ສະພາບເມືອງເຟືອງຫລັງນໍ້າຖ້ວມ

ຊາວບ້ານ ເມືອງເຟືອງ ແຂວງວຽງຈັນ ຕ້ອງການ ຄວາມຊ່ອຍເຫລືອ ພາຍຫລັງ ຖືກພັຍ ນໍ້າຖ້ວມ.

ຊາວວຽງຈັນ ຮັບມື ກັບນໍ້າທີ່ ລົ້ນຝັ່ງ ເລາະລຽບ ຕາມແຄມຂອງ ປີ 2008 RFA

 

ຊາວບ້ານເມືອງເຟືອງ ແຂວງວຽງຈັນ ຕ້ອງການຄວາມຊ່ອຍເຫລືອ ພາຍຫລັງຖືກພັຍນໍ້າຖ້ວມ. ເຈົ້າຫນ້າທີ່ເມືອງເຟືອງ ແຂວງ ວຽງຈັນ ເວົ້າວ່າ ຣະຫວ່າງ ວັນທີ 8 ຫາ 11 ສິງຫາ 2013 ມີຝົນຕົກຫນັກ ຕິດຕໍ່ກັນ ຫລາຍວັນ ເຮັດໃຫ້ເກີດ ນ້ຳປ່າໄຫລສຸ ຖ້ວມ ເມືອງເຟືອງ ເຮັດໃຫ້ຊາວບ້ານກວ່າ 1 ພັນ ຫລັງຄາເຮືອນໄດ້ຮັບ ຄວາມເດືອດ ຮ້ອນ ແລະໃນເວລານີ້ຍັງບໍ່ໄດ້ຮັບການຊ່ອຍເຫລືອ ທີ່ຊັດເຈນເທື່ອ ມີພຽງແຕ່ຫ້ອງການກະສິກັມແລະປ່າໄມ້ ລົງໄປຮີບໂຮມເອົາຂໍ້ມູນ ຄວາມຕ້ອງການ ຂອງ ຊາວບ້ານ ເທົ່ານັ້ນ. ດັ່ງທ່ານໄດ້ອະທິບາຍ ເຖິງຄວາມ ເສັຽຫາຍວ່າ:

"ເຮືອນປະຊາຊົນ ທີ່ເສັຽຫາຍຈຳນວນຫລັງຄາເຮືອນ 1100 ເນາະ ເນື້ອທີ່ນ້ຳຖ້ວມທັງຫມົດ 1092 ເຮັກຕາຄາດຄະເນຄວາມເສັຽຫາຍ 591 ເຮັກຕາ ກໍຍາກໃນການ ສ້ອມແປງຄອງ ເຫມືອງ ຄັນນາ ໃຫ້ຮັບຜິດຊອບ".

ທ່ານກ່າວຕຶ່ມວ່າ ຣະບົບ ຊົລປະທານ ເສັຽຫາຍ 5 ບ່ອນ ປາ ທີ່ ປະຊາຊົນລ້ຽງ ຄາດວ່າເສັຽຫາຍ ເຖິງ 3 ແສນໂຕ ຮ່ວມມູນຄ່າ ຄວາມເສັຽຫາຍ ສະເພາະແຕ່ການຜລິດ ຮ່ວມທັງສັດລ້ຽງ ປະມານ 15 ຕື້ກີບ. ສຳລັບຄວາມຕ້ອງການ ຂອງຊາວບ້ານ ເບື້ອງຕົ້ນ ແມ່ນ ຢາກໃຫ້ແກ້ໄຂ ເຣື້ອງໄຮ່ນາ ທີ່ໄດ້ຮັບຜົລເສັຽຫາຍ ຢາກໃຫ້ເຈົ້າຫນ້າທີ່ ຊ່ອຍສ້ອມແປງ ແລະຊ່ອຍສະສາງ ທີ່ນາ ເພື່ອຈະໄດ້ເຮັດ ການຜລິດໃຫມ່.

ທ່ານກ່າວມ້ວນທ້າຍວ່າ ຫ້ອງການຂອງເມືອງ ຈະປຶກຫາລືກັນກ່ຽວກັບການຊ່ອຍເຫລືອແນວພັນເຂົ້າສຳລັບປູກ ຣະຍະສັ້ນ ເພື່ອທົດແທນ ຄວາມເສັຽຫາຍ ແຕ່ປະຊາຊົນຍັງ ເປັນຫ່ວງຢ້ານວ່າ ນ້ຳຈະຖ້ວມ ອີກໃຫມ່ ເນື່ອງຈາກວ່າ ໃນເວລານີ້ຝົນ ຍັງຕົກຫນັກຢູ່.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org