ສສຊ ສເນີກວດກາສວນກ້ວຍຈີນ ທີ່ປ່ອຍນ້ຳປົນເປື້ອນ ສູ່ທັມມະຊາຕ
ປັດຈຸບັນ ມີຫຼາຍບໍຣິສັດຂອງຈີນ ເຂົ້າມາປູກກ້ວຍຢູ່ລາວ ແລ້ວສ້າງຜົລກະທົບ ດ້ານສິ່ງແວດລ້ອມ-ສັງຄົມ ຍ້ອນບໍ່ປະຕິບັດ ຕາມບົດປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ຢ່າງລະອຽດ ໂດຍສະເພາະ ການປ່ອຍນ້ຳປົນເປື້ອນສານເຄມີ ລົງສູ່ທັມມະຊາຕ.
-
ສຸພັດຕາ
2023-11-07 -
-
-
Your browser doesn’t support HTML5 audio
ຣັຖບານລາວ ອະນຸຍາດໃຫ້ບໍຣິສັດຈີນ ລົງທຶນປູກກ້ວຍ ຮວມເນື້ອທີ່ປະມານ 26,190 ເຮັກຕ້າຣ໌ ທົ່ວປະເທດ ອີງຕາມການຣາຍງານ ຂອງສູນສະຖິຕິແຫ່ງຊາຕ ປີ 2022, ແຕ່ປັດຈຸບັນ ມີຫຼາຍບໍຣິສັດ ເຂົ້າມາປູກກ້ວຍ ແລ້ວສ້າງຜົລກະທົບ ດ້ານສິ່ງແວດລ້ອມ-ສັງຄົມ ຍ້ອນບໍ່ປະຕິບັດຕາມ ບົດປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ຢ່າງລະອຽດ.
ຫຼ້າສຸດນີ້ ຍານາງ ວິໄຊ ສຣິດທິຣາດ ສະມາຊິກສະພາແຫ່ງຊາຕ ນະຄອນຫຼວງວຽງຈັນ ໄດ້ກ່າວສເນີຕໍ່ກອງປະຊຸມສໄມສາມັນເທື່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນມື້ວັນທີ 6 ພຶສຈິກາ 2023 ວ່າ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ລົງຕິດຕາມກວດກາສວນກ້ວຍຈີນ ຢູ່ເມືອງວຽງຄໍາ ແລະເມືອງທຸລະຄົມ ແຂວງວຽງຈັນ ເພື່ອປ້ອງກັນບັນຫາໃນອະນາຄົດ ທີ່ອາດມີການປ່ອຍນໍ້າເປື້ອນ ລົງສູ່ໜອງນໍ້າທັມມະຊາຕ.
ດັ່ງຍານາງ ກ່າວໃນຕອນນຶ່ງວ່າ:
“ແລະອີກບັນຫານຶ່ງ ແມ່ນບັນຫາການປູກກ້ວຍ ຢູ່ແຂວງວຽງຈັນ ເມືອງທຸລະຄົມ ກັບເມືອງວຽງຄໍາ ອັນນີ້ແມ່ນຂອງບໍຣິສັດຈີນເນາະ ເພາະຂະເຈົ້າໄປເຊົ່າດິນປະຊາຊົນ ປູກໄຣ່ນຶ່ງ 7 ແສນກີບ ສັນຍາເຊົ່າ 8 ປີ ແຕ່ຈ່າຍພຽງ 4 ປີ ລະໝົດເຂດຫັ້ນ ຫຼາຍຮ້ອຍເຮັກຕ້າຣ໌.”
