ຊາວບ້ານຈາກເຂື່ອນນໍ້າຄານ 2 ບໍ່ມີ ດິນປູກຝັງ

ປະຊາຊົນ ທີ່ໄດ້ຮັບ ຜົລກະທົບ ຈາກ ໂຄງການເຂື່ອນ ນໍ້າຄານ 2 ແຂວງ ຫຼວງພຣະບາງ ຍັງບໍ່ໄດ້ ຖືກຈັດສັນ ທີ່ດິນ ໃຫ້ສໍາລັບ ການປູກຝັງ ເທື່ອ.

ແຂວງຫຼວງພຣະບາງ RFA/Jeff Hirschberg

ມາຮອດມື້ນີ້ ທາງການກໍຍັງບໍ່ໄດ້ລົງມາ ແບ່ງດິນທໍາການຜລິດ ໃຫ້ແຕ່ລະຄອບຄົວ ທີ່ຖືກໂຍກຍ້າຍ ຈາກບ້ານເກົ່າໃນເຂດ ເຂື່ອນນໍ້າຄານ 2 ມາຢູ່ບ້ານຈັດສັນ ໃໝ່ເທື່ອ, ຫລັງຈາກ ທີ່ທາງການ ໄດ້ມາແທກດິນ ແຕ່ດົນແລ້ວ. ຕາມຄໍາເວົ້າ ຂອງປະຊາຊົນ ບ້ານພູຊ້າງ ເມືອງຊຽງເງິນ ແຂວງຫຼວງພຣະບາງ:

"ການແບ່ງດິນແບ່ງປ່ານີ້ ຜ່ານມາກໍໄດ້ແບ່ງແລ້ວ ແຕ່ຍັງບໍ່ທັນສໍາເຣັດ ດຽວນີ້ ກໍທາງເມືອງ ເພິ່ນກະຕຽມ ຈະລົງມາອີກ ເປັນຮອບ 2 ນີ້ ແຕ່ເພິ່ນຍັງບໍ່ທັນ ລົງມາເທື່ອ ກໍເພາະເຣື່ອງ ບ່ອນເຮັດໄຮ່ ເຮັດສວນ ເຮັດພໍຢູ່ເຮັດກິນ ກໍພໍມີແລ້ວ ແຕ່ຍັງບໍ່ທັນມີບ່ອນ ແນ່ນອນນະ".

ທ່ານເວົ້າວ່າທຸກມື້ນີ້ ຕ້ອງອອກໄປເຮັດໄຮ່ເຮັດສວນ ຢູ່ບ້ານເກົ່າ ຊຶ່ງຢູ່ໄກຈາກ ບ້ານຈັດສັນ ຫລາຍ ກິໂລແມັຕ ແລະ ປະຊາຊົນສ່ວນນຶ່ງ ກໍອາໃສພື້ນທີ່ ແຄມນໍ້າຄານ ປູກພືດຜັກ. ກ່ຽວກັບເຣື່ອງນີ້ ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຊັພຍາກອນ ສິ່ງແວດລ້ອມ ເມືອງຊຽງເງິນ ແລ້ວ ແມ່ນວ່າທາງການ ຈະຈັດສັນທີ່ດິນປູກຝັງ ໃຫ້ປະຊາຊົນແລ້ວພາຍໃນປີນີ້:

"ເຂື່ອນ 2 ກໍຄືກັນ ຕຽມຂຶ້ນແຜນໝົດແລ້ວ ກໍາລັງສິຈັດ ພະນັກງານ ລົງໄປຈັດສັນ ຈັດສັນບ່ອນ ການຜລິດໃຫ້ ເຂົາເຈົ້າສິນະ ເພິ່ນເລັ່ງໃສ່ ປີນີ້ແຫລະ".

ທ່ານ ກ່າວຕື່ມວ່າ ເນື້ອທີ່ປູກຝັງ ທີ່ຈະຈັດສັນໃຫ້ ບ້ານພູຊ້າງ ຈະບໍ່ຢູ່ໄກຈາກ ບ້ານຈັດສັນໃໝ່ ສາມາດຍ່າງຫາກັນໄດ້ ແຕ່ທີ່ທໍາການຜລິດ ຈະບໍ່ຢູ່ແຄມນໍ້າຄານ ຄືເກົ່າ. ປະຊາຊົນ ຜູ້ຖືກຜົລກະທົບ ຈາກເຂື່ອນນໍ້າຄານ 2 ແລະ ເຂື່ອນນໍ້າຄານ ຢູ່ເຂດເມືອງຊຽງເງິນ ມີທັງໝົດ 600 ປາຍຄອບຄົວ. ປັດຈຸບັນ ພວກເຂົາເຈົ້າ ກໍຍັງບໍ່ທັນໄດ້ ຮັບການຈັດສັນ ທີ່ດິນທໍາກິນ ຈາກທາງໂຄງການເຂື່ອນ ແລະ ຈາກທາງພາກຣັຖ ເທື່ອ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org