ຊາວບ້ານ ຍັງລໍຖ້າຄ່າຊົດເຊີຍ ຈາກໂຄງການ ສນາມບິນໜອງຄ້າງ

ພາກສ່ວນທີ່ກ່ຽວຂ້ອງ ຂອງໂຄງການ ສນາມບິນໜອງຄ້າງ ຍັງບໍ່ຈ່າຍຄ່າຊົດເຊີຍ ໃຫ້ຊາວບ້ານ 20 ຄອບຄົວ ທີ່ຂຶ້ນກັບ ເມືອງຊຳເໜືອ ແຂວງຫົວພັນ ຊຶ່ງເນື້ອທີ່ປູກເຂົ້າ ໄດ້ຮັບຜົລກະທົບ ຈາກການບຸກເບີກ ໂຄງການສນາມບິນ ດັ່ງກ່າວ.

ແຜນທີ່ສແດງ ເຂດກໍ່ສ້າງ ສນາມບິນໜອງຄ້າງ ເມືອງຊຳເໜືອ ແຂວງຫົວພັນ ໃນເນື້ອທີ່ 200 ເຮັກຕ້າຣ໌ ມູນຄ່າ 74 ລ້ານ ໂດລ້າຣ໌ ຕັ້ງແຕ່ປີ 2013 ຊຶ່ງເປັນໂຄງການ ຂອງບໍຣິສັດຮ່ວງແອງຍາລາຍ ຂອງວຽດນາມ. ຮູບພາບ: Google Earth

ຊາວ​ບ້ານ​ໜອງ​ຄ້າງ 20 ຄອບ​ຄົວ ທີ່​ຂຶ້ນ​ກັບເມືອງ​ຊຳ​ເໜືອ ແຂວງຫົວ​ພັນ ທີ່​ເນື້ອ​ທີ່​ປູກ​ເຂົ້າ​ໄດ້​ຮັບ​ຜົ​ລ​ກະ​ທົບ ​ຈາກ​ການ​ບຸກ​ເບີກ​ໂຄງ​ການ ​ສ​ນາມ​ບິນ​ໜອງ​ຄ້າງ ຍັງ​ລໍ​ຖ້າການ​ຊົດ​ເຊີຍ. ຊາວ​ບ້ານ​ເຫຼົ່າ​ນັ້ນ ຫຼາຍ​ຄົນ​ກໍ​ໄດ້​ຮັບ​ຄວາມ​ເດືອດ​ຮ້ອນ ຍ້ອນ​ວ່າບໍ່​ສາ​ມາດ​ປູກ​ເຂົ້າ​ໄດ້ ບັບ​ແຕ່​ປີ 2018 ເປັນ​ຕົ້ນ​ມາ.

ຊາວ​ບ້ານ​ໃກ້​ຄຽງ​ທ່ານ ນຶ່ງ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 16 ພຶ​ສ​ພາ ວ່າ:

ຊິມີ 10-20 ຄອບຄົວ ພຸ້ນ ປີທີ່ແລ້ວ ນີ້ ເພິ່ນຍັງບໍ່ໄດ້ມີການຊົດເຊີຍປະຊາຊົນຍັງບໍ່ທັນ ໄດ້ເງິນຊື້ເຂົ້າກິນ ເປັນການລໍຄອຍຢູ່ນ່າ ມັນນານີ້ ມັນຖືກດິນແດງແລ້ວ ມັນບໍ່ດີ ມັນບໍ່ເປັນນ່າ ຍັງຄາໂຕນີ້.”

ທ່ານ ກ່າວ​ຕື່ມ​ວ່າ ເມື່ອ​ບໍ​ດົນ​ມານີ້ ກໍ​ເຫັນ​ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ໄດ້​ລົງ​ພື້ນ​ທີ່​ມາ​ຕິດ​ຕາມ​ສະ​ພາບ​ດັ່ງ​ກ່າວ​ແລ້ວ ແຕ່​ກໍ​ບໍ່​ທັນ​ໄດ້​ຍິນ​ວ່າ ມີ​ຄວາມ​ຄືບ​ໜ້າ​ແນວ​ໃດ ແລະ ຈະ​ໃຫ້​ເງິນ​ຊົດ​ເຊີຍແກ່​ຊາວ​ບ້ານ ໃນເທື່ອ​ໃດ​ແທ້ ເຊິ່ງ​ຊາວ​ບ້ານ​ຫຼາຍ​ຄົນ​ກໍ​ຫວັງ​ວ່າ ຈະ​ໄດ້​ຮັບ​ຄວາມ​ເປັນ​ທັມ ໃນ​ໄວໆນີ້ ກ່ອນ​ທີ່​ສ​ນາມ​ບິນ​ແຫ່ງນີ້ ຈະ​ເປີດ​ໃຊ້​ແບບ​ເປັນ​ທາງ​ການ.