ບໍຣິສັດຈີນ ໄດ້ເຂົ້າມາເຊົ່າທີ່ດິນກັບຊາວບ້ານ ຈໍານວນ ຫຼາຍ 100 ເຮັກຕ້າຣ໌ ເຊິ່ງສ້າງຄວາມກັງວົນໃຈ ໃຫ້ກັບຊາວບ້ານໃນພື້ນທີ່ອ້ອມຂ້າງ ໂດຍສະເພາະ ເຣື່ອງການບໍາບັດນໍ້າເປື້ອນ-ນໍ້າເສັຍ, ການປ່ອຍນໍ້າເປື້ອນ-ນໍ້າເສັຍ ໄຫຼລົງສູ່ແຫຼ່ງນໍ້າທັມມະຊາຕ ແລະກິ່ນເໝັນຂິວ ຈາກສານເຄມີ ເຊິ່ງຈະຕ້ອງໄດ້ຮັບການເອົາໃຈໃສ່ ແລະແນວທາງປ້ອງກັນຢ່າງມີປະສິດທິພາບສູງ.
ດັ່ງຍານາງ ວິໄຊ ສຣິດທິຣາດ ສະມາຊິກສະພາແຫ່ງຊາຕ ນະຄອນຫຼວງວຽງຈັນ ກ່າວໃນຕອນນຶ່ງວ່າ:
“ບັນຫາສໍາຄັນ ທີ່ຊິເກີດຂຶ້ນຕາມພາຍຫຼັງ ແມ່ນເຣື່ອງການ ຂະເຈົ້າປ່ອຍນໍ້າເສັຍລົງໜອງທັມມະຊາຕ ແຕ່ຕອນນີ້ຫັ້ນ ຍັງບໍ່ທັນມີຜົລກະທົບ ເພາະໝາກກ້ວຍຫາກໍອອກດອກ ວ່າຊີ້ສ່າ ຫາກໍປົ່ງເຄືອ ແຕ່ໃນເມື່ອວ່າ ບາດເຂົາຕັດໝາກກ້ວຍແລ້ວ ຊິສົ່ງໄປປະເທດຂະເຈົ້າຫັ້ນນ່າ ຂະເຈົ້າຊິແຊ່ນໍ້າຢາ ແລ້ວຂະເຈົ້າ ຊິປ່ອຍລົງໃສ ນໍ້າເສັຍ ຄັນຊິປ່ອຍນໍ້າລົງໜອງໃຫຍ່ ມັນມີ 2 ໜອງບັກໃຫຍ່ໆຫັ້ນ ຄັນວ່າ ປ່ອຍລົງຫັ້ນ ປາຕາຍ ມີບັນຫາໜັກທີ່ຊິແກ້ໄຂນີ້.”
ຂະນະທີ່ ຊາວບ້ານຢູ່ເມືອງທຸລະຄົມ ແຂວງວຽງຈັນ ກ່າວວ່າ ສວນກ້ວຍຂອງບໍຣິສັດຈີນ ທີ່ເຂົ້າມາປູກໃນຕອນນີ້ ເຣີ່ມສ້າງຜົລກະທົບ ໃຫ້ກັບຊາວບ້ານໃນພື້ນທີ່ອ້ອມຂ້າງແລ້ວ ໂດຍສະເພາະ ເຣື່ອງກິ່ນເໝັນຂິວ ຄ້າຍກັບມີການສີດສານເຄມີບາງຢ່າງ ໃນບາງມື້ ກິ່ນເໝັນຂິວຮຸນແຮງ ແລ້ວພັດໄປຕາມກະແສລົມ ຈົນເຮັດໃຫ້ຊາວບ້ານໃນພື້ນທີ່ເຈັບຫົວ.
ນອກຈາກນີ້ ພາຍຫຼັງທີ່ມີບໍຣິສັດຈີນ ເຂົ້າມາປູກກ້ວຍເປັນຈໍານວນຫຼາຍຮ້ອຍເຮັກຕ້າຣ໌ ຢູ່ຕິດກັບນໍ້າງື່ມ ໃນເຂດເມືອງທຸລະຄົມ ແລະເມືອງອ້ອມຂ້າງ ຊາວບ້ານໃນພື້ນທີ່ ກໍພາກັນເປັນກັງວົນ ເຣື່ອງຄວາມປອດໄພຂອງນໍ້າງື່ມ, ສ່ວນໂຕລາວເອງ ກໍບໍ່ໄດ້ນໍາໃຊ້ນໍ້າງື່ມ ເພື່ອອຸປະໂພກ ແລະບໍຣິໂພກແລ້ວ.
ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ພຶສຈິກາ ນີ້ວ່າ:
“ສວນກ້ວຍ ມັນຢູ່ພຸ້ນ ມັນຢູ່ແຖວບ້ານເກິນ ໄກກັນປະມານກິໂລນຶ່ງ ຢູ່ສົ້ນຂົວເມືອງເກົ່ານ່າ ມັນເປັນກິ່ນ ອອກໄປຝາກນໍ້າພຸ້ນ ຈະຕິດແຄມງື່ມ ແຕ່ວ່າເຮົາກະບໍ່ໄດ້ໃຊ້ນໍ້າງື່ມ ເຮົາບໍ່ໄດ້ໃຊ້ນໍ້າງື່ມໃດ໋.”
ຊາວບ້ານອີກຜູ້ນຶ່ງ ໃນເມືອງວຽງຄໍາ ແຂວງວຽງຈັນ ກ່າວວ່າ ດຽວນີ້ ຜົລກະທົບເຣື່ອງນໍ້າເປື້ອນ-ນໍ້າເສັຍ ຍັງບໍ່ທັນເກີດຂຶ້ນໃຫ້ເຫັນ ແຕ່ບັນຫາເຣື່ອງກິ່ນເໝັນຂິວຮຸນແຮງ ທີ່ມາຈາກສວນກ້ວຍຂອງຈີນນັ້ນ ໄດ້ສ້າງບັນຫາໃຫ້ກັບຊາວບ້ານ ຫຼາຍສົມຄວນໃນປັດຈຸບັນ.
ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“(ນໍ້າເປື້ອນ) ນໍ້າແທ້ ເຮົາບໍ່ຮູ້ ເພາະວ່າເຮົາຢູ່ລຸ່ມເດ້ ມີແຕ່ກິ່ນ ໄດ້ກິ່ນແທ້ ກະບາງເທື່ອ ມັນກະມີກິ່ນຢູ່ ເປັນບາງມື້ນ່າ.”
ທາງດ້ານເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ແຂວງວຽງຈັນ ກ່າວວ່າ ບໍຣິສັດຈີນ ທີ່ເຂົ້າມາລົງທຶນປູກກ້ວຍ ຢູ່ແຂວງວຽງຈັນ ຈະຕ້ອງໄດ້ເຮັດບົດປະເມີນ ຜົລກະທົບຕໍ່ສິ່ງແວດລ້ອມ-ສັງຄົມຢ່າງລະອຽດ ກ່ອນຈະເຣີ່ມດໍາເນີນໂຄງການ ໂດຍສະເພາະ ມາຕການປ້ອງກັນຜົລກະທົບ, ເຣື່ອງການບໍາບັດນໍ້າເປື້ອນ-ນໍ້າເສັຍ ແລະອື່ນໆ.
ຫາກບໍຣິສັດ ຫຼືໂຄງການໃດກໍຕາມ ບໍ່ປະຕິບັດຕາມລະບຽບຫຼັກການ ຂອງບົດປະເມີນຜົລກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ເຊັ່ນ: ມີການໃຊ້ສານເຄມີເກີນກໍານົດ, ການບໍາບັດນໍ້າເປື້ອນ-ນໍ້າເສັຍບໍ່ໄດ້ມາຕຖານ, ປ່ອຍນໍ້າເປື້ອນ-ນໍ້າເສັຍ ລົງສູ່ແຫຼ່ງນໍ້າທັມມະຊາຕ ຫຼືສົ່ງກິ່ນເໝັນຂິວຮຸນແຮງ ກະທົບຕໍ່ຊາວບ້ານໃນພື້ນທີ່ ກໍຈະຖືກສັ່ງໂຈະ ຈົນກວ່າຈະແກ້ໄຂບັນຫາສໍາເຣັດ.
