ວຽດນາມຍັງລ້າສັດປ່າຢູ່ ດິນລາວ
ຄົນວຽດນາມ ຍັງພາກັນ ລັກເຂົ້າມາ ລ້າ ສັດປ່າ ໃນເຂດ ປ່າສງວນ ຢູ່ພາກໃຕ້ ຂອງລາວ ແລະ ເອົາມາວາງ ຂາຍ ຢ່າງ ສະບາຍໃຈ.
-
ຈໍາປາທອງ
2016-02-25 -
-
-
Your browser doesn’t support HTML5 audio
ປັດຈຸບັນ ຊາວລາວ ຍັງພົບເຫັນ ຄົນວຽດນາມ ລັກເຂົ້າມາ ລ້າສັດປ່າ ແລະ ນໍາເອົາມາ ວາງຂາຍ ຢູ່ພາກໃຕ້ ຂອງລາວ ໂດຍສະເພາະ ແມ່ນ ຈາກເຂດປ່າ ສະຫງວນ ແຫ່ງຊາດ ພູດົງຫົວສາວ ເມືອງບາຈຽງ ຈະເຣີນສຸຂ ແຂວງ ຈຳປາສັກ ແລະ ແຂວງ ເຊກອງ, ແລະ ມີຜູ້ຮັບຊື້ ເພື່ອສົ່ງໄປຂາຍ ໃຫ້ ຊາວວຽດນາມ ທີ່ ມັກ ບໍຣິໂພກ ສັດປ່າ ຈໍາພວກນັ້ນ. ປະຊາຊົນ ແຂວງ ຈຳປາສັກ ຜູ້ຂໍສະຫງວນຊື່ ນາງນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນ ວັນທີ 22 ກຸມພາ ນີ້ວ່າ:
"ສ່ວນຫຼາຍ ມີແຕ່ຄົນວຽດ ໃນຫັ້ນ ຄົນວຽດແບບວ່າ ເຂົາໄປ ຮັບຊື້ ໄປຂາຍ ໄປສົ່ງ ແບບວ່າ ໄປສົ່ງໃຫ້ ຄົນເຂົາເອງ ຫັ້ນນ່າ. ແບບເຂົາໄປ ລັດຊື້ບໍ, ລັດຊື້ ລະກະໄປ ຂາຍຕໍ່ ສົ່ງຕໍ່ໍ່".
ນາງກ່າວ ຕື່ມວ່າ ໃນແຂວງ ຈຳປາສັກ, ຊາວວຽດນາມ ຊື້-ຂາຍ ສັດປ່າ ກັນຢ່າງ ແຜ່ຫຼາຍ, ບໍ່ວ່າຈະຢູ່ ເຂດ ບ້ານຫ້ວຍກອງ ເມືອງປາກຊ່ອງ, ຫ້ວຍບັງລຽງ ເມືອງ ປະທຸມພອນ ຫຼືຫຼັກ 14 ເມືອງບາຈຽງ ຈະເຣີນສຸຂ. ພວກແມ່ຄ້າ ວຽດນາມ ມັກເອົາສັດປ່າ ປະເພດ ຫວງຫ້າມ ແລະສັດປ່າ ປະເພດ ຄຸ້ມຄອງ ມາວາງຂາຍ ແລະ ທັງເຊື່ອງຂາຍ ນໍາດ້ວຍ ໃນຂນະທີ່ ເຈົ້າໜ້າທີ່ ກໍ່ບໍ່ໄດ້ມາ ກ່າວເຕືອນ ຫຼື ຈັບ ພວກພໍ່ຄ້າ ແມ່ຄ້າ ແລະ ນາຍພານ ທີ່ເປັນ ຊາວວຽດນາມ ນັ້ນ ແຕ່ຢ່າງໃດ.
ຕໍ່ບັນຫານີ້, ເອເຊັຽເສຣີ ໄດ້ຕິດຕໍ່ ໄປຍັງຂແນງ ຄຸ້ມຄອງ ຊັພຍາກອນ ປ່າໄມ້, ຜແນກ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ແຂວງ ຈຳປາສັກ ໃນວັນທີ 22 ກຸມພາ, ແຕ່ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍບໍ່ໃຫ້ ຄຳເຫັນ ແນວໃດ. ເຖິງແມ່ນວ່າ ຣັຖບານລາວ ໄດ້ ອອກມາຕການ ຫຼາຍຢ່າງ ໃນການຄວບຄຸມ ການລ່າ ສັດປ່າ ທັງຣະບຽບ ກົດໝາຍ ແລະ ນິຕິກັມ ຕ່າງໆ ຮວມທັງ ກົດໝາຍ ວ່າດ້ວຍ ສັດນ້ຳ ແລະ ສັດປ່າ, ແຕ່ ກໍ່ບໍ່ສາມາດ ລຶບລ້າງ ການລ່າສັດປ່າ ນັ້ນໄດ້.
ຜ່ານມາ ກໍ່ໄດ້ມີການ ຕິດປ້າຍ ໂຄສະນາ ຢູ່ຕາມຕະຫຼາດ ຫຼືເຂດ ທີ່ມີການ ຊື້-ຂາຍ ສັດປ່າ, ແຕ່ກໍ່ບໍ່ສາມາດ ເຮັດໃຫ້ ການລ່າສັດປ່າ ຫລຸດລົງໄດ້ ຍ້ອນມັນສ້າງ ຣາຍໄດ້ດີ ໃຫ້ທັງຜູ້ລ່າ ສັດ ແລະ ຜູ້ຈຳໜ່າຍ ຊຶ່ງ ທັງໝົດນັ້ນ ສະທ້ອນ ໃຫ້ເຫັນເຖິງ ຄວາມ ບົກຜ່ອງ ໃນການ ປະຕິບັດ ກົດໝາຍ ຢູ່ ສປປລາວ ຊຶ່ງ ເປັນສາເຫດ ສໍາຄັນ ທີ່ເຮັດໃຫ້ ສັດປ່າ ຫຼາຍຊນິດ ສູນພັນໄປ.