ນ້ຳຖ້ວມ ໄຊຍະບູຣີ ຊາວບ້ານ ຫຼາຍຄອບຄົວ ເດືອດຮ້ອນ

ຊາວບ້ານ ຢູ່ເມືອງໄຊສະຖານ ແຂວງໄຊຍະບູຣີ ໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມ 2 ບ້ານ ຄືບ້ານສາມັກຄີໄຊ ແລະແລະບ້ານມີໄຊ, ເສັຍຫາຍຫລາຍສົມຄວນ ຍ້ອນຝົນຕົກໜັກ ເມື່ອອາທິດຜ່ານມາ ສ່ວນຊາວບ້ານ ໄດ້ຮັບການຊ່ອຍເຫລືອ ໃນເບື້ອງຕົ້ນ ເປັນເຂົ້າສານ ອາຫານແຫ້ງເທົ່ານັ້ນ.

ໂຕຢ່າງ: ເຫດການນ້ຳຖ້ວມ, ຢູ່ ແຂວງໄຊຍະບູຣີ ເມື່ອວັນທີ 13 -14 ມິຖຸນາ 2021 ຮູບພາບ: ນັກຂ່າວພົລເມືອງ

ເກີດຝົນຕົກໜັກໃນມື້ວັນທີ 13 ແລະ 14 ກໍຣະກະດານີ້ ເຮັດໃຫ້ເກີດນໍ້າປ່າໄຫລເຂົ້າຖ້ວມພື້ນທີ່ ກະສິກັມ ແລະເຮືອນຊາວບ້ານ 2 ບ້ານ ໃນເມືອງໄຊສະຖານ ແຂວງໄຊຍະບູຣີ ຄືບ້ານສາມັກຄີໄຊ 30 ຄອບຄົວ, ເນື້ອທີ່ການຜລິຕເສັຍຫາຍປະມານ 15 ເຮັກຕ້າຣ໌ປາຍ ແລະບ້ານມີໄຊ, ເນື້ອທີ່ການຜະລິຕເສັຍຫາຍເກືອບ 1 ເຮັກຕ້າຣ໌. ນອກຈາກນັ້ນ ຍັງມີສັດລ້ຽງຖືກນໍ້າພັດໄປນໍາດ້ວຍ ແລະຕາມເສັ້ນທາງກໍມີດິນເຈື່ອນຖົມທັບ, ຮວມມູນຄ່າເສັຍຫາຍທັງໝົດ 250 ປາຍລ້ານກີບ, ອີງຕາມການຣາຍງານໃນເບື້ອງຕົ້ນ ຂອງກອງເລຂາຄະນະກັມມະການປ້ອງກັນ ແລະຄວບຄຸມພັຍພິບັດ ເມືອງໄຊສະຖານ.

ມາເຖິງປັດຈຸບັນ ຊາວບ້ານຍັງບໍ່ທັນສາມາດ ເຮັດການຜລິຕໄດ້, ຕ້ອງການຄວາມຊ່ອຍເຫລືອ ໃນເຣື່ອງອາຫານການກິນ ແລະທຶນຮອນ ໃນການຟື້ນຟູຜົລ ກະທົບນັ້ນ.

ດັ່ງຊາວບ້ານ ບ້ານສາມັກຄີໄຊຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 20 ກໍຣະກະດານີ້ວ່າ:

ສຸດຍອດແຫລະເນື້ອທີ່ບ່ອນເຂົ້າ ຖືວ່າໝົດເລີຍ ດຽວນີ້ເປັນຮ່ອງນໍ້າໝົດແຫລະ ຖນົນຫົນທາງນີ້ສຸດຍອດ ເຊາະໄປໝົດແຫລະ ຖືວ່າເຮັດນານີ້ບໍ່ໄດ້ແຫລະ ຖຽງນາເຮົານີ້ມັນເອົາໄປໝົດແຫລະ ໝໍ້ ກະປຸກຄົວຢູ່ແຕ່ງກິນນີ້ ມັນເອົາໄປໝົດ ພໍ່ແມ່ປະຊາຊົນ ແບບວ່າຂໍຄວາມຊ່ວຍເຫລືອຕ່າງໆ ເປັນເງິນເປັນນໍ້າບໍ່ຫລືເປັນເຂົ້າ ເປັນອັນນີ້ອັນນັ້ນກໍໄດ້.

