1 ລ້ານໂດລາໃຫ້ທໍາລາຍ ກຸ່ມລ້າສັດ ຫວງຫ້າມ
ສະຫະຣັຖ ສະເໜີ ໃຫ້ ຣາງວັລ 1 ລ້ານໂດລາ ຫາກໃຜ ສາມາດ ຊ່ວຍທໍາລາຍ ເຄືອຂ່າຍ ລ້າສັດ ທີ່ ຫວງຫ້າມ ໃນລາວ ໄດ້.
-
2013-11-15 -
-
-
Your browser doesn’t support HTML5 audio
ໃນວັນທີ 13 ພຶສຈິກາ 2013 ຣັຖມົນຕຣີ ຕ່າງປະເທດ ສະຫະຣັຖ ອະເມຣິກາ ທ່ານຈອນແຄຣີ (John Kerry) ໄດ້ສະເໜີໃຫ້ຣາງວັລ 1 ລ້ານໂດລາ ໃນການຊ່ວຍທໍາລາຍເຄືອຂ່າຍລ້າສັດປ່າທີ່ຫວງຫ້າມ ຊຶ່ງມີຖານທີ່ຕັ້ງຢູ່ສປປລາວ. ເຄື່ອຂ່າຍດັ່ງກ່າວນີ້ ລ້າຊ້າງແລະແຮດ ເອົາງາ ແລະນໍ ໄປຂາຍ. ຣາງວັນທີ່ສະຫະຣັຖສະເໜີໃຫ້ນີ້ແມ່ນແນ ໃສ່ເພື່ອປາບປາມ ທໍາລາຍເຄື່ອຂ່າຍໄຊສະຫວ່າງທີ່ດໍາເນີນການລ້າ ສັດປ່າຫວງຫ້າມ ນັບຕັ້ງແຕ່ຢູ່ລາວ ໄປເຖິງ ປະເທດອາຟຣິກກາໃຕ້ ໂມຊໍາບິິກ ປະເທດໄທ ມາເລເຊັຽ ວຽດນາມ ແລະຈີນ.
ທ່ານແຄຣີ ກ່າວວ່າຂະບວນການ ອາຊຍາກັມຂ້າມຊາຕ ທີ່ສລັບສັບ ຊ້ອນ ລັກລອບຄ້າສັດປ່ານີ້ ເຮັດໃຫ້ການສໍ້ຣາສບັງຫລວງຂະຫຍາຍ ໂຕໄປເລື້ອຍໆ ຊຶ່ງນາບຂູ່ລະບຽບກົດໝາຍແລະຄວາມປອດພັຍຕາມ ແນວຊາຍແດນ. ທ່ານປະເມີນວ່າກໍາໄຣຈາກການລັກລອບຄ້າສັດປ່າ ໃນແຕ່ລະປີ ມີເຖິງ 8 ຫາ 10 ຕື້ໂດລາ ແລະເງິນນຈໍານວນນີ້ ຖືກ ນໍາໄປໃຊ້ເຂົ້າໃນວົງການຄ້າຢາເສບຕິດ ຄ້າອາວຸດເຖື່ອນ ແລະຄ້າມະນຸດ.
ໃນການສະເໜີໃຫ້ຣາງວັນ ພາຍໃຕ້ໂຄງການຕໍ່ຕ້ານອາຊຍາກັມຂ້າມຊາຕນີ້ ທ່ານວ່າ ຍ້ອນເຄືອຂ່າຍ ໄຊສະຫ່ວາງ ອໍານວຍຄວາມສະດວກ ໃນການຂ້າຊ້າງແລະແຮດ ເພື່ອເອົາງາ ແລະນໍ ມັນໄປຂາຍ ແລະສັດປ່າ ຫວງຫ້າມອື່ນໆ.