ວິທຍຸເອ​ເຊັຽ​ເສ​ຣີ ໄດ້​ຕິດ​ຕໍ່​ຫາ ຊາວ​ບ້ານ​ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ ເພື່ອ​ຖາມ​ລາຍ​ລະ​ອຽດ​ເພີ່ມ​ຕື່ມ ແຕ່ ບໍ່​ສາ​ມາດ​ຕິດ​ຕໍ່​ໄດ້.

ປັດ​ຈຸ​ບັນ​ເຈົ້າ​ໜ້າ​ທີ່ ກຳ​ລັງ​ເກັບ​ກຳ​ຂໍ້​ມູນ ຜົ​ລ​ກະ​ທົບ​ຈາກ​ຊາວ​ບ້ານ ແລ້ວ​ຈະ​ສົ່ງ​ຂຶ້ນ​ໄປ​ຫາ​ຂັ້ນ​ແຂວງ ເພື່ອ​ຈະຊົດ​ເຊີຍ​ຊາວ​ບ້ານ 20 ຄອບ​ຄົວ ທີ່​ຍັງ​ເຫຼືອ.

ເຈົ້າ​ໜ້າ​ທີ່​ເມືອງ​ຊຳ​ເໜືອ ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:  

ເກັບກຳຄືນບໍ່ທັນແລ້ວໂຕນີ້ ສັງລວມແລ້ວ ຈະເນີຕໍ່ຂັ້ນເທິງຫັ້ນເນາະ ຊົດເຊີຍ ເປັນແນວໃດໆ ຊົດເຊີຍໝົດແລ້ວ ແຕ່ວ່າ ຍັງບາງຈຸດ ທີ່ວ່າມັນເກີດວຽກໃໝ່ ເປັນດິນມັນໄຫຼລົງໃສ່ທົ່ງນາປະຊາຊົນ ແຕ່ລະປີມັນເກີດຂຶ້ນມາອີກ.”

​ໂຄງ​ການ​ສນ​ນາມ​ບິນ​ໜອງ​ຄ້າງ ມີ​ຄວາມ​ຄືບ​ໜ້າ 92 ເປີ​ເຊັນ ແລະ ເຖິງວ່າ ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ມີ​ແຜນ​ຊຸກ​ຍູ້​ໃຫ້​ສໍ​າ​ເຣັດ​ພາຍ​ໃນ​ປີໄຕຼມາ​ດ 3 ຂອງ​ປີນີ້ ແຕ່​ຜູ້​ຮັບ​ເໝົາທີ່​ເປັນ ບໍ​ຣິ​ສັດ ຮ່ວງ​ແອງ ອັດ​ຕະ​ປື ທີ່​ເປັນ​ຂອງ​ນັກ​ລົງ​ທຶນ​ວຽດ​ນາມ ຍັງ​ບໍ່​ທັນ​ໄດ້​ເຂົ້າ​ມາ​ສືບ​ຕໍ່ ການກໍ່​ສ້າງ​ແຕ່​ແນວ​ໃດ ຫຼັງ​ຈາກການ​ກໍ່​ສ້າງ​ໄດ້​ຢຸດ​ໄປ.

ເຈົ້າ​ໜ້າ​ທີ່​ຜ​ແນກ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ ແຂວງ​ຫົວ​ພັນ ໄດ້​ກ່າ​ວວ່າ:

ເນື່ອງຈາກສະພາບໂຄວິດນີ້ແຫຼະ ຫຍຸ້ງຍາກຫຼາຍອັນ ຍັງບໍ່ທັນມີແຜນສືບຕໍ່ທີ່ວ່າ ເປັນແຜນວຽກລະອຽດເທື່ອ ມີແຕ່ຍັງລໍຖ້າເພິ່ນ ກະບໍ່ໝັ້ນໃຈເນາະ ຖ້າຫາກວ່າ ເຂົາຈະລົງມືກໍ່ສ້າງປະຕິບັດ ກະໜ້າຈະໄປຕາແຜນ.”

ປັດ​ຈຸ​ບັນ ຢູ່​ແຂວງ​ຫົວ​ພັນ​ມີ​ແຕ່​ສ​ນາມ​ບິນ​ນາ​ທອງ ​ຢູ່​ເມືອງ​ຊຳ​ເໜືອ ທີ່​ເປີດ​ບໍ​ຣິ​ການ ແຕ່​ເປັນ​ນາມ​ບິນ​ຂ​ນາດ​ນ້ອຍ ແລະ ຮອງຮັບ​ຍົນ​ຂ​ນາດ​ນ້ອຍ. ຊາວ​ບ້ານ​ເຊື​ອ່​ວ່າ ຈະ​ມີ​ຄົນ​ເດີນ​ທາງ​ດ້ວຍ​ຍົນ​ຫຼາຍ​ຂຶ້ນ ຖ້າ​ສ​ນາມ​ໜອງ​ຄ້າງ​ສ້າງ​ສຳ​ເຣັດ.

ຊາວ​ບ້ານ​ເມືອ​ງ​ຊຳ​ເໜືອ ທ່ານ ນຶ່ງ ກ່າວ​ວ່າ: 

ຄັນວ່າເກີດວ່າ ການແນ່ນອນຕ້ອງມີຫຼາຍຫັ້ນແຫຼະ ເຂົາເຈົ້າກະມັກເດີນທາງຍົນ ຄັນຖ້າບໍ່ມີພະຍາດນີ້ ເຂົາເຈົ້າກະເຮັດແລ້ວ ແລ້ວກະມີສັນຍາເຂົາເຈົ້າບໍ່ທັນເຮັດແລ້ວ.”

ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ ຕ່າງ​ປະ​ເທດ​ເຂົ້າ​ມາ​ລົງ​ທຶນ​ຢູ່​ໃນ​ແຂວງ​ຫຼາຍ​ຂຶ້ນ ຖ້າ​ວ່າ ສນາມ​ບິນສ້າງ​ສຳ​ເຣັດ. ເຈົ້າ​ຂອງ​ເຮືອນ​ພັກ ທ່າ​ນ​ນຶ່ງ ໄດ້​ກ່າວ​ວ່າ:

ມີຫຼາຍຢູ່ດອກບ້ານພັກ ບ້ານເຊົ່າຫັ້ນນ່າ ກໍອາຊິມີວຽດນາມບໍ່ ຕ່າງປະເທດບໍ່ ທີ່ວ່າ ເພິ່ນຈະມາລົງທຶນທາງແຂວງເຮົາ ວຽດນາມເພິ່ນກະເຣີ່ມເປີດປະເທດ ເຣີ່ມເຂົ້າໆ ອອກໆ ໄດ້.”

ບໍ​ຣິ​ສັດ ຮ່ວງ​ແອງ​ອັດ​ຕະ​ປື ທີ່ເປັນ​ຂອງ​ບໍ​ຣິ​ສັດ​ ຮ່ວງ​ແອງ​ຍາ​ລາຍ ຂອງວຽດ​ນາມ ໄດ້​ເຣີ່ມ​ສ້າງ​ສ​ນາມ​ບິນ​ໜອງ​ຄ້າງ ໃນ​ເນື້ອ​ທີ່ 200 ເຮັກ​ຕ້າຣ໌ ມູນ​ຄ່າ 74 ລ້ານ ໂດ​ລ້າຣ໌ ຕັ້ງ​ແຕ່​ປີ 2013 ໂດຍ ໄດ້​ສົ່ງ​ຜົ​ລ​ກະ​ທົບ​ຕໍ່​ຫຼາຍ​ຄອບ​ຄົວ ແລະ ບໍ​ຣິ​ສັດ​ ບໍ່ໄດ້​ເປີດ​ເຜີຍ​ຈຳ​ນວນ​ຄອບ​ຄົວ​ລະ​ອຽດ ແຕ່ ໄດ້​ຊົດ​ເຊີຍໃຫ້​ຊາວ​ບ້ານ​ໄປ​ແລ້ວ 6 ຕື້ ກີບ ອີງ​ຕາມ​ຂໍ້​ມູນ​ຈາກ​ທາງ​ການ​ແຂວງ. 

ຮອດ​ປີ 2015 ໂຄງ​ການ​ດັ່ງ​ກ່າວ ໄດ້​ໂຈະ​ການກໍ່​ສ້າງ ຍ້ອນ​ບໍ​ຣິ​ສັດ ຂາດ​ງົ​ບ​ປະ​ມານ ແລະ ມີ​ບັນ​ຫາ​ໜີ້​ສິນ. ຈົນ​ຮອດ​ປີ 2018 ບໍ​ຣິ​ສັດ ຈຶ່ງ​ຫັນມາ​ສືບ​ຕໍ່ ການກໍ່​ສ້າງ​ອີກ​ ແຕ່ ກໍ​ໂຈະ​ການກໍ່​ສ້າງ​ໃນ​ປີເດືອນ​ມີ​ນາ 2020 ຈົນ​ມາ​ເຖິງ​ປັດ​ຈຸ​ບັນ ກໍ​ຍັງ​ບໍ​ມີ​ການ​ຢືນ​ຢັນ​ວ່າ ການກໍ່​ສ້າງ​ສ​ນາມ​ບິນ​ດັ່ງ​ກ່າວ ຈະ​​ສຳ​ເຣັດ​ເມື່ອ​ໃດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org