ເສດເຫຼັກຍັງຖືກລັກ ສົ່ງໄປວຽດນາມ
ຊາວວຽດນາມ ທີ່ ເລາະ ຊອກຫາ ຊື້ ເຫລັກເສດ ໃນເມືອງ ອຸທຸມພອນ ແຂວງ ສວັນນະເຂດ ສວຍໂອກາດ ລັກເຫລັກເສດ ຢູ່ຕາມບ້ານ ເຮືອນ ແລ້ວ ສົ່ງໄປຂາຍ ຢູ່ວຽດນາມ.
-
2013-06-11 -
-
-
Your browser doesn’t support HTML5 audio
ຊາວວຽດນາມ ທີ່ ເລາະ ຊອກຫາ ຊື້ ເຫລັກເສດ ໃນເມືອງ ອຸທຸມພອນ ແຂວງ ສວັນນະເຂດ ສວຍໂອກາດ ລັກເຫລັກເສດ ຢູ່ຕາມບ້ານ ເຮືອນ ແລ້ວ ສົ່ງໄປຂາຍ ຢູ່ວຽດນາມ.
ເຈົ້າໜ້າທີ່ ເມືອງ ອຸທຸມພອນ ແຂວງ ສວັນນະເຂດ ເວົ້າໃນວັນທີ 11 ມີຖຸນາ 2013 ນີ້ວ່າ ປັຈຈຸບັນ ຊາວວຽດນາມ ທີ່ ເຂົ້າມາຫາ ຊື້ເຫັລກເສດ ຢູ່ຕາມ ບ້ານເຮືອນ ໃນເມືອງ ອຸທຸມພອນ ນັ້ນ ຫລາຍໆເທື່ອ ສວຍໂອກາດ ລັກ ເສດເຫຼຼັກ ຢູ່ຕາມ ບ້ານເຮືອນໄປ ຈຶ່ງເຮັດໃຫ້ ຊາວບ້ານ ບໍ່ພໍໃຈ:
"ແມ່ນລະ ມາຄ້າຂາຍ ມາເກັບ ເຫລັກເສດ ອິຫຍັງ ປະມານນີ້ ກະໄດ້ຍິນຢູ່ ໂຕນີ້ ມັນບໍ່ມີໃຜ ຢູ່ເຮືອນ ປະມານນີ້ ຫັ້ນນະ ເຂົາກໍເລີຍລັກ ເຮົາສ່ວນຫລາຍ ຢູ່ນີ້ ຍັງແມ່ນ ລົງອອກບັດຫຍັງ ໃຫ້ເຂົາ ອອກບັດ ແຮງງານ ໃຫ້ເຂົາ".
ທ່ານເວົ້າ ຕື່ມວ່າ ເຫລັກເສດ ທີ່ ລັກໄປນັ້ນ ຈະຖືກສົ່ງ ໄປຂາຍຕໍ່ ໃນວຽດນາມ ຊຶ່ງ ໄດ້ຣາຄາດີ ແຕ່ເຮັດໃຫ້ ຊາວບ້ານລາວ ເດືອດຮ້ອນ. ຫລາຍໆເທື່ອ ເມື່ອຊາວບ້ານ ຮ້ອງຮຽນຕໍ່ ເຈົ້າໜ້າທີ່ ທ້ອງຖີ່ນ ເຈົ້າໜ້າທີ່ ກໍຈະລົງກວດກາ ແຕ່ຍັງ ບໍ່ມີ ຣາຍງານວ່າ ຈະຈັບ ຊາວວຽດນາມ ທີ່ ລັກເສດເຫັລກ ນັ້ນໄດ້ ຈັກເທື່ອ, ຊາວວຽດນາມ ທີ່ຮັບຊື້ ເຫລັກເສດ ນັ້ນ ກໍຍັງຢູ່ ຄືເກົ່າ. ຕາມຂໍ້ມູລ ຂອງ ເຈົ້າໜ້າທີ່ ປັຈຈຸບັນ ມີຊາວວຽດນາມ ເຂົ້າມາຢູ່ ເມືອງ ອຸທຸມພອນ ບໍ່ຫລຸດ 300 ຄົນ. ສ່ວນຫລາຍ ເຂົ້າມາຄ້າຂາຍ ເປີດຮ້ານ ເສີມສວຍ ແລະ ຮັບຊື້ ເຫລັກເສດ, ຄົນວຽດນາມ ທີ່ເຂົ້າມານັ້ນ ສ່ວນໃຫຍ່ ເຂົ້າມາຖືກຕ້ອງ ຕາມ ກົດໝາຍ.
ກໍຣະນີ ພໍ່ຄ້າ ວຽດນາມ ລັກເຫລັກເສດ ນີ້ ເຄີຍເກີດຂຶ້ນ ແລ້ວ ຢູ່ນະຄອນ ຫລວງ ວຽງຈັນ, ຈົນທາງການ ໄດ້ກວດລ້າງ ແລະ ຈັບສົ່ງຄືນ ປະເທດ ພວກເຂົາ ໄປແລ້ວ ແລະ ກັບມາອີກ.