ຊາວບ້ານ ເສັຽດິນໃຫ້ໂຄງການ ຣີສອຣ໌ດ ສນາມກ໊ອຟ ພູກິ່ວລົມ
ຊາວບ້ານ ທີ່ໄດ້ເສັຍດິນທໍາການຜລິຕ ໃຫ້ໂຄງການຣີສອຣ໌ດ ສນາມກ໊ອຟ ສາກົລ ພູກິ່ວລົມ ຢູ່ເຂດບ້ານໃຫຍ່ສີເມືອງງາມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນເນື້ອທີ່ 133 ເຮັກຕ້າຣ໌ ຊຶ່ງຄາດ ວ່າຈະເຣີ່ມລົງມືກໍ່ສ້າງ ໃນອີກບໍ່ດົນນີ້ ໄດ້ຮັບຄ່າຊົດເຊີຍ ຕໍ່າກວ່າລາຄາ ໃນຕລາດຫລາຍ ແຕ່ກໍຈໍາເປັນ ຕ້ອງຍອມຮັບ.
-
ຈຳປາທອງ
2022-09-06 -
-
-
Your browser doesn’t support HTML5 audio
ໂຄງການຣີສອຣ໌໌ດ ສນາມກ໊ອຟສາກົລ ພູກິ່ວລົມ ຢູ່ເຂດບ້ານໃຫຍ່ສີເມືອງງາມ ທີ່ໃຊ້ເນື້ອທັງໝົດ 133 ເຮັກຕ້າຣ໌, ປັດຈຸບັນກໍາລັງຢູ່ໃນລະຫວ່າງ ການປະກອບເອກສານ ແລະກຽມເຊັນສັນຍາ ກັບບໍຣິສັດຜູ້ຮັບເໝົາກໍ່ສ້າງ ຊຶ່ງຄາດວ່າຈະເຣີ່ມລົງມືກໍ່ສ້າງ ໃນອີກບໍ່ດົນນີ້ ໂດຍທີ່ບໍ່ໄດ້ເປີດເຜີຍ ເຣື່ອງຈໍານວນເນື້ອທີ່ດິນຂອງຊາວບ້ານ ທີ່ທາງໂຄງການນີ້ກວມເອົາ ແລະເຣື່ອງການຊົດເຊີຍແນວໃດ ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 6 ກັນຍານີ້.
“ທີ່ຂອງທາງການ ຜູ້ພັທນາເພິ່ນ ເພິ່ນປະກອບເອກສານຢູ່ ແຕ່ວ່າເຊັນຮັບມອບ ໂຄງການ ຫລືວ່າການຮັບເໝົາກໍ່ສ້າງ ກໍຍັງບໍ່ທັນໄດ້ເວົ້າກັນປົກຕິ ບໍ່ລະອຽດເທື່ອນ່າ ເພິ່ນຊິເຊັນສັນຍາກັນຢູ່ ບໍ່ຮູ້ເນື້ອໃນນ່າ.”
ໃນຂະນະດຽວກັນ ຊາວບ້ານນາງນຶ່ງ ທີ່ເສັຍດິນໃຫ້ທາງໂຄງການ ຣີສອຣ໌ດສນາມ, ກ໊ອຟສາກົລ ພູກິ່ວລົມ ເວົ້າໃນມື້ດຽວກັນນີ້ວ່າ ທາງໂຄງການໄດ້ໃຫ້ຄ່າຊົດເຊີຍ ແກ່ຄອບຄົວຂອງຕົນແລ້ວ ຕັ້ງແຕ່ເດືອນສິງຫາທີ່ຜ່ານມາ. ແຕ່ຄ່າຊົດເຊີຍ ທີ່ທາງຣັຖໄດ້ກໍານົດໃຫ້ນັ້ນ ແມ່ນຕໍ່າກວ່າລາຄາຕລາດ ແຕ່ຊາວບ້ານຫລາຍຄົນ ກໍຈໍາເປັນຕ້ອງໄດ້ຮັບເອົາ.
“ຖືກຫລາຍ ເຈົ້າ. ຂນາດຂອງເຮົາກະຖືກ 3 ບ່ອນ, ໃຫ້ຄ່າຊົດເຊີຍຕາມທີ່ຣັຖ ເຂົາໄດ້ກໍານົດອອກມາ ຄັນເປັນດິນນາ ກະໄລ່ນຶ່ງແສນປາຍບາທ. ຄັນເປັນດິນສວນ ກະໄລ່ນຶ່ງ 3 ໝື່ນປາຍ.”
ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ທ້ອງຖິ່ນ ຢູ່ເຂດໃກ້ຄຽງກໍເວົ້າວ່າ ໂຄງການນີ້ ໄດ້ກວມເອົາດິນ ຂອງຊາວບ້ານ ຢູ່ບ້ານໃຫຍ່ສີເມືອງງາມ ແລະບ້ານສີບຸນເຮືອງ ຊຶ່ງສ່ວນໃຫຍ່ເປັນດິນສວນ, ດິນນາ ແລະລ້ຽງສັດ ແລະກໍໄດ້ມີການໃຫ້ຄ່າຊົດເຊີຍໝົດແລ້ວ, ແຕ່ບໍ່ຮູ້ຣາຍລະອຽດຄັກແນ່ວ່າ ມີດິນຊາວບ້ານຈັກຄອບຄົວ ຖືກໂຄງການທີ່ວ່ານີ້ກວມເອົາ.
“ຊົດເຊີຍແລ້ວ. ເອີ! ເປັນດິນຊາວບ້ານເຮົານີ້ແຫລະ ສ່ວນຫລາຍກະເປັນດິນສວນດິນນານີ້ແຫລະ ເຂົາກໍລະດົມເອົານີ້ແຫລະ ລະດົມດິນເຂົາຈະສ້າງ ສິພັທນາວ່າແນວນັ້ນ ມັນຢູ່ໃກ້ໆກັບສນາມບິນຫັ້ນນ່າ ສ້າງເປັນສນາມກ໊ອຟ.”
ແລະຊາວບ້ານໃກ້ຄຽງອີກຜູ້ນຶ່ງ ທີ່ໄດ້ຍິນຂ່າວເຣື່ອງການຊົດເຊີຍ ຂອງໂຄງການນີ້ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ກັນຍານີ້ວ່າ ຊາວບ້ານທີ່ໄດ້ຮັບຜົນກະທົບນັ້ນ ໄດ້ຮັບຄ່າຊົດເຊີຍ ທີ່ຕໍ່າກວ່າລາຄາດິນໃນທ້ອງຕລາດ ແຕ່ກໍບໍ່ມີຜູ້ໃດສາມາດຂັດຂ້ອງໄດ້, ຕ້ອງໄດ້ພາກັນຮັບເອົາ ຍ້ອນເປັນໂຄງການພັທນາ ຂອງເຂດເສຖກິດ ພິເສດສາມຫລ່ຽມຄໍາ ຂອງຈີນ.
“ຊົດເຊີຍກໍບໍ່ຫລາຍ ຊົດເຊີຍນີ້ ວ່າເຣື່ອງຊົດເຊີໄລ່ນຶ່ງປະມານ 2 ແສນບາດນີ້ແຫລະ ຄັນເວົ້າ ຄັນຂາຍກັນຄັນເວົ້າເປັນໄລ່ນີ້ ໄລ່ເປັນລ້ານ ລ້ານປາຍ 2 ລ້ານນ່າ ພັກ-ຣັຖເຂົາເອົາເນາະ.”
ເພື່ອຂໍຮູ້ລາຍລະອຽດ ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ໄປຫາຊາວບ້ານ ທີ່ໄດ້ຮັບຜົນກະທົບ ແລະໄດ້ຮັບຄ່າຊົດເຊີຍ ຈາກທາງໂຄງການນນີ້ຄົນອື່ນຕື່ມອີກ, ແຕ່ກໍບໍ່ສາມາດຕິດຕໍ່ຫາຜູ້ໃດໄດ້. ແຕ່ເຖິງຢ່າງໃດກໍຕາມ ກໍມີຊາວບ້ານຈໍານວນນຶ່ງ ທີ່ເສັຍທີ່ດິນໃຫ້ໂຄງການດັ່ງກ່າວ ໄດ້ເວົ້າເຖິງຄວາມຮູ້ສຶກຂອງພວກຕົນ ຜ່ານສື່ສັງຄົມອອນລາຍນ໌ ໂດຍບໍ່ໄດ້ເວົ້າເຖິງຣາຍລະອຽດ ເຣື່ອງຄ່າຊົດເຊີຍນັ້ນວ່າ ເສັຍດາຍ ທີ່ຊາວບ້ານໄດ້ເສັຍທີ່ດິນປູກຝັງ ແລະລ້ຽງສັດ ໃຫ້ທາງໂຄງການຣີສອຣ໌ດ ສນາມກ໊ອຟ ສາກົລພູກິ່ວລົມ ຂອງຈີນໄປ ຍ້ອນເປັນດິນມໍຣະດົກ ທີ່ຕົກທອດມາຕັ້ງແຕ່ລຸ້ນພໍ່, ລຸ້ນແມ່ ແລະກໍຢ້ານວ່າ ຈະບໍ່ສາມາດຊອກຫາທີ່ດິນບ່ອນໃໝ່ ສໍາລັບເຮັດການກະເສຕ ແລະລ້ຽງສັດໄດ້.
