ຜູ້ທີ່ຈະຖືກຜົລກະທົບ ເຂື່ອນຫຼວງພຣະບາງ ບໍ່ພໍໃຈການປະເມີນ ຄ່າຊົດເຊີຍ

ຊາວບ້ານຢູ່ເມືອງງາ ແຂວງອຸດົມໄຊ ທີ່ຈະຕ້ອງຍົກຍ້າຍ ຫຼີກທາງໃຫ້ແກ່ເຂື່ອນໄຟຟ້າ ຫຼວງພຣະບາງ ບໍ່ພໍໃຈຕໍ່ການປະເມີນ ຜົລກະທົບດ້ານສັງຄົມ ແລະ ເຣື່ອງເງິນຊົດເຊີຍ ຕໍ່ທີ່ດິນໃນລາຄາຕ່ຳ ເຊິ່ງບໍ່ສົມເຫດສົມຜົລ ແລະປະຊາຊົນ ຢາກໃຫ້ປະເມີນຄືນໃໝ່ ເພື່ອໃຫ້ຖືກຕ້ອງ ໃນລາຄາຊົດເຊີຍທີ່.

ໂຄງການ ເຂື່ອນຫຼວງພຣະບາງ ທີ່ກຳລັງດຳເນີນຢູ່ໃນຂະນະນີ້, ເດືອນກຸມພາ ປີ 2023. ນັກຂ່າວ ພົລເມືອງ

ມີຊາວບ້ານ ຢູ່ເມືອງງາ ແຂວງອຸດົມໄຊ ຈຳນວນນຶ່ງ ທີ່ຢູ່ໃນກຸ່ມ 12 ບ້ານ ລວມປະມານ 1,263 ຫຼັງຄາເຮືອນ ທີ່ຈະໄດ້ຮັບຜົລກະທົບ ຖືກຍົກຍ້າຍ ແລະ ຖືກຫຍັບຍ້າຍ ໃຫ້ກັບໂຄງການກໍ່ສ້າງ ເຂື່ອນໄຟຟ້າຫຼວງພຣະບາງ ທີ່ພວມຢູ່ລະວ່າງການພັທນາ ໂຄງຮ່າງພື້ນຖານຕ່າງໆ ເພື່ອຕຣຽມພ້ອມໃນການກໍ່ສ້າງໂຕເຂື່ອນ ທັງທີ່ຍັງບໍ່ມີການເຊັນສັນຍາຊື້-ຂາຍໄຟຟ້າ ຢ່າງເປັນທາງການນັ້ນ, ຕ່າງພາກັນເປັນກັງວົນໃຈ ກ່ຽວກັບຜົລກະທົບຕ່າງໆ ທັງເຣື່ອງເງິນຊົດເຊີຍ, ເຮືອນຈັດສັນ ແລະ ທີ່ດິນທຳການກະເສຕ ທີ່ຈະໄດ້ຮັບການຊົດເຊີຍ ທີ່ຈະເປັນໄປແບບບໍ່ສົມເຫດສົມຜົລ ພາຍຫຼັງທີ່ຊາວບ້ານ ຮູ້ມາໃນເບື້ອງຕົ້ນວ່າ ຫົວໜ່ວຍລາຄາ ທີ່ຈະໄດ້ຮັບການຊົດເຊີຍ ຖືກປະເມີນລາຄາຕ່ຳເກີນໄປ.

ດັ່ງຊາວບ້ານຜູ້ນຶ່ງ ຢູ່ເມືອງງາ ແຂວງອຸດົມໄຊ ທີ່ໄດ້ຮັບຜົລກະທົບ ຈາກໂຄງການເຂື່ອນໄຟຟ້າຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ກຸມພາ ນີ້ວ່າ:

“ບ້ານເຮົານີ້, ກໍໄດ້ຂຽນໃບສເນີ ຮອດທາງສະພາປະຊາຊົນແຂວງ ແລ້ວກໍດຽວນີ້ ໃຫ້ເພິ່ນພິຈາຣະນາ. ນຶ່ງມາລະແມ່ນເຣື່ອງດິນນານີ້ ມັນກະຕ່ຳເກີນໄປ ແລ້ວກະບໍ່ຢາກພໍໃຈ, ຫັ້ນນ່າ. ເຣື່ອງເຮືອນ ຄືວ່າມັນກະບໍ່ຢາກຄັກ.”