ສ່ວນມາຕການ ຕິດຕາມກວດກາ ສວນກ້ວຍຂອງບໍຣິສັດຈີນ ທີ່ເຂົ້າມາປູກຢູ່ໃນລາວນັ້ນ ທາງການລາວ ກໍຕ້ອງອາສັຍຄວາມຮ່ວມມື ກັບຊາວບ້ານໃນພື້ນທີ່ ໃຫ້ຊ່ອຍເປັນຫູເປັນຕາ ສອດສ່ອງຢ່າງໃກ້ຊິດ ຫາກພົບເຫັນບັນຫາ ຫຼື ມີຄວາມກັງວົນວ່າ ບໍຣິສັດ ຫຼືໂຄງການນັ້ນ ຈະສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ກໍຕ້ອງແຈ້ງໃຫ້ທາງານລາວຮັບຮູ້ ເພື່ອໃຫ້ພາກສ່ວນທີ່ກ່ຽວຂ້ອງ ລົງຕິດຕາມກວດກາເພີ່ມຕື່ມ.
ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ກະປະຊຸມກັນຢູ່ ຄັນຖ້າວ່າ ຂະເຈົ້າຝ່າຝືນນ່າ ເຮົາກະມອບໃຫ້ບ້ານນ່າ ມີສ່ວນຮ່ວມ ໃຫ້ຊາວບ້ານຫັ້ນ ເປັນຫູເປັນຕາຊ່ວຍ ເພາະວ່າ ມັນເນື້ອທີ່ທໍາການຜລິດ ມັນກະທົບຂະເຈົ້າໂດຍຕຣົງເດ້ ຂະເຈົ້າກະມາເວົ້າ ຜົລກະທົບຕໍ່ສັງຄົມນີ້ແລ້ວ ປະຊຸມກະເວົ້າຫຼາຍຄັ້ງຫຼາຍຫົນ ບໍາບັດນໍ້າເສັຍຢູ່ໃສ ຢານໍາເຂົ້າເດ້ ໄປກວດເບິ່ງ ບາງບໍຣິສັດນີ້ ມັນບໍ່ປະຕິບັດຕາມນີ້ ໄທເຮົາ ກະຕ້ອງໄດ້ໄປແກ້ໄຂຊ່ວຍ.”
ໃນປີ 2019 ກະຊວງກະສິກັມ ແລະປ່າໄມ້ ໄດ້ຣາຍງານໃຫ້ຮູ້ວ່າ ໃນທົ່ວປະເທລາວ ມີເນື້ອທີ່ປູກກ້ວຍ ປະມານ 15 ພັນປາຍເຮັກຕ້າຣ໌ ເຊິ່ງມີ 90 ກວ່າບໍຣິສັດ ທີ່ເປັນເຈົ້າຂອງ ສວນກ້ວຍໃນເນື້ອທີ່ດັ່ງກ່າວ, ແຕ່ມາຮອດປີ 2022 ນີ້ ສູນສະຖິຕິແຫ່ງຊາຕ ໄດ້ຣາຍງານວ່າ ເນື້ອທີ່ປູກກ້ວຍ ເພີ່ມຂຶ້ນ ຫຼາຍເຖິງ 26,190 ເຮັກຕ້າຣ໌ ໃນທົ່ວປະເທດ.
ໃນປີ 2016 ທີ່ຜ່ານມາ ທ່ານ ທອງລຸນ ສີສຸລິດ ປະທານປະເທດລາວ ແລະອະດີດນາຍົກຣັຖມົນຕຣີໃນຕອນນັ້ນ ເຄີຍກ່າວຕໍ່ສະພາແຫ່ງຊາຕ ວ່າ ຣັຖບານລາວ ຈະບໍ່ອະນຸຍາດ ໃຫ້ມີການດໍາເນີນສວນກ້ວຍຂນາດໃຫຍ່ ພາຍໃນປະເທດອີກ ເນື່ອງຈາກ ມີຄວາມກັງວົນເຣື່ອງສານເຄມີ ແລະຜົລກະທົບທາງດ້ານສິ່ງແວດລ້ອມທີ່ເກີດຂຶ້ນ ແລະສ້າງຜົລກະທົບ ຕໍ່ປະຊາຊົນໃນພື້ນທີ່ທ້ອງຖິ່ນ.