ນ້ຳຖ້ວມຂັງ ທາງດ່ວນ ນະຄອນຫຼວງ-ວັງວຽງ ບາງຈຸດ ເປັນອັນຕຣາຍ
ເສັ້ນທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ບໍຣິເວນ ບ້ານບົວ-ນາຊອນ ຢູ່ເຂດເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເກີດນໍ້າຖ້ວມຂັງໃນບາງຈຸດ ເຮັດໃຫ້ປະຊາຊົນ ທີ່ໃຊ້ເສັ້ນທາງດັ່ງກ່າວ ໄດ້ຮັບຄວາມຫຍຸ້ງຍາກ ແລະເປັນອັນຕຣາຍ ໃນການຂັບຂີ່ຣົຖ ຊຶ່ງມາຮອດປັດຈຸບັນນີ້ ກໍຍັງບໍ່ທັນໄດ້ຮັບ ການແກ້ໄຂເທື່ອ.
-
ສຸພັດຕາ
2022-07-26 -
-
-
Your browser doesn’t support HTML5 audio
ພາຍຫຼັງທີ່ມີຝົນຕົກໜັກ ຕິດຕໍ່ກັນຫຼາຍມື້ ຈົນມາຮອດວັນທີ່ 27 ກໍຣະກະດາ 2022 ທີ່ຜ່ານມານີ້ ເສັ້ນທາງທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ບໍຣິເວນບ້ານບົວ-ນາຊອນ ຢູ່ເຂດເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ເກີດນໍ້າຖ້ວມຂັງ ປະມານ 20-30 ຊັງຕີແມັດໃນບາງຈຸດ ໂດຍນໍ້າຖ້ວມຂັງ ເປັນໄລຍະທາງຍາວພໍສົມຄວນ ເພາະທາງດ່ວນດັ່ງກ່າວ ເປັນທາງຕໍ່າ ບໍ່ໄດ້ຍົກຣະດັບສູງຕາມມາຕຖານຂອງທາງດ່ວນ ເຮັດໃຫ້ຜູ້ທີ່ຕ້ອງເສັ້ນທາງດ່ວນດັ່ງກ່າວ ມີຄວາມຍາກລໍາບາກ ແລະເກີດຄວາມຫຼ້າຊ້າ ຈາກທີ່ຕ້ອງການໄປເຖິງຈຸດໝາຍໄວ ກໍຕ້ອງຄ່ອຍຂັບຣົຖໄປຊ້າໆ ເຊິ່ງບັນຫາດັ່ງກ່າວນີ້ ຫຼາຍຄົນ ຢາກໃຫ້ທາງການແກ້ໄຂ ເພື່ອຮັບປະກັນບໍ່ໃຫ້ເກີດຂຶ້ນອີກໃນຕໍ່ໜ້າ ເພາະຫຼາຍຄົນ ຕ້ອງເສັຍເງິນຄ່າທາງດ່ວນ ເພື່ອຕ້ອງການຄວາມສະດວກແລະວ່ອງໄວ.
ດັ່ງຊາວລາວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 26 ກໍຣະກະດາ ນີ້ວ່າ:
“ຫ້ວຍນໍ້າແຫຼະ ມັນອອກມາອັ່ງແລ້ວກໍໄປບໍ່ໄດ້ ມັນກໍຊອກຫາບ່ອນຕໍ່າແຫຼະບາດນີ້ ຖ້ວມປະມານ 20 ເຊັນນີ້ແຫຼະ. ຫ່ວຍ! ກະຫຼ້າຊ້າຫັ້ນແຫຼ້ວ ແລ່ນໄວບໍ່ໄດ້ຫັ້ນແຫຼ້ວ ຄັນແມ່ນມັນຕົກມາອີກ ກໍຈະຖ້ວມອີກຫັ້ນແຫຼ້ວ. ຄັນເພິ່ນຫາທາງແກ້ບໍ່ຕົກຫັ້ນນ່າ ບ່ອນໃດທີ່ສົມຄວນເຮັດທໍ່ ເພິ່ນກໍບໍ່ຢາກເຮັດຫັ້ນນ່າ ຍົກກະບໍ່ຢາກຍົກຫັ້ນນ່າ. ປະຢັດງົບລົງໄປນ່າ ກະເລີຍສ້າງບັນຫານໍ້າອັ່ງ ນໍ້າຂັງ ປະຊາຊົນເຄີຍທຽວໄປທຽວມາ ກະຍັງໄປບໍ່ໄດ້ກະມີເດ້ ໂຄ້ງບັກໄກໆ. ຄວນຈະເຮັດທໍ່ນໍ້າ ທາງລອດອຸໂມງກະບໍ່ເຮັດນ່າ.”
ຂະນະທີ່ ຊາວລາວອີກທ່ານນຶ່ງ ກໍໄດ້ກ່າວວ່າ ໃນຂະນະດຽວກັນ ກໍຍັງມີທົ່ງນາຂອງປະຊາຊົນ ທີ່ຢູ່ໃກ້ກັບເສັ້ນທາງດ່ວນດັ່ງກ່າວ ກໍຖືກນໍ້າຖ້ວມຂັງເຊັ່ນກັນ ຍ້ອນວ່າ ນໍ້າບໍ່ມີທາງຣະບາຍອອກ ທາງການກໍບໍ່ເຮັດທໍ່ລະບາຍນໍ້າໄວ້ ພໍຝົນຕົກໜັກ ກໍເກີດນໍ້າຖ້ວມຂັງ ເຊິ່ງຫຼາຍຄົນ ກໍສເນີບັນຫານີ້ໄປຫຼາຍເທື່ອ ເພື່ອໃຫ້ທາງການແກ້ໄຂ ແຕ່ກໍບໍ່ທັນເຫັນແກ້ໄຂເທື່ອ.
“ທາງດ່ວນຕັນ ນໍ້າຖ້ວມຢູ່ບ້ານນາຊອນ ປະຊາຊົນເຮັດນາບໍ່ໄດ້ ຫາກໍລົງ ດຽວນີ້ຝົນມັນມາ ມັນກໍຂັງຢູ່ນັ້ນ ບໍ່ມີທໍ່ລະບາຍນໍ້າອອກ ທາງດ່ວນໄປຫານາທົ່ງອື່ນ ຜູ້ກ່ຽວຂ້ອງກະສເນີຫຼາຍເທື່ອ ຈັກຈະແກ້ຫຼືບໍ່ແກ້ ບ້ານນາຊອນຫັັ້ນ ເຂົາເຈົ້າບໍ່ວາງທໍ່ເດ້ ບ່່ອນຫັ້ນເວລາຝົນຕົກມາ ມັນກໍຖ້ວມຢູ່ແນວນັ້ນແຫຼະ ເພາະວ່າ ນໍ້າມັນບໍ່ມີທາງອອກນ່າ ບໍຣິເວນນັ້ນນ່າ.”
ຊາວບ້ານອີກທ່່ານນຶ່ງ ກໍໄດ້ກ່າວວ່າ ກ່ຽວກັບເຣື່ອງດັ່ງກ່າວນີ້ ໃນຄວາມເປັນຈິງ ກ່ອນທີ່ທາງການ ຈະກໍ່ສ້າງທາງດ່ວນ ເປັນເສັ້ນທາງຕໍ່າ ກໍຕ້ອງໄດ້ສໍາຣວດພື້ນທີ່ ອ້ອມຂ້າງກ່ອນຢູ່ແລ້ວ ເຊິ່ງກໍຕ້ອງຮັບຮູ້ວ່າ ມີຫ້ວຍນໍ້າຢູ່ອ້ອມຂ້າງ ຖ້າເບິ່ງການໄກກໍຕ້ອງຮູ້ວ່າ ຕ້ອງໄດ້ໃສ່ທໍ່ລະບາຍນໍ້າ ເພາະເວລາຝົນຕົກໜັກ ນໍ້າໃນຫ້ວຍກໍຈະຂຶ້ນມາ ຢ່າງໜັກໜ່ວງ ຖ້າບໍ່ມີທໍ່ລະບາຍນໍ້າອອກ ນໍ້າກໍຈະຖ້ວມຂັງຢູ່ຕໍ່ເນື່ອງ.
“ໂຕທາງດ່ວນນີ້, ບາງບ່ອນເພິ່ນກະເຮັດຕໍ່າຊິນ່າ. ມັນຕ້ອງໄດ້ວາງແຜນວ່າ ສົມມຸດວ່າ ມັນມີຫ້ວຍບໍ. ເວລາຝົນຕົກມາ ຈະເກີດຜົລກະທົບບໍ່ ແນວນີ້ ມັນຕ້ອງໄດ້ໃສ່ທໍ່ໃຫຍ່ ເພື່ອບໍ່ໃຫ້ນໍ້າອັ່ງນໍ້າຂັງນີ້ເດ້. ເຂົາຮ້ອງວ່າວິສັຍທັດ ເບິ່ງໄກໆຫັ້ນນ່າ ຕາມປົກກະຕິ ມັນຈະລົງໄດ້ຫຼາຍບ່ອນເນາະ ແລ້ວບາດນີ້ເພິ່ນມາເຮັດທາງ ມັນຈະລົງ ບ່ອນທີ່ຮ່ອງມັນອອກບໍ່ທັນ ວິທີແກ້ໄຂມັນກໍບໍ່ຍາກດອກ. ກໍຕ້ອງໄດ້ແກ້ໂຕລຸ່ມພີ້ ໃຫ້ມັນໄຫຼອອກ.”
ກ່ຽວກັບບັນຫາດັ່ງກ່າວນີ້ ເຈົ້າໜ້າທີ່ທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກໍໄດ້ກ່າວວ່າ ປັດຈຸບັນ ທາງບໍຣິສັດ ໄດ້ແກ້ໄຂບັນຫາເບື້ອງຕົ້ນ ໂດຍບໍ່ໃຫ້ຣົຖຜ່ານເສັ້ນທາງດ່ວນ ເຂດບ້ານບົວ-ນາຊອນ ຊົ່ວຄາວ ຍ້ອນຍັງມີນໍ້າຖ້ວມຂັງຢູ່ ສ່ຽງທີ່ຈະເປັນອັນຕລາຍແກ່ຜູ້ໃຊ້ເສັ້ນທາງດ່ວນໃນເຂດດັ່ງກ່າວ ແຕ່ທາງດ່ວນເຂດອື່ນ ແມ່ນຍັງໃຊ້ໄດ້ປົກກະຕິ.
ດັ່ງທ່ານກ່າວວ່າ:
“ທາງເຮົາຍັງບໍ່ໃຫ້ຜ່ານເທື່ອ ມື້ວານຮອດແຂ່ງພຸ້ນແຫຼະ ແຖວນາຊອນ-ບ້ານບົວ ມັນຖ້ວມທາງອື່ນ ແລ້ວມັນມາຂຶ້ນ ກໍຕາມຮ່ອງນໍ້າທົ່ວໄປ ກໍໄຫຼຜ່ານກັນຊິນ່າ ແຕ່ວ່າມື້ນີ້ ທາງເຮົາກໍຍັງບໍ່ມີແຈ້ງການມາເທື່ອຫັ້ນນ່າ ນໍ້າມັນຫຼຸດລົງຫັ້ນນ່າ ເພາະວ່າ ເພື່ອຄວາມປອດພັຍຫັ້ນນ່າ ທາງເຮົາກະເລີຍບໍ່ໃຫ້ຜ່ານ ແຕ່ວ່າຈະໃຫ້ເຂົ້າໄດ້ ແຕ່ໄປອອກ ແລະກໍເຂົ້າມາໃໝ່ຄືນຊິນ່າ ທາງເຮົາໄດ້ແຕ່ແຈ້ງລູກຄ້າ ຕາມທາງເຂົ້າ.”
ຢ່າງໃດກໍຕາມ ທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ກໍບໍ່ໄດ້ມີແນວໂນ້ມ ທີ່ຈະໃສ່ທໍ່ລະບາຍນໍ້າ ຫຼືແກ້ໄຂບັນຫາໄລຍະຍາວ ສໍາລັບເສັ້ນທາງຕໍ່າທີ່ຕິດກັບພື້ນຫົນທາງ ມີພຽງແຕ່ ແກ້ໄຂບັນຫາສະເພາະໜ້າເທົ່ານັ້ນ ໂດຍຖ້າຫາກເສັ້ນທາງດ່ວນເຂດພື້ນທີ່ຕໍ່າ ເກີດນໍ້າຖ້ວມອີກ ກໍຈະມີພຽງປິດເສັ້ນທາງດ່ວນ ບໍ່ໃຫ້ຣົຖສັນຈອນໄປ-ມາ ໂດຍໃຫ້ໄປໃຊ້ເສັ້ນທາງດ່ວນເຂດອື່ນໆແທນ.
ແລະຫວ່າງວັນທີ່ 1 ກໍຣະກະດາ 2022 ທີ່ຜ່ານມານີ້ ບໍຣິສັດຮ່ວມທຶນ ພັທນາທາງດ່ວນລາວ-ຈີນ ຈໍາກັດ ກໍໄດ້ແຈ້ງການປັບລາຄາ ຄ່າທາງດ່ວນວຽງຈັນ-ວັງວຽງ ໃໝ່ ເຊິ່ງກໍຖືວ່າແພງຂຶ້ນ ຄື:
- ຣົຖປະເພດ 1 ຂນາດ 2 ຕັນ ລາຄາ 100,000 ກີບຕໍ່ຖ້ຽວ.
- ຣົຖປະເພດ 2 ຂນາດ 2 ຕັນ ແຕ່ນ້ອຍກວ່າ 5 ຕັນ ລາຄາ 166,000 ກີບຕໍ່ຖ້ຽວ.
- ຣົຖປະເພດ 3 ຂນາດ 5 ຕັນ ແຕ່ນ້ອຍກວ່າ 10 ຕັນ ລາຄາ 232,000 ກີບຕໍ່ຖ້ຽວ.
- ຣົຖປະເພດ 4 ຂນາດ 10 ຕັນ ແຕ່ນ້ອຍກວ່າ 15 ຕັນ ລາຄາ 331,000 ກີບຕໍ່ຖ້ຽວ ແລະ
- ຣົຖປະເພດ 5 ຂນາດ 15 ຕັນ ແຕ່ນ້ອຍກວ່າ 20 ຕັນ ລາຄາ 430,000 ກີບຕໍ່ຖ້ຽວ.
ສາເຫດທີ່ ບໍຣິສັດດັ່ງກ່າວ ປັບລາຄາຄ່າທາງດ່ວນໃໝ່ ຍ້ອນໄດ້ຮັບຜົລກະທົບ ຈາກການເໜັງຕີງ ຂອງອັດຕຣາແລກປ່ຽນ ເງິນກີບກັບເງິນໂດລ້າຣ໌ສະຫະຣັຖ.