ສໍາພາດຊາວບ້ານຜູ້ ບໍ່ໄດ້ ຄ່າຊົດເຊີຍ
ຊາວບ້ານ 3 ຄອບຄົວ ຢູ່ບ້ານຫາດຊົວ ເມືອງປາກອູ ແຂວງຫລວງພຣະບາງ ທີ່ໄດ້ຮັບ ຜົນກະທົບ ຈາກໂຄງການ ເຂື່ອນນ້ຳອູ 1 ຢູ່ ແຂວງຫລວງພະບາງ ຈະບໍ່ໄດ້ຮັບ ຄ່າຊົດເຊີຍ, ເປັນຍ້ອນເຫດ ຜົນຫຍັງ.
-
ອຸ່ນແກ້ວ ສຸກສະຫວັນ
2018-06-29 -
-
-
ການກໍ່ສ້າງ ເຂື່ອນນ້ຳອູ 1 ຢູ່ເມືອງປາກອູ ແຂວງຫລວງພະບາງ
RFA/LB
Your browser doesn’t support HTML5 audio
ບ້ານຫາດຊົວ ເມືອງປາກອູ ແຂວງຫລວງພຣະບາງ ມີປະຊາຊົນ 38 ຄອບຄົວ ໄດ້ຮັບຜົນກະທົບ ຈາກໂຄງການ ກໍ່ສ້າງເຂື່ອນນ້ຳອູ1 ໃນນັ້ນ ມີ 3 ຄອບຄົວ ຈະບໍ່ໄດ້ຮັບ ຄ່າຊົດເຊີຍ ຫຍັງເລີຍ.
ແຕ່ໃນເວລາດຽວກັນ ເຈົ້າໜ້າທີ່ ຜູ້ຮັບທີ່ຮັບຜິດຊອບວຽກງານ ຄ່າຊົດເຊີຍໃຫ້ແກ່ປະຊາຊົນບ້ານຫາດຊົວ ກໍໃຫ້ເຫດຜົນວ່າ ສາເຫດ ທີ່ 3 ຄອບຄົວ ບໍ່ຖືກບັນຈຸເຂົ້າໃນຈຳນວນ ຄອບຄົວທີ່ຈະໄດ້ຮັບຄ່າຊົດເຊີຍ ຍ້ອນວ່າ ຄອບຄົວນຶ່ງ ບໍ່ມີປຶ້ມສຳມະໂນຄົວ ແລະ ອີກສອງຄອບຄົວ ແມ່ນຫາກໍ່ມາຢູ່ປີ 2016 ຊຶ່ງມາ ຫລັງຈາກທາງການ ໄດ້ແຈ້ງການວ່າ ຈະມີການສ້າງເຂື່ອນ.