ປ່າເຂດເຂື່ອນນ້ຳເທີນ 2 ຖືກບຸກລຸກ ຍ້ອນດິນກະເສດ ຊາວບ້ານ ບໍ່ພຽງພໍ

ຊາວບ້ານ ໃນເຂດເຂື່ອນນໍ້າເທີນ 2 ເມືອງນາກາຍ ແຂວງຄຳມ່ວນ ລັກລອບຖາງ-ຈູດປ່າ ເພື່ອທຳການກະເສດ ແຕ່ໂຄງການເຂື່ອນນໍ້າເທີນ 2 ສັ່ງຫ້າມ ຍ້ອນສົ່ງຜົລກະທົບ ຕໍ່ສະພາບແວດລ້ອມ ບໍຣິເວນເຂື່ອນດັ່ງກ່າວ ຫລາຍຢ່າງ.

ເຂື່ອນນໍ້າເທີນ 2 ທີ່ ໄດ້ເປີດໃຊ້ມາຫລາຍປິແລ້ວ. AFP

ຢູ່ເຂດອ້ອມແອ້ມເຮືອນຈັກ, ອ່າງດັດສົມ, ເຂື່ອນນາກາຍ ແລະ ແຄ້ມເຮືອນພັກຄົນງານ ເຂື່ອນໄຟຟ້ານ້ໍາເທີນ 2 ຍັງພົບເຫັນການຖາງແລະຈູດປ່າຊະຊາຍ ຈໍານວນຫລາຍໃນປີ 2022 ທີ່ຜ່ານມາ ເຊິ່ງມີຄວາມສ່ຽງທີ່ຈະເກີດຜົລກະທົບ ຈາກການນໍາໃຊ້ທີ່ດິນ ບໍ່ເໜາະສົມ ເຊັ່ນ ດິນເຈື່ອນ, ປຣິມານຕະກອນ ໄຫລລົງສູ່ອ່າງດັດສົມ ແລະ ອ່າງເກັບນ້ໍານາກາຍຫລາຍຂຶ້ນ ເຊິ່ງອາດເປັນສາເຫດ ເຮັດໃຫ້ອ່າງມີຄວາມຕື້ນ ແລະ ຄວາມສາມາດ ໃນການກັກເກັບນ້ໍາ ຫລຸດລົງ. ກ່ຽວກັບເຣຶ່ອງນີ້ ເຈົ້າໜ້າທີ່ບໍຣິສັດ ເຂື່ອນໄຟຟ້ານ້ໍາເທີນ 2 ກ່າວວ່າ ບັນຫາການຖາງ-ຈູດປ່າຊະຊາຍ ແມ່ນຊາວບ້ານທີ່ອາໄສ ຢູ່ໃນ ອ້ອມແອ້ມອ່າງເກັບນ້ໍາ ຂອງເຂື່ອນໄຟຟ້ານ້ໍາເທີນ 2 ເຊິ່ງສ່ວນໃຫຍ່ ຈະປູກມັນຕົ້ນ ເປັນຫລັກ. 

ດັ່ງ ເຈົ້າໜ້າທີ່ບໍຣິສັດ ເຂື່ອນໄຟຟ້ານ້ໍາເທີນ 2 ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 16 ພຶສຈິກາ ນີ້ວ່າ:

ຂະເຈົ້າບຸກເບີກ ແບບ ເລື່ອນລອຍຫັ້ນແຫລະ ຂະເຈົ້າກະພຍາຍາມຈູດເພື່ອໃຫ້ມັນແປນ ຄືເຮົາຮູ້ເນາະວ່າ ໄລຍະນີ້ ມັນຕົ້ນມັນມີລາຄາສູງເນາະ ເພື່ອໃຫ້ມັນໄດ້ປູກມັນຕົ້ນເນາະ. ຄັນແມ່ນທາງພນັກງານເຮົາໄປເຫັນໂຕຈິງ ມີຄວັນໄຟຂຶ້ນຢູ່ບ່ອນໃດ ເຮົາກະຖ່າຍຮູບແລ້ວແຈ້ງ ເພື່ອໄປໂຕຕອບກັບຝ່າຍນັ້ນ ມັນຜົລກະທົບຕໍ່ເຂື່ອນໂດຍຕົງເນາະ. ຄັນວ່າປ່າໄມ້ເສັຍຫາຍຫລາຍ ມັນກະຊິເຮັດໃຫ້ຕະກອນ ຫລືວ່າ ດິນລົງມາຫລາຍ ອ່າງເກັບນ້ໍາ ເຮົາໂຕນ້ອຍຢູ່ລຸ່ມ. 