ແລະຊາວບ້ານບ້ານສາມັກຄີໄຊອີກຜູ້ນຶ່ງ ກໍເວົ້າໃນມື້ດຽວກັນນີ້ວ່າ ຜົລກະ ທົບຈາກພັຍນໍ້າຖ້ວມ ເມື່ອອາທິດທີ່ຜ່ານມານີ້ ຊາວບ້ານຫລາຍຄອບຄົວໄດ້ຮັບຄວາມເສັຍຫາຍຫລາຍ ໂດຍສະເພາະເຂົ້າທີ່ກໍາລັງເຕີບໃຫຍ່ ເສັຍຫາຍໝົດ ແລະດຽວນີ້ ກໍຍັງບໍ່ສາມາດຟື້ນຟູ ຜົລກະທົບນັ້ນໄດ້ ຊຶ່ງຫລາຍຄົນກໍຄອຍຖ້າທາງການຊ່ອຍເຫລືອ.

ນໍ້າມັນຫລຸດແລ້ວ ແຕ່ເຂົາເຈົ້າໄດ້ຮັບຄວາມເສັຽຫາຍຫລາຍ ທາງລຸ່ມເປັນນາເນະ ແລ້ວຂ້າງໆເບື້ອງ 2 ຝັ່ງຈະເປັນພູ ແລ້ວນໍ້າປ່າໄຫລລົງມາ. ບາງເຈົ້ານີ້ ເຂົ້າກໍພຽງແຂນແລ້ວຫັ້ນນ່າ. ແລ້ວນໍ້າຖ້ວມໝົດຈັ່ງຊີ້. ບາງເຈົ້າກໍຊິບໍ່ໄດ້ນາຄືນ ເຫັນເຂົາເຈົ້າກໍເກັບຂໍ້ມູນຢູ່ ແຕ່ວ່າບໍ່ຮູ້ວ່າເຂົາເຈົ້າ ຈະເຄື່ອນໄຫວ ຊ່ວຍເຫລືອແນວໃດ.

ແລະຊາວບ້ານມີໄຊຜູ້ນຶ່ງ ກໍເວົ້າວ່າ ສໍາລັບບ້ານມີໄຊນີ້ ຊາວບ້ານກໍໄດ້ຮັບຄວາມເສັຍຫາຍ ຈາກພັຍນໍ້າຖ້ວມເຊັ່ນກັນ. ເຂົ້າ ແລະຂອງເຄື່ອງໃຊ້ ຕ່າງໆກໍໄຫລໄປກັບນໍ້າ ແລະພື້ນທີ່ການກະສິກັມ ສ່ວນນຶ່ງຂອງຊາວບ້ານ ກໍຖືກນໍ້າຖ້ວມເສັຍຫາຍ ຊຶ່ງເບື້ອງຕົ້ນນີ້ ທາງການກໍນໍາເຂົ້າສານ, ອາຫານແຫ້ງ ມາບໍຣິຈາກໃຫ້.    

ອໍານາດການປົກຄອງເມືອງ ຮວມທັງເຈົ້າເມືອງ, ເຈົ້າໜ້າທີ່ຜແນກແຮງງານ ແລະສວັດດິການສັງຄົມ ແຂວງໄຊຍະບູຣີ ແລະຄະນະກັມມະການ ຮັບຜິດຊອບວຽກງານ ປ້ອງກັນພັຍພິບັດເມືອງ ໄດ້ສົມທົບກັນ ເກັບກໍາຂໍ້ມູນ ຄວາມເສັຍຫາຍຢູ່ 2 ບ້ານດັ່ງກ່າວແລ້ວ ໃນເບື້ອງຕົ້ນ ແລະທາງການກໍໄດ້ນໍາເອົາ ອາຫານແຫ້ງ, ເຂົ້າສານ ຈໍານວນນຶ່ງໄປຊ່ອຍແລ້ວ.

ແລະໃນມື້ວັນທີ 21 ກໍຣະກະດານີ້ ກໍຈະມີພາກສ່ວນກ່ຽວຂ້ອງ ນໍາເຂົ້າປາ, ອາຫານແຫ້ງໄປຊ່ອຍເຫລືອຕື່ມ ແລະຈະມອບເງິນຊ່ອຍເຫລືອ ຈໍານວນນຶ່ງໃຫ້ນໍາດ້ວຍ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ເມືອງໄຊສະຖານ ທ່ານນຶ່ງຕໍ່ ວິທຍຸເອເຊັຽເສຣີໃນມື້ວັນທີ 20 ກໍຣະກະດານີ້.

