ວຽງຈັນຈະສ້າງອ່າງນໍ້າປະປາ ອີກ
ທາງການລາວ ຈະສ້າງ ອ່າງນໍ້າ ປະປາ ເພີ້ມອີກ ເພື່ອແກ້ໄຂ ບັນຫາ ຂາດແຄນ ນໍ້າ.
-
2014-01-15 -
-
-
Your browser doesn’t support HTML5 audio
ກະຊວງໂຍທາທິການ ແລະການຂົນສົ່ງ ສປປລາວ ໄດ້ອອກຄໍາສັ່ງ ໃຫ້ຣັຖວິສາຫະກິດນໍ້າປະປາແຫ່ງຊາດ ສຶກສາ ຄວາມເປັນໄປໄດ້ ໃນການສ້າງອ່າງນໍ້າປະປາເພີ້ມຕື່ມ ທີ່ດົງໝາກຄາຍນະຄອນຫລວງວຽງຈັນ ເພື່ອແກ້ໄຂບັນຫາການຂາດນໍ້າໃນເຂດເທສບານ.
ກົມເຄຫະສຖານ ແລະວາງຜນັງເມືອງ ໄດ້ຕົກລົງ ເຫັນພ້ອມ ໃນມື້ວານນີ້ ໃນການອະນຸມັດເງິນ ໃນການສ້າງປະມານ 3 ແສນກວ່າ ໂດລາ ຫລືປະມານ 2.7 ຕື້ກີບ. ທ່ານ ຄໍາທະວີ ໄຕພະຈັນ ເອກອະທິບໍດີ ກົມເຄຫະສຖານແລະຜູ້ຈັດການຣັຖວິສາຫະກິດນໍ້າປະປາ ທ່ານ ຄໍາໃບ ວົງໄຊຍະຣາດ ໄດ້ລົງນາມ ໃນຂໍ້ຕົກລົງ ດັ່ງກ່າວ ທີ່ ຫ້ອງການ ຂອງກະຊວງ ໃນມື້ວານນີ້.
ກົມເຄຫະສຖານ ແລະ ວາງຜນັງເມືອງ ໄດ້ຕົກລົງກັນ ກັບ ບໍຣິສັດ ວິສວະກັມກໍ່ສ້າງ ຈາກແຂວງຢູນານຂອງຈີນ ໃນການສ້າງ ອ່າງ ນໍ້າປະປາອັນທຳອິດ ໃນເດືອນກັນຍາປີ 2011 ໃນມູນຄ່າ 88 ລ້ານໂດລາ.
ໂຄງການ ສ້າງອ່າງນໍ້າປະປາໃຫມ່ ທີ່ດົງໝາກຄາຍ ດັ່ງກ່າວນີ້ ຈະສາມາດ ຜລິດນໍ້າໄດ້ ປະມານ 1 ແສນແມັດກ້ອນ ຕໍ່ມື້ ຈະເປັນ ການຜ່ອນຄາຍບັນຫາ ການຂາດນໍ້າໃຊ້ ໃນເຂດນະຄອນຫລວງ ໄດ້ຫລາຍພໍສົມຄວນ ໂດຍສະເພາະໃນຍາມແລ້ງ. ປັດຈຸບັນ ມີອ່າງ ນໍ້າປະປາ 3 ແຫ່ງ ທີ່ ນະຄອນຫລວງ ວຽງຈັນ ເຊັ່ນ ທີ່ ຈີ່ນາຍໂມ້ ເກົ້າລ້ຽວ ແລະ ໂພນເຄັງ.