ນະຄອນຫຼວງ ຮ່ອງຣະບາຍ ອຸດຕັນ ສົ່ງກິ່ນເໝັນ
ປະຊາຊົນ ຢູ່ ນະຄອນຫຼວງວຽງຈັນ ຮຽກຮ້ອງ ໃຫ້ຂແນງການ ທີ່ກ່ຽວຂ້ອງ ແກ້ໄຂ ຮ່ອງຣະບາຍ ນໍ້າອຸດຕັນ ຈົນສົ່ງກິນເໝັນ.
-
ໄຊຍາ
2021-08-20 -
-
-
Your browser doesn’t support HTML5 audio
ປະຊາຊົນ ໃນນະຄອນຫຼວງວຽງຈັນ ທີ່ອາສັຍຢູ່ໃກ້ເຂດ ຮ່ອງຣະບາຍນໍ້າ ຮຽກຮ້ອງ ໃຫ້ອົງການບໍຣິຫານ ນະຄອນຫຼວງວຽງຈັນ ເລັ່ງແກ້ໄຂບັນຫາ ຮ່ອງຣະບາຍນໍ້າ ອຸດຕັນ ແລະ ນໍ້າ ເປື້ອນທີ່ສົ່ງກິ່ນເໝັນ ຮຸນແຮງເຮັດໃຫ້ຊາວບ້ານ ໃນເຂດດັ່ງກ່າວຕ້ອງທົນ ກັບກິ່ນເໜັນມາຫຼາຍປີ. ດັ່ງພະນັກງານບໍຣິສັດແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ 20 ສິງຫາ 2021 ວ່າ:
"ກະມີແຜນໄວ້ກະດີເນາະ ຍາມຮ້ອນມັນເອົ້າໆ ແລ້ວກະຖືກກິ່ນ ເຈົ້າ ສ່ວນຫຼາຍຫ້ອງການເຮົາ ມັນກະຖືກໂດຍຕົງເລິີຍແຫຼະ ເຈົ້າ ໂດຍໄດ້ຮັບໝົດເລີຍແຫຼະ ກະຖືກກິ່ນໝົດມື້ເລີຍ ຍາມຮ້ອນນີ້ແຮງຢູ່ບໍ່ໄດ້ເລີຍ ຍາມຮ້ອນນີ້ໜັກຂນາດ ເຈົ້າ."
ພະນັກງານ ໄດ້ກ່າວຕື່ມວ່າ ບໍຣິສັດຕັ້ງຢູ່ຖນົນກຳແພງເມືອງ ຕິດກັບຮ່ອງຣະບາຍນໍ້າ ເວລາເປີດປະຕູຍາມໃດ ກິ່ນຈະເໝັນຮຸນແຮງ ໂດຍສະເພາະໄລຍະຍາມຮ້ອນ ເຊິ່ງກິ່ນເໝັນ ຮຸນແຮງນີ້ຍັງໄດ້ກະທົບຕໍ່ ຜູ້ມາຕິດຕໍ່ວຽກນຳບໍຣິສັດ.
ຊາວບ້ານອີກຄົນນຶ່ງ ທີ່ອາສັຍຢູ່ໃກ້ກັບ ເຂດເສຖກິຈພິເສດ ບຶງທາດຫຼວງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນວ່າຢາກໃຫ້ທາງການ ນະຄອນຫຼວງວຽງຈັນ ເລັ່ງແກ້ໄຂເຣື່ອງ ຮ່ອງຣະບາຍນໍ້າອຸດຕັນ ເພາະຝົນຕົກຍາມໃດນໍ້າຖ້ວມເທື່ອນັ້ນ ແລະຍິ່ງເປັນຮ່ອງຣະບາຍນໍ້າ ທີ່ຕິດກັບຕລາດຫົວຂົວ ເມືອງໄຊເສດຖາ ຍິ່ງສົ່ງກິ່ນເໝັນ ຮຸນແຮງ.
"ມັນກາຍັງຖ້ວມຫັ້ນແຫຼະ ຄັນວ່າຕົກແຮງໆ ຫັ້ນນ່າ ດົນນ້ອຍນຶ່ງແລ້ວ ມັນກາຖ້ວມຄັນຢູ່ທາງລຸ່ມ ຍ່າງລົງໄປທາງເບື້ອງປໍ້ານໍ້າມັນ ທາງລຸ່ມຫັ້ນແມ່ນຢາກເໝັນທາງນັ້ນນະ."
ພະນັກງານໂຮງແຮມແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນວ່າ ໂຮງແຮມຕິດກັບ ຮ່ອງຣະບາຍນໍ້າ ຖນົນກຳແພງເມືອງ ເຊິ່ງໄດ້ຮັບກີ່ນເໝັນຮຸນແຮງ ຈາກ ຮ່ອງຣະບາຍນໍ້າ ສົ່ງຜົລກະທົບຢ່າງໜັກໜ່ວງ ຕລອດປາຍປີຜ່ານມາ ເຖິງຂັ້ນ ມີເຫດການເກີດຂຶ້ນ ມີແຂກຕ່າງປະເທດ ເຂົ້າມາພັກໂຮງແຮມ ແຕ່ມາຮອດແລ້ວບໍ່ສາມາດນອນ ໄດ້ຈົນຕ້ອງຍ້າຍໄປນອນໂຮງແຮມ ອື່ນ ເພາະກິ່ນເໝັນປິວເຂົ້າຫ້ອງພັກ.
"ກະໄດ້ຮັບເປັນປະຈຳ ບາງຄົນກະເຂົ້າມາເຊັກອິນແລ້ວ ກະໄດ້ເຊັກອ້າວ ອອກແຮງສຳລັບບາງຄົນ ສ່ວນຫຼາຍກະເໝັນ ເພາະວ່າເຮົາ ກະສເນີໄປ ຫຼາຍເທື່ອ ແຕ່ວ່າກະຍັງມີຜົລກະທົບ ຫັ້ນແຫຼະ ເພາະວ່າໜ້າໂຮງແຮມ ເຮົາກໍຈະມີບ່ອນໜັ່ງຫຼີ້ນເນາະ ບາງເທື່ອແຂກກະ ບໍ່ຢາກອອກໄປໜັ່ງຈັ່ງຊີ້."
ຍານາງກ່າວຕື່ມອີກວ່າ ທີ່ຜ່ານມາກໍເຄີຍສເນີບັນຫາ ເຣື່ອງກິ່ນເໝັນຈາກຮ່ອງຣະບາຍນໍ້າ ໄປຫຼາຍຄັ້ງແລ້ວ ກໍມີເຈົ້າໜ້າທີ່ພາກສ່ວນ ທີ່ກ່ຽວຂ້ອງ ລົງມາກວດເບິ່ງ ແຕ່ກໍບໍ່ໄດ້ຮັບການ ແກ້ໄຂຢ່າງເປັນຮູປທັມ.
ໃນຂນະທີ່ ເຈົ້າໜ້າທີ່ດ້ານສິ່ງແວດລ້ອມ ທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ຜູ້ບໍ່ປະສົງອອກສຊື່ ແລະ ຕໍາແໜ່ງ ກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ ຮ່ອງຣະບາຍນໍ້າ ໃນ ນະຄອນຫຼວງວຽງຈັນ ຖືເປັນບັນຫາທ້າທາຍ ແລະ ຊໍາເຮຶື້ອມາຫຼາຍປີແລ້ວ ເພາະບາງ ພື້ນທີ່ບໍ່ມີຮ່ອງຣະບາຍນໍ້າ ເວລາຝົນຕົກໜັກ ກໍມັກຈະເກີດນໍ້າຖ້ວມ ແລ້ວກາຍເປັນນໍ້າເປື້ອນ ແລະ ກິ່ນເໝັນຮຸນແຮງ.
ອີກນຶ່ງພື້ນທີ່ ທີ່ສຳຄັນ ທີ່ມີນໍ້າປົນເປື້ອນ ແລະກິ່ນເໝັນແຮງຄືພື້ນທີ່ ຂອງເຂດເສຖກິຈພິເສດ ບຶງທາດຫຼວງ ເຊິ່ງຜ່ານມາເປັນພື້ນທີ່ ຮັບນໍ້າຂນາດໃຫຍ່ ແຕ່ປັຈຈຸບັນໂຄງການ ໄປຖົມດິນຕັນ ຮ່ອງຣະບາຍນໍ້າ ຈົນເກືອບໝົດ ເມື່ອຖົມດິນຕັນໄປແລ້ວ ເຮັດໃຫ້ເກີດ ນໍ້າຖ້ວມຂັງ ໃນຫຼາຍຈຸດ ນໍ້າບໍ່ມີການໄຫຼວຽນ ຄືແຕ່ກ່ອນຈົນເຮັດໃຫ້ ຮ່ອງຣະບາຍນໍ້າ ເກີດເປັນນໍ້າເປື້ອນ ແລະ ສົ່ງກິ່ນເໝັນ.
"ແຕ່ມັນກະມີບັນຫາ ຢູ່ບ່ອນວ່າເຂດບຶງທາດຫຼວງ ຈີນສັມປະທານແລ້ວ ມັນຂະເຈົ້າຖົມໄປນ່າມັນເຮັດໃຫ້ຕັນ ໄປໝົດແລ້ວດຽວນີ້ນ່າ ບໍ່ມີບ່ອນຣະບາຍ ນໍ້າຝົນຕົກມາຖ້ວມໂລດ, ກະຍາກຢູ່ນ່າ ແກ້ໄຂບັນຫາໂຮງຈັກໂຮງງານ ອີ່ຫຍັງ ທີ່ວ່າຢູ່ໃກ້ແຄມບຶ່ງ ຂະເຈົ້າກະປອ່ຍ ນໍ້າລົງຫັ້ນ ກະເຮັດໃຫ້ມັນມີກິ່ນເໝັນ."