ຍັງ ເຂົາເຈົ້າຍັງບໍ່ທັນໄດ້ຟື້ນຟູເທື່ອ ເພາະວ່ານໍ້າມັນຖ້ວມຫລາຍ ນໍ້າຖ້ວມນາເຂົາເຈົ້າ ມັນ 2 ບ້ານ ຕາມຂໍ້ມູນເບື້ອງຕົ້ນເພິ່ນຣາຍງານໄປຫັ້ນ. ດຽວນີ້ທາງເມືອງຂອງພວກເຮົາ ກະມີແຕ່ວ່າ ແຜນມື້ອຶ່ນນີ້ ຊິເອົາມີ່ເອົາເງິນຈໍານວນນຶ່ງ ໄປບ້ານນໍ້າຖ້ວມໄປມອບໃຫ້ ເຂົາເຈົ້າຈໍານວນນຶ່ງຊີ້ເດ໋. ດິນເຈື່ອນນີ້ເພິ່ນກໍຄ່ອຍແກ້ຄ່ອຍໄຂມັນແຫລະເນາະ ເຮົາກໍເອົາປະຊາຊົນໄປເຮັດຈໍານວນນຶ່ງ.

ທ່ານກ່າວຕື່ມວ່າ ສ່ວນຖນົນຫົນທາງ ທີ່ດິນເຈື່ອນລົງທັບນັ້ນ ທາງເຈົ້າໜ້າທີ່  ກໍໄດ້ໄປແກ້ໄຂແລ້ວ, ແຕ່ຫາກມື້ໃດມີຝົນຕົກ ການເດີນທາງຜ່ານເສັ້ນທາງນັ້ນ ກໍຍັງຫຍູ້ງຍາກລໍາບາກຢູ່.

ເມື່ອປີກາຍ ແຂວງໄຊຍະບູຣີ ກໍໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມ ຢູ່ 19 ບ້ານໃນເມືອງແກ່ນທ້າວ ໃນລະຫວ່າງກາງເດືອນກັນຍາ, ເຮັດໃຫ້ເຮືອນຊາວບ້ານ ແລະສິ່ງປຸກສ້າງອື່ນໆເສັຍຫາຍ 30 ຫລັງ, ມູນຄ່າເສັຍຫາຍເກືອບເຖິງ 130 ລ້ານກີບ ແລະເນື້ອທີ່ທໍາການຜລິຕເສັຍຫາຍ 130 ເຮັກຕ້າຣ໌, ຄິດເປັນມູນຄ່າເກືອບເຖິງ 220 ລ້ານກີບ; ເສັ້ນທາງ ແລະຂົວ ກໍເສັຍຫາຍ, ມູນຄ່າ 3.4 ຕື້ກີບ.

ແລະໃນເດືອນມິຖຸນາ ຂອງປີດຽວກັນນັ້ນ ກໍເກີດນໍ້າຖ້ວມຫລາຍເມືອງ ຂອງແຂວງໄຊຍະບູຣີ ໂດຍສະເພາະ ເມືອງໄຊຍະບູຣີ ທີ່ຖືກນໍ້າຖ້ວມທັງໝົດ 56 ບ້ານ. ໃນນັ້ນມີປະມານ 5,000 ຄອບຄົວ ປະມານ 20 ພັນຄົນໄດ້ຮັບຜົລກະທົບ, ເຮືອນໄດ້ຮັບຄວາມເສັຍຫາຍ ປະມານ 4,200 ຫລັງ. ໃນນັ້ນ 19 ຫລັງຖືກນໍ້າພັດໄປ ແລະເນື້ອທີ່ທໍາການຜລິຕ ເສັຍຫາຍເກືອບເຖິງ 170 ເຮັກຕ້າຣ໌ ແລະອື່ນໆອີກຫລາຍຢ່າງ ກໍເສັຍຫາຍ, ຮວມມູນຄ່າ ເສັຍຫາຍທັງໝົດປະມານ 94 ຕື້ກີບ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org