ຊາວບ້ານ ຢູ່ທ່າແຂກ ຢ້ານຜົລກະທົບ ຈາກໂຮງງານ ຫຼອມເຫຼັກ

ປະຊາຊົນ 600 ປາຍຄອບຄົວ ຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ທີ່ຢູ່ອ້ອມຂ້າງ ເຂດເສຖກິດພິເສດ ທ່າແຂກ ຊຶ່ງເປັນທີ່ຕັ້ງ ຂອງໂຮງງານຫລອມເຫລັກກ້າ ຂອງຈີນ ກັງວົນເຣື່ອງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມ ໂດຍສະເພາະຊຸມຊົນ ຈຳນວນ 5 ບ້ານ.

ແຜນທີ່ ເມືອງທ່າແຂກ ແຂວງຄຳມ່ວນ ທີ່ຕັ້ງໂຮງງານຫຼອມເຫຼັກກ້າຂອງຈີນ ຊຶ່ງກວມເອົາເນື້ອທີ່ ໃນເຂດເສຖກິຈພິເສດທ່າແຂກ 150 ເຮັກຕາຣ໌. RFA

ປະຊາຊົນ 5 ບ້ານ, 600 ປາຍຄອບຄົວ ຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ທີ່ຢູ່ອ້ອມຂ້າງເຂດເສຖກິຈພິເສດທ່າແຂກ ກັງວົນເຣື່ອງຜົລກະທົບທີ່ອາຈເກີດຂຶ້ນ ຕໍ່ສິ່ງແວດລ້ອມ ແລະຕໍ່ສັງຄົມ ຖ້າຫາກໂຮງງານຫລອມເຫລັກກ້າຂນາດໃຫຍ່ຂອງຈີນ ຖືກສ້າງຂຶ້ນໃນເນື້ອທີ່ 150 ເຮັກຕາຣ໌, ເປັນຕົ້ນນໍ້າເສັຍ, ສຽງດັງ, ກິ່ນເໝັນຂິວ ແລະຝຸ່ນຄວັນ. ປະຊາຊົນເວົ້າວ່າ ໂຮງງານທີ່ວ່ານີ້ເປັນໂຮງງານ ຂນາດໃຫຍ່, ຕັ້ງຢູ່ໃກ້ບ້ານ, ໃກ້ນາ, ໃກ້ໄຮ່, ຖ້າຫາກມີຜົລກະທົບເກີດຂຶ້ນ ມັນຈະສ້າງຄວາມຫຍຸ້ງຍາກ ລໍາບາກໃຫ້ພວກຕົນ.

ດັ່ງຊາວບ້ານຜູ້ນຶ່ງ ຢູ່ເມືອງທ່າແຂກ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 2 ພຶສພານີ້ວ່າ:

“4 ກິໂລແມັດ ຈາກນໍຈາກເຂດນີ້ ຕ້ອງຍ້າຍໄປບ່ອນມັນໄກແດ່ ປະຊາຊົນຢູ່ນີ້ 30-40 ປີແຫລະ ແລ້ວໄປອະນຸຍາດຕັ້ງ ໃຫ້ເຂົາ ຈັກເອົາສມອງສ່ວນໃດມາຄິດ ຄັນມີຄໍາຮ້ອງຂອງປະຊາຊົນ ລະໃຫ້ປັບປຸງ ຫລືວ່າໃຫ້ເຊົາຄັນວ່າປັບປຸງບໍ່ໄດ້.” 

ໂຮງງານໃຫຍ່ແຫ່ງນີ້ ມີຄວາມສ່ຽງສູງ ຕໍ່ການທີ່ຈະເຮັດໃຫ້້ເກີດຜົລ ກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມ ດັ່ງນັ້ນປະຊາຊົນຈຶ່ງຮຽກຮ້ອງ ໃຫ້ທາງການພິຈະຣະນາຄືນໃໝ່ ໃນການອະນຸມັດໃຫ້ກໍ່ສ້າງ ຫລືໄປສ້າງຢູ່ເຂດອື່ນທີ່ຫ່າງໄກຊຸມຊົນ ແລະພື້ນທີ່ທໍາການຜລິດຂອງປະຊາຊົນ ແລະຊາວບ້ານອີກຜູ້ນຶ່ງ ຢູ່ເມືອງທ່າແຂກກໍເວົ້າວ່າ ເຖິງແມ່ນນັກລົງທຶນຈີນ ທີ່ເປັນເຈົ້າຂອງໂຮງງານ ເກືອບວ່າທັງໝົດນັ້ນຈະເວົ້າວ່າ ຈະບໍ່ມີຜົລກະທົບຕໍ່ຊາວບ້ານ ແຕ່ຊາວບ້ານກໍມີຄວາມກັງວົນຢູ່ດີ ເພາະມັນເປັນໂຮງງານ ທີ່ມີຄວາມສ່ຽງສູງຕໍ່ການທີ່ຈະເກີດບັນຫາ ຄືດັ່ງກ່າວ ຫາກໂຮງງານນັ້ນຖືກສ້າງຂຶ້ນ ບໍ່ໄດ້ມາຕຖານ.

