ຈີນ ໄດ້ປູກກ້ວຍໃສ່່ດິນ ຈັດສັນ
ປະຊາຊົນ ຜູ້ເຄາະຮ້າຍ ຈາກເຫດ ເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກ ບ້ານປິ່ນດົງ ເມືອງສະໜາມໄຊ ແຂວງອັດຕະປື ບໍ່ພໍໃຈ ທີ່ທາງແຂວງ ອະນຸມັດ ໃຫ້ນັກລົງທຶນ ເຂົ້າໄປປູກກ້ວຍ ໃສ່ເນື້ອທີ່ດິນ ຈະຈັດສັນ ໃຫ້ ປະຊາຊົນ ທໍາການຜລິດ.
-
ໄຊຍາ
2019-05-28 -
-
-
Your browser doesn’t support HTML5 audio
ປະຊາຊົນ ຜູ້ເຄາະຮ້າຍ ຈາກເຫດ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ຢູ່ສູນພັກ ຜູ້ປະສົບພັຍ ຊົ່ວຄາວ ບ້ານປິ່ນດົງ ເມືອງສະໜາມໄຊ ແຂວງອັດຕະປື ບໍ່ພໍໃຈ ທີ່ທາງແຂວງ ອະນຸມັດ ໃຫ້ນັກລົງທຶນຈີນ ເຂົ້າໄປປູກກ້ວຍ ໃສ່ເນື້ອທີ່ ບ່ອນທີ່ຈະຈັດສັນ ໃຫ້ເປັນດິນ ທໍາການຜລິດ ຂອງປະຊາຊົນ ຜູ້ປະສົບພັຍ ເຖິງ 2000 ເຮັກຕ້າ. ດັ່ງຄຳເວົ້າຂອງ ປະຊາຊົນທ້ອງຖິ່ນ ເມື່ອວັນທີ 28 ພຶສພາ ວ່າ:
"ເຂົາຕົກລົງກັນແມ່ນວ່າ ບຸກເບີກໃຫ້ຜູ້ປະສົບພັຍ ຂອງບ້ານສນອງໃຫ້ເນາະ ແຕ່ວ່າ ບາດຫຼັງຈາກບຸກເບີກແລ້ວ ແລ້ວແມ່ນຈີນ ເຂົ້າມາກ້າ ເບັ້ຽກ້ວຍ ແລ້ວເຫັນຈ້າງປະຊາຊົນ ເຂົ້າໄປເຮັດ ຕອນນີ້ກ້າເບັ້ຽ ແລ້ວກໍບຸກເບີກຫັ້ນແຫຼະຢູ່ ໃນຕິດກັບເຂດປ່າສງວນແຫ່ງຊາດ ເຊປຽນເດ ມັນຢູ່ໃນເຂດ ຂອງບ້ານປິ່ນດົງ.”
ປະຊາຊົນເວົ້າຕື່ມວ່າ ນອກຈາກຈີນ ມາປູກກ້ວຍເຂດບ້ານປິ່ນດົງແລ້ວ ຍັງມີສວນກ້ວຍຈີນ ທີ່ປູກມາໄດ້ສອງປີ ປະມານ 3,000 ເຮັກຕ້າ ຢູ່ເຂດບ້ານ ເຊກະໝານ ເມືອງສາມັກຄີໄຊ ໄປຮອດຊາຍແດນ ເມືອງ ພູວົງ. ປັດຈຸບັນ ປະຊາຊົນ 150 ຄອບຄົວ ຢູ່ໃນສູນພັກ ຜູ້ປະສົບພັຍຊົ່ວຄາວ ບ້ານປິ່ນດົງ 150 ຄອບຄົວ ຍັງຂັດຂ້ອງ ວ່າພວກເຂົາ ຈະໄປທໍາການຜລິດຢູ່ໃສ ເມື່ອມອບດິນຕອນດັ່ງກ່າວ ໃຫ້ຈີນ ປູກກ້ວຍ.
ກ່ຽວກັບຂໍ້ຂ້ອງໃຈນີ້ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ໄດ້ຢືນຢັນກັບນັກຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ທາງສູນກາງ, ທາງແຂວງ ບໍ່ໄດ້ອະນຸມັດໃຫ້ຈີນ ເຂົ້າໄປລົງທຶນປູກກ້ວຍ ພຽງແຕ່ ອະນຸມັດໃຫ້ໄປຊ່ອຍ ສົ່ງເສີມໃຫ້ຊາວບ້ານ ປູກກ້ວຍເພື່ອສ້າງອາຊີບ ສ້າງຣາຍໄດ້ ໃຫ້ປະຊາຊົນຜູ້ປະສົບພັຍ ສາມາດກຸ້ມຕົນເອງໄດ້:
“ປະຊາຊົນທີ່ຖືກພັຍພິບັດຫັ້ນ ເຂົາແຫຼະຂາດເຣື່ອງທຶນຮອນ ທາງແຂວງ ທາງສູນກາງ ກໍໄດ້ບຸກເບີກພື້ນທີ່ໃຫ້ແລ້ວ ແຕ່ວ່າ ອີງໃສ່ທ່າແຮງ ຂອງ ປະຊາຊົນເຂົາກໍຂາດເຂີນ ຍ້ອນວ່າເຂົາຖືກຜົລກະທົບ ເສັຽຫາຍທາງດ້ານຊັບສິນ ເງິນຄຳອີສັງເຕັມໝົດຫັ້ນແຫຼະ ເຣື່ອງທ່າແຮງ ດ້ານການພັທນາ ຫັ້ນ ບາດນີ້ ແຂວງກໍບໍ່ມີຄວາມສາມາດລົງທຶນ ໃຫ້ປະຊາຊົນຫຼາຍ ດິນຫັ້ນພວກເຮົາ ມອບໃຫ້ປະຊາຊົນ ແຕ່ວ່າໃຫ້ ບໍຣິສັດຫັ້ນໄປສົ່ງເສີມ ໄປລົງທຶນຊ່ອຍ ແລ້ວຜົລກຳໄລມາແບ່ງກັນ.”
ທ່ານ ເລັດ ໄຊຍະພອນ ເວົ້າຕື່ມວ່າ ສ່ວນການນຳໃຊ້ສານເຄມີນັ້ນ ທາງແຂວງ ຈະມີມາຕການ ກວດກາຢ່າງເຂັ້ມງວດ ໂດຍໄດ້ເຮັດບົດ ບັນທຶກ ເຣື່ອງດັ່ງກ່າວ ກັບບໍຣິສັດຈີນ ທີ່ຈະເຂົ້າມາສົ່ງເສີມ ປູກກ້ວຍໄວ້ແລ້ວ.