ທ່ານກ່າວຕື່ມອີກວ່າ ທີ່ຜ່ານມາກໍມີພາກສ່ວນທີ່ກ່ຽວຂ້ອງ ລົງມາແກ້ໄຂບັນຫາ ຮ່ອງຣະບາຍນໍ້າອຸດຕັນ ແລະ ກິ່ນເໝັນ ໂດຍສະເພາະ ພາຍໃນເຂດເສຖກິຈພິເສດ ບຶງທາດຫຼວງ ຊຶ່ງຖືວ່າເປັນແຫຼ່ງນໍ້າຂນາດໃຫຍ່ຕັ້ງຢູ່ໃຈກາງ ນະຄອນຫຼວງວຽງຈັນ ຈະຕ້ອງຮັບປະກັນວ່າ ຈະບໍ່ກາຍເປັນພື້ນທີ່ນໍ້າເປື້ອນ ແລະ ສົ່ງກິ່ນເໝັນ ກະທົບຕໍ່ຊຸມຊົນອ້ອມຂ້າງ.
ຫຼ້າສຸດນີ້ ກະຊວງຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມຮ່ວມກັບ ຜແນກຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລຶືກັນ ເພື່ອແກ້ໄຂບັນຫານໍ້າເປື້ອນ ທີ່ມີກິ່ນເໝັນ ແລະມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ ຈາກການຂຍາຍໂຕ ຂອງເມືອງ ເຊິ່ງພາກສ່ວນທີ່ກ່ຽວຂ້ອງ ຈະໄດ້ລົງໄປເກັບຂີ້ເຫຍື້ອ ແລະ ຂຸດຮ່ອງຣະບາຍນໍ້າ ຕາມຈຸດຕ່າງໆ ທີ່ເກີດບັນຫາ ປັຈຈຸບັນຢູ່ຣະຫວ່າງ ການຕຽມຄວາມພ້ອມ ປະຕິບັດໂຄງການ.
"ກະຊວງຊັພຍາກອນ ທັມມະຊາດ ຈະມີການປັບປຸງ ຣະບົບບໍາບັດນໍ້າເປື້ອນ ອັນທີ່ວ່າສົ່ງກິ່ນເໝັຍ ຢູ່ໃນນະຄອນຫັ້ນນ່າ ເປັນນໍ້າ ເປື້ອນ ຈາກຄົວເຮືອນ ທີ່ມັນໄຫຼຜ່ານຮ່ອງຣະບາຍນໍ້າ ຢູ່ນະຄອນຫຼວງວຽງຈັນ ແລ້ວມັນເກີດອຸດຕັນ ຫຼືວ່າສົ່ງກິ່ນເໝັນ ປັບປຸງໃຫ້ ນໍ້າເປື້ອນນໍ້າເສັຍ ມັນໄຫຼງ່າຍຂຶ້ນ."
ສຳລັບນໍ້າເປື້ອນ ຈາກໂຕເມືອງ ນະຄອນຫຼວງວຽງຈັນ ແມ່ນໄຫຼລົງສູ່ ອ່າງຮັບນໍ້າຫ້ວຍໝາກຮຽວ ແລະອ່າງຮັບນໍ້າຫ້ວຍນໍ້າເຄັມ ເຊິ່ງ ເປັນສອງອ່າງ ຮັບນໍ້າຫຼັກ ກ່ອນຈະໄຫຼລົງ ສູ່ແມ່ນໍ້າຂອງ ປັຈຈຸບັນມີສະພາບຂ້ອນຂ້າງເຊື່ອມໂຊມ ຈາກນໍ້າເປື້ອນ ແຕ່ທາງການລາວ ບໍ່ໄດ້ເປີດເຜີຍຈະນໍາໃຊ້ ງົບປະມານ ໃນການແກ້ໄຂບັນຫານີ້ ເທົ່າໃດ.
ເມື່ອປີ 2017 ທີ່ຜ່ານມາ ນະຄອນຫຼວງວຽງຈັນ ບຳບັດນໍ້າເປື້ອນ ຈາກຄົວເຮືອນ ແລະ ໂຮງຈັກໂຮງງານໃນ 4 ເມືອງ ນະຄອນຫຼວງ ວຽງຈັນ ເຊິ່ງ ເຣີ່ມປະຕິບັດໃນປີ 2018-2019 ເພື່ອເຮັດໃຫ້ ນະຄອນຫຼວງວຽງຈັນ ມີສະພາບແວດລ້ອມ ທີ່ດີປາສຈາກມົລພິສ ແລະ ອື່ນໆ.