ກ່ຽວກັບເຣື່ອງນີ້ ເຈົ້າຂອງບໍຣິສັດທ່ອງທ່ຽວ ຢູ່ແຂວງບໍ່ແກ້ວທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ກັນຍານີ້ວ່າ ໂຄງການກໍ່ສ້າງສນາມກອຟ ພູກິ່ວລົມ ເປັນໂຄງການນຶ່ງ ທີ່ຈະດຶງດູດນັກທ່ອງທ່ຽວຈາກຕ່າງປະເທດ ເຂົ້າມາເຂດເສຖກິຈ ພິເສດສາມຫລ່ຽມຄໍາ ໂດຍສະເພາະນັກທ່ອງທ່ຽວຈີນ ແລະໄທຍ ເນື່ອງຈາກ ໂຄງການນີ້ ຕັ້ງຢູ່ໃກ້ກັບໂຄງການສນາມບິນ ສາກົລ ແຂວງບໍ່ແກ້ວ ແລະກໍຈະເປັນການພັທນາ ທາງດ້ານເສຖກິຈ.
“ມັນດຶງດູດທາງໄທຍ ທາງຈີນ ຫັ້ນແຫລະ ເພາະວ່າການຄ້າ ມັນເຊື່ອມໂຍງກັນ ແລະດຶງດູດມາ ມັນມີຫລາຍກິຈການ ເຂົາເຈົ້າເຮັດນ່າ ແລ້ວເຂົາເຈົ້າເສີມສນາມບິນ ກັບສນາມກອຟເຂົ້າໄປ.”
ໂຄງການກໍ່ສ້າງຣີສອຣ໌ດ ສນາມກ໊ອຟ ສາກົລພູກິ່ວລົມ ຕັ້ງຢູ່ເບື້ອງໃຕ້ ຂອງເຂດເສຖກິຈ ພິເສດສາມຫລ່ຽມຄໍາ. ໃນໄລຍະທໍາອິດ ຂອງໂຄງການນີ້ ຈະສ້າງສນາມກ໊ອຟ ຂນາດ 18 ຂຸມ ແລະ 72 ເສົາ. ນອກຈາກນັ້ນ ກໍຍັງຈະສ້າງອີກຫລາຍຢ່າງ ເປັນຕົ້ນສນາມແຂ່ງມ້າສາກົລ, ບໍ່ນໍ້າພຸຮ້ອນ, ໂຮງແຮມ, ບ່ອນພັກລະດັບ 5 ດາວ, ບ້ານພັກຕາກອາກາດ ແລະອື່ນໆ ຊຶ່ງຄາດວ່າ ຈະກໍ່ສ້າງສໍາເລັດ ພາຍໃນເດືອນພຶສພາ 2023 ທີ່ຈະມາເຖິງນີ້.
ເຈົ້າໜ້າທີ່ເຂດເສຖກິຈ ພິເສດສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຈັດພິທີວາງສີລາຣືກ ກໍ່ສ້າງໂຄງການດັ່ງກ່າວ ຢູ່ເຂດບ້ານໃຫຍ່ສີເມືອງງາມ ໃນມື້ວັນທີ 3 ກັນຍານີ້ ໂດຍມີທ່ານ ຈ້າວເຫວີຍ ປະທານ ສະພາບໍຣິຫານ ເຂດເສຖກິຈ ພິເສດສາມຫລ່ຽມຄໍາ ແລະ ທ່ານ ຄໍາຜະຫຍາ ພົມປັນຍາ ຮອງເຈົ້າແຂວງ ແຂວງບໍ່ແກ້ວ ເຂົ້າຮ່ວມ, ອີງຕາມການຣາຍງານ ຂອງຫ້ອງການໂຄສະນາເຜີຍ ແຜ່ຂໍ້ມູນຂ່າວສານ ຂອງສະພາບໍຣິຫານ ເຂດເສຖກິຈ ພິເສດສາມຫລ່ຽມຄໍາ.