ທາງການນະຄອນຫຼວງເລັ່ງປາບ ໂຈຣ-ຂະໂມຍ
ທາງການ ນະຄອນຫລວງ ວຽງຈັນ ເພິ້ມ ຮັກສາ ຄວາມປອດພັຍ ຢ່າງເຄັ່ງຄັດ ເພື່ອ ປາບປາມ ການກໍ່ ອາຊຍາກັມ.
-
2013-09-05 -
-
-
Your browser doesn’t support HTML5 audio
ທາງການ ນະຄອນຫລວງວຽງຈັນ ເພີ້ມຮັກສາຄວາມປອດໄພ ເຄັ່ງຄັດຂື້ນ ເພື່ອປາບປາມ ອາຊຍາກັມ ເປັນຕົ້ນການປຸ້ນຈີ້ ລັກຊັພສິນ ແລະ ລັກຣົດຈັກ ດັ່ງເຈົ້າໜ້າທີ່ ກະຊວງປ້ອງກັນ ຄວາມສງົບພາຍໃນທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ກ່າວວ່າ:
“ດຽວນີ້ ທາງເຈົ້າໜ້າທີ່ ພວກເຮົາ ກໍໄດ້ມີການກວດກາ ຫ່ັນແລ້ວ ຄົນເຂົ້າຄົນອອກ ຈັດຕັ້ງກັນໃຫ້ຕຳຣວດຄຸ້ມບ້ານ ພວກນີ້ນີ່ມັນແມ່ນພວກທີ່ ບໍມີວຽກເຮັດງານທຳ ຈຳນວນນຶ່ງ ແລ້ວກໍພວກເສບຢາ ຈຳນວນນຶ່ງ ບໍ່ມີຫົວເທົ້າ ປາຍນອນ.”
ເຈົ້າໜ້າທີ່ປ້ອງກັນຄວາມສງົບ ທ່ານນີ້ກ່າວອີກວ່າສະຖານທີ່ ອັນຕຣາຍທີ່ສຸດແມ່ນຖນົນ 450 ປີ ເພາະເປັນຖນົນທີ່ປ່ຽວໂດຍສະເພາະໃນຍາມ ກາງຄືນ. ຕາມຖນົນເສັ້ນນີ້ ມັກມີພວກໄວລຸ້ນອັນຕະພານ ແຂ່ງຣົດຈັກກັນ ແລະ ກໍລັກປຸ້ນຈີ້ປະຊາຊົນ ທີ່ເດີນທາງໄປມາ ແລະ ຜູ້ທີ່ອາສັຍຢູ່ ບໍຣິເວນ ນັ້ນເລື້ອຍໆ ຈົນເຮັດໃຫ້ ປະຊາຊົນ ມີຄວາມຢ້ານກົວ.
ກະຊວງປ້ອງກັນຄວາມສງົບ ຣາຍງານວ່າ ໃນສະເພາະເດືອນສິງຫາ ທີ່ຜ່ານມາ ເຈົ້າໜ້າທີ່ ນະຄອນຫລວງວຽງຈັນ ໄດ້ຮັບຣາຍງານ ການກໍ່ ອາຊຍາກັມຈຳນວນ 20 ກໍຣະນີຊຶ່ງສ່ວນຫລາຍແມ່ນການລັກຣົດຈັກ ເຈົ້າໜ້າທີ່ສາມາດຈັບz6hຕ້ອງສົງສັຍໄດ້ພຽງແຕ່ 6 ຄົນເທົ່ານັ້ນ.
ໃນເດືອນນີ້ ເຈົ້າໜ້າທີ່ຈັບຊາວໜຸ່ມວັຍລຸ້ນໄດ້ 2 ຄົນ ຜູ້ນຶ່ງອາຍຸ 20 ປີ ແລະ ອີກຜູ້ນຶ່ງອາຍຸ 23 ປີ ໃນຂໍ້ຫາລັກກະເປົາເງິນ ຫຼັງຈາກຈັບໄດ້ ເຈົ້າໜ້າທີ່ຈະຈັດສົ່ງຊາວໜຸ່ມ ໂດຍສະເພາະຜູ້ຕິດຢາໄປບຳບັດຢູ່ສູນບ້ານສົມສະງ່າ ຊຶ່ງໄດ້ຮັບການຊ່ວຍເຫລືອ ຈາກຕ່າງປະເທດ ເປັນປະຈຳ ແຕ່ບໍ່ໄດ້ຜົນ ເພາະຫລາຍຄົນທີ່ບຳບັດອອກມາແລ້ວ ກັບໄປເຮັດຄືເກົ່າ.