ຊາວບ້ານຜູ້ນີ້ ກ່າວຕື່ມອີກວ່າ ທາງການແຂວງອຸດົມໄຊ ແລະ ບໍຣິສັດຜູ້ພັທນາໂຄງການເຂື່ອນໄຟຟ້າ ໄດ້ລົງມາຮິບໂຮມຂໍ້ມູນ ແລະ ປະເມີນລາຄາຫົວໜ່ວຍຊົດເຊີຍແລ້ວ ລວມເຖິງການອອກແບບເຮືອນຈັດສັນ ແລະ ແຜນການຍົກຍ້າຍ ສຳເຣັດໄປແລ້ວ ເມື່ອທ້າຍປີ 2022 ທີ່ຜ່ານມາ, ແຕ່ຊາວບ້ານເຫັນວ່າ ການກຳນົດຄ່າຊົດເຊີຍຕ່າງໆ ບໍ່ສົມເຫດສົມຜົລ ແລະ ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງ ປະເມີນຄືນໃໝ່ທັງໝົດ.

ຍົກໂຕຢ່າງ ຊາວບ້ານຢູ່ບ້ານລາດຫານ ເມືອງງາ ທີ່ຖືກຮັບຮອງໃຫ້ເປັນບ້ານພັທນາແລ້ວ ຊາວບ້ານມີເຮືອນຫຼັງໃຫຍ່, ມີອາຊີບ-ຣາຍໄດ້ໝັ້ນຄົງ, ມີຮີດຄອງປະເພນີ ທີ່ຍັງນັບຖືສືບຕໍ່ກັນມາ ຢ່າງຍາວນານ, ແຕ່ແຜນການຊົດເຊີຍຕ່າງໆ ບໍ່ໄດ້ຊ່ອຍໃຫ້ຊາວບ້ານ ພົ້ນຈາກຄວາມທຸກຍາກ, ແຕ່ໃນທາງກົງກັນຂ້າມ ມັນພັດເບິ່ງຄືວ່າ ເປັນການບີບບັງຄັບໃຫ້ຊາວບ້ານ ກັບໄປຢູ່ກັບຄວາມທຸກຍາກຄືໃນອະດີດ. ສະນັ້ນແລ້ວ, ຊາວບ້ານຈຶ່ງພາກັນສເນີ ໄປເຖິງສະພາປະຊາຊົນ ແຂວງອຸດົມໄຊ ໃຫ້ຄວາມຊ່ອຍເຫຼືອ ເພື່ອໃຫ້ເກີດຄວາມຍຸຕິທັມ ແກ່ຊາວບ້ານ.

ສຳລັບຫົວໜ່ວຍການຊົດເຊີຍ ປະເພດດິນປຸກສ້າງ ທາງການແຂວງອຸດົມໄຊ ຕົກລົງເຫັນດີ ຈະຊົດເຊີຍໃຫ້ຊາວບ້ານ ຈຳນວນ 30 ລ້ານກີບ ຕໍ່ເຮັກຕ້າຣ໌, ດິນທຳການກະເສຕ ຈຳນວນ 10-30 ລ້ານກີບ ຕໍ່ເຮັກຕ້າຣ໌, ດິນສວນ ປະມານ 5-10 ລ້ານກີບ ຕໍ່ເຮັກຕ້າຣ໌, ຂຶ້ນກັບຈຳນວນເນື້ອທີ່ ຂອງແຕ່ລະຄອບຄົວ.

ຊາວບ້ານອີກຜູ້ນຶ່ງ ໃນເມືອງງາ ແຂວງອຸດົມໄຊ ກ່າວວ່າ ຫົວໜ່ວຍການຊົດເຊີຍ ຖືວ່າຕ່ຳຫຼາຍ ເພາະຊາວບ້ານ ຈະບໍ່ສາມາດນຳເງິນຊົດເຊີຍດັ່ງກ່າວ ໄປຊອກຊື້ດິນຕອນໃໝ່ໄດ້. ສ່ວນການອອກແບບເຮືອນຈັດສັນ ກໍບໍ່ມີຄວາມເໝາະສົມ ກັບຊາວບ້ານປານໃດ. ຂະນະທີ່ຊາວບ້ານ ສ່ວນໃຫຍ່ ກໍຮຽກຮ້ອງໄປແລ້ວວ່າ ຈະຕ້ອງໄດ້ຮັບເງິນຊົດເຊີຍ ຢ່າງໜ້ອຍ 100-150 ລ້ານກີບ ຕໍ່ເຮັກຕ້າຣ໌ ຈຶ່ງຈະເໝາະສົມ, ແຕ່ຫາກບໍ່ໄດ້ຕາມທີ່ຊາວບ້ານຮຽກຮ້ອງ ກໍຄວນຫາວິທີແກ້ໄຂບັນຫາ ໃຫ້ສຳເຣັດ ກ່ອນຈະລົງມືກໍ່ສ້າງ. ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຄັນເພິ່ນບໍ່ທົດແທນຄຸ້ມຄ່ານີ້ ທຸກຫຼາຍທີ່ສຸດແຫຼະ ການເດີນເຮືອ, ເດີນແພ ກະທຸກໄປໝົດທຸກຢ່າງຫັ້ນແຫຼະ. ດິນແຄມນ້ຳ ແຄມຂອງ ກະບໍ່ໄດ້ເຮັດຮົ້ວ ເຮັດສວນແຫຼະ. ແຮງທຸກກວ່າເກົ່າ ຄັນເຮັດແບບນີ້ ກະທຸກກວ່າເກົ່າຫຼາຍທີ່ສຸດແຫຼະ. ກະບໍ່ຢາກໃຫ້ເຮັດ ຄືວ່າຫັ້ນແຫຼະ.”

ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ ທີ່ຮູ້ກ່ຽວກັບວຽກງານການກໍ່ສ້າງ ເຂື່ອນດັ່ງກ່າວ ໃນແຂວງອຸດົມໄຊ ກ່າວວ່າ ສຳລັບການປະເມີນຜົລກະທົບ ດ້ານສັງຄົມ ຢູ່ເມືອງງາ ແຂວງອຸດົມໄຊ ແມ່ນສຳເຣັດແລ້ວ ເມື່ອທ້າຍປີ 2022 ທີ່ຜ່ານມາ, ໂດຍທີ່ອຳນາດການປົກຄອງແຂວງ ມີການຄົ້ນຄວ້າກັນເບື້ອງຕົ້ນແລ້ວວ່າ ຈະຈ່າຍເງິນຊົດເຊີຍ ໃຫ້ກັບຊາວບ້ານ ທີ່ໄດ້ຮັບຜົລກະທົບຍົກຍ້າຍ ຈຳນວນ 30 ລ້ານກີບ ຕໍ່ເຮັກຕ້າຣ໌.

ສ່ວນເຮືອນຈັດສັນ ກໍເປັນໄປຕາມມາຕຖານ ການອອກແບບ ຂອງບໍຣິສັດຜູ້ພັທນາໂຄງການ ເຂື່ອນໄຟຟ້າຫຼວງພຣະບາງ, ເຊິ່ງທຸກຄອບຄົວ ກໍຈະໄດ້ຮັບການຊົດເຊີຍ ຄືກັນໝົດ ແລະ ສົມເຫດສົມຜົລທີ່ສຸດ.

ແນວໃດກໍຕາມ, ເມື່ອມີຊາວບ້ານ ຈຳນວນນຶ່ງ ເກີດຄວາມກັງວົນໃຈ ຕໍ່ເຣື່ອງການຊົດເຊີຍຕ່າງໆນັ້ນ ພາກສ່ວນທີ່ກ່ຽວຂ້ອງ ກໍຕ້ອງໄດ້ມີການໂອ້ລົມ ແລະ ຫາວິທີໄກ່ເກັ່ຽກັນອີກຄັ້ງ. ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຕາມແຜນ ຂອງໂຄງການລະແມ່ນ 2024-2025 ຈະເຣີ່ມຍົກຍ້າຍ. ເຂົາເຈົ້າກໍສເນີ ຮອດທາງສະພາແຂວງ (ອຸດົມໄຊ) ເປັນຜູ້ຄົ້ນຄວ້າຄືນ ເປັນແບບເຮືອນບໍ່ ຫຼືວ່າ ຕົ້ນໄມ້ຕົ້ນຕອກທຸກຢ່າງ. ດິນນາ ກັບດິນປຸກສ້າງນີ້ ເຂົາເຈົ້າສເນີ ຢາກຂໍໃຫ້ປັດຂຶ້ນຕື່ມ, ແຕ່ວ່າທາງສະພາ ກໍຍັງຄົ້ນຄວ້າກັນຢູ່.”

ສ່ວນຄວາມຄືບໜ້າ ຂອງໂຄງການ ເຂື່ອນໄຟຟ້າຫຼວງພຣະບາງ ມາຮອດປັດຈຸບັນ, ບໍຣິສັດ ຊໍ. ການຊ່າງ, ຜູ້ພັທນາໂຄງການເຂື່ອນດັ່ງກ່າວ ໄດ້ມີການພັທນາ ໂຄງຮ່າງພື້ນຖານຕ່າງໆ ເພື່ອຕຣຽມພ້ອມ ໃນການກໍ່ສ້າງໂຕເຂື່ອນ. ຂະນະທີ່ການເຊັນສັນຍາຊື້-ຂາຍໄຟຟ້າ ຫຼື (PPA) ກໍຍັງບໍ່ມີການເປີດເຜີຍຂໍ້ມູນເທື່ອ.

ນອກຈາກນີ້, ຄວາມຄືບໜ້າ ເຣື່ອງການສຶກສາຜົລກະທົບ ຕໍ່ມໍຣະດົກໂລກ ຫຼື (HIA) ຕາມທີ່ອົງການ UNESCO ສເນີໃຫ້ສຶກສາຄືນໃໝ່ນັ້ນ, ມາຮອດປັດຈຸບັນ ບໍຣິສັດຜູ້ພັທນາໂຄງການ ແຈ້ງພຽງແຕ່ວ່າ ຢູ່ລະວ່າງການສຶກສາ ແລະ ບໍ່ທັນສຳເຣັດເທື່ອ.

ແນວໃດກໍຕາມ, ເຈົ້າໜ້າທີ່ ທີ່ຮູ້ກ່ຽວກັບວຽກງານ ການກໍ່ສ້າງໂຄງການດັ່ງກ່າວ ກ່າວວ່າ ຜູ້ພັທນາໂຄງການ ຄາດວ່າ ຈະເຣີ່ມດຳເນີນການກໍ່ສ້າງໂຕເຂື່ອນ ໃນຕົ້ນເດືອນມິຖຸນາ ປີ 2023 ນີ້.

“ທາງ EGAT ຫັ້ນ ຖືວ່າຮັບແລ້ວເນາະ PPA ນັ້ນ. ຣັຖບານເຂົາເຈົ້າກະຕອບມາແລ້ວວ່າ ຈະເປັນຕົ້ນເດືອນມິຖຸນາ ເນາະ ຈະເຣີ່ມລົງມືກໍ່ສ້າງ. ວຽກງານກໍ່ສ້າງຫັ້ນ ທາງເຮົາກະຕຣຽມໄວ້ແລ້ວ ຄັນມີຄວາມພ້ອມ ທາງເອກສານແລ້ວ ກະທາງເຮົາກະເຂົ້າສູ່ຂັ້ນຕອນ ການກໍ່ສ້າງ.”

ອີງຕາມຂໍ້ມູນຫຼ້າສຸດ ທີ່ມີການເປີດເຜີຍອອກມາວ່າ ຈະມີການເຊັນສັນຍາຊື້-ຂາຍໄຟຟ້າ ຢ່າງເປັນທາງການ ໃນໄລຍະໄຕຣມາດທຳອິດ ຂອງປີ 2023 ນີ້, ໂດຍຈະມີອາຍຸສັນຍາ ຊື້-ຂາຍໄຟຟ້າ 35 ປີ. ກຳນົດຂາຍໄຟຟ້າ ຢ່າງເປັນທາງການ ວັນທີ 1 ມົກກະຣາ ປິ 2031.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org