮືອນ ພາຍໃນບ້ານຈັດສັນນາເຕີຍ.

ດັ່ງຍານາງກ່າວວ່າ:

ກະໄດ້ຍິນວ່າຂາຍແລ້ວ ເລີ່ມຂາຍ ມີແຕ່ວ່າຜູ້ໃດບໍ່ຢາກຢູ່ແລ້ວຊິຂາຍຕໍ່ ຈັ່ງຊິຕິ ຫຼືວ່າແນວໃດ ຈັ່ງວ່າ ຂາຍຫຼາຍຂາຍໜ້ອຍ ເອື້ອຍກະບໍ່ຮູ້ ບ້ານເມືອງຢູ່ຫັ້ນ ແຕ່ເອື້ອຍປະຈໍາການບ່ອນອື່ນ.”

ພາຍຫຼັງຈາກມີຊາວບ້ານບາງຄົນ ໄດ້ປະກາດຂາຍເຮືອນ ທີ່ຈະໄດ້ຮັບໃນບ້ານຈັດສັນນາເຕີຍ ຜ່ານສື່ສັງຄົມອອນລາຍນ໌ ກໍມີຊາວບ້ານອີກຫຼາຍຄົນ ທີ່ໃຫ້ຄວາມສົນໃຈ ແລະກໍມີການສເນີຕໍ່ລອງດ້ານລາຄາຊື້-ຂາຍ ຕັ້ງແຕ່ຣະດັບ 200 ລ້ານກີບ ໄປຈົນຮອດ 500 ລ້ານກີບ ແຕ່ຍັງບໍ່ທັນມີຂໍ້ມູນວ່າ ໄດ້ຕົກລົງການຊື້-ຂາຍກັນແລ້ວ ຫຼືບໍ່. ແຕ່ມາຮອດປັດຈຸບັນ ການຈັດພິທີມອບ-ຮັບເຮືອນ 159 ຫຼັງ ໃນບ້ານຈັດສັນນາເຕີຍ ກໍຍັງຖືກເລື່ອນອອກໄປແບບບໍ່ມີກໍານົດ ທັ້ງໆທີ່ ເຄີຍມີການປະກາດວ່າ ຈະຈັດພິທີມອບ-ຮັບ ເປັນທາງການ ແຕ່ເດືອນມິນາ ຜ່ານມາ ຈຶ່ງຍັງບໍ່ມີຊາວບ້ານຄົນໃດ ຍ້າຍໄປຢູ່ເຮືອນ ໃນບ້ານຈັດສັນດັ່ງກ່າວ.

ດັ່ງຊາວບ້ານ ທ່ານນຶ່ງກ່າວວ່າ:

ບ້ານຈັດສັນນາເຕີຍ ໄປເອົາຣົຖຫັ້ນ ເຂົາເຈົ້າວ່າ ຍັງບໍ່ມີຄົນເຂົ້າໄປຢູ່ຊໍ້າ ໄປຖາມວ່າ ອ້າວ ຄືໄປເຫັນບ້ານເຂົາເຈົ້າມາຢູ່ສັ້ນດອກ ຂະເຈົ່າວ່າບໍ່ ປະຊາຊົນບໍ່ມາວ່າຊັ້ນ.”

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງຫ້ອງການປົກຄອງ ແຂວງຫຼວງນໍ້າທາ ເພື່ອຖາມຣາຍລະອຽດເພີ່ມຕື່ມ ແຕ່ເຈົ້າໜ້າທີ່ຊີ້ແຈງພຽງແຕ່ວ່າ ຍັງບໍ່ທັນເຫັນແຈ້ງການ ເຣື່ອງກໍານົດການມອບ-ຮັບ ບ້ານຈັດສັນນາເຕີຍນັ້ນເທື່ອ ແລະກໍຍັງບໍ່ທັນວ່າຮູ້ວ່າ ຈະມີຂຶ້ນໃນເມື່ອໃດ ໃນຂະນະດຽວກັນ ກໍໄດ້ຕິດຕໍ່ຫາ ຫ້ອງການປະສານງານ ໂຄງການທາງຣົຖໄຟລາວ-ຈີນ ປະຈໍາແຂວງຫຼວງນໍ້າທາ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ສະດວກໃຫ້ສັມພາດ. ແຕ່ ກ່ອນໜ້ານີ້ ເຈົ້າໜ້າທີ່ທ້ອງຖິ່ນ ເມືອງຫຼວງນໍ້າທາ ຜູ້ນຶ່ງ ໃຫ້ຂໍ້ມູນວ່າ ສາເຫດ ທີ່ເຮັດໃຫ້ການມອບ-ຮັບ ບ້ານຈັດສັນນາເຕີຍ ຖືກເລື່ອນອອກໄປນັ້ນ ເປັນຍ້ອນ ການກໍ່ສ້າງເສັ້ນທາງເຂົ້າເຂດບ້ານຈັດສັນ ຍັງບໍ່ທັນສໍາເຣັດດີເທື່ອ ເຊິ່ງກໍຄາດວ່າ ໜ້າຈະຈັດພິທີໃນທ້າຍເດືອນເມສານີ້ ແຕ່ມາຮອດປັດຈຸບັນ ກໍຍັງບໍ່ທັນມີວີ່ແວວຫຍັງເທື່ອ.

ສໍາລັບຊາວບ້ານ ທີ່ຈະເຂົ້າໄປຢູ່ເຮືອນ ໃນບ້ານຈັດສັນນາເຕີຍ ຈໍານວນ 159 ຫຼັງນັ້ນ ແມ່ນຊາວບ້ານຢູ່ບ້ານນາເຕີຍ, ບ້ານບໍ່ເຕັນ, ບ້ານບໍ່ປຽດ ແລະບ້ານຕີນຕົກ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ເຊິ່ງແມ່ນຜູ້ທີ່ເສັຍເຮືອນ ແລະດິນປຸກສ້າງ ໃຫ້ແກ່ໂຄງການກໍ່ສ້າງທາງຣົຖໄຟລາວ-ຈີນ, ແຕ່ບໍ່ໄດ້ຮັບຄ່າຊົດເຊີຽເປັນເງິນສົດ, ໂດຍເຮືອນໃນບ້ານຈັດສັນ ຈໍານວນ 159 ຫຼັງນັ້ນ ແບ່ງອອກເປັນເຮືອນໃຫຍ່ ຈໍານວນ 76 ຫຼັງ, ເຮືອນຂນາດກາງ ຈໍານວນ 45 ຫຼັງ ແລະເຮືອນນ້ອຍ ຈໍານວນ 38 ຫຼັງ ໂດຍໃຊ້ມູນຄ່າກໍ່ສ້າງ ປະມານ 164 ຕື້ກີບ ເປັນທຶນຊ່ອຍເຫຼືອລ້າຈາກຣັຖບານຈີນ, ອີງຕາມການໃຫ້ສັມພາດ ແກ່່ສື່ມວນຊົນລາວ ຂອງທ່ານ ຈັນທະຈອນ ແກ້ວລະຄອນ ຫົວໜ້າຫ້ອງການປະສານງານ ໂຄງການທາງຣົຖໄຟລາວ-ຈີນ ປະຈໍາແຂວງຫຼວງນໍ້າທາ ໃນວັນທີ່ 27 ມົກກະຣາ ປີ 2022.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org