ຊາວບ້ານຜູ້ນີ້ເວົ້າວ່າ ໃນໄລຍະທໍາອິດ ໂຮງງານທີ່ວ່ານີ້ ອາຈບໍ່ມີຜົລກະທົບຮຸນແຮງປານໃດ, ແຕ່ໃນອະນາຄົດ ເຊື່ອວ່າມັນຈະສົ່ງຜົລກະທົບ ພວກລູກຫລານແນ່ນອນ.

ດັ່ງທີ່ທ່ານກ່າວໃນມື້ດຽວກັນນີ້ວ່າ:

ກະບໍ່ໃກ້ກະບໍ່ໄກນະ ຢ້ານຢູ່ນໍ ແຕ່ວ່າເຮົາກະເຮັດຫຍັງບໍ່ໄດ້ ກະຊິມີຜົລກະທົບໄປລຸ້ນຫລັງພຸ້ນ ເພາະວ່າຊ່ວງຕົ້ນໆນີ້ກະຊິບໍ່ເປັນຫຍັງເທື່ອຢ.

ໃນຂະນະດຽວກັນ ຊາວບ້ານຜູ້ນຶ່ງຢູ່ເມືອງທ່າແຂກ ເວົ້າວ່າ ຕົນ ແລະຊາວບ້ານ ຈໍານວນນຶ່ງບໍ່ໄດ້ກັງວົນຫຍັງຫລາຍ ຍ້ອນໂຮງງານນັ້ນຈະຕັ້ງຢູ່ຫ່າງອອກຈາກບ້ານ ຫລາຍກິໂລແມັດສົມຄວນ ແລະມາເຖິງຂະນະນີ້ ກໍຍັງບໍ່ເຫັນມີພາກສ່ວນໃດໃຫ້ຂໍ້ມູນ ກ່ຽວກັບເຣື່ອງຜົລກະທົບທີ່ອາຈເກີດຂຶ້ນນັ້ນເທື່ອ.

ດັ່ງທີ່ທ່ານເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 2 ພຶສພານີ້ວ່າ:

ມັນກະໄກເຕີບໃດ໋ ມັນໄກເຮົາຢູ່ປະມານ 5 ກິໂລແມັດ ໄດ້ຍິນແຕ່ວ່າ ຫລອມມາແລ້ວ ເຂົາຊິມາເຮັດເປັນເສັ້ນຢູ່ນີ້ຊື່ໆບໍ ຫລືວ່າຈັ່ງໃດ ທາກແຮ່ເຫລັກຫັ້ນມາກອງຢູ່ໃນສະຖານທີ່ແຖວໆນັ້ນໃດ໋.

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຜແນກແຜນການ ແລະການລົງທຶນແຂວງຄໍາມ່ວນ ເວົ້າໃນມື້ດຽວກັນນີ້ວ່າ ໂຮງງານຫລອມເຫລັກກ້າຂອງຈີນ ຕັ້ງຢູ່ໃນເຂດເສຖກິຈພິເສດທ່າແຂກ, ເປັນເຂດທີ່ຣັຖບານຄຸ້ມຄອງ, ຢູ່ໄກຈາກບ້ານຄົນປະມານ 3 ຫາ 5 ກິໂລແມັດ ຄືບ້ານນາແງວ, ບ້ານເວີນ, ບ້ານນາກອກ, ບ້ານໂພນງາມ ແລະບ້ານນາໄກເຂີ່ຍ, ບໍ່ໄດ້ໂຍກຍ້າຍປະຊາຊົນ ແຕ່ກໍອາຈມີຜົລກະທົບເກີດຂຶ້ນ.

ປັດຈຸບັນຢູ່ໃນລະຫວ່າງການສຶກສາ ປະເມີນຜົລກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມກ່ອນທີ່ຣັຖບານຈະເຫັນດີ ໃຫ້ກໍ່ສ້າງໂຮງງານນັ້ນ ແລະກໍອາຈລ້າຊ້າໄປແດ່ ຍ້ອນການຣະບາດຂອງ ໂຄວິດ-19.

ດັ່ງທີ່ທ່ານເວົ້າວ່າ:

ຢູ່ໃນຂັ້ນຕອນການສຶກສາຢູ່ເຈົ້າ. ປັດຈຸບັນນີ້ ເອກກະສານອະນຸມັດ ຈາກຣັຖບານກະຖືວ່າຂ້ອນຂ້າງສົມບູນໝົດແລ້ວແຫລະ ມີແຕ່ວ່າຢູ່ໃນຂັ້ນຕອນທີ່ວ່າ ທາງຈີນເຂົາກະນໍາເງິນເຂົ້າມາ. ແມ່ນ ເພາະວ່າມັນປີນຶ່ງປະມານ 1 ລ້ານຕັນເດ, ແຕ່ວ່າຕ້ອງເບິ່ງທ່າອ່ຽງໂຕຈິງ ມັນຈະອອກມາຮູບແບບໃດຫັ້ນນະ.

ແລະເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ແຂວງຄໍາມ່ວນກໍເວົ້າວ່າ ໂຮງງານຫລອມເຫລັກກ້າ ຂອງຈີນເປັນໂຮງງານຂນາດໃຫຍ່ ຕ້ອງໄດ້ປະເມີນຜົລ ກະທົບໃນຫລາຍໆດ້ານ ເປັນຕົ້ນ ຄຸນນະພາບນໍ້າໜ້າດິນ, ນໍ້າໃຕ້ດິນ, ສຽງດັງ, ແຮງສັ່ນສະເທືອນ, ຄຸນນະພາບອາກາດ ຊຶ່ງອີງຕາມການປະເມີນໃນເບື້ອງຕົ້ນ ເຫັນວ່າ ຜົລກະທົບທັງໝົດຈະຮຸນແຮງຫລາຍ ໃນໄລຍະຍາວ. ດັ່ງນັ້ນທາງການ ຈຶ່ງພະຍາຍາມຕິດຕາມ ກວດກາເຣື່ອງການທີ່ ຈະສ້າງໂຮງງານດັ່ງກ່າວ ໂດຍໃຫ້ນໍາໃຊ້ເຕັກໂນໂລຈີທີ່ທັນສມັຍ ແລະເປັນມິດຕໍ່ສິ່ງແວດລ້ອມ ເພື່ອບໍ່ໃຫ້ເກີດຜົລກະທົບທັງໃນໄລຍະສັ້ນ ແລະໄລຍະຍາວ.

ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 2 ພຶສພານີ້ວ່າ:

“ຜແນກຊັພກະຖືວ່າຄວບຄຸມທີ່ສຸດ ກະຕ້ອງໄດ້ຄົນຄວ້າວິຈັຍກ່ອນ ຖ້າວ່າຂແນງຫັ້ນຮັບຮອງໄດ້ ກະຖືວ່າຈຶ່ງຈະສາມາດອະນຸຍາດ ໃຫ້ດໍາເນີນກິຈການໄດ້ ຖ້າວ່າມັນບໍ່ໄດ້ມາຕຖານ ຖືວ່າໄທເຮົາກະພະຍາຍາມລະວັງທີ່ສຸດ ບໍ່ໃຫ້ມັນມີຜົລກະທົບ.”

ໂຮງງານຫລອມເຫລັກກ້າຂອງຈີນ ໃນເຂດທີ່ວ່ານີ້ ກວມເອົາເນື້ອທີ່ໃນເຂດເສຖກິຈພິເສດທ່າແຂກ 150 ເຮັກຕາຣ໌, ມູນຄ່າການລົງທຶນ 60 ລ້ານ ຢວນ ຫລືປະມານ 84 ຕື້ກີບ. ບໍຣິສັດຂຸດຄົ້ນບໍ່ແຮ່ ທຽນຊູນດາ ກວາງຕົງ ຂອງຈີນຖືຮຸ້ນ 80% ແລະຣັຖບານລາວຖືຮຸ້ນ 20%. ໂຮງງານນີ້ເປັນໂຮງງານຂນາດໃຫຍ່ ທີ່ຢູ່ພາຍໃຕ້ແຜນຍຸທສາດ “ນຶ່ງແລວນຶ່ງເສັ້ນທາງ” ຂອງຣັຖບານຈີນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org