ທ່ານກ່າວຕື່ມອີກວ່າ ຊາວບ້ານທຸກຄອບຄົວ ໄດ້ຮັບດິນຈັດສັນໄປແລ້ວ ປະມານ 1-3 ເຮັກຕ້າຣ໌ ຕໍ່ຄອບຄົວ ແລະ ບໍ່ຄວນຈະເຂົ້າໄປບຸກເບີກ, ລັກລອບຖາງປ່າ ແບບຊະຊາຍ ຈົນເກີດຜົລກະທົບ ຕໍ່ຊັພຍາກອນ າໄມ້ ເຊິ່ງສ່ຽງທີ່ຈະເກີດຜົລກະທົບ ຕໍ່ການກັກນ້ໍາ ແລະ ການຜລິດໄຟຟ້າ ໃນອະນາຄົດ. ສ່ວນການປູກພືດຜັກສວນຄົວ ໃນເຂດອ່າງກັກເກັບນ້ໍາ ທາງໂຄງການເຂື່ອນໄຟຟ້າ ບໍ່ໄດ້ຫ້າມຊາວບ້ານ ແຕ່ຢ່າງໃດ ຫາກລະດັບນ້ໍາ ໃນອ່າງຫລຸດລົງສາມາດປູກໄດ້. 

ຂະນະທີ່ຊາວບ້ານ ໃນພື້ນທີ່ອ້ອມແອ້ມ ໂຄງການໄຟຟ້ານ້ໍາເທີນ 2 ໃນເມືອງນາກາຍ ແຂວງຄໍາມ່ວນ ກ່າວວ່າ ສາເຫດ ທີ່ເຮັດໃຫ້ຊາວບ້ານ ລັກລອບຖາງ-ຈູດປ່າຊະຊາຍ ຍ້ອນທີ່ດິນບໍ່ພຽງພໍ ທີ່ຈະໃຫ້ຊາວບ້ານ ທໍາການກະເສດ ເພາະຊາວບ້ານບາງຄົນ ຍັງໃຊ້ຊີວິດ ດ້ວຍຄວາມທຸກຍາກ ບໍ່ມີເງິນ ບໍ່ມີອາຊີບ ຈຶ່ງມີຄວາມຈໍາເປັນເຂົ້າໄປລັກລອບຖາງ-ຈູດປ່າ ເພື່ອປູກມັນຕົ້ນ. 

ສ່ວນທີ່ດິນຂອງຊາວບ້ານ ຖືກນ້ໍາຖ້ວມຈົນໝົດ ຍ້ອນເຂື່ອນໄຟຟ້ານ້ໍາເທີນ 2 ນໍາໃຊ້ເປັນອ່າງກັກເກັບນ້ໍາຂນາດໃຫຍ່ ເຮັດໃຫ້ທີ່ດິນທໍາການກະເສດ, ລ້ຽງສັດຂອງຊາວບ້ານ ມີບໍ່ພຽງພໍ ບວກກັບການຂຍາຍໂຕ ຂອງ ປະຊາກອນ, ຄົວເຮືອນເພີ່ມຂຶ້ນນັບມື້ ແຕ່ພັດບໍ່ມີທີ່ດິນທໍາການກະເສດ.

ດັ່ງ ຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ລຸບແລ້ວ ມັນກໍບໍ່ພໍຫັ້ນແລ້ວ ນ້ໍາຖ້ວມໝົດເນາະ ປະຊາກອນ ຄົນມັນຂຍາຍອອກທຸກໆປີ ໃຫຍ່ຂຶ້ນໆ ຄອບຄົວກະເພີ່ມຂຶ້ນເດ້. ບາດນີ້ພັດ ເນື້ອທີ່ບໍ່ໄດ້ເພີ່ມຂຶ້ນຄືຄົນ (ຊາວບ້ານ) ຊອກທຸກວິທີການ ຂຍາຍຂຶ້ນ. 

ຊາວລາວອີກຜູ້ນຶ່ງ ທີ່ອາໄສຢູ່ອ້ອມແອ້ມ ໂຄງການເຂື່ອນໄຟຟ້ານ້ໍາເທີນ 2 ເມືອງນາກາຍ ແຂວງຄໍາມ່ວນ ກ່າວວ່າ ຍອມຮັບວ່າ ມີຊາວບ້ານຈໍານວນຫລາຍ ເຂົ້າໄປລັກລອບຖາງ-ຈູດປ່າຊະຊາຍ ເປັນຈໍານວນຫລາຍ ເພື່ອປູກມັນຕົ້ນ ແຕ່ການຖາງ-ຈູດປ່ານັ້ນ ເປັນປ່າໄມ້ຊຸມຊົນ ບໍ່ແມ່ນເຂດປ່າສງວນແຫ່ງຊາຕ ຫລື ເຂດປ່າອະນຸຮັກຂອງ ໂຄງການເຂື່ອນໄຟຟ້ານ້ໍາເທີນ 2. ສ່ວນສາເຫດທີ່ເຮັດໃຫ້ຊາວບ້ານ ຕ້ອງລັກລອບຖາງ-ຈູດປ່າ ເປັນຈໍານວນຫລາຍນັ້ນ ຍ້ອນ ຊາວບ້ານບໍ່ມີທີ່ດິນ ທໍາການກະເສດ ທີ່ພຽງພໍ ເພາະທີ່ດິນສ່ວນໃຫຍ່ ຫລື ເກືອບທັງໝົດ ຖືກນ້ໍາຖ້ວມໄປແລ້ວ ຈຶ່ງເຮັດໃຫ້ຊາວບ້ານ ບໍ່ມີທາງເລືອກອື່ນ ຂະນະທີ່ສະພາບເສຖກິຈ ໃນລາວຕົກຕ່ໍາ, ຊາວບ້ານປະເຊີນກັບຄ່າຄອງຊີບ ທີ່ນັບມື້ແພງຂຶ້ນເລື້ອຍໆ.

ດັ່ງ ຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ຊ່ວງນຶ່ງມີຢູ່ ມີຢູ່ທາງບ້ານນີ້ແຫລະ ເຂົາຖາງປ່າຊ່ວງປີຜ່ານມາເນາະ. ຊ່ວງເຂົາປູກມັນຕົ້ນ ເດືອນ 3 ເດືອນ 4 ນີ້ນ່າ ມັນມີກະທົບຊັພຍາກອນນີ້ນ່າ ຖືວ່າມັນຖາງປ່າຫລາຍເກີນຂອບເຂດວ່າຊີ້ສ່າ ເພາະວ່າມັນຢູ່ທາງບ້ານພີ້ ກະບໍ່ໄດ້ເຂົ້າທາງປ່າສງວນພຸ້ນ. ເທິງເຂື່ອນນີ້ບໍ່ມີດອກໆ ບໍ່ມີ ເຂົາກະອະນຸຮັກໄວ້ ຄືກັນຫັ້ນແຫລະ. 

ທາງດ້ານເຈົ້າໜ້າທີ່ ຫ້ອງການກະສິກັມ ແລະ ປ່າໄມ້ ເມືອງນາກາຍ ແຂວງຄໍາມ່ວນ ກ່າວວ່າ ບັນຫາການຖາງ-ຈູດປ່າ ຊະຊາຍ ໃນເຂດອ້ອມແອ້ມ ໂຄງການເຂື່ອນໄຟຟ້ານ້ໍາເທີນ 2 ຕ້ອງໄດ້ມີຫລາຍພາກສ່ວນ ຮ່ວມກັນແກ້ໄຂບັນຫານີ້ ເນື່ອງຈາກ ທີ່ດິນຂອງຊາວບ້ານ ບ້ານສ່ວນໃຫຍ່ຖືກນ້ໍາຖ້ວມ ຈຶ່ງເຮັດໃຫ້ທີ່ດິນທໍາການກະເສດ ເຫລືອນ້ອຍ ແລະ ເກີດການແຍ່ງຊິງທີ່ດິນຂຶ້ນ ຈົນກາຍມາເປັນບັນຫາ ໃຫ້ມີຊາວບ້ານລັກລອບຖາງ-ຈູດປ່າຊະຊາຍເພີ່ມຂຶ້ນ. 

ນອກຈາກນີ້ ຜົລສະທ້ອນຂອງສະພາບເສຖກິຈໃນລາວ, ບັນຫາເງິນເຟີ້ ແລະເງິນກີບອ່ອນຄ່າ ຍັງເຮັດໃຫ້ຊາວບ້ານ ສ່ວນໃຫຍ່ ພາກັນດີ້ນຮົນ ໃຫ້ຫລາຍຂຶ້ນ ເພື່ອຄວາມຢູ່ລອດ, ສ່ວນເຈົ້າໜ້າທີ່ທ່ອງຖິ່ນ ຕ້ອງມີງົບປະມານທີ່ພຽງພໍ ແລະ ຕໍ່ເນື່ອງ ເພື່ອລາດຕະເວນ ແລະ ຊຸກຍູ້ ສົ່ງເສີມຊາວບ້ານ ໃຫ້ເກີດຄວາມເຂົ້າໃຈ ເຣື່ອງການອະນຸຮັກປ່າໄມ້.

ດັ່ງ ເຈົ້າໜ້າທີ່ ທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ປະຊາຊົນມັນກະບໍ່ມີກິນເນາະ ເຂົາກະລັກເຮັດເນາະ ເຈົ້າ (ທາງການລາວ) ບໍ່ມີກໍາລັງຊັບຫລາຍ ແລ້ວເຈົ້າຊິໄປເລາະໝົດຕລອດ. ມັນກະບໍ່ໄດ້ແລ້ວໂວ້ຍ ງົບປະມານແດ່ ຫຍັງແດ່ຫັ້ນແລ້ວ ພເງິນເຟີ້ແນວນີ້ແຮງໜັກ. 

ບັນຫາການຖາງ-ຈູດປ່າໃນລາວ ສ່ວນນຶ່ງ ກໍເປັນຍ້ອນ ຣັຖບານລາວ ແລະ ບໍຣິສັດເອກຊົນ ທັງພາຍໃນ ແລະ ຕ່າງປະເທດ ປ່ອຍໃຫ້ເຊົ່າ-ສັມປະທານ ເພື່ອພັທນາ ໂຄງການ ຂນາດໃຫຍ່ ເຮັດໃຫ້ທີ່ດິນທໍາການກະເສດ ຂອງຊາວບ້ານ ທີ່ເປັນທົ່ງພຽງ ແລະ ຕາມແຄມແມ່ນ້ໍາ ສູນເສັຍໃຫ້ໂຄງການຈົນໝົດ. 

ເມື່ອຊາວບ້ານ ຖືກຍົກຍ້າຍອອກຈາກພື້ນທີ່ ແລະ ສູນເສັຍທີ່ດິນ ທໍາການກະເສດ ຈົນບໍ່ມີບ່ອນທໍາມາຫາກິນ ຈຶ່ງເຮັດໃຫ້ຊາວບ້ານເຫລົ່ານັ້ນ ຈໍາເປັນຕ້ອງເຂົ້າໄປບຸກລຸກ ຖາງປ່າ-ຈູດປ່າ ຊອກຫາບ່ອນທໍາມາຫາກິນ ເພື່ອຄວາມຢູ່ລອດຂອງໂຕເອງ ແລະ ຄອບຄົວ. 

ອີງຕາມຂໍ້ມູນຂອງກົມປ່າໄມ້ ກະຊວງກສິກັມ ແລະ ປ່າໄມ້ ໄດ້ຣາຍງານ ໃຫ້ຮູ້ວ່າ ໃນໄລຍະ 8 ທີ່ຜ່ານມາ ຄືລະຫວ່າງປີ 2014-2022 ມີປ່າໄມ້ຖືກໄຟໄຫມ້ໄປແລ້ວ ຫລາຍກວ່າ 320,000 ຮັກຕ້າຣ໌ ສ່ວນສາເຫດຕົ້ນຕໍ ແມ່ນຍ້ອນ ກິຈກັມຂອງຄົນ ໂດຍສະເພາະການບຸກເບີກ ແລະ ຫັນປ່ຽນພື້ນທີ່ປ່າໄມ້ ເພື່ອເຮັດການກະເສດ ເປັນຕົ້ນ ຈູດໄຮ່ ເພື່ອປູກເຂົ້າ, ປູກມັນຕົ້ນ, ປູກສາລີ, ປູກຍາງພາຣາ ແລະ ພືດເສຖກິຈອື່ນໆ. ຈູດປ່າ ເພື່ອຫາຢູ່ຫາກິນໃນປ່າ ເຊັ່ນ ລ່າສັດ ແລະ ຈູດເພື່ອຂຍາຍພື້ນທີ່ລ້ຽງສັດ ແລະ ອື່ນໆ.

ພ້ອມດຽວກັນນັ້ນ ສະພາບການປ່ຽນແປງ ຂອງດິນຟ້າອາກາດ ທີ່ເຮັດໃຫ້ຝົນຕົກຊ້າ ຫລື ຕົກບໍ່ທົ່ວເຖິງ ໃນປີ 2023 ເຮັດໃຫ້ພື້ນທີ່ປ່າໄມ້ ມີຄວາມແຫ້ງແລ້ງ ຂະນະທີ່ ກິ່ງໄມ້, ໃບໄມ້ ທີ່ຕາຍ ແລະ ຫ່ຽວແຫ້ງ ຍັງສາມາດກາຍເປັນເຊື້ອເພີງໄດ